ແຖວ 1: |
ແຖວ 1: |
| [[ຮູບ:ທົ່ງໄຫຫີນ.jpg|thumb|ຮູບທົ່ງໄຫຫີນ]]
| | 1 |
| ຫີນທີ່ມີລັກສະນະເປັນຮູບຊົງໄຫຕັ້ງຢູ່ເປັນກຸ່ມ ຊຶ່ງເປັນທີ່ຮູ້ຈັກກັນໃນນາມ “ທົ່ງໄຫຫີນ” ນັ້ນ ຕັ້ງລຽງຢັ່ງຢາຍຢ່າງສະຫງ່າງາມ ຢູ່ພື້ນທີ່ຕອນເໜືອຂອງສາຍພູຫຼວງ. ທົ່ງໄຫຫີນດັ່ງກ່າວ ແຕ່ລະກຸ່ມຈະປະກອບມີຕັ້ງແຕ່ໜຶ່ງຮ້ອຍຫາສີ່ຮ້ອຍກ່ວາໜ່ວຍ ສ່ວນຫຼາຍແມ່ນຕັ້ງຢູ່ຈຸດໂນນພູ, ເນີນພູ ແລະ ສັນພູ ຕາມປະຫວັດສາດແລ້ວ ພື້ນທີ່ບໍລິເວນທົ່ງໄຫຫີນນີ້ເຄີຍເປັນເສັ້ນທາງລຳລຽງ ທີ່ສະດວກສະບາຍ ຊຶ່ງເລີ່ມແຕ່ອ່າວຕົງແກງ ຜ່ານເຂົ້າແຜ່ນດິນໃຫຍ່ຂອງທະວີບອາຊີຕາເວັນອອກສ່ຽງໃຕ້ ຈົນກາຍມາເປັນສ່ວນໜຶ່ງຂອງເສັ້ນທາງການຄ້າ ທີ່ເຊື່ອມຕໍ່ລະຫວ່າງອະລິຍະທຳອັນເກົ່າແກ່ຂອງລາວ, ໄທ ແລະ ຫວຽດນາມ ກັບວັດທະນະທຳຕ່າງໆ ຈາກດິນແດນທີ່ຫ່າງໄກ.

| ອະລິຍະທຳດັ່ງກ່າວໄດ້ສ້າງໄຫຫີນ ແລະ ອານາຈັກພວນ ທີ່ຄັ້ງໜຶ່ງເຄີຍຈະເຈີນຮຸ່ງເຮືອງຢູ່ເທິງທີ່ຕັ້ງຂອງທົ່ງໄຫຫີນ ຊຶ່ງປະຈຸບັນ ແມ່ນດິນແດນຂອງແຂວງຊຽງຂວາງ. ການກຳເນີດ ແລະ ສິ້ນສຸດ ຂອງບັນພະບູລຸດຜູ້ທີ່ສ້າງທົ່ງໄຫຫີນນີ້ຍັງບໍ່ຮູ້ໄດ້ຢ່າງຊັດເຈນເທື່ອ. ຄວາມຮຸ່ງເຮືອງສີວິໄລຂອງອານາຈັກພວນໄດ້ຖືກພວກຫໍ້ ຜູ້ຮຸກຮານບຸກໂຈມຕີໃນຕອນທ້າຍສັດຕະວັດທີ 19 ຊຶ່ງພວກເຂົາບໍ່ສະເພາະແຕ່ທຳລາຍອານາຈັກພວນເທົ່ານັ້ນ ແຕ່ຍັງຊ່ວງຊິງສິ່ງທີ່ມີຄ່າທາງດ້ານວັດທະນະທຳ ແລະ ສາສະໜາໄປພ້ອມ.

