ຂໍ້ຕົກລົງ ວ່າດ້ວຍກໍານົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ: Difference between revisions

ຈາກ Laopedia
No edit summary
(Protected "ຂໍ້ຕົກລົງ ວ່າດ້ວຍກໍານົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))

ລຸ້ນແກ້ໄຂເກົ່າເມື່ອ 04:15, 17 ມີນາ 2024

ຫົວຂໍ້: ຂໍ້ຕົກລົງ ວ່າດ້ວຍກໍານົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ

ປະເພດ ນິຕິກໍາ: ຂໍ້ຕົກລົງ

ອອກໂດຍ: ກະຊວງ ການເງິນ

ພາກສ່ວນຮັບຜິດຊອບ: ກະຊວງ ການເງິນ

ວັນທີ່ ນິຕິກໍາ : 25-01-2023

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 01-02-2023

ບ່ອນອີງ

- ອີງຕາມ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015 ແລະ ສະບັບ ເລກທີ 13/ສພຊ, ລົງວັນທີ 17 ພະຈິກ 2021;

- ອີງຕາມ ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 02 ພະຈິກ 2017;

- ອີງຕາມ ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 205/ນຍ, ລົງວັນທີ 22 ກໍລະກົດ 2022; ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງການເງິນ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021.

ໝວດທີ I ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການລວມ ແລະ ມາດຕະການໃນການຄຸ້ມຄອງ ແລະ ນໍາໃຊ້ ງົບປະມານຂອງລັດ, ແຫຼ່ງທຶນ, ຊັບສິນຂອງລັດ, ຊັບພະຍາກອນ (ທຳມະຊາດ, ຄົນ), ພະລັງງານ ແລະ ເວລາ ລັດຖະການ ໃນການຜັນຂະຫຍາຍ ດຳລັດ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ໃຫ້ມີຄວາມ ລະອຽດ ແລະ ຈະແຈ້ງຂຶ້ນຕື່ມ ແນໃສ່ປູກຈິດສໍານຶກໃນການປະຢັດ ແລະ ຕ້ານການ ຟຸມເຟືອຍ, ການສ້າງແຜນ ງົບປະມານ ແລະ ຈັດຕັ້ງປະຕິບັດລາຍຈ່າຍງົບປະມານຂອງລັດ, ເພື່ອໃຫ້ ຖືກຕ້ອງ, ສອດຄ່ອງ, ທັນສະໄໝ, ສະດວກ, ວ່ອງໄວ, ໂປ່ງໃສ, ສາມາດກວດສອບໄດ້, ມີປະສິດທິພາບ, ປະສິດທິຜົນ ແລະ ເປັນບ່ອນອີງໃນ ການຈັດຕັ້ງປະຕິບັດ ເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 2 ກຳນົດໝາຍໃຊ້ຈ່າຍງົບປະມານຂອງລັດ

ກຳນົດໝາຍໃຊ້ຈ່າຍງົບປະມານຂອງລັດ ແມ່ນການກຳນົດຂອບເຂດບັນດາລາຍຈ່າຍສູງສຸດ ແຕ່ລະລູກຮ່ວງ, ຮ່ວງ ຂອງແຕ່ລະພາກລາຍຈ່າຍ ໃນການສ້າງແຜນ ແລະ ຈັດຕັ້ງປະຕິບັດການຄຸ້ມຄອງ ລາຍຈ່າຍງົບປະມານແຫ່ງລັດ ເພື່ອສາມາດເຄື່ອນໄຫວຢ່າງປົກກະຕິ ແລະ ເປັນການຕອບສະໜອງ ການນໍາໃຊ້ລາຍຈ່າຍງົບປະມານຂອງລັດໃຫ້ມີຈຸດສຸມ, ປະສິດທິຜົນສູງສຸດ, ປະຢັດມັດທະຢັດ, ຮັບປະກັນໃຫ້ແກ່ການປົກປັກຮັກສາ, ນໍາໃຊ້ຊັບສິນຂອງລັດ ແລະ ສົມຄູ່ກັບຄວາມອາດສາມາດໃນການຈັດສັນແຜນງົບປະມານທີ່ໄດ້ຮັບແຕ່ລະປີ ຢ່າງມີປະສິດທິຜົນ.

ມາດຕາ 3 ອະທິບາຍຄໍາສັບ

ຄໍາສັບຕ່າງໆ ທີ່ນໍາໃຊ້ໃນຂໍ້ຕົກລົງ ສະບັບນີ້ ມີຄວາມໝາຍ ດັ່ງນີ້:

3.1 ການປະຢັດ ໝາຍເຖິງການຫຼຸດຜ່ອນຄ່າສິ້ນເປືອງໃນການນໍາໃຊ້ງົບປະມານຂອງລັດ, ແຫຼ່ງທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ທີມີຢູ່ຢ່າງຈຳກັດ ໃຫ້ມີປະສິດທິຜົນສູງສຸດ ໂດຍການນໍາໃຊ້ແຫຼ່ງຊັບພະຍາກອນດັ່ງກ່າວ ດ້ວຍງົບປະມານທີ່ເທົ່າ ຫຼື ໜ້ອຍກວ່າເກົ່າ, ແຕ່ໄດ້ຮັບຜົນຕອບ ແທນຫຼາຍ ແລະ ດີກວ່າເກົ່າ ຕາມອັດຕາທີ່ຕໍ່າກວ່າ ກຳນົດໝາຍ, ຫົວໜ່ວຍລາຄາ, ປະລິມານ ແລະ ລະດັບທີ່ໄດ້ ກຳນົດໄວ້ ຫຼື ຕາມຄວາມຈໍາເປັນ ແຕ່ກໍຍັງສາມາດເຮັດໃຫ້ວຽກງານບັນລຸຜົນສໍາເລັດໄດ້ຕາມເປົ້າໝາຍ;

3.2 ການຕ້ານການຟຸມເຟືອຍ ໝາຍເຖິງ ການປູກຈິດສໍານຶກໃນການສ້າງແຜນ, ປະຕິບັດລາຍຈ່າຍງົບປະມານ ຂອງລັດ, ທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ເພື່ອຫຼີກລ່ຽງ ການໃຊ້ຈ່າຍບໍ່ມີເຫດຜົນ ແລະ ບໍ່ສ້າງຜົນປະໂຫຍດຕອບແທນໃຫ້ລັດ ແລະ ສັງຄົມ;

3.3 ລາຍຈ່າຍ ເງິນເດືອນ ແລະ ເງິນອຸດໜູນ (ພາກ 60): ໝາຍເຖິງ ລາຍຈ່າຍຂອງລັດ ເພື່ອທົດແທນຄ່າແຮງງານຂອງ ພະນັກງານລັດຖະກອນ ທີ່ເປັນເງີນເດືອນພື້ນຖານ ຕາມລະດັບຊັ້ນວິຊາສະເພາະ (ໃບປະກາສະນິຍະບັດ) ແລະ ເງິນອຸດໜູນ ທີ່ເປັນຜົນປະໂຫຍດອື່ນໆ ຂອງພະນັກງານລັດຖະກອນໄດ້ຮັບເພີ່ມຈາກລັດໃນການປະຕິບັດງານ;

3.4 ລາຍຈ່າຍ ເງິນນະໂຍບາຍ ແລະ ເງິນຊ່ວຍໜູນ (ພາກ 61) ໝາຍເຖິງ ລັດຖະບານມີນະໂຍບາຍລາຍຈ່າຍ ໃຫ້ພະນັກງານ ແລະ ບຸກຄົນ ເປັນຕົ້ນ: ພະນັກງານຮາກຖານຂັ້ນບ້ານ, ອາສາສະໝັກ, ພະສົງ, ນະໂຍບາຍ ຄອບຄົວ (ລູກ-ເມຍ), ພະນັກງານຄົ້ນຄ້ວາຢູ່ຕ່າງປະເທດ, ພະນັກງານກ່ອນຮັບບຳນານ, ເຮັດວຽກເພີ່ມ (ລັດຖະກອນ), ເງິນເບ້ຍລ້ຽງພາຍໃນ ແລະ ຕ່າງປະເທດ (ນັກຮຽນ, ນັກສຶກສາ), ປິ່ນປົວພະນັກງານການນໍາ ແລະ ຊ່ວຍໜູນດ້ານສັງຄົມ (ພະນັກງານບຳນານຄືນ, ລູກພະນັກງານບຳນານ, ພະນັກງານເສຍອົງຄະ, ເສຍຊີວິດ, ນັກໂທດພາຍໃນ ແລະ ຕ່າງປະເທດ);

