ເມືອງກາສີ: Difference between revisions

ຈາກ Laopedia
No edit summary
No edit summary
 
ແຖວ 1: ແຖວ 1:

ເມືອງກາສີ: ເປັນເມືອງເກົ່າແກ່ເຫີງນານມາແຕ່ດຶກດຳບັນ ເຊິ່ງມັນພົວພັນເຖິງປະຫວັດສາດ, ປະຊາຊາດສາມັກຄີ ມີພື້ນທີ່ສີຂຽວ, ທ່ອງທ່ຽວປອດໄພ ຍອດລີກໃສ, ນໍ້າໃຈກ້ວາງຂວາງ ແລະ ພ້ອມ ກັນນັ້ນຍັງມີຄົນເລົ່າຂານກັນວ່າ: ເປັນເມືອງພົວພັນເຖິງນິທານພື້ນເມືອງລາວ “ ເລື່ອງຂຸນລູ, ຂຸນລາງ ແລະ ນາງອົ້ວ ” ເຊິ່ງເປັນນິທານອັນເກົ່າແກ່ຂອງລາວເຮົານິທານໜຶ່ງ, ໂດຍມີຮ່ອງຮອຍພົວພັນປະຫວັດ ສາດ, ວັດຖຸເກົ່າແກ່ ແລະ ແມ່ນໍ້າລໍາເຊປະໄວ້ຫຼາຍບ່ອນເຊັ່ນ: ເມືອງປອງ, ເມືອງເຄິ່ງ, ນະຄອນກາຍ, ບ້ານນາມອນ ແລະ ຜາຄອນ, ຜາໂກຍ, ຜາເຈົ້າ, ນໍ້າລີກ, ນໍ້າຄັດ, ຫ້ວຍເຂົາຄວາຍ, ນໍ້າແຄງ, ນໍ້າກາຍ ແລະ ອື່ນໆ, ສະຖານທີ່ດັ່ງກ່າວເຖິງຈະມີປ່າໄມ້ປົກຫຸ້ມ, ພູຜາ, ຫ້ວຍຮ່ອງເປັນບ້ານນ້ອຍ, ບ້ານໃຫຍ່ໄປແລ້ວກໍ່ຕາມແຕ່ກໍຍັງມີຮ່ອງຮອຍປະຫວັດສາດປະໄວ້ໃຫ້ເຫັນເຖິງປະຈຸບັນເຊັ່ນ: ນໍ້າສ້າງເລິກກໍ່ດ້ວຍດິນຈີ່ກ້ອນໃຫຍ່ບ້ານໂພນສະຫວາດ, ສິມສັກສິດຢູ່ປາກນໍ້າຫາດບ້ານໂພນທ່ຽງ, ຮອຍຂຸນຄອງອ້ອມຕີນພູວຽງ ບ້ານນາມົນ, ເຂົາຄວາຍກາຍເປັນຫີນ ຢູ່ຫ້ວຍເຂົາຄວາຍ, ຖໍ້າຂຸນລາງ, ຖໍ້ານາງນອນ ແລະ ບ່ອນສັກສິດອີກຫຼາຍແຫ່ງ.
ເມືອງກາສີ: ເປັນເມືອງເກົ່າແກ່ເຫີງນານມາແຕ່ດຶກດຳບັນ ເຊິ່ງມັນພົວພັນເຖິງປະຫວັດສາດ, ປະຊາຊາດສາມັກຄີ ມີພື້ນທີ່ສີຂຽວ, ທ່ອງທ່ຽວປອດໄພ ຍອດລີກໃສ, ນໍ້າໃຈກ້ວາງຂວາງ

