ແຫຼ່ງທ່ອງທ່ຽວບ້ານນ້ຳດີ ເມືອງຫຼວງນ້ຳທາ: Difference between revisions

ຈາກ Laopedia
(ໜ້າໃໝ່: ບ້ານ​ນ້ຳ​ດີ ຫ່າງ​ຈາກ​ເທດສະບານ​ແຂວງ​ ພຽງ 7 ກິ​ໂລ​ແມັດ, ຕາດ​ນີ້ ຊາວບ້ານໄດ້ຄົ້ນ​ພົບປີ 1995​, ຈາກ​ນັ້ນ ບ້ານ​ກໍ່​ພາກັນ​ອະນາ​ໄມອ້ອມ​ສະຖານ​ທີ່ ​ແລະ ຕັ້ງກຸ່ມ​ບໍລິການ​​ນັກທ່ອງທ່ຽວ...)
 
(Protected "ແຫຼ່ງທ່ອງທ່ຽວບ້ານນ້ຳດີ ເມືອງຫຼວງນ້ຳທາ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 04:42, 4 ກຸມພາ 2024

ບ້ານ​ນ້ຳ​ດີ ຫ່າງ​ຈາກ​ເທດສະບານ​ແຂວງ​ ພຽງ 7 ກິ​ໂລ​ແມັດ, ຕາດ​ນີ້ ຊາວບ້ານໄດ້ຄົ້ນ​ພົບປີ 1995​, ຈາກ​ນັ້ນ ບ້ານ​ກໍ່​ພາກັນ​ອະນາ​ໄມອ້ອມ​ສະຖານ​ທີ່ ​ແລະ ຕັ້ງກຸ່ມ​ບໍລິການ​​ນັກທ່ອງທ່ຽວທີ່ເຂົ້າຊົມຕາດນ້ຳດີ ໄດ້ຈ່າຍຄ່າຜ່ານປະຕູເລັກນ້ອຍ ເພື່ອເຂົ້າທ່ຽວຊົມນ້ຳຕົກຕາດ. ນອກນັ້ນ ຍັງມີຄ່າຝາກລົດຈັກ, ລົດຖີບ ແລະ ລົດໃຫຍ່. ເສັ້ນທາງເຂົ້າເຖິງນ້ຳຕົກຕາດ ມີຄວາມສະດວກສະບາຍ, ໃນແຕ່ລະວັນ ກໍ່ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽວຊົມ. ທາງເຂົ້າຫານ້ຳຕົກ ມີ 2 ເສັ້ນ, ຢູ່ເບື້ອງລຸ່ມຂອງນ້ຳຕົກຕາດ ມີສາລາພັກຜ່ອນ. ນັກທ່ອງທ່ຽວ ສາມາດອາບນ້ຳຢູ່ກ້ອງນ້ຳຕົກຕາດໄດ້. ມີຮ້ານຂາຍເຄື່ອງດື່ມ ແລະ ເຄື່ອງຫັດຖະກຳ ຢູ່ຈຸດບໍລິການເຂົ້າຊົມ. ການ​ເຂົ້າ​ຫາ​ແຫຼ່ງທ່ອງ​ທ່ຽວນີ້​ ແມ່ນ​ເຂົ້າ​ໄດ້​ທຸກ​ລະດູ​ການ. ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=3