3.5 ລາຍຈ່າຍບໍລິຫານປົກກະຕິ (ພາກ 62) ໝາຍເຖິງ ລາຍຈ່າຍເພື່ອຮັບໃຊ້ການບໍລິຫານກົງຈັກຂອງ ພັກ-ລັດ ເປັນ ຕົ້ນ: ລາຍຈ່າຍຄ່ານໍ້າມັນເຊື້ອໄຟ, ຄ່າຊື້ ຫຼື ຄ່າຕັດເຄື່ອງແບບ, ຄ່າຊົມໃຊ້ນໍ້າປະປາ ແລະ ໄຟຟ້າ, ຄ່າບຳລຸງ ຮັກສາ (ວັດຖຸ-ອຸປະກອນ, ຕຶກອາຄານ, ພາຫານະ ແລະ ຄ່າສ້ອມແປງ), ຄ່າທໍານຽມ, ຄ່າຈ້າງຊຽວຊານ, ລາຍຈ່າຍ ເພື່ອເຄື່ອນໄຫວວຽກງານ ພາຍໃນ-ຕ່າງປະເທດ, ລາຍຈ່າຍຮັບໃຊ້ກອງປະຊຸມ, ສໍາມະນາ, ຝຶກອົບຮົມ (ອັດຕາກິນ, ຄ່າເດີນທາງ, ພັກເຊົາ ແລະ ເງິນແຮບຸກຄົນ-ຄະນະ) ແລະ ອື່ນໆ;

3.6 ລາຍຈ່າຍ ເງິນດັດສົມ, ສົ່ງເສີມ ແລະ ເງິນບຳລຸງ (ພາກ 63) ໝາຍເຖິງ ລາຍຈ່າຍ ເພື່ອປະຕິບັດຕາມນະໂຍບາຍ ທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທຳ-ສັງຄົມ ຂອງພັກ-ລັດ ແລະ ການສົ່ງເສີມລາຍຈ່າຍ ເປັນຕົ້ນ: ການເຄື່ອນໄຫວວຽກງານພາຍໃນ-ຕ່າງປະເທດ ທີ່ຕິດພັນກັບແຜນກິດຈະກຳປະຈຳປີ ຂອງບັນດາ ຂະແໜງການ, ລາຍຈ່າຍຄ່າສະມາຊິກຂອງອົງການສາກົນ (ອົງການພາສີໂລກ, ອົງການໄອໂລ....) ແລະ ລາຍຈ່າຍອື່ນໆ ທີ່ລັດຖະບານໄດ້ກຳນົດໄວ້ເປັນແຕ່ລະໄລຍະ;

3.7 ລາຍຈ່າຍອື່ນໆ (ພາກ 65) ໝາຍເຖິງ ລາຍຈ່າຍຈໍາເປັນຮີບດ່ວນຂອງລັດຖະບານ ເປັນຕົ້ນ: ເງິນແຮລັດຖະບານ (ຮັບໃຊ້ເຂົ້າໃນວຽກງານສຸກເສີນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄພທຳມະຊາດ, ພະຍາດລະບາດ ແລະວຽກອື່ນໆ). ນອກຈາກນີ້ຍັງມີລາຍຈ່າຍເພື່ອຮັບໃຊ້ວຽກງານຊຸກຍູ້ການເກັບລາຍຮັບ-ລາຍຈ່າຍ, ລາຍຈ່າຍ ສົ່ງເສີມດ້ານວິຊາການ ແລະ ລາຍຈ່າຍເງິນເກີນແຜນ (ອີງຕາມລະບຽບການທີ່ກຳນົດໄວ້ໃນແຕ່ລະໄລຍະ);

3.8 ລາຍຈ່າຍ ຊື້ຊັບສົມບັດຮັບໃຊ້ບໍລິຫານ (ພາກ 66) ໝາຍເຖິງ ລາຍຈ່າຍຊື້ຊັບສົມບັດຄົງທີ່ໆມີອາຍຸການນໍາໃຊ້ ຫຼາຍປີ ແລະ ບໍ່ຕິດພັນກັບໂຄງການລົງທຶນຂອງລັດ ເປັນຕົ້ນ: ຊື້ພາຫະນະ, ຊື້ເຄື່ອງຈັກ ແລະ ວັດຖຸອຸປະກອນ, ຊື້ຊັບສົມບັດຄົງທີ່ (ໂຕະ, ຕັ່ງ, ຄອມພິວເຕີ ແລະ ອື່ນໆ);

3.9 ລາຍຈ່າຍລົງທຶນຂອງລັດ (ພາກ 67) ໝາຍເຖິງ ລາຍຈ່າຍເຊິ່ງປະກອບດ້ວຍແຫຼ່ງທຶນພາຍໃນ, ທຶນກູ້ຢືມ ແລະ ທຶນຊ່ວຍເຫຼືອລ້າຈາກຕ່າງປະເທດ ເຂົ້າໃນການກະກຽມ ແລະ ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຕາມແຜນພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຖືກຮັບຮອງເອົາໃນແຕ່ລະໄລຍະ;

3.10 ການປະຕິບັດຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໝາຍເຖິງການປະມູນ, ການຈັດຈ້າງທີ່ປຶກສາ ເຂົ້າໃນການກໍ່ສ້າງ ຫຼື ສ້ອມແປງ, ການສະໜອງສິນຄ້າ, ການບໍລິການວຽກງານ ແລະ ການບໍລິການທີ່ປຶກສາດ້ວຍຮູບແບບ ການປະມູນເປີດກ້ວາງ, ການປະມູນວົງແຄບ, ການປະມູນດ້ວຍການສົມທຽບລາຄາ ແລະ ການຈັດຊື້ໂດຍກົງ.

ມາດຕາ 4 ແຫຼ່ງທຶນທີ່ນໍາໃຊ້

4.1 ທຶນຂອງລັດ ແມ່ນໄດ້ມາຈາກ ລາຍຮັບງົບປະມານແຫ່ງລັດ: ປົກກະຕິ, ວິຊາການ, ກອງທຶນຂອງລັດ, ເງິນປະກອບສ່ວນຂອງສັງຄົມ(ພາຍໃນ ແລະ ຕ່າງປະເທດ), ທຶນທີ່ໄດ້ມາຈາກການຊ່ວຍເຫຼືອລ້າ, ກູ້ຢືມຈາກ ຕ່າງປະເທດ ແລະ ສະຖາບັນການເງິນຕ່າງໆ (ຍົກເວັ້ນເງິນຊ່ວຍເຫຼືອລ້າ ທີ່ຜູ້ໃຫ້ທຶນຄຸ້ມຄອງເອງ) ຕາມແຜນ ງົບປະມານແຫ່ງລັດ ປະຈຳປີ ທີ່ສະພາແຫ່ງຊາດ ຮັບຮອງ;

4.2 ທຶນຂອງລັດວິສາຫະກິດ ແມ່ນໄດ້ມາຈາກການປະກອບທຶນຂອງລັດຖະບານໃນແຕ່ລະໄລຍະ, ກຳໄລສະສົມ ຂອງລັດວິສາຫະກິດ, ແຫຼ່ງທຶນອື່ນທີ່ບໍ່ຂັດກັບກົດໝາຍ, ເງິນປະກອບສ່ວນຂອງສັງຄົມ ແລະ ລາຍຮັບອື່ນໆ ຈາກພາຍໃນ ແລະ ຕ່າງປະເທດ ຕາມແຜນການປະຈຳປີຂອງລັດວິສາຫະກິດ ທີ່ສະພາບໍລິຫານຮັບຮອງ.

ມາດຕາ 5 ເປົ້າໝາຍ ການໃຊ້ຈ່າຍງົບປະມານຂອງລັດ, ລາຍຈ່າຍລັດວິສາຫະກິດ, ການປະຢັດ ແລະ ຕ້ານການຟູມເຟືອຍ

5.1 ເປົ້າໝາຍການໃຊ້ຈ່າຍຕາມແຫຼ່ງທຶນງົບປະມານແຫ່ງລັດ:

1) ການໃຊ້ຈ່າຍງົບປະມານຂອງລັດ ແມ່ນອີງໃສ່ແຜນການ, ແຜນງານ, ໂຄງການທີ່ເປັນບູລິມະສິດຂອງ ຂະແໜງການກ່ຽວຂ້ອງ;

2) ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນ (ພາກ 60), ເງິນນະໂຍບາຍ ແລະ ເງິນຊ່ວຍໜູນ (ພາກ 61), ລາຍຈ່າຍ ບໍລິຫານປົກກະຕິ (ພາກ 62), ລາຍຈ່າຍດັດສົມ, ສົ່ງເສີມ ແລະ ເງິນບຳລຸງ (ພາກ 63), ລາຍຈ່າຍລົງທຶນ ຂອງລັດ (ພາກ 67), ງົບປະມານຂອງລັດ ຊຶ່ງລວມມີ ລາຍຈ່າຍປົກກະຕິ, ລາຍຈ່າຍລົງທຶນຂອງລັດ, ລາຍຈ່າຍ ວິຊາການ, ກອງທຶນຂອງລັດ ແລະ ລັດວິສາຫະກິດ (ລະອຽດຕາມມາດຕາ 3 ອະທິບາຍຄໍາສັບ) ຕາມແຜນທີ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ນະຄອນຫຼວງ ຮັບຮອງ.