| t̪|Άἁаبٳבঅ௧ంආँઁขກខᐂᚡÁḀp~ΑἀАاٲאঀ௦ఁඅऀૐกកᐁᚠ[[ຕ|áḁ]]າມຄວາມເຊື່ອຂອງປະຊາຊົນທ້ອງຖິ່ນ. ໄຫຫີນຂອງຂຸນເຈືອງ: ຕາມການບອກເລົ່າຂອງປະຊາຊົນທ້ອງຖິ່ນ ຂຸນເຈືອງໄດ້ຕີເອົາໄຊຊະນະເຈົ້າອັງຄາ ຜູ້ປົກຄອງແຂວງຊຽງຂວາງ ໃນສັດຕະວັດທີ 5 ຫຼື ທີ 6 ເພື່ອສະເຫຼີມສະຫຼອງໄຊຊະນະດັ່ງກ່າວ ຂຸນເຈືອງໄດ້ສັ່ງໃຫ້ກອງກຳລັງ ແລະ ປະຊາຊົນເຮັດໄຫຫີນຂຶ້ນມາ ເພື່ອບັນຈຸເຫຼົ້າສຳລັບ. ເຂົາເຈົ້າຍັງເຊື່ອອີກວ່າໄຫດັ່ງກ່າວເຮັດມາຈາກການປະສົມຂອງຂີ້ຊາຍ, ນ້ຳຕານ ແລະ ໜັງງົວ ແລ້ວນຳໄປອົບໃນເຕົາເຜົາຢູ່ຖ້ຳບໍລິເວນໃກ້ກັບ[[ທົ່ງໄຫຫີນ1|ທົ່ງໄຫຫີນ1]].

| ບາງຄົນມີຄວາມເຊື່ອວ່າ ຊົນເຜົ່າຂະມຸ ແມ່ນບັນພະບູລຸດຂອງໄຫຫີນ ແລະ ຍັງເຊື່ອວ່າໄຫຫີນແມ່ນຖ້ວຍຂອງຄົນແປດສອກ. ແຕ່ປະຊາຊົນທ້ອງຖິ່ນອີກກຸ່ມໜຶ່ງຊ້ຳພັດເຊື່ອວ່າ ມີວິນຍານທີ່ບໍ່ໄດ້ໄປເກີດມາວົນວຽນຢູ່ບໍລິເວນໄຫຫີນນັ້ນ.

| ຕາມການສັນນິຖານວ່າເປັນປ່າຊ້າ: ປະຊາຊົນຈຳນວນໜຶ່ງຊ້ຳພັດກໍ່ເຊື່ອວ່າ ພາຍຫຼັງຄົນຜູ້ໜຶ່ງ ໄດ້ເສຍຊີວິດລົງ ສົບຜູ້ກ່ຽວກໍ່ໄດ້ຖືກນຳໄປທົ່ງໄຫຫີນ ເພື່ອນຳໄປໃວ້ໃນໄຫຫີນ ຄອບຄົວຜູ້ເສຍຊີວິດກໍ່ຈະລໍຖ້າຈົນສົບເປື່ອຍ ແລະ ແຫ້ງຈົນເຫຼືອແຕ່ກະດູກ ແລ້ວຈຶ່ງນຳອອກໄປຝັງ. ບາງຄອບຄົວກໍ່ຝັງໃນສຸສານທີ່ເຮັດດ້ວຍເຊລາມິກ ສ່ວນອີກຈຳນວນໜຶ່ງກໍ່ຝັງແບບງ່າຍໆ ຄືຝັງກະດູກລົງໄນຂຸມຝັງສົບ.

| ການຄົ້ນຄ້ວາຂອງທ່ານ ນາງ ໂຄລານີ. ນັກທໍລະນີວິທະຍາ ແລະ ນັກບູຮານຄະດີ ຊາວຝຣັ່ງ ທ່ານ ນາງ ມາເດີແລງ ໂຄລານີ ເປັນຜູ້ນຳພາການຄົ້ນຄ້ວາດ້ານວິທະຍາສາດຄັ້ງທຳອິດ ໃນຊຸມປີ 1930. ທ່ານນາງ ໂຄລານີ ໄດ້ທຳການສຶກສາຄົ້ນຄ້ວາສິ່ງທີ່ຢູ່ພາຍໃນໄຫຫີນ ແລະ ຮ່ອງຮອຍຕ່າງໆບໍລິເວນອ້ອມແອ້ມໄຫຫີນ ລາວໄດ້ຄົ້ນພົບລູກປັດທີ່ເຮັດດ້ວຍແກ້ວ ແລະ ກະດູກຂອງມະນຸດ ນອກຈາກນີ້ລາວຍັງສຳຫຼວດຖ້ຳແຫ່ງໜຶ່ງບໍລິເວນໃກ້ຄຽງ ແລະ ພົບຫຼັກຖານບູຮານຄະດີ ທີ່ເປັນຂໍ້ມູນຊ່ວຍພິສູດສົມມຸດຖານຂອງລາວວ່າເປັນບ່ອນເຜົາສົບຄົນຕາຍ.