ເມືອງກາສີນອກຈາກມີປະຫວັດທີ່ຕິດພັນກັບນິທານ “ ເລື່ອງຂຸນລູ, ຂຸນລາງ ແລະ ນາງອົ້ວ ” ລາຊິນີແຫ່ງຄວາມງາມທັງມີຈິດໃຈຂາວສະອາດຊື່ສັດບໍລິສຸດ, ມີມາລະຍາດຄ່ຽມຄົມຮຽບຮ້ອຍຕໍ່ ຄວາມຫວັງຄວາມປາດຖຸະໜາທຸກປະການ, ພ້ອມນັ້ນກໍ່ຍັງພົວພັນເຖິງປະຫວັດສາດ, ພົງສາວະດານ ລາວ, ໃນສະໄໝລາຊະອານາຈັກລ້ານຊ້າງແບ່ງອອກເປັນ 3 ເອກະລາດເຊັ່ນ: ອານາຈັກລ້ານຊ້າງຫຼວງ ພະບາງ, ອານາຈັກລ້ານຊ້າງວຽງຈັນ ແລະ ອານາຈັກລ້ານຊ້າງຈໍາປາສັກ, ເຊິ່ງມີຕອນໜຶ່ງພົງສາວະດານ ໄດ້ກ່າວໄວ້ວ່າ: ກອງທັບເຈົ້າກິ່ງກິດສະຣາດ ແລະ ເຈົ້າອິນທະໂສມໄດ້ຕີກອງທັບເຈົ້າອົງເວ້ແຕກຢູ່ເມືອງ ກາສີ ນັ້ນສະແດງວ່າເມືອງກາສີໄດ້ຕັ້ງຂຶ້ນກ່ອນລາຊະການຂອງເຈົ້າໄຊອົງເວ້.
ມີຄົນເລົ່າຂານກັນວ່າ: ເປັນເມືອງພົວພັນເຖິງນິທານພື້ນເມືອງລາວ “ ເລື່ອງຂຸນລູ, ຂຸນລາງ ແລະ ນາງອົ້ວ” ເຊິ່ງເປັນນິທານອັນເກົ່າແກ່ຂອງລາວເຮົານິທານໜຶ່ງ, ໂດຍມີຮ່ອງຮອຍພົວພັນປະຫວັດ ສາດ, ວັດຖຸເກົ່າແກ່ ແລະ ແມ່ນໍ້າລໍາເຊປະໄວ້ຫຼາຍບ່ອນເຊັ່ນ: ເມືອງປອງ, ເມືອງເຄິ່ງ, ນະຄອນກາຍ, ບ້ານນາມອນ ແລະ ຜາຄອນ, ຜາໂກຍ, ຜາເຈົ້າ, ນໍ້າລີກ, ນໍ້າຄັດ, ຫ້ວຍເຂົາຄວາຍ, ນໍ້າແຄງ, ນໍ້າກາຍ ແລະ ອື່ນໆ, ສະຖານທີ່ດັ່ງກ່າວເຖິງຈະມີປ່າໄມ້ປົກຫຸ້ມ, ພູຜາ, ຫ້ວຍຮ່ອງເປັນບ້ານນ້ອຍ, ບ້ານໃຫຍ່ໄປແລ້ວກໍ່ຕາມແຕ່ກໍຍັງມີຮ່ອງຮອຍປະຫວັດສາດປະໄວ້ໃຫ້ເຫັນເຖິງປະຈຸບັນເຊັ່ນ: ນໍ້າສ້າງເລິກກໍ່ດ້ວຍດິນຈີ່ກ້ອນໃຫຍ່ບ້ານໂພນສະຫວາດ, ສິມສັກສິດຢູ່ປາກນໍ້າຫາດບ້ານໂພນທ່ຽງ, ຮອຍຂຸນຄອງອ້ອມຕີນພູວຽງ ບ້ານນາມົນ, ເຂົາຄວາຍກາຍເປັນຫີນ ຢູ່ຫ້ວຍເຂົາຄວາຍ, ຖໍ້າຂຸນລາງ, ຖໍ້ານາງນອນ ແລະ ບ່ອນສັກສິດອີກຫຼາຍແຫ່ງ.
 
ເມືອງກາສີນອກຈາກມີປະຫວັດທີ່ຕິດພັນກັບນິທານ “ເລື່ອງຂຸນລູ, ຂຸນລາງ ແລະ ນາງອົ້ວ” ລາຊິນີແຫ່ງຄວາມງາມທັງມີຈິດໃຈຂາວສະອາດຊື່ສັດບໍລິສຸດ, ມີມາລະຍາດຄ່ຽມຄົມຮຽບຮ້ອຍຕໍ່ ຄວາມຫວັງຄວາມປາດຖຸະໜາທຸກປະການ, ພ້ອມນັ້ນກໍ່ຍັງພົວພັນເຖິງປະຫວັດສາດ, ພົງສາວະດານ ລາວ, ໃນສະໄໝລາຊະອານາຈັກລ້ານຊ້າງແບ່ງອອກເປັນ 3 ເອກະລາດເຊັ່ນ: ອານາຈັກລ້ານຊ້າງຫຼວງພະບາງ, ອານາຈັກລ້ານຊ້າງວຽງຈັນ ແລະ ອານາຈັກລ້ານຊ້າງຈໍາປາສັກ, ເຊິ່ງມີຕອນໜຶ່ງພົງສາວະດານ ໄດ້ກ່າວໄວ້ວ່າ: ກອງທັບເຈົ້າກິ່ງກິດສະຣາດ ແລະ ເຈົ້າອິນທະໂສມໄດ້ຕີກອງທັບເຈົ້າອົງເວ້ແຕກຢູ່ເມືອງ ກາສີ ນັ້ນສະແດງວ່າເມືອງກາສີໄດ້ຕັ້ງຂຶ້ນກ່ອນລາຊະການຂອງເຈົ້າໄຊອົງເວ້.

ປະຊາຊົນອາໄສຢູ່ເມືອງກາສີນີ້ກ່ອນໝູ່ໝົດແມ່ນອົບພະຍົບມາແຕ່ຈັງຫວັດຊຽງໄໝ່ ແລະ ແຕ່ລະແຂວງພາກເໜືອຂອງລາວມາຕັ້ງຖິ່ນຖານຢູ່ບ້ານ ນາຂິງຊົນເຜົ່າກຶມມຸ, ຊົນເຜົ່າລາວລຸ່ມ ຢູ່ບ້ານ ຫ້ວຍພວນ, ບ້ານໂພນ ແລະ ບ້ານລຸ່ມ ເຊິ່ງລວມທັງ 3 ບ້ານນີ້ເອີ້ນວ່າບ້ານນາແທ່ນໃນປະຈຸບັນ, ພ້ອມ ນັ້ນກໍ່ຍັງມີບ້ານນາຊ້າງ, ບ້ານໄຮ່ຍ່ອງ, ບ້ານນາຫົງ, ບ້ານໄຮ່, ບ້ານນາສະຂາວ, ບ້ານນາມີ່, ບ້ານນາຂົມ, ບ້ານເມືອງປອງ, ບ້ານນາໂຫ້ງ, ບ້ານບວກຖໍ້າແກ້ວ, ບ້ານນາມົນ, ບ້ານເມືອງເຄິ່ງ, ບ້ານນາມອນ, ບ້ານຈຽງ ແລະ ບ້ານປຸ່ງຫຼັກ, ຫຼັງຈາກນັ້ນກໍ່ຍັງມີປະຊາຊົນອົບພະຍົບມາຈາກຖິ່ນອື່ນໆມາຢູ່ຫຼາຍຂຶ້ນ ເຊັ່ນ: ມາຈາກຊໍາເໜືອ, ເມືອງແອດ, ຊຽງຄໍ້, ຊຽງຊື່, ຊຽງລວງ ແລະ ບ້ານບານເມືອງຄຳ, ໃນເມື່ອພົນລະເມືອງມາຢູ່ເຕົ້າໂຮມກັນຫຼາຍຂຶ້ນຈຶ່ງປ່ຽນຊື່ນະຄອນກາຍມາເປັນເມືອງກາສີໃນປະຈຸບັນ, ເມື່ອກ່ອນເມືອງກາສີຂຶ້ນກັບແຂວງຫຼວງພະບາງເຊິ່ງມີເຂດປົກຄອງທິດຕາເວັນຕົກກວມຮອດແມ່ນໍ້າ ຂອງເປັນຫົວເມືອງຂຶ້ນຝຣັ່ງ ແລະ ອາເມລິກາ.

Latest revision as of 07:42, 27 ພຶດສະພາ 2024

ໃນສະໄໝພວກລ່າເມືອງຂຶ້ນຝຣັ່ງອາເມລິກາເຂົ້າມາປົກຄອງລາວນັ້ນ ເມືອງກາສີໄດ້ຮັບ ການປົກຄອງຈາກຄົນລາວທີ່ເປັນລູກຈ້າງຂອງພວກຈັກກະພັດຕ່າງດ້າວຍາມໃດກໍ່ມີການບັງຄັບກົດຂີ່ ຂູດຮີດຂົ່ມເຫງ ຊື້ຈ້າງຈອບອອຍແຕ່ງຕັ້ງນາມມະຍົດໃຫ້ຄົນລາວປົກຄອງເມືອງກາສີເຊັ້ນ:

   -  ໃນປີ 1917 – 1922 ໄດ້ແຕ່ງຕັ້ງ ເພຍໝື່ນຊ້າມາປົກຄອງເມືອງກາສີ.