5.2 ສໍາລັບ ເປົ້າໝາຍການໃຊ້ຈ່າຍຕາມແຫຼ່ງທຶນຂອງລັດວິສາຫະກິດ: ການນໍາໃຊ້ທຶນຂອງລັດວິສາຫະກິດ ແມ່ນເພື່ອຈ່າຍເງິນເດືອນ ແລະ ເງິນອຸດໜູນ, ເງິນນະໂຍບາຍ, ບໍລິຫານປົກກະຕິ, ຂະຫຍາຍການຜະລິດ, ກໍ່ສ້າງ ໂຄງລ່າງພື້ນຖານ, ຖົມຂຸມການຂາດທຶນ, ການພັດທະນາບຸກຄະລາກອນ ແລະ ອື່ນໆ; ປະຕິບັດກົນໄກໄລ່ລຽງ ທຸລະກິດ, ເປັນເຈົ້າຕົນເອງ ແລະ ຮັບຜິດຊອບຢ່າງເຕັມສ່ວນ ຕໍ່ຊັບສິນ ແລະ ທຶນ ທີ່ລັດມອບໃຫ້.

5.3 ເປົ້າໝາຍການປະຢັດ ແລະ ຕ້ານການຟຸມເຟືອຍຂອງລັດ: ລາຍຈ່າຍງົບປະມານແຫ່ງລັດ, ລາຍຈ່າຍລັດວິສາຫະກິດ, ການນໍາໃຊ້ຊັບສິນ, ຊັບພະຍາກອນ ແລະ ພະລັງງານ, ແຮງງານ, ເວລາ ແລະ ພິທີການຕ່າງໆ.

ມາດຕາ 6 ຫຼັກການກ່ຽວກັບວຽກງານການປະຢັດ ແລະ ຕ້ານການຟູມເຟືອຍ

6.1 ຈັດຕັ້ງປະຕິບັດລາຍຈ່າຍງົບປະມານຂອງລັດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການເງິນ-ການບັນຊີ, ພ້ອມທັງຮັບປະກັນໃຫ້ສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ແຜນພັດທະນາ ເສດຖະກິດ- ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ;

6.2 ຮັບປະກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມແຜນ, ຕາມເປົ້າໝາຍລາຍຈ່າຍ ບໍ່ໃຫ້ເກີນແຜນທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ນະຄອນຫຼວງ ຮັບຮອງ, ໂດຍໃຫ້ຖືເອົາການປະຢັດເປັນຕົ້ນຕໍ ແລະ ຖືເອົາການຕ້ານການຟູມເຟືອຍ ເປັນສໍາຄັນແຕ່ຕ້ອງຮັບປະກັນຜົນສໍາເລັດຂອງໜ້າວຽກທີ່ໄດ້ຮັບມອບໝາຍ ແລະ ເດັດຂາດບໍ່ໃຫ້ມີຜົນກະທົບຕໍ່ວຽກງານປົກກະຕິຂອງອົງການຈັດຕັ້ງຕົນ; 6.3 ຮັບປະກັນຄວາມເດັດຂາດ ແລະ ຄວາມເຂັ້ມງວດໃນການປະຕິບັດລາຍຈ່າຍ, ວິໄນການເງິນ, ຍົກສູງຄວາມເປັນ ແບບຢ່າງນໍາພາຂອງ ພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ຂອງລັດ;

6.4 ຮັບປະກັນການມີສ່ວນຮ່ວມຂອງພົນລະເມືອງທຸກຄົນໃນທົ່ວສັງຄົມ ແລະ ການຈັດຕັ້ງທຸກຂັ້ນລວມທັງການປູກ ຈິດສໍານຶກກ່ຽວກັບວຽການປະຢັດ ແລະ ຕ້ານການຟູມເຟືອຍ, ໂດຍມີສ່ວນຮ່ວມ ໃນການຕິດຕາມ ແລະ ກວດກາ ການນໍາໃຊ້ງົບປະມານຂອງລັດ ເຂົ້າໃນວຽກງານຕ່າງໆ;

6.5 ຮັບປະກັນການໃຊ້ຈ່າຍງົບປະມານຂອງລັດໃຫ້ປະຢັດ, ເປີດເຜີຍ, ໂປ່ງໃສ ແລະ ກວດສອບໄດ້ ດ້ວຍການດໍາເນີນ ການຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານຢ່າງເປັນປົກກະຕິ.

ມາດຕາ 7 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ໃຫ້ນໍາໃຊ້ສະເພາະອົງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ, ລວມທັງລັດວິ ສາຫະກິດ ທີ່ນໍາໃຊ້ງົບປະມານຂອງລັດ ແລະ ເງິນກູ້ຢືມ ໃນຂອບເຂດທົ່ວປະເທດ, ຍົກເວັ້ນເງິນຊ່ວຍເຫຼືອລ້າ ທີ່ຜູ້ໃຫ້ທຶນຄຸ້ມຄອງ.

ໝວດທີ IIການປະຢັດ ແລະ ຕ້ານການຟູມເຟືອຍ ໃນອົງການຈັດຕັ້ງຂອງລັດ

ມາດຕາ 8 ການສ້າງຂຶ້ນໃໝ່, ການໂຮມ, ການແຍກ ແລະ ການຍຸບເລີກ ຂອງກົງຈັກການຈັດຕັ້ງ

ທຸກໆການສ້າງຂຶ້ນໃໝ່, ການໂຮມເຂົ້າ, ການແຍກອອກ ແລະ ການຍຸບເລີກ ກົງຈັກ ໃຫ້ປະຕິບັດຕາມ ຫຼັກການ ທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງດໍາລັດ ສະບັບເລກທີ 205/ລບ ຊຶ່ງຕ້ອງມີການຄົ້ນຄວ້າ ສ້າງບົດວິພາກ ເພື່ອວິເຄາະຜົນກະທົບຢ່າງລະອຽດ, ຊັດເຈນ, ຮັບປະກັນບໍ່ໃຫ້ເປັນການເພີ່ມລາຍຈ່າຍ ຫຼື ການສ້າງໜີ້ສິນໃຫ້ ລັດຖະບານ ຕ້ອງຄໍານຶງເຖິງຄວາມອາດສາມາດຂອງງົບປະມານແຫ່ງລັດໃນແຕ່ລະໄລຍະ ບົນພື້ນຖານມີງົບປະມານ ຮອງຮັບ ແລະ ສະພາແຫ່ງຊາດຮັບຮອງ.

ສໍາລັບກໍານົດໝາຍ ໃນການສ້າງຂຶ້ນໃໝ່, ການໂຮມເຂົ້າ, ການແຍກອອກ ແລະ ການຍຸບເລີກ ກົງຈັກຂອງລັດ ໃຫ້ປະຕິບັດຕາມ ລະບຽບການທີ່ ກະຊວງພາຍໃນໄດ້ກຳນົດອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ.

ມາດຕາ 9 ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ

ການນໍາໃຊ້ທຶນຂອງລັດ ເພື່ອດໍາເນີນການຈັດຊື້-ຈັດຈ້າງ ເຄື່ອງປະກອບໃຫ້ສໍານັກງານ-ອົງການ, ເຄື່ອງໃຊ້ ຫ້ອງການ, ເຄື່ອງຮັບແຂກ, ແບບພິມ, ເຄື່ອງແບບ, ຢາປົວພະຍາດ, ເຄື່ອງຈັກ, ວັດຖຸປະກອນ, ພາຫະນະ ແລະ ການກໍ່ສ້າງ ແລະ/ຫຼື ການສ້ອມແປງໂຄງລ່າງພື້ນຖານ, ເຄຫະສະຖານ, ກໍ່ສ້າງຂົວທາງ ໃຫ້ປະຕິບັດຕາມ ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ກງ, ລົງວັນທີ 02 ພະຈິກ 2017 ແລະ ຄໍາແນະນໍາ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ຢ່າງເຂັ້ມງວດ. ພ້ອມນັ້ນ, ບັນດາບໍລິສັດ, ຫ້າງຮ້ານ ຫຼື ຜູ້ປະກອບການທີ່ເຂົ້າຮ່ວມ ການຈັດຊື້- ຈັດຈ້າງ ຕ້ອງເຂົ້າລະບົບອາກອນມູນຄ່າເພີ່ມຕາມກົດໝາຍກຳນົດ.

