ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ: Difference between revisions

ຈາກ Laopedia
(ໜ້າໃໝ່: {| class="wikitable" |- | ປະເພດ || ອົງການຈັດຕັ້ງມະຫາຊົນ |- | ສຳນັກງານ || ນະຄອນຫຼວງວຽງຈັນ |- | ປະທານ || ທ່ານ ຄຳພັນ ສິດທິດຳພາ |- | ສ້າງຕັ້ງ || 14/4/1955 |} ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນອົງການຈັດຕັ້ງຂອງມະຫາ...)
 
(Protected "ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))

ລຸ້ນແກ້ໄຂເກົ່າເມື່ອ 03:47, 4 ກຸມພາ 2024

ປະເພດ ອົງການຈັດຕັ້ງມະຫາຊົນ
ສຳນັກງານ ນະຄອນຫຼວງວຽງຈັນ
ປະທານ ທ່ານ ຄຳພັນ ສິດທິດຳພາ
ສ້າງຕັ້ງ 14/4/1955

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນອົງການຈັດຕັ້ງຂອງມະຫາຊົນໜຶ່ງທີ່ພັກໄດ້ສ້າງຂື້ນໃນວັນທີ 14/4/1955. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມີທີ່ຕັ້ງບົດບາດອັນສຳຄັນໃນຖານະເປັນກອງໜູນ ແລະ ເປັນແຂນຂວາຂອງພັກ, ຊາວໜຸ່ມແມ່ນອະນາຄົດຂອງປະເທດຊາດ, ແມ່ນກຳລັງປະຈັນບານໃນທຸກວຽກງານຂອງການປະຕິວັດໃນແຕ່ລະໄລຍະ. ໜ້າທີ່ອັນສຳຄັນທີ່ສຸດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນການເຕົ້າໂຮມຄວາມສາມັກຄີ, ການສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນໃຫ້ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນເອງ, ຮັກລະບອບປະຊາ ິທິປະໄຕປະຊາຊົນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີແບບແຜນການດຳລົງຊີວິດອັນຖືກຕ້ອງ ເພື່ອສືບທອດພາລະກິດຂອງພັກ ແລະ ປະກອບ ສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຕາມແນວທາງນະໂຍບາຍຂອງພັກປະຊາຊົນປະຕິວັດລາວ