ສວນອຸທິຍານຫີນຕັ້ງ: Difference between revisions

ຈາກ Laopedia
(Protected "ສວນອຸທິຍານຫີນຕັ້ງ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
No edit summary
 
ແຖວ 3: ແຖວ 3:
ໃນປີ 1931 ມີນັກຄົ້ນຄວ້າຊາວຝຣັ່ງເສດ ຊື່ວ່າ:​ ນາງ ມາເດີແລນ ໂກລານີ ຊຶ່ງສັງກັດສະຖາບັນຝຣັ່ງເສດ ແຫ່ງພາກຕາເວັນອອກໄກ ເດີນທາງມາທຳການສຳຫຼວດ ແລະ ຂຸດຄົ້ນບູຮານນະຄະດີ ຢູ່ບໍລິເວນຫີນຕັ້ງແຫ່ງນີ້, ມີການຄົ້ນພົບວັດຖຸຫຼັກຖານທາງ ບູຮານນະຄະດີຈຳນວນໜຶ່ງ, ໃນນັ້ນມີໂຖໃສ່ກະດູກ ເຮັດດ້ວຍດິນເຜົາແບບເນື້ອຫຍາບ ເຊິ່ງດ້ານໃນ ມີເຄື່ອງຫີນຈຳນວນໜຶ່ງທີກ່ຽວພັນກັບພິທີຝັງສົບ, ມີເຄື່ອງປະດັບເຮັດດ້ວຍດິນເຜົາ ແລະ ກ້ອງແຂນທອງ. ຈົນເທົ່າທຸກວັນນີ້ ຫີນຕັ້ງຫົວພັນ ຍັງຄົງເຊື່ອງຊ້ອນຄວາມລຶກລັບ, ປິດສະໜາໄວ້ ໃຫ້ນັກຄົ້ນຄວ້າລຸ້ນຫຼັງ ໄດ້ຄົ້ນຄວ້າສືບຕໍ່ໄປ. ການເຂົ້າເຖິງແມ່ນ ມີທາງລົດເຂົ້າເຖິງ ແຕ່ຍັງບໍ່ທັນມີແຜນພັດທະນາ.

ແຫຼ່ງທີ່ມາ: https://houaphanh.gov.la
ແຫຼ່ງທີ່ມາ: https://houaphanh.gov.la
[[ໝວດ:ການທ່ອງທ່ຽວ]]

