ປະຫວັດຫໍຄຳ: Difference between revisions

ຈາກ Laopedia
No edit summary
(Protected "ປະຫວັດຫໍຄຳ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 23:52, 16 ກັນຍາ 2024

ຫໍຄໍາ ແມ່ນຊື່ຂອງຫໍຜາສາດໃນພະລາດຊະວັງທີ່ພະເຈົ້າໄຊເສດຖາທິລາດ ໄດ້ນໍາພາສ້າງຂື້ນໃນໄລຍະທີ່ເມືອງວຽງຈັນ ໄດ້ຮັບການສະຖາປະນາເປັນນະຄອນ ຫຼວງຂອງລາຊະອານາຈັກລາວລ້ານຊ້າງ ປີ 1560. ຫໍຄໍາ ໄດ້ເປັນທີ່ປະທັບ ແລະ ບໍລິຫານລາດຊະການແຜ່ນດິນຂອງພະເຈົ້າໄຊເສດຖາທິລາດ ແລະ ເຈົ້າຊີວິດອົງ ຕໍ່ໆ ມາ. ຖ້າເວົ້າເຖິງອາຍຸຂອງນະຄອນຫຼວງວຽງຈັນ ທີ່ມີມານານກວ່າ 450 ປີ, ຫໍຄໍາ ກໍ່ ມີອາຍຸໄລ່ເລັ່ຍກັນມາ ແລະ ໄດ້ຖືກເພີ່ມເຕີມສິລະປະອັນງົດງາມຂື້ນເລື້ອຍໆຈົນເຖິງ ສະໄໝເຈົ້າສຸລິຍະວົງສາ ທຳມິກະລາດ (1637-1694). ຕາມບັນທຶກທາງ ປະຫວັດສາດຂອງຊາດລາວ, ຫໍຄໍາ ໄດ້ມີຄວາມສະຫງ່າອົງອາດ ທາງດ້ານສະຖາ ປັດຕະຍາກຳ ແລະ ສິນລະປະກຳ, ໄດ້ມີການປະດັບເອ້ຍ້ອງດ້ວຍວັດຖຸມີຄ່າ ເປັນຕົ້ນ ແມ່ນຍອດຕໍ່ຟ້າສີຄໍາທີ່ສະທ້ອນແສງເຫຼືອງເຫຼື້ອມນັ້ນ ເປັນການບົ່ງບອກເຖິງຄວາມ ສີວິໄລຂອງໝົດສັງຄົມລາວ ທີ່ມີວັດທະນະທຳອັນອຸດົມຮັ່ງມີ ແລະ ຄວາມມີ ເອກະລັກຂອງສະໄໝລາວບູຮານ.

ບໍ່ພຽງແຕ່ພື້ນຖານທາງປະຫວັດສາດຂອງຊາດລາວ ທີ່ມີກ່ຽວກັບຫໍຄໍາ ຫຼື ພະລາດຊະວັງໃນເມື່ອກ່ອນເທົ່ານັ້ນໄດ້ຢັ້ງຢືນໄວ້, ແຕ່ຍັງມີບົດບັນທຶກທີ່ຂຽນໂດຍ ຊາວຕາເວັນຕົກ ເປັນຕົ້ນແມ່ນ ທ່ານ ວັນວຸດສະຕົບ ຊາວໂຮນລັງ ແລະ ຄຸນພໍ່ມາຣີ ນີ ກັບ ຄຸນພໍ່ ເລຣີອາ ເຊິ່ງໄດ້ມາພົບເຫັນ ແລະ ຢ້ຽມຢາມສໍາພັດດ້ວຍຕົນເອງ. ໃນ ປີ 1641, ເມື່ອທ່ານ ວັນວຸດສະຕົບ ໄດ້ມາເຖິງວຽງຈັນກໍ່ໄດ້ຍົກຍ້ອງວ່າ ພຸດທະ ສາດສະໜາຈະເລີນຮຸ່ງເຮືອງຫຼາຍ, ພະສົງໃນນະຄອນຫຼວງວຽງຈັນມີຫຼາຍ ກວ່າ ທະຫານໃນກອງທັບຂອງພະເຈົ້າແຜ່ນດິນເຢຍລະມັນອີກຊໍ້າ ແລະ ມີວັດວາອາຣາມ ໃຫ່ຍໆ ແລະ ງົດງາມກວ່າປະເທດອື່ນໆ, ສ່ວນຄຸນພໍ່ມາຣີນີ ແລະ ເລຣີອາ ຊາວອີຕາ ລີ ຜູ້ທີ່ໄດ້ເຂົ້າມານະຄອນຫຼວງວຽງຈັນ ໃນປີ 1642 ແລະ ໄດ້ຢູ່ເຖິງ 4 ປີນັ້ນໄດ້ຂຽນໄວ້ວ່າ: “ເມືອງທີ່ພະເຈົ້າແຜ່ນດິນປະທັບຢູ່ເປັນປົກກະຕິ ທີ່ຕັ້ງຢູ່ກາງລາດຊະ ອານາຈັກ, ພະນະຄອນຮຽກວ່າ ວຽງຈັນ. ພະລາດຊະວັງມີໂຄງສ້າງທີ່ສົມສ່ວນກົມ ກືນ ແລະ ສະຫງ່າງາມ ເມື່ອແນມແຕ່ໄກ ກໍເຫັນເປັນຍອດໆ, ເບື້ອງໜຶ່ງມີກຳແພງ ອ້ອມສູງ ແລະ ມີຄອງນໍ້າກວ້າງເລິກ, ອີກດ້ານໜຶ່ງມີນໍ້າຂອງຂັ້ນຢູ່ ອັນເປັນກຳແພງ ປ້ອງກັນສັດຕູໄດ້ເປັນຢ່າງດີ. ຕາມຄວາມຈິງແລ້ວ ພະລາດຊະວັງນີ້ ແມ່ນເຫັນວ່າ ກວ້າງໃຫ່ຍທີ່ສຸດ ພາໃຫ້ເຂົ້າໃຈວ່າເປັນເມືອງໃຫ່ຍແຫ່ງໜຶ່ງ ທີ່ມີຜູ້ຄົນຢູ່ເປັນຈໍາ ນວນຫຼວງຫຼາຍ. ຫໍໂຮງຂອງພະເຈົ້າແຜ່ນດິນປະທັບຢູ່ນັ້ນ ມີປະຕູ ໂຂງຄວັດເປັນ ລວດລາຍງາມທີ່ສຸດ. ນອກນັ້ນ ກໍມີຫຼາຍຫ້ອງອີກງົດງາມເກືອບເທົ່າໆກັນ ແລະ ຍັງ ມີຫ້ອງໜຶ່ງທີ່ກວ້າງໃຫ່ຍຫຼາຍ ຊຶ່ງນໍາໃຊ້ເປັນຫ້ອງຮັບແຂກບ້ານແຂກເມືອງ, ໄມ້ຊຶ່ງໃຊ້ປູກ ຫໍໂຮງ ນີ້ເປັນໄມ້ເນື້ອແຂງຄວັດເປັນລວດລາຍ ທັງພາຍນອກ ແລະ ພາຍໃນ ຢ່າງງົດງາມທີ່ສຸດ ທັງຟອກດ້ວຍຄໍາປິວໄປໝົດ ອັນພາໃຫ້ຮູ້ສຶກວ່າ ແມ່ນເອົາຄໍາ ແທ້ໆມາປະດັບໃສ່. ເດີ່ນຂອງພະລາດຊະວັງນັ້ນກວ້າງຂວາງ ມີເຮືອນປຸກລຽນກັນ ເປັນແຖວ ກໍ່ດ້ວຍດິນຈີ່ ແລະ ມຸງດ້ວຍດິນຂໍ ສ້າງໄວ້ສໍາລັບຄົນຮັບໃຊ້ ແລະ ຂຸນ ນາງຜູ້ໃຫ່ຍ. ຖ້າຈະບັນລະຍາຍຢ່າງລະອຽດ ເຖິງຄວາມອຸດົມຮັ່ງມີຂອງ ຫໍໂຮງ, ສວນສາດອຸທະຍານ ແລະ ສິ່ງອື່ນໆ ໃນພະລາດຊະວັງແຫ່ງນີ້ແລ້ວ, ຂ້າພະເຈົ້າຄົງຈະ ຂຽນເປັນປື້ມເຫຼັ້ມໜຶ່ງຕ່າງຫາກ”.