ມາດຕາ 10 ການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ

ການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ ໃຫ້ປະຕິບັດຕາມ ດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກ ທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດ ດຳລັດດັ່ງກ່າວ ສະບັບເລກ ທີ 0393/ກງ, ລົງວັນທີ 04 ກຸມພາ 2022.

ການກໍານົດລາຍຈ່າຍກ່ຽວກັບ ລົດບໍລິຫານລວມ, ລົດວິຊາສະເພາະຈໍາເພາະ ແມ່ນເພື່ອນໍາໃຊ້ເປັນບ່ອນອີງ ໃນການສ້າງແຜນງົບປະມານລາຍຈ່າຍບໍລິຫານໃນແຕ່ລະປີ ໂດຍອີງໃສ່ງົບປະມານທີ່ຫົວໜ່ວຍງົບປະມານໄດ້ຮັບ ອະນຸມັດໃນແຕ່ລະປີ ແລະ ສະພາບຕົວຈິງເປັນແຕ່ກໍລະນີ, ຊຶ່ງໃຫ້ຈັດຕັ້ງປະຕິບັດດັ່ງນີ້:

10.1 ລົດບໍລິຫານລວມ ແລະ ລົດວິຊາສະເພາະຈໍາເພາະ ແຍກອອກເປັນ 2 ປະເພດ ດັ່ງນີ້:

10.1.1 ລົດປະເພດທີ່ I : ລົດຈັກ;

10.1.2 ລົດປະເພດທີ່ II : ລົດຈິບ, ລົດເກັງ, ລົດກະບະ, ລົດຕູ້ ແລະ ລົດຮັບໃຊ້ວິຊາສະເພາະ.

10.2 ການກໍານົດອັດຕານໍ້າມັນເຊື້ອໄຟຮັບໃຊ້ລົດບໍລິຫານຂອງລັດ ໃຫ້ປະຕິບັດດັ່ງນີ້:

10.2.1 ຮັບໃຊ້ວຽກງານທົ່ວໄປ ເຊັ່ນ: ໄປຮ່ວມກອງປະຊຸມ, ໄປຮ່ວມງານຕ່າງໆ, ສົ່ງເອກະສານ, ບັດເຊີນ ແລະ ຮັບໃຊ້ວຽກບໍລິຫານທົ່ວໄປ ໃຫ້ບັນດາ ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນຂັ້ນສູນກາງ ແລະ ອົງການຈັດຕັ້ງຂອງລັດຂັ້ນທ້ອງຖິ່ນ ເປັນເຈົ້າການຄິດໄລ່ຕາມການນໍາໃຊ້ ຕົວຈິງ ແລະ ນໍາໃຊ້ຢ່າງປະຢັດ, ຖ້າຫາກບໍ່ໄດ້ນໍາໃຊ້ ຫຼື ນໍາໃຊ້ບໍ່ໝົດຕາມອັດຕາທີ່ກຳນົດ ບໍ່ໃຫ້ສ້າງແຜນ ເພື່ອຖອນເງິນດັ່ງກ່າວ;

10.2.2 ລົດປະເພດທີ່ 1 ແລະ ລົດປະເພດທີ່ II ແມ່ນໃຫ້ຄິດໄລ່ຕາມ ລາຄານໍ້າມັນແອັດຊັງທຳມະດາ ດັ່ງນີ້:

- ຂັ້ນສູນກາງ (ກະຊວງ, ອົງການ): ຫ້ອງການ, ກົມ, ກົມກອງ, ສະຖາບັນ ແລະ ທຽບເທົ່າ ພາກສ່ວນລະ 160 ລິດ/ເດືອນ/ກົມກອງ;

ຂັ້ນທ້ອງຖິ່ນ (ແຂວງ, ນະຄອນຫຼວງ): ຫ້ອງວ່າການ, ພະແນກການ ແລະ ທຽບເທົ່າ; ເມືອງ (ນະຄອນ, ເທດສະບານ) ພາກສ່ວນລະ 100 ລິດ/ເດືອນ.

10.3 ນໍ້າມັນເຊື້ອໄຟຮັບໃຊ້ຄະນະສະເພາະກິດ

ພະນັກງານຢູ່ຂັ້ນ ສູນກາງ ແລະ ທ້ອງຖິ່ນ ທີ່ຖືກແຕ່ງຕັ້ງເຂົ້າໃນຄະນະສະເພາະກິດ ເພື່ອເຄື່ອນໄຫວ ວຽກງານສະເພາະໃດໜຶ່ງຢູ່ພາຍໃນເມືອງເທດສະບານຂອງຕົນ ໃຫ້ນໍາໃຊ້ອັດຕານໍ້າມັນເຊື້ອໄຟ ລົດຮັບໃຊ້

ບໍລິຫານລວມ ບໍ່ເກີນ 5 ລິດ/ຄັນ/ວັນ, ຈຳກັດຈຳນວນຄົນທີ່ປະກອບເຂົ້າໃນຄະນະດັ່ງກ່າວ ໂດຍເລືອກເຟັ້ນເອົາ ບຸກຄົນທີ່ມີສ່ວນກ່ຽວຂ້ອງ ແລະ ຈຳເປັນແທ້.

10.4 ການກໍານົດອັດຕານໍ້າມັນເຊື້ອໄຟລົດຮັບໃຊ້ວຽກງານວິຊາສະເພາະຈໍາເພາະ

ລົດວິຊາສະເພາະຈໍາເພາະ ແມ່ນລົດຮັບໃຊ້ສະເພາະວຽກງານທີ່ມີການປະກອບອຸປະກອນເຄື່ອງມືວິຊາ ສະເພາະເຕັກນິກໃສ່ລົດ ລວມທັງລົດຮັບໃຊ້ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຊັ່ນ: ລົດສະເພາະທາງ ການແພດ, ລົດດັບເພີງ, ລົດຂົນສົ່ງນັກໂທດ, ລົດຖ່າຍທອດສັນຍານຄື້ນຄວາມຖີ່ວິທະຍຸໂທລະພາບ ຫຼື ອຸປະກອນ ໂທລະຄົມມະນາຄົມ, ລົດນໍາຂະບວນ, ລົດຂົນສົ່ງຂີ້ເຫຍື້ອ, ລົດກົນຈັກໜັກ, ລົດທີ່ນໍາໃຊ້ໃນກຳລັງປະກອບອາວຸດ ແລະ ອື່ນໆ ໃຫ້ຂຶ້ນກັບການນໍາໃຊ້ຕົວຈິງໃນໜ້າວຽກວິຊາສະເພາະຂອງແຕ່ລະຂະແໜງການ ໂດຍນໍາໃຊ້ນໍ້າມັນເຊື້ອໄຟ ລົດບໍລິຫານລວມ ຂອງຂະແໜງການກ່ຽວຂ້ອງ.

10.5 ການກຳນົດນໍ້າມັນລໍ່ລີ້ນ ແລະ ແບັດເຕີລີ້ລົດນໍາໃຊ້ໄຟຟ້າ (ຮັບໃຊ້ບໍລິຫານລວມ ແລະ ຮັບໃຊ້ວຽກວິຊາສະເພາະ)

10.5.1 ອັດຕານໍ້າມັນລໍ່ລົ້ນ

ລົດປະເພດ I ຄິດໄລ່ນໍ້າມັນລໍ່ລີ້ນ 50.000 ກີບ ຫຼື 1.000 ກິໂລແມັດ/ຄັນ ບໍ່ເກີນ 2 ຄັ້ງ/ປີ;

ລົດປະເພດ II ຄິດໄລ່ນໍ້າມັນລໍ່ລີ້ນ 500.000 ກີບ ຫຼື 5.000 ກິໂລແມັດ/ຄັນ ບໍ່ເກີນ 2 ຄັ້ງ/ປີ.

10.5.2 ແບັດເຕີລີ້ລົດນໍາໃຊ້ໄຟຟ້າ

- ລົດປະເພດ 1 ຄິດໄລ່ຄ່າປ່ຽນຖ່າຍແບັດເຕີລີ້ 2 ປີ/ຄັ້ງ;

- ລົດປະເພດ II ຄິດໄລ່ຄ່າປ່ຽນຖ່າຍແບັດເຕີລີ້ 5 ປີ/ຄັ້ງ.