   -  ໃນປີ 1922 – 1926 ໄດ້ແຕ່ງຕັ້ງ ສາທຸສຸດ ມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1926 – 1930 ໄດ້ແຕ່ງຕັ້ງ ສາທຸລັງສີ ມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1930 – 1934 ໄດ້ແຕ່ງຕັ້ງ ພະຍານາເໜືອ ມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1934 – 1937 ໄດ້ແຕ່ງຕັ້ງ ເພຍຄຳມ້າວມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1937 – 1941 ໄດ້ແຕ່ງຕັ້ງ ສາທຸກິນນະວົງມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1941 – 1945 ໄດ້ແຕ່ງຕັ້ງ ເພຍຄຳວ້ວນມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1945 – 1950 ໄດ້ແຕ່ງຕັ້ງ ເພຍຄຳສຸກ ມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1950 – 1957 ໄດ້ແຕ່ງຕັ້ງ ເຈົ້າເມືອງແພງມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1957 – 1960 ໄດ້ແຕ່ງຕັ້ງ ເຈົ້າເມືອງໄຊຍະສານມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1960 – 1963 ໄດ້ແຕ່ງຕັ້ງເຈົ້າເມືອງສີພັນມາເປັນຜູ້ປົກຄອງເມືອງກາສີ.

   -  ໃນປີ 1963 – 1975 ໄດ້ແຕ່ງຕັ້ງເຈົ້າເມືອງທ້າວໜຽວມາເປັນຜູ້ປົກຄອງເມືອງກາສີ.

    ຈົນເຖິງປະເທດຊາດໄດ້ຮັບການປົດປ່ອຍ.

ໃນໄລຍະເຮັດການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ເມືອງກາສີກໍ່ຍັງເປັນພື້ນຖານເພື່ອການເຄື່ອນໄຫວເຮັດການປະຕິວັດຕ້ານກັບພວກຈັກກະພັດລ່າເມືອງຂື້ນຂອງຝຣັ່ງ ແລະ ອາເມລິກາ, ບັນດາຜູ້ນໍາໂຕນອອກຈາກຄຸກວຽງຈັນກໍ່ໄດ້ມາພັກພາອາໄສຢູ່ກັບປະຊາຊົນບ້ານບວກຖໍ້າແກ້ວ, ແຕ່ຍ້ອນຄວາມບໍ່ປອດໄພເພາະເມືອງກາສີຍັງເປັນເຂດຍາດແຍ່ງຂອງຝ່າຍວຽງຈັນ, ສະນັ້ນບັນດາທ່ານຜູ້ນໍາ ຈຶ່ງເຄື່ອນຍ້າຍໄປຫາເຂດທີ່ໝັ້ນທີ່ຊໍາເໜືອ, ເມືອງກາສີເປັນເມືອງຊາຍແດນ ແລະ ເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ສະນັ້ນແລ້ວການດໍາລົງຊີວິດຂອງປະຊາຊົນພາຍໃນເມືອງຈຶ່ງປະສົບເຄາະຮ້າຍຕະຫຼອດມາ. ການສ້າງສາພັດທະນາຖືກຈໍາກັດໂດຍບໍ່ມີຄວາມອຸ່ນອຽນທຸ່ນທ່ຽງໃນການສ້າງພື້ນຖານໂຄງລ່າງຂອງເມືອງ.

ພາຍຫຼັງປະເທດໄດ້ຮັບການປົດປ່ອຍເມືອງກາສີຈຶ່ງໄດ້ຕົກຢູ່ໃນການຄອບຄອງຂອງການນໍາປະຕິວັດໂດຍແມ່ນການປົກຄອງຂອງລະບອບປະຊາທິປະໄຕ ປະຊາຊົນລາວ ໂດຍມີພະນັກງານການນໍາ, ພະນັກງານຫຼັກແຫຼ່ງ, ປະຕິວັດຊີ້ນໍາໆພາປະຊາຊົນໃນການສ້າງພື້ນຖານໂຄງລ່າງ ແລະ ເສດຖະກິດໃຫ້ມີທ່າຂະຫຍາຍຕົວກ້າວຂຶ້ນ.

ນັບແຕ່ປີ 1975 – 1980 ມີພະນັກງານຊີ້ນໍາໆພາດັ່ງນີ້:

    1)       ທ່ານ ບຸນລິນ ອິນທະລາດ.

    2)       ທ່ານ ທອງດຳ ມະນີວັນ.

    3)       ທ່ານ ອິນແປງ.

    4)       ທ່ານ ສະໄໝ.

    5)       ທ່ານ ລິນທອງ.

    6)       ທ່ານ ບົວລອຍ.

