ວັນແພດລາວ: Difference between revisions

ຈາກ Laopedia
(ໜ້າໃໝ່: ວັນແພດລາວ ແມ່ນວັນທີ 18 ມິຖຸນາ ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດ ຕ້ານພວກລ່າ ເມືອງຂຶ້ນແບບໃໝ່ ແພດໝໍໄລຍະນັ້ນ ແມ່ນນອນຢູ່ໃນການ ຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ໃນການຮັກສາ ແລະ ປິ່ນ...)
 
(Protected "ວັນແພດລາວ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 22:51, 16 ມີຖຸນາ 2024

ວັນແພດລາວ ແມ່ນວັນທີ 18 ມິຖຸນາ

ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດ ຕ້ານພວກລ່າ ເມືອງຂຶ້ນແບບໃໝ່ ແພດໝໍໄລຍະນັ້ນ ແມ່ນນອນຢູ່ໃນການ ຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ໃນການຮັກສາ ແລະ ປິ່ນປົວພະຍາດ ແລະ ບາດແຜ່ສົງຄາມ ໃຫ້ແກ່ພະນັກງານນັກຮົບ ແລະ ປະຊາຊົນ. ຕໍ່ມາສູນກາງພັກ ໄດ້ມີນະໂຍບາຍ “ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ” ວັນທີ 18 ມິຖຸນາ 1965 ສູນກາງພັກ ແລະ ແນວລາວຮັກຊາດ ຈຶ່ງໄດ້ຕົກລົງແຍກຂະແໜງ ການສາທາລະນະສຸກ ອອກເປັນສອງການຈັດຕັ້ງ ຄື: ເສນາຮັກເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກສູນກາງ ເພື່ອຮັບໃຊ້ພົນລະເຮືອນ.

ກະຊວງ ສາທາລະນະສຸກ ໄດ້ສະເໜີລັດຖະບານ ແລະ ສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ຮັບການເຫັນດີໃຫ້ບັນຈຸເຂົ້າ ໃນກົດໝາຍປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ໄດ້ກໍານົດເອົາວັນທີ 18 ມິຖຸນາ ເປັນວັນແພດລາວ.

ແຫຼ່ງທີ່ມາ: https://kpl.gov.la/detail.aspx?id=60204