10.6 ການຄຸ້ມຄອງພາຫະນະ, ບຳລຸງຮັກສາ ແລະ ສ້ອມແປງປົກກະຕິ

ການບຳລຸງຮັກສາ ແລະ ສ້ອມແປງ ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະເພາະ ຈໍາເພາະ ແມ່ນໃຫ້ເປັນເຈົ້າການໃນການຄຸ້ມຄອງ, ນໍາໃຊ້, ບຳລຸງຮັກສາ ແລະ ສ້ອມແປງ ໃຫ້ຖືກຕ້ອງຕາມເຕັກນິກ ການບຳລຸງຮັກສາຂອງແຕ່ລະປະເພດພາຫະນະ ໂດຍໃຫ້ກຳນົດບັນຊີລາຍການການບຳລຸງຮັກສາ ແລະ ສ້ອມແປງ ເປັນຕົ້ນ ນໍ້າມັນເຄື່ອງ, ໝໍ້ກອງ, ການກວດເຊັກ, ປ່ຽນໝໍ້ໄຟ, ປ່ຽນຜ້າເບກ, ປ່ຽນຢາງ ແລະ ລາຍການອື່ນ ເພື່ອປະມູນຄັດເລືອກເອົາລາຄາຫົວໜ່ວຍຈາກ ອູ່ສ້ອມແປງ ຫຼື ຮ້ານສ້ອມແປງ (ທີ່ຢູ່ໃນລະບົບອາກອນມູນຄ່າ ເພີ່ມ) ຕາມກົດໝາຍ ແລະ ລະບຽບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເພື່ອຈັດຕັ້ງປະຕິບັດຕາມສະພາບເງື່ອນໄຂ ຕົວຈິງ ແລະ ງົບປະມານທີ່ໄດ້ຮັບອະນຸມັດໃນແຕ່ລະປີ ເພື່ອເຊັນຂອບສັນຍາສະໜອງການບໍລິການຮ່ວມກັນ ໂດຍກໍານົດເນື້ອໃນຕົ້ນຕໍຄື: ລາຄາຫົວໜ່ວຍທີ່ຊະນະການປະມູນ, ກຳນົດເວລາການບໍລິການໄລຍະໜຶ່ງປີ, ວົງເງິນຕາມແຜນງົບປະມານປະຈຳປີ ແລະ ກຳນົດເວລາໃນການຊຳລະຕາມມູນຄ່າການບໍລິການຕົວຈິງ ພາຍໃນປີ ງົບປະມານ.

ມາດຕາ 11 ການຈັດຊື້ ເຄື່ອງປະກອບ, ເຄື່ອງໃຊ້ຫ້ອງການ, ວັດຖຸປະກອນ ແລະ ເຄື່ອງແບບ

11.1 ມາດຖານໃນການຂຶ້ນແຜນການປະກອບ ແລະ ການຈັດຊື້-ຈັດຈ້າງ

ມາດຖານໃນການຂຶ້ນແຜນການປະກອບ ແລະ ການຈັດຊື້-ຈັດຈ້າງໃຫ້ປະຕິບັດດັ່ງນີ້:

11.1.1 ການປະກອບເຄື່ອງໃຊ້ຫ້ອງການ ແລະ ເຟີນີເຈີ ໃຫ້ແກ່ສຳນັກງານ, ອົງການຂອງພັກ-ລັດ ທຸກຂັ້ນ ການຈັດຊື້-ຈັດຈ້າງ ຕ້ອງປະຕິບັດຕາມຂໍ້ກຳນົດໃນ ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງ ລັດ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;

11.1.2 ຫ້າມປະກອບເຄື່ອງໃຊ້ຫ້ອງການ ແລະ ເຟີນີເຈີໃຫ້ແກ່ສຳນັກງານ, ອົງການຂອງພັກ-ລັດ ບາງຂະແໜງການ ໃນທຸກຂັ້ນ ທີ່ບໍ່ຈຳເປັນ ແລະ ບໍ່ແທດເໝາະໃນການນໍາໃຊ້ ໃນປະຈຸບັນ ເຊັ່ນ: ສໍດຳ, ຢາງລຶບ, ໄມ້ບັນທັດ, ເຈ້ຍເຫຼືອງໂນດ, ໂຮງແຫຼມສໍ, ບິກແແດງ ແລະ ອຸປະກອນອື່ນໆ ທີ່ບໍ່ຈໍາເປັນ;

11.1.3 ການປະກອບເຄື່ອງໃຊ້ ແລະ ເຟີນີເຈີ ຕ້ອງມີລັກສະນະຄວາມປອດໄພສູງ, ມີຄວາມແຂງແກ່ນໝັ້ນຄົງ, ມີຄວາມຍືດຍຸ່ນເຂົ້າກັນໄດ້ ແລະ ມີຄວາມທົນທານ, ມີອາໄຫຼ່, ມີສ່ວນປະກອບທີ່ຊອກຫາໄດ້ງ່າຍ ຕາມສູນຈໍາໜ່າຍໃນທ້ອງຕະຫຼາດ, ມີສູນບໍລິການ, ສາມາດສ້ອມແປງໄດ້ສະດວກ, ຫ້າມບໍ່ໃຫ້ປະກອບ ວັດຖຸປະກອນທີ່ມີມາດຖານສູງ, ຊອກຫາອາໄຫຼ່ຍາກ ແລະ ສ້ອມແປງບໍ່ໄດ້;

11.1.4 ການຈັດວາງປະກອບເຄື່ອງໃຊ້ ແລະ ເຟີນິເຈີ ທຸກຊະນິດ ຕ້ອງຄໍານຶງເຖິງ ການຈັດວາງ ແລະ ຂະໜາດ

ຂອງຫ້ອງການ, ສອດຄ່ອງກັບມາດຖານແບບງ່າຍດາຍ, ຫ້າມບໍ່ໃຫ້ປະກອບເຄື່ອງໃຊ້ຫ້ອງການ ແລະ

ເຟີນີເຈີທີ່ມີຄວາມຫູຫຼາ ແລະ ບໍ່ໃຫ້ນໍາໃຊ້ຜະລິດຕະພັນໄມ້ທີ່ມີລາຄາແພງ; 11.1.5 ການຊື້ແບບພິມ ຕ້ອງດໍາເນີນການຈັດພິມຕາມຈໍານວນ ທີ່ຕ້ອງການນໍາໃຊ້ໃນແຕ່ລະປີ, ຫ້າມສັ່ງພິມ ເປັນຈໍານວນຫຼາຍເກີນກັບການນໍາໃຊ້ຕົວຈິງ ແລະ ຫັນໄປນໍາໃຊ້ທາງເອເລັກໂຕລນິກ ເພື່ອເປັນການ ປະຢັດລາຍຈ່າຍ;

11.1.6 ການຊື້ເຄື່ອງແບບ ຕ້ອງດໍາເນີນການຈັດຊື້ ຕາມຈໍານວນພະນັກງານ-ລັດຖະກອນ ທີ່ມີໜ້າຕົວຈິງ ປີລະ ຄັ້ງເທົ່ານັ້ນ ແລະ ຮັບປະກັນບໍ່ໃຫ້ເກີດມີໜີ້ສິນສະສົມ ( 1 ຊຸດໃຫ້ກຸ້ມຢ່າງໜ້ອຍ 1 ຫາ 2 ປີ ) ;

11.1.7 ໃຫ້ບຸລິມະສິດ ການປະກອບ ແລະ ຊົມໃຊ້ຜະລິດຕະພັນພາຍໃນ, ກໍລະນີຫາກຜະລິດຕະພັນນັ້ນໆ ບໍ່ມີຢູ່ພາຍໃນ ຈຶ່ງອະນຸຍາດໃຫ້ຊົມໃຊ້ຜະລິດຕະພັນທີ່ນໍາເຂົ້າຈາກຕ່າງປະເທດ.