ນັບແຕ່ປີ 1980 ທາງສູນກາງພັກໄດ້ລົງມາບົ່ງຕົວ ທ່ານ ສົມພົງ ໂສລັດຕະນະວົງ ມາເປັນເລຂາ ພັກເມືອງ, ທ່ານ ຄຳມ່ວນ ເປັນຮອງເຈົ້າເມືອງ ແລະ ທ່ານ ບຸນເຮືອງ ເປັນຮອງເລຂາພັກເມືອງ ( ຈົນຮອດປີ 1983 ) ໃນປີ 1983 – 1991 ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງກາສີ ຄັ້ງທີ I ໄດ້ຈັດ ຂື້ນ ແລະ ໄດ້ຕົກລົງໃຫ້ ທ່ານ ສົມພົງ ໂສລັດຕະນະວົງ ເປັນເລຂາພັກເມືອງທັງເປັນເຈົ້າເມືອງກາສີ.

  - ໃນປີ 1991 – 1993 ຫຼັງຈາກ ທ່ານ ສົມພົງເຂົ້າກິນເບ້ຍບໍານານທາງຂັ້ນເທິງໄດ້ບົ່ງຕົວແຕ່ງຕັ້ງໃຫ້ ທ່ານ ທອງໃສ ທຳມະວົງ ເປັນເຈົ້າເມືອງກາສີ.

  - ໃນປີ 1993 ໄດ້ເປີດກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງກາສີ ຄັ້ງທີ II ໄດ້ຕົກລົງໃຫ້ ທ່ານ ທອງໃສ ທຳມະວົງ ເປັນເລຂາພັກເມືອງ ທັງເປັນເຈົ້າເມືອງໆກາສີ, ທ່ານ ຄຳພາ ຈັນທະມຸງຄຸນເປັນຮອງເລຂາພັກເມືອງ ແລະ ທ່ານ ເພັດທອງ ເປັນຮອງເຈົ້າເມືອງໆກາສີ ( ຈົນເຖິງປີ 1997 ) .

  - ໃນປີ 1997 ໄດ້ເປີດກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງກາສີ ຄັ້ງທີ III ແລະ ກອງປະຊຸມຄັ້ງປະຖົມມະລຶກ, ໄດ້ຕົກລົງໃຫ້ ທ່ານ ຄຳພາ ຈັນທະມຸງຄຸນ ເປັນເລຂາພັກເມືອງ ທັງເປັນ ເຈົ້າເມືອງໆກາສີ, ທ່ານ ບຸນເຮືອງ ເປັນຮອງເລຂາພັກເມືອງ ແລະ ທ່ານ ບຸນທັນ ພິລາບົວພັນ ເປັນຮອງ ເຈົ້າເມືອງ.

  - ໃນປີ 2003 ທາງຂັ້ນເທິງໄດ້ຕົກລົງບົ່ງຕົວ ແຕ່ງຕັ້ງໃຫ້ ທ່ານ ສຸລິສັກ ອາສາກິດຕິກຸນ ເປັນເຈົ້າ ເມືອງໆກາສີ.

  - ໃນປີ 2004 ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງກາສີ ຄັ້ງທີ IV ໄດ້ໄຂຂື້ນ ແລະ ກອງ ປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງໃຫ້ ທ່ານ ສຸລິສັກ ອາສາກິດຕິກຸນ ເປັນເລຂາພັກເມືອງ ທັງເປັນເຈົ້າ ເມືອງໆກາສີ.

  - ໃນປີ 2009 ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງກາສີ ຄັ້ງທີ V ໄດ້ໄຂຂຶ້ນ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງໃຫ້ ທ່ານ ບຸນສອນ ເພັດລາວັນ ເປັນເລຂາພັກເມືອງ ທັງເປັນເຈົ້າເມືອງໆກາສີ.

  - ໃນປີ 2014 ຂັ້ນເທິງໄດ້ບົ່ງຕົວແຕ່ງຕັ້ງ ທ່ານ ຄຳສົດ ເພັດລາວັນ ເປັນເລຂາພັກເມືອງ ທັງເປັນເຈົ້າເມືອງໆກາສີ.

  - ໃນປີ 2015 ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງກາສີ ຄັ້ງທີ VI ໄດ້ຄັດເລືອກເອົາ ທ່ານ ຄຳສົດ ເພັດລາວັນ ເປັນເລຂາພັກເມືອງເຈົ້າເມືອງໆກາສີເຖິງປະຈຸບັນ