ສວນຊາ 400 ປີ

ຈາກ Laopedia
Revision as of 04:30, 4 ກຸມພາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (Protected "ສວນຊາ 400 ປີ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))

ບ້ານກໍແມນ (ບ້ານລຸງຈິ້ງ) ເປັນບ້ານໜຶ່ງທີ່ຂື້ນກັບເມືອງຜົ້ງສາລີ, ມີໄລຍະທາງຈາກເທດສະບານເມືອງ 15 ກມ ເປັນບ້ານທີ່ມີປະຫວັດການປູກຊາລ້ຽງຊີບມາແຕ່ດຶກດໍາບັນ, ຕາມການເລົ່າຂອງຄົນເຖົ້າແກ່ອາວຸໂສຂອງບ້ານໃຫ້ຮູ້ວ່າ: ບ້ານກໍແມນນັບແຕ່ສ້າງຕັ້ງບ້ານແມ່ນມີອາຍຸປະມານ 400 ກວ່າປີ ແລ້ວ ແລະ ຕົ້ນຊາ ຊາວບ້ານກໍ່ໄດ້ປູກຕັ້ງແຕ່ເລີ່ມຕັ້ງບ້ານ ສະນັ້ນຊາວບ້ານຈຶ່ງເອີ້ນຊານີ້ວ່າ ຊາ 400 ປີ, ປະຈຸບັນຊາວບ້ານໄດ້ຖືການປູກຊາ ແລະ ຂາຍຊາເປັນອາຊີບຫຼັກ, ພາຍໃນບ້ານມີເນື້ອທີ່ສວນຊາ 32.25 ເຮັກຕາ, ມີກົກຊາທັງໝົດ 48,373 ກົກ ແລະ ເປັນຊາປູກທີ່ມີອາຍຸແກ່ທີ່ສຸດໃນ ສປປ ລາວ ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=2