11.2 ການນໍາໃຊ້ ແລະ ການຄຸ້ມຄອງຮັກສາ

ການນໍາໃຊ້ ແລະ ການຄຸ້ມຄອງຮັກສາໃຫ້ປະຕິບັດດັ່ງນີ້:

11.2.1 ເຄື່ອງປະກອບ, ເຄື່ອງໃຊ້ຫ້ອງການ, ວັດຖຸປະກອນ, ເຄື່ອງແບບ ແລະ ເຟີນີເຈີໃນສໍານັກງານ, ອົງການຂອງພັກ-ລັດ ຕ້ອງຖືກນໍາໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ;

11.2.2 ນໍາໃຊ້ໃຫ້ຖືກຕາມເປົ້າໝາຍ, ມາດຕະຖານ, ລະດັບຂັ້ນ, ມີປະສິດທິພາບ, ປະສິດທິຜົນ, ເປີດເຜີຍ, ໂປ່ງໃສ, ປະຢັດ, ຍາວນານ ຫຼື ຢືນຍົງ;

11.2.3 ພາຍຫຼັງໄດ້ປະກອບໃຫ້ນໍາໃຊ້ຕ້ອງມີການຈັດແບ່ງຂັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະອົງ ການຈັດຕັ້ງຂອງພັກ-ລັດ ທີ່ກ່ຽວຂ້ອງ ຄຸ້ມຄອງຮັກສາຢ່າງເຂັ້ມງວດ, ບຳລຸງຮັກສາ, ສ້ອມແປງ ໃຫ້ຢູ່ໃນ ສະພາບດີ ແລະ ໃຊ້ແທນຄືນຊັບສິນທີ່ຕົກເຮ່ຍເສຍຫາຍຕາມລະບຽບການ;

11.2.4 ເຄື່ອງປະກອບ, ເຄື່ອງໃຊ້ຫ້ອງການ, ວັດຖຸປະກອນ ແລະ ເຟີນີເຈີ ຕ້ອງມີການຂື້ນທະບຽນ, ຕິດລະຫັດ ເປັນບັນຊີຊັບສິນຂອງລັດ ຕາມລະບຽບການ ຢ່າງເຄັ່ງຄັດ ແລະ ຄົບຖ້ວນ.

11.3 ການບຳລຸງຮັກສາ, ການສ້ອມແປງ ແລະ ການສະສາງ ການບຳລຸງຮັກສາ ແລະ ການສ້ອມແປງ ເຄື່ອງປະກອບ, ເຄື່ອງໃຊ້ຫ້ອງການ, ວັດຖຸປະກອນ ແລະ ເຟີນີເຈີ ຂອງສຳນັກງານ, ອົງການຂອງພັກ-ລັດ ໃຫ້ປະຕິບັດດັ່ງນີ້:

11.3.1 ຂື້ນແຜນງົບປະມານ ແລະ ແຜນຈັດຊື້-ຈັດຈ້າງ ບຳລຸງຮັກສາ, ປ່ຽນຖ່າຍ ຕາມຄຸນລັກສະນະ ແລະ ເຕັກນິກ;

11.3.2 ຂະແໜງການທີ່ກ່ຽວຂ້ອງຜູ້ທີ່ນໍາໃຊ້ ຕ້ອງເປັນເຈົ້າການຂື້ນບັນຊີກວດນັບ ແລະ ກວດກາເຕັກນິກ ເປັນປົກກະຕິ;

11.3.3 ຕ້ອງໄດ້ຮັບການຢັ້ງຢືນ, ການກວດນັບຈໍານວນ, ກວດກາດ້ານເຕັກນິກ ກ່ອນ ແລະ ຫຼັງການສ້ອມແປງ ຢ່າງເຂັ້ມງວດ;

11.3.4 ກໍລະນີ ມີການສ້ອມແປງໃຫຍ່ ທີ່ມີມູນຄ່າ ຫ້າລ້ານກີບຂື້ນໄປ ຕ້ອງໄດ້ຮັບການຢັ້ງຢືນ ແລະ ກວດກາ ຈາກຂະແໜງຄຸ້ມຄອງຊັບສິນແຫ່ງລັດ;

11.3.5 ການສະສາງ ເຄື່ອງປະກອບ, ເຄື່ອງໃຊ້ຫ້ອງການ, ວັດຖຸປະກອນ ແລະ ເຟີນີເຈີ. ສໍາລັບຊຳລະການສະ ສາງ ແມ່ນການຊີ້ຂາດຊັບສິນຂອງລັດ ດ້ວຍການຂາຍ, ການຮື້ຖອນ, ການທໍາລາຍ ແລະ ຈະຖືກສະສາງອອກ ໃນກໍລະນີດັ່ງນີ້:

ການໝົດອາຍຸການນໍາໃຊ້ ແລະ ບໍ່ຕ້ອງການນໍາໃຊ້;

ການເປ່ເພບໍ່ສາມາດນໍາໃຊ້ໄດ້ ຫຼື ສ້ອມແປງກໍ່ບໍ່ມີປະສິດທິຜົນ;

ການເສື່ອມຄຸນນະພາບ;

ປະເພດ ເຄື່ອງປະກອບ, ເຄື່ອງໃຊ້ຫ້ອງການ, ວັດຖຸປະກອນ ແລະ ເຟີນີເຈີ ທີ່ຕິດພັນກັບອະສັງຫາລິມະຊັບຊຶ່ງຕ້ອງໄດ້ຍົກຍ້າຍ, ຮື້ຖອນອອກຕາມການຕົກລົງ;

ປະເພດ ເຄື່ອງໃຊ້ຫ້ອງການ ແລະ ເຟີນີເຈີ ທີ່ລັດໄດ້ຕົກລົງສະສາງອອກຕາມລະບຽບກົດໝາຍ.

(ການສະສາງ ຕ້ອງດໍາເນີນຢ່າງໂປ່ງໃສ ດ້ວຍຮູບການສະສາງອອກຕາມການຕົກລົງ, ການປະມູນຂາຍທົ່ວໄປ ຫຼື ຕາມການປະເມີນລາຄາຂອງໜ່ວຍງານຮັບຜິດຊອບຂອງລັດ ເພື່ອລົບລ້າງອອກຈາກບັນຊີຊັບສິນຂອງລັດ, ລາຍຮັບຈາກການສະສາງ ໃຫ້ມອບເຂົ້າງົບປະມານແຫ່ງລັດ ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍ).

ມາດຕາ 12 ການນໍາໃຊ້ໄຟຟ້າ

ການນໍາໃຊ້ໄຟຟ້າຂອງພາກສ່ວນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງມີຄວາມຮັບຜິດຊອບ, ເປັນເຈົ້າການ ນໍາໃຊ້ ແລະ ມີທັດສະນະປະຢັດດັ່ງນີ້:

12.1 ການນໍາໃຊ້ໄຟຟ້າຢູ່ສໍານັກງານອົງການຂອງລັດ ໃຫ້ມີສະຕິສູງ ແລະ ເປັນເຈົ້າການໃນການປະຢັດ ມອດໄຟ, ປິດແອເຢັນ, ຖອດປັກສຽບໃນເວລາພັກການ ຫຼື ບໍ່ຢູ່ຫ້ອງການ ສໍາລັບໃນເວລາພັກທ່ຽງ 12:00-13:00 ໂມງ ໃຫ້ມີສະຕິມອດໄຟໃຫ້ສໍານັກງານອົງການ ແລະ ໃນເວລາບໍ່ຢູ່ໃນຫ້ອງເຮັດວຽກເກີນ 15 ນາທີ, ລະອຽດດັ່ງນີ້:

12.1.1 ສໍານັກງານຫ້ອງການ, ຫ້ອງປະຊຸມ, ທາງຍ່າງ ແລະ ຫ້ອງນໍ້າລວມ ແຕ່ລະຊັ້ນຂອງຕຶກ ອາຄານ ທີ່ສາມາດ ນໍາໃຊ້ແສງສະຫວ່າງທາງນອກ, ອາກາດເຢັນ ແມ່ນໃຫ້ປິດດອກໄຟ ແລະ ແອເຢັນ;

12.1.2 ໃຫ້ມີການກວດກາລະບົບການຕິດຕັ້ງກະແສໄຟຟ້າຂອງສໍານັກງານອົງການຄືນໃໝ່ ແລະ ເປັນປົກກະຕິ ຖ້າເຫັນວ່າລະບົບທີ່ນໍາໃຊ້ຫາກມີຄວາມສິ້ນເປືອງ ໃຫ້ຄົ້ນຄ້ວາແກ້ໄຂ ແລະ ປັບປຸງ ເພື່ອປະຢັດການນໍາໃຊ້ ກະແສໄຟຟ້າ; ໃນແຕ່ລະເດືອນໜ່ວຍງານຮັບຜິດຊອບ ຕ້ອງກວດກາເບິ່ງໃບເກັບເງິນຄ່ານໍາໃຊ້ກະແສໄຟຟ້າ

ຕົວຈິງ ຖ້າເຫັນວ່າຄ່າໄຟຟ້າເພີ່ມຂຶ້ນຜິດປົກກະຕິ ຕ້ອງກວດກາຄືນການຈົດກ່າຍເລກກົງເຕີ ແລະ ບັນຫາ ເຕັກນິກຕ່າງໆ ເພື່ອແກ້ໄຂໃຫ້ທັນເວລາ ພ້ອມທັງຕິດປ້າຍເຕືອນ ໃສ່ທາງເຂົ້າລີບ, ທາງເຂົ້າຕຶກອາຄານ, ທາງຂຶ້ນ/ລົງ ແຕ່ລະຊັ້ນພາຍໃນຕຶກ;

