ມະຫາວິທະຍາໄລ ສະຫັວນນະເຂດ

ຈາກ Laopedia
Revision as of 03:31, 1 ຕຸລາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ມະຫາວິທະຍາໄລ ສະຫັວນນະເຂດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)


ມະຫາວິທະຍາໄລ ສະຫວັນນະເຂດ (SKU) ໄດ້ຮັບການສ້າງຕັ້ງຂື້ນໃນປີ 2009, ເພື່ອຕອບສະໜອງ ຄວາມຕ້ອງການດ້ານການສຶກສາຊັ້ນສູງຂອງ ສປປ ລາວ ທີ່ເພີ່ມຂື້້ນຢ່າງໄວວາ, ສະຖານທີ່ຕັ້ງຢູ່ ວິທະຍາເຂດນາເຊັງ, ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ, ສປປ ລາວ. ການສ້າງຕັ້ງດັ່ງກ່າວແມ່ນສ່ວນໜຶ່ງ ຂອງແຜນການ ທີ່ເປັນຄວາມມຸ້ງຫວັງ ຂອງລັດຖະບານ ສປປ ລາວ ແລະ ຄູ່ຮ່ວມພັດທະນາສາກົນເພື່ອເລັ່ງໃສ່ຍຸດທະສາດໃນການພັດທະນາຊັບພະຍາ ກອນມະນຸດ - ເປັນສ່ວນປະກອບ ສຳຄັນຂອງວຽກງານຂອງຕົນໃຫ້ໄປສູ່ເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກ, ຄວາມ ໝັ້ນຄົງດ້ານ ສະບຽງອາຫານ, ການພັດທະນາເສດຖະກິດແລະການເຊື່ອມໂຍງພາກພື້ນເຂົ້າໃນຂອບການຮ່ວມມືຂອງອາຊຽນ.