| ທ່ານ ນາງ ໂຄລານີ ໄດ້ຮັບຮູ້ ແລະ ລວບລວມເອົາທົ່ງໄຫຫີນ 17 ແຫ່ງ ເຂົ້າໃນການຄົ້ນຄ້ວາຂອງລາວ, ລາວຍັງໄດ້ກຳນົດວ່າທົ່ງໄຫຫີນແຫ່ງທີ່1 ແມ່ນສູນກາງແຫ່ງອະລິຍະທຳທີ່ສ້າງໄຫຫີນຂຶ້ນມາ ລາວສັນນິຖານວ່າ ປະຊາຊົນໄດ້ນຳເອົາສົບຄົນຕາຍມາເຜົາຢູ່ຖ້ຳ ທີ່ຢູ່ໃກ້ຄຽງທົ່ງໄຫຫີນແຫ່ງທີ່1 ແລະ ນຳເອົາອັດທິໄປບັນຈຸໄວ້ຢູ່ໃນ ແລະ ອ້ອມແອ້ມໄຫຫີນ.

| ນອກຈາກນີ້ ລາວຍັງຄິດວ່າ ທີ່ຕັ້ງຂອງໄຫຫີນນັ້ນ ເຊື່ອມກັບເສັ້ນທາງການຄ້າໃນສະໄໝເກົ່າ ຊຶ່ງພໍ່ຄ້າແມ່ຄ້າ ຈະນຳເອົາສິນຄ້າມາຂາຍຢູ່ພູພຽງຊຽງຂວາງ ແລະ ນຳເອົາສິນຄ້າຊະນິດອື່ນກັບໄປ.

| ການຄົ້ນຄ້ວາໃນຍຸກປະຈຸບັນ. ການຄົ້ນຄ້ວາທີ່ໄດ້ດຳເນີນໃນຊຸມປີ 1990 ໄດ້ຢັ້ງຢືນວ່າ ສິ່ງທີ່ພົບເຫັນ ແມ່ນສອດຄ່ອງກັບທິດສະດີຂອງທ່ານ ນາງ ໂຄລານີ ຄື ໄຫຫີນຖືກສ້າງຂຶ້ນມາ ເພື່ອເປັນສິ່ງບັນຈຸຊາກສົບຄົນຕາຍ, ນັກຄົ້ນຄ້ວາອີກຄົນໜຶ່ງ ກໍ່ໄດ້ພົບເຫັນຊາກກະດູກຂອງສົບທີ່ບໍ່ໄດ້ຖືກເຜົາມາກ່ອນນັ້ນ ຝັງຢູ່ອ້ອມແອ້ມໄຫຫີນ ແລະ ໄດ້ໃຫ້ທັດສະນະວ່າເປັນກະດູກຂອງຄອບຄົວຂອງຜູ້ທີ່ຖືກຝັງໄວ້ໃນໄຫ.

| ການຄົ້ນຄ້ວາໃນຊຸມປີທີ່ຜ່ານມານີ້ ໄດ້ໃຫ້ທັດສະນະວ່າ ໄຫຫີນດັ່ງກ່າວຖືກໃຊ້ເປັນສິ່ງບັນຈຸສົບຄົນຕາຍ ຈົນກ່ວາຊາກສົບນັ້ນຈະເປື່ອຍ ແລະ ແຫ້ງ, ສ່ວນກະດູກນັ້ນຈະຖືກນຳໄປຝັງຢູ່ໃກ້ກັບບໍລິເວນໄຫຫີນນັ້ນ, ສ່ວນການຄົ້ນຄ້ວາຂອງທ່ານນາງ ໂຄລານີ ກ່ຽວກັບກະດູກຂອງສົບທີ່ຖືກເຜົານັ້ນ ອາດເປັນການສັນນິຖານເຖິງການນຳໃຊ້ໄຫຫີນເປັນສ່ວນໜຶ່ງຂອງສຸສານຂອງຄົນໃນສະໃໝນັ້ນ. ໄຫຫີນບາງໜ່ວຍມີຂະໜາດ ແລະ ຊ່ອງຫວ່າງເປີດທີ່ນ້ອຍນັ້ນ ສັນນິຖານວ່າໃນຍຸກຕໍ່ມາອາດຈະຍ້ອນບໍ່ຈຳເປັນຕ້ອງບັນຈຸສົບຄົນຕາຍທັງໝົດໄວ້ໃນໄຫ ແຕ່ໃຊ້ສະເພາະບັນຈຸອັດທິຂອງຜູ້ຕາຍເທົ່ານັ້ນ.