12.1.3 ການຕິດຕັ້ງ ລະບົບກະແສໄຟຟ້າໃສ່ສຳນັກງານ, ອົງການກໍ່ສ້າງໃໝ່ ໃຫ້ຫັນມາໃຊ້ລະບົບກົງເຕີໄຟຟ້າແບບ ເຕີມເງິນ, ເລືອກຈຸດທີ່ຕັ້ງຂອງລະບົບວົງຈອນໄຟຟ້າ, ເຄື່ອງອຸປະກອນໄຟຟ້າຕ້ອງນໍາໃຊ້ ກຸນແຈລະບົບ ສຽບຄາດ, ລະບົບແສງສະຫວ່າງໄຟຟ້າ ຕ້ອງຕິດຕັ້ງ ເປີດ-ປິດ ແບບອັດຕະໂນມັດ, ມີລະບົບຄວບຄຸມລວມ ສູນ, ຄວນເປັນແບບປະຢັດ ແລະ ໃຫ້ເໝາະສົມຕາມຄຸນລັກສະນະຂອງ ແຕ່ລະຫ້ອງການ, ຫ້ອງປະຊຸມ, ຫ້ອງນໍ້າ, ທາງຍ່າງ ແລະ ລະບຽງທາງນອກ;

12.1.4 ການຕິດຕັ້ງລະບົບດອກໄຟ ຖ້າເປັນການຕິດຕັ້ງ ຫຼື ປ່ຽນຖ່າຍ ໃຫ້ຫັນໄປນໍາໃຊ້ຮູບແບບປະຢັດພະລັງງານ ແສງຕາເວັນ; ສໍາລັບລະບົບດອກໄຟ ຢູ່ແຕ່ລະຫ້ອງການ, ຫ້ອງປະຊຸມ ໃຫ້ນໍາໃຊ້ດອກໄຟແບບປະຢັດ (Light emitting diode) ສ່ວນຫ້ອງນໍ້າ, ທາງຍ່າງ ແລະ ລະບຽງທາງນອກ ໃຫ້ຕິດຕັ້ງອຸປະກອນທີ່ເປັນ ລະບົບເຊັນເຊີ້ ເປີດ-ປິດ ອັດຕະໂນມັດ ເພື່ອໃຫ້ຫຼອດໄຟຮຸ່ງສະເພາະເວລາທີ່ມີຄົນເຂົ້າໃຊ້ ຫຼື ແສງ ສະຫວ່າງບໍ່ພຽງພໍເທົ່ານັ້ນ ແລະ ຫຼີກເວັ້ນການຕິດຕັ້ງລະບົບ ເປີດ-ປິດ ດອກໄຟແບບລວມເອົາຫລາຍດອກ ໃນປຸ່ມ ເປີດ-ປິດ ອັນດຽວ;

12.1.5 ການນໍາໃຊ້ແອເຢັນ ຢູ່ສໍານັກງານອົງການ ຕ້ອງຮັບປະກັນການຄວບຄຸມອຸນຫະພູມຄວາມເຢັນໃຫ້ພຽງພໍ ໃນລະດັບ 25 ອົງສາເຊ. ພ້ອມທັງ ຕ້ອງປິດປະຕູ ແລະ ປ່ອງຢ້ຽມ ເພື່ອບໍ່ໃຫ້ຄວາມເຢັນຮົ່ວໄຫຼອອກນອກ. ສໍາລັບໃນພາກເຊົ້າ ສາມາດເປີດແອເຢັນໄດ້ ເລີ່ມເວລາ 08:30-12:00 ໂມງ; ສໍາລັບພາກບ່າຍ 13:00-16:00 ໂມງ (ຍົກເວັ້ນກໍລະນີມີກອງປະຊຸມ, ຮັບແຂກພາຍໃນ ແລະ ຕ່າງປະເທດ); ໃຫ້ປິດແອເຢັນ ກ່ອນໂມງ ເລີກການ ອອກຈາກຫ້ອງການຢ່າງໜ້ອຍ 30 ນາທີ; ໃນກໍລະນີຄາດວ່າຈະອອກຈາກຫ້ອງການ ຫຼື ໄປປະຊຸມຢູ່ສະຖານທີ່ອື່ນ ເກີນ 1 ຊົ່ວໂມງຂື້ນໄປ ບໍ່ໃຫ້ເປີດແອເຢັນປະໄວ້; ກໍລະນີສະພາບອາກາດເຢັນ ກໍຄວນຫຼຸດຜ່ອນການນໍາໃຊ້ແອ;

12.1.6 ການນໍາໃຊ້ຄອມພິວເຕີ້, ຈັກອັດສໍາເນົາ ແລະ ອຸປະກອນໄຟຟ້າ ເປັນຕົ້ນ: ຕູ້ນໍ້າຮ້ອນນໍ້າເຢັນ, ເຄື່ອງບົດ ກາເຟ, ເຄື່ອງສາກຖ່ານໄຟ, ໝໍ້ເກັບໄຟ ເມື່ອໃຊ້ແລ້ວໃຫ້ປິດເຄື່ອງໃຊ້ໄຟຟ້າ, ຖອດປັກໄຟ ເພື່ອປະຕິບັດໃຫ້ ຖືກຕອ້ງຕາມມາດຕະຖານເຕັກນິກການນໍາໃຊ້ເຄື່ອງໄຟຟ້າແຕ່ລະຊະນິດ;

12.1.7 ການນໍາໃຊ້ຫ້ອງປະຊຸມ ຜູ້ຮັບຜິດຊອບກອງປະຊຸມ ຕ້ອງມີສະຕິ ເປີດ-ປິດ ເຄື່ອງໃຊ້ໄຟຟ້າທຸກຊະນິດເຊັ່ນ: ເວລາເປີດແອແມ່ນເປີດກ່ອນ ດໍາເນີນກອງປະຊຸມ 15 ນາທີ ແລະ ປິດແອທັນທີ່ພາຍຫຼັງສຳເລັດ ກອງປະຊຸມ; ສ່ວນລະບົບແສງສະຫວ່າງ ແລະ ອຸປະກອນນໍາໃຊ້ໄຟຟ້າແມ່ນໃຫ້ເປີດເວລານຳເນີນ ກອງປະຊຸມ, ຖ້າຫ້ອງປະຊຸມມີແສງສະຫວ່າງພຽງພໍ ແມ່ນໃຫ້ເປີດຜ້າກັ້ງ;

12.1.8 ໃຫ້ແຕ່ລະພາກສ່ວນແຕ່ງຕັ້ງຜູ້ຮັບຜິດຊອບ ສັງລວມຂໍ້ມູນ ບໍລິມາດໄຟຟ້າທີ່ນໍາໃຊ້ ແລະ ຈໍານວນເງິນຕ້ອງ ຈ່າຍ ເປັນແຕ່ລະກົງເຕີ ຕາມໃບບິນແຕ່ລະເດືອນ ເພື່ອເປັນຂໍ້ມູນວິໄຈການເພີ່ມຂຶ້ນ ຫຼື ຫຼຸດລົງຂອງບໍລິມາດ ແລະ ຄ່າໃຊ້ຈ່າຍ ເພື່ອລາຍງານຄະນະນໍາຂອງຕົນ ທັງເປັນຂໍ້ມູນໃຫ້ແກ່ການຈັດສັນແຜນງົບປະມານ ໃນແຕ່ລະປີໃຫ້ພຽງພໍ ໂດຍການຄິດໄລ່ສະເລ່ຍຕໍ່ຄົນຕໍ່ປີ. ຖ້າເຫັນວ່າ ຄ່າໄຟຟ້າ ເພີ່ມຂຶ້ນຜິດປົກກະຕິ ຕ້ອງກວດກາ ຄືນການຈົດກ່າຍເລກກົງເຕີ້, ການນໍາໃຊ້ ແລະ ບັນຫາເຕັກນິກຕ່າງໆ ເພື່ອແກ້ໄຂໃຫ້ທັນເວລາ;

