ແຮງງານເຄື່ອນຍ້າຍ: Difference between revisions
(ແຮງງານເຄື່ອນຍ້າຍ) |
ລ (Protected "ແຮງງານເຄື່ອນຍ້າຍ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ))) |
(ບໍ່ມີຄວາມແຕກຕ່າງ)
| |
Latest revision as of 11:27, 2 ກໍລະກົດ 2025
ການປະກອບອາຊີບໃນຂົງເຂດຂະແໜງການ ແລະ ວຽກງານຕ່າງໆ ແມ່ນມີຄວາມຈຳເປັນຫຼາຍທີ່ສຸດຕ້ອງໄດ້ໃຊ້ແຮງງານເພື່ອຊ່ວຍຄັບເຄື່ອນເຂົ້າໃນການຜະລິດ, ບໍ່ວ່າຈະເປັນວຽກງານໃດໆ ກໍຕາມຖ້າຂາດແຮງງານແມ່ນຈະເຮັດໃຫ້ລະບົບການຜະລິດມີຄວາມຊັກຊ້າ ແລະ ຢຸດສະງັກ.
ແຮງງານໜຸ່ມກໍ່ແມ່ນພາກສ່ວນໜຶ່ງທີ່ມີຄວາມສຳຄັນໃນການຜະລິດຂັບເຄື່ອນເສດຖະກິດຂອງປະເທດ, ເພາະເປັນກຳລັງແຮງງານຕົ້ນຕໍທີ່ໃຫ້ການຜະລິດ ແລະ ເປັນທີ່ຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ ຖ້າເປັນແຮງງານທີ່ມີສີມື ແລະ ມີທັກສະ ຍິ່ງໄດ້ຮັບຄວາມນິຍົມຈາກຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

ຈາກຂໍ້ມູນໃນປີ 2023 ຂອງກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ເກັບກຳ ແລະ ສັງລວມຕົວເລກ ຈາກບໍລິສັດຈັດຫາງານ ຈຳວນ 45 ບໍລິສັດ ໃນຂອບເຂດທົ່ວປະເທດ ໂດຍມີແຮງງານລາວໃນເກີນອາຍຸລະຫວ່າງ 18-35 ປີ ໄປອອກແຮງງານຢູ່ ປະເທດໄທ, ເກົາຫຼີ ແລະ ຍີ່ປຸ່ນ ລວມກັນມີທັງໝົດ 105.052 ຄົນ, ຍິງ 56.815 ຄົນ, ຫຼາຍກວ່າໝູ່ ແມ່ນດ້ານບໍລິການ, ກະສິກຳ ແລະ ອຸດສາຫະກຳ. ໃນກໍລະນີສຶກສານີ້ຈະຂໍຍິບຍົກເອົາ ແຮງງານທີ່ໄປອອກແຮງງານຢູ່ປະເທດຍີ່ປຸ່ນ (ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, 2024).