| '''ທົ່ງໄຫຫີນ1.''' ໄຫຫີນແມ່ນເປັນຫີນແຂງເຮັດດ້ວຍຫີນຊາຍ, ທົ່ງໄຫຫີນ ຈຸດທີ່ໃຫຍ່ກວ່າໝູ່ ມີທັງໝົດ 334 ໜ່ວຍ, ມີຖ້ຳ 1 ແຫ່ງ, ມີຈ່ານຫີນເປັນແຜ່ນ 30 ແຜ່ນ ແລະ ມີຈ່ານຫີນທີ່ໃຊ້ເປັນເຄື່ອງຕັດຫີນ 122 ແຜ່ນ, ຈຸດທີ່ຕັ້ງຂອງໄຫຫີນມີ 5 ຈຸດ ເຊິ່ງທັງໝົດຕັ້ງຢູ່ໃກ້ໆກັນ ລຽງກັນໄປຕາມເປີ້ນພູ.

| '''ທົ່ງໄຫຫີນ2.''' ໄຫຫີນແຫ່ງນີ້ ຜະລິດຂຶ້ນຈາກຫີນຊາຍ ມີໄຫຫີນທັງໝົດ 93 ໜ່ວຍ, ມີຈ່ານຫີນເປັນແຜນ ຈຳນວນ 14 ແຜ່ນ, ມີກ້ອນຫີນເປັນກ້ອນ 9 ໜ່ວຍ. ຈຸດທີ່ຕັ້ງຂອງໄຫຫີນ ແມ່ນຕັ້ງຢູ່ 2 ຈຸດ ໂດຍການແບ່ງຕາມເສັ້ນທາງ ແລະ ຕົ້ນໄມ້ທີ່ສວຍງາມ, ໃນນັ້ນມີໄຫ ຫີນ ທັງໝົດ 92 ໜ່ວຍ, ມີທາດ 1 ທາດ, ຊຶ່ງຊາວບ້ານ ເວົ້າວ່າສ້າງຂຶ້ນ ໂດຍຝຣັ່ງ ແຕ່ບໍ່ມີຂໍ້ມູນຢັ້ງຢືນ.

| '''ທົ່ງໄຫຫີນ3.''' ທົ່ງໄຫຫີນແຫ່ງທີ 3 ຕັ້ງຢູ່ໂນນພູຕ່ຳ, ທາງເຂົ້າຫາທົ່ງໄຫຫີນຈາກບ່ອນຈອດລົດໄປແມ່ນໄດ້ຍ່າງຜ່ານທົ່ງນາຂອງປະຊາຊົນ. ໄຫຫີນ 3 ນີ້ ມີລັກສະນະພິເສດຄືໄຫຈະເປັນໄຫໜ່ວຍນ້ອຍສະເໝີກັນ ແລະ ມີຄວາມສວຍງາມ. ມີແຫຼ່ງຕັດຫີນຫ່າງຈາກຕົວເມືອງໂພນສະຫວັນ ປະມານ 32 ກິ ໂລແມັດ, ມີເນື້ອທີ່ທັງໝົດ 54,138.04 ຕາແມັດ, ໃນນັ້ນມີໄຫຫີນທັງໝົດ 150 ໜ່ວຍ, ມີຕົ້ນໄມ້ທີ່ສວຍງາມ.

| '''ທົ່ງໄຫຫີນຜາແກ້ວ.''' ສະຖານທີ່ແມ່ນຕັ້ງຢູ່ເນີນພູທີ່ມີປ່າໄມ້ ມີໄຫຫີນທັງໝົດເກືອບ 400 ໜ່ວຍ, ໄຫຫີນໃນຈຸດນີ້ ແມ່ນເຮັດດ້ວຍຫີນຊາຍ ມີການແກະສະຫຼັກດ້ວຍຄວາມປານີດ ແລະ ສວຍງາມ. ໄຫຫີນສ່ວນຫຼາຍແມ່ນຈະຖືກຝາປິດດ້ວຍກ້ອນຫີນ, ສ່ວນຫຼາຍແມ່ນແຕກ ແລະ ເຕັມໄປດ້ວຍບັນດາສິ້ນສ່ວນແຕກຫັກທັງຫຼາຍ.

| [[ໝວດ:ແຫຼ່ງທ່ອງທ່ຽວ]]