ຜ່ານໄລຍະເວລາ 450 ກວ່າປີມານັ້ນ, ຫໍຄໍາ ລວມທັງຫໍໂຮງຕ່າງໆໃນພະລາດຊະວັງແຫ່ງນະຄອນຫຼວງວຽງຈັນ ທີ່ສີວິໄລງົດງາມ, ໂດດເດັ່ນ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມທີ່ໄດ້ຮັບການພັດທະນາຂື້ນຕື່ມໃນສະໄໝ ເຈົ້າສຸລິຍະວົງສາ ຊຶ່ງເປັນມະຫາກະສັດຜູ້ຍິ່ງໃຫ່ຍ ແລະ ມີຊື່ສຽງຂອງລາວລ້ານຊ້າງໃນທ້າຍສັດຕະວັດທີ XVII ນັ້ນ, ບໍ່ມີສິ່ງເສດເຫຼືອຫຍັງຈະໃຫ້ເຫັນອີກແລ້ວ ຍ້ອນຖືກທໍາລາຍ ແລະ ເຜົ່າຜານຈົນຮາບກ້ຽງເຖິງສອງຄັ້ງໂດຍສັກດີນາສະຫຍາມ ໃນປີ 1780 ແລະ ປີ 1828. ຈາກນັ້ນມາ ຫໍຄໍາ, ພະລາດຊະວັງ ແລະ ນະຄອນຫຼວງວຽງຈັນ ກໍ່ໄດ້ກາຍເປັນເມືອງຮ້າງ, ປະເປັນປ່າຊ້າງດົງເສືອເຖິງ 37 ປີ. ຕໍ່ມາອີກ ຈົນເຖິງການເຂົ້າມາຄອບຄອງຂອງພວກລ່າເມືອງຂື້ນຂອງຝຣັ່ງເສດ ເຊິ່ງໄດ້ຕໍ່ລອງກັນ ດ້ວຍການເຮັດສັນຍາແບ່ງ ດິນແດນອານາຈັກລາວລ້ານຊ້າງ ລະຫວ່າງ ຝຣັ່ງເສດ ແລະ ສະຫຍາມ ໂດຍທີ່ຝຣັ່ງ ເສດ ໄດ້ຍຶດເອົາເບື້ອງຝັ່ງຊ້າຍຂອງແມ່ນໍ້າຂອງ ແລະ ຍົກດິນແດນຝັ່ງຂວາແມ່ນໍ້າຂອງ ທີ່ກວມເອົາເຖິງດົງພະຍາໄຟໃຫ້ແກ່ສະຫຍາມ ນັບແຕ່ປີ 1893 ເປັນຕົ້ນມາ. ຊື່ຂອງ ຫໍຄໍາ, ຫໍໂຮງອື່ນໆ ກໍຄືພະລາດຊະວັງ ຍັງຄົງເຫຼືອແຕ່ຮ່ອງຮອຍທາງ ປະຫວັດສາດ, ສ່ວນວັດວາອາຣາມທີ່ຢູ່ອ້ອມແອ້ມຍັງຄົງເຫຼືອແຕ່ຊາກເພພັງ ແລະ ກໍ່ ໄດ້ຮັບການບູລະນະຄືນເປັນແຕ່ລະໄລຍະ ຕາມຮູບແບບທີ່ຄ້າຍຄຽງກັນ ສົມມຸດຖານຂອງນັກປົວແປງເທົ່ານັ້ນ