Latest revision as of 00:42, 28 ເມສາ 2024

ຕັ້ງຫ່າງຈາກເທດສະບານແຂວງ 64 ກິໂລແມັດ ແລະ ຈາກເສັ້ນທາງເລກ 6 ເຂົ້າໄປ 5.70 ກິໂລແມັດ ນັບເປັນເວລາຊ້ານານກວ່າ 1500 ປີ ຜ່ານມາແລ້ວ, ຢູ່ເທິງສັນພູສູງ ທີ່ປົກຄຸ້ມໄປດ້ວຍປ່າໄມ້ອັນອຸດົມສົມບູນ ຂອງແຂວງຫົວພັັນນີ້ ຍັງມີມະນຸດກຸ່ມໜຶ່ງ ເຊິ່ງບໍ່ຮູ້ກົກເຄົ້າຕົ້ນກຳເນີດ ແນ່ຊັດວ່າ ດັ່ງເດີມເປັນຊົນເຜົ່າໃດ ປະຮ່ອງຮ່ອຍຫີນຕັ້ງ ຈຳນວນຫຼາຍຮ້ອຍອັນ ຢັ່ງຢາຍຕາມເສັ້ນທາງທີ່ຍາວຢຽດ ຕາມໄຫຼ່ສັນພູ ແລະ ແກ່ວພູ ໂດຍສະເພາະ ແມ່ນໄດ້ຈັດເປັນ 3 ກຸ່ມໃຫຍ່ທີ່ສຳຄັນ, ນອກຈາກນີ້ ຍັງມີກຸ່ມນ້ອຍອີກຈຳນວນໜຶ່ງ ທີ່ຕັ້ງຢູ່ປ່ຽວ ແລະ ຢັ່ງຢາຍເກາະກ່າຍ ຈາກຈຸດໜຶ່ງຫາອີກຈຸດອື່ນ, ຫີນຕັ້ງແມ່ນສ້າງດ້ວຍຫີນມິກາຊິດ ຕັດແຕ່ງເປັນແຜ່ນບາງໆ ແລະ ຍາວ ນຳມາຝັງລຽນລາຍກັນເປັນກຸ່ມ ໂດຍສ່ວນໃຫຍ່ ແລ້ວຫີນຕັ້ງທີ່ມີຂະໜາດສູງກວ່າໝູ່ ມັກຈະຝັງຢູ່ໃຈກາງຂອງກຸ່ມ, ສ່ວນທິດທາງໃນການຈັດວາງ ແມ່ນບໍ່ໄດ້ມີຫຼັກການກຳນົດຕາຍຕົວ, ຢູ່ໃຕ້ດິນ ລົງໄປເພິ່ນເຄີຍຄົ້ນພົບ ຂຸມອຸໂມງຂະໜາດໃຫຍ່ ແລະ ເລິກ. ຕາມປົກກະຕິ ຂຸມເຫຼົ່ານີ້ແມ່ນ ໄດ້ຖືກປົກປິດດ້ວຍແຜ່ນຫີນກົມຂະໜາດໃຫຍ່ ຊຶ່ງບາງແຜ່ນ ມີເສັ້ນຜ່ານສູນກາງເກີນກວ່າ ສອງແມັດຂຶ້ນໄປ, ມີປ່ອງແປວ ຂຸດເປັນຮູບທໍ່ໃນລວງດິ່ງ ແລະ ມີປ່ຽງຫີນນ້ອຍ ທີ່ຕິດກັບຝາຜະໜັງຂຸມ ເພື່ອໃຊ້ເປັນລູກຂັ້ນໄດ ປີນລົງສູ່ຫ້ອງໃຕ້ດິນ, ຢູ່ພາຍໃຕ້ດິນ ມີຜົ້ງກວ້າງ ສາມາດຝັງສົບໄດ້ຫຼາຍສົບ ແລະ ມີປ່ຽງຫີນ ແບ່ງຂັ້ນອອກເປັນ ຫ້ອງນ້ອຍໆອີກ, ສ່ວນຫຼາຍ ບໍ່ພົບຮ່ອງຮ່ອຍຂອງກະດູກມະນຸດ ນອກຈາກ ເສດດິນໜຽວທີ່ເຈື່ອນລົງໄປ.

ໃນປີ 1931 ມີນັກຄົ້ນຄວ້າຊາວຝຣັ່ງເສດ ຊື່ວ່າ:​ ນາງ ມາເດີແລນ ໂກລານີ ຊຶ່ງສັງກັດສະຖາບັນຝຣັ່ງເສດ ແຫ່ງພາກຕາເວັນອອກໄກ ເດີນທາງມາທຳການສຳຫຼວດ ແລະ ຂຸດຄົ້ນບູຮານນະຄະດີ ຢູ່ບໍລິເວນຫີນຕັ້ງແຫ່ງນີ້, ມີການຄົ້ນພົບວັດຖຸຫຼັກຖານທາງ ບູຮານນະຄະດີຈຳນວນໜຶ່ງ, ໃນນັ້ນມີໂຖໃສ່ກະດູກ ເຮັດດ້ວຍດິນເຜົາແບບເນື້ອຫຍາບ ເຊິ່ງດ້ານໃນ ມີເຄື່ອງຫີນຈຳນວນໜຶ່ງທີກ່ຽວພັນກັບພິທີຝັງສົບ, ມີເຄື່ອງປະດັບເຮັດດ້ວຍດິນເຜົາ ແລະ ກ້ອງແຂນທອງ. ຈົນເທົ່າທຸກວັນນີ້ ຫີນຕັ້ງຫົວພັນ ຍັງຄົງເຊື່ອງຊ້ອນຄວາມລຶກລັບ, ປິດສະໜາໄວ້ ໃຫ້ນັກຄົ້ນຄວ້າລຸ້ນຫຼັງ ໄດ້ຄົ້ນຄວ້າສືບຕໍ່ໄປ. ການເຂົ້າເຖິງແມ່ນ ມີທາງລົດເຂົ້າເຖິງ ແຕ່ຍັງບໍ່ທັນມີແຜນພັດທະນາ. ແຫຼ່ງທີ່ມາ: https://houaphanh.gov.la