12.1.9 ແນະນໍາວິທີການ ແລະ ມາດຕະການຫຼຸດຜ່ອນການນໍາໃຊ້ພະລັງງານໄຟຟ້າ ເປັນຕົ້ນ ການນໍາໃຊ້ລິບ (Lift) ໃນສໍານັກງານອົງການ ຄວນໃຫ້ໃຊ້ສໍາລັບການ ຂຶ້ນ-ລົງ ໃນສໍານັກງານ, ຫ້ອງການ ຕັ້ງແຕ່ 3 ຊັ້ນຂຶ້ນໄປ, ຖ້າເປັນການຂຶ້ນຊັ້ນດຽວ ຫຼື ສອງຊັ້ນ ບໍ່ຄວນນໍາໃຊ້ລິບ (ຍົກເວັ້ນມີເຄື່ອງອຸປະກອນທີ່ບໍ່ສາມາດຍົກຍໍໄດ້) ແລະ ປະຕິບັດຕາມມາດຖານເຕັກນິກການນໍາໃຊ້ລະບົບລິບ (ນໍ້າໜັກບໍ່ໃຫ້ເກີນມາດຕະຖານກໍານົດ);

12.1.10 ການມອບເໝົາລາຍຈ່າຍຄ່າກະແສໄຟຟ້າ ໃຫ້ກະຊວງ, ອົງການ, ທ້ອງຖິ່ນ ທົດລອງການນໍາໃຊ້ໄຟຟ້າ ແບບມອບເໝົາ ໂດຍມອບໃຫ້ຫົວໜ່ວຍທີ່ຂຶ້ນກັບຮັບຜິດຊອບຂາດຕົວ ຕໍ່ກັບການນໍາໃຊ້ກະແສໄຟຟ້າ ຂອງຕົນ ຕາມງົບປະມານທີ່ໄດ້ຮັບໃນແຕ່ລະປີ ຖ້າວ່າເຫຼືອແມ່ນມອບໃຫ້ຫົວໜ່ວຍດັ່ງກ່າວນໍາໃຊ້, ໃນກໍລະນີບໍ່ພຽງພໍ ກໍ່ໃຫ້ເປັນຄວາມຮັບຜິດຊອບຂອງຫົວໜ່ວຍດັ່ງກ່າວ;

12.1.11 ຫ້າມບຸກຄົນ, ນິຕິບຸກຄົນ ຕໍ່ເອົາກະແສໄຟຟ້າຂອງລັດ ໄປນໍາໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ຖ້າລະເມີດ ຈະຖືກດໍາເນີນຄະດີ ຕາມລະບຽບກົດໝາຍ;

ໃຫ້ພຽງພໍກັບຄວາມຕ້ອງການຈ່າຍຕົວຈິງຂອງຂະແໜງການຕົນ ເພື່ອບໍ່ເປັນການສ້າງໜີ້ສິນໃນຕໍ່ໜ້າ ແລະ ສາມາດແກ້ໄຂໜີ້ຄ້າງປີຜ່ານມາໃຫ້ໝົດໄປເທື່ອລະກ້າວ.

12.2 ການນໍາໃຊ້ໄຟຟ້າຮັບໃຊ້ສາທາລະນະປະໂຫຍດ ໃຫ້ປະຕິບັດ ດັ່ງນີ້:

12.2.1 ໄຟຟ້າເຍືອງເສັ້ນທາງ, ໄຟຟ້າຢູ່ສວນສາທາລະນະ ແມ່ນຫັນມານໍາໃຊ້ ລະບົບດອກໄຟ ແບບປະຢັດ ພະລັງງານແສງຕາເວັນ, ຕິດຕັ້ງອຸປະກອນທີ່ເປັນລະບົບເຊັນເຊີ້ ເປີດ-ປິດອັດຕະໂນມັດ;

12.2.2 ໄຟຟ້າຊົນລະປະທານ ມອບໃຫ້ຂະແໜງການກ່ຽວຂ້ອງ (ກະສິກຳ) ເປັນເຈົ້າການປະສານກັບອໍານາດການ ປົກຄອງທ້ອງຖິ່ນ (ບ້ານ) ໃນການນໍາໃຊ້ກະແສໄຟຟ້າເຂົ້າໃນວຽກງານຊົນລະປະທານ ໂດຍມອບໃຫ້ ໜ່ວຍງານຂັ້ນບ້ານເປັນຜູ້ຮັບຜິດຊອບ ເປີດ-ປິດ ໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງ ຫຼີກເວັ້ນການ ໂປ່ມນໍ້າເກີນຄວາມຈໍາເປັນ, ພ້ອມທັງມອບໃຫ້ບຸກຄົນຮັບຜິດຊອບໃນການຕິດຕາມກວດກາ, ເກັບ ແລະ ຊຳລະ ຄ່າກະແສໄຟຟ້າເປັນແຕ່ລະເດືອນ.

12.3 ກໍລະນີຍົກເວັ້ນທີ່ຈໍາເປັນ ທາງດ້ານເຕັກນິກກໍານົດ ເຊັ່ນ: ໂຮງໝໍ, ສຸກສາລາ, ຫ້ອງຄວບຄຸມອຸປະກອນທາງນໍ້າ, ທາງອາກາດ, ທາງບົກ, ລະບົບສື່ສານໂທລະຄົມ, ເຄື່ອງຈັກ ແລະ ຖານຂໍ້ມູນ.

ມາດຕາ 13 ການນໍາໃຊ້ນໍ້າປະປາ

ການນໍາໃຊ້ນໍ້າປະປາ ຢູ່ສຳນັກງານຫ້ອງການໃຫ້ປະຕິບັດ ໃຫ້ປະຕິບັດ ດັ່ງນີ້:

13.1 ໃຫ້ທຸກຄົນມີສະຕິ, ຕິດຕາມກວດກາ ແລະ ເປັນເຈົ້າການນໍາໃຊ້ນໍ້າປະປາ ຢູ່ສະຖານທີ່ເຮັດວຽກຂອງຕົນ ຢ່າງປະຢັດ; ການເປີດ-ປິດ ກ໊ອກນໍ້າ ກໍລະນີພົບເຫັນທໍ່ນໍ້າແຕກ, ນໍ້າຮົ່ວໄຫຼ ຫຼື ກ໊ອກນໍ້າເພ ແມ່ນໃຫ້ຮີບຮ້ອນ ແຈ້ງພາກສ່ວນຮັບຜິດຊອບ ເພື່ອສ້ອມແປງໃຫ້ທັນເວລາ. ພ້ອມນັ້ນ ກ່ອນເວລາເລີກການ ໃຫ້ມີການກວດກາ ແລະ ປິດກ໊ອກນໍ້າ;

13.2 ຫ້າມນໍາໃຊ້ ຫຼື ຕໍ່ເອົາ ນໍ້າປະປາ ຢູ່ສຳນັກງານ, ອົງການຂອງລັດ ລ້າງລົດລັດທີ່ບຸກຄົນນໍາໃຊ້, ລົດສ່ວນຕົວ ແລະ ນໍາໃຊ້ໃນຄອບຄົວ.

ສໍາລັບການກໍ່ສ້າງສໍານັກງານ, ຫ້ອງການໃໝ່ ຕ້ອງມີການຄິດໄລ່ຕິດ ຕັ້ງລະບົບນໍ້າປະປາ ແບບທັນສະໄໝ ທີ່ມີການປະຢັດ ເປັນຕົ້ນ ກ໊ອກເປີດ-ປິດ ນໍ້າປະປາໃນຫ້ອງນໍ້າລວມ ຫຼື ຫ້ອງນໍ້າສະເພາະ ແບບອັດຕະໂນມັດ. ໃນເວລາກໍ່ສ້າງສຳນັກງານຫ້ອງການໃໝ່ນັ້ນ ນໍ້າປະປາທີ່ຮັບໃຊ້ການກໍ່ສ້າງ ໃຫ້ຕິດຕັ້ງກົງເຕີນໍ້າສະເພາະ ເພື່ອສະດວກໃນການຕິດຕາມບໍລິມາດການນໍາໃຊ້ນໍ້າປະປາ ເພື່ອບໍ່ໃຫ້ປົນກັບບໍລິມາດນໍ້າທີ່ນໍາໃຊ້ປົກກະຕິຂອງ ສໍານັກງານ, ຫ້ອງການ ທີ່ມີຢູ່ແລ້ວ.

13.3 ໃຫ້ແຕ່ລະພາກສ່ວນ ແຕ່ງຕັ້ງຜູ້ຮັບຜິດຊອບ ສັງລວມຂໍ້ມູນ ບໍລິມາດນໍ້າທີ່ນໍາໃຊ້ ແລະ ຈໍານວນເງິນຕ້ອງຈ່າຍ ເປັນແຕ່ລະກົງເຕີ ຕາມໃບບິນແຕ່ລະເດືອນ ເພື່ອເປັນຂໍ້ມູນ ວິໄຈ ການເພີ່ມຂື້ນ ຫຼື ຫຼຸດລົງຂອງບໍລິມາດ ແລະ ຄ່າໃຊ້ຈ່າຍ ທັງເປັນຂໍ້ມູນໃຫ້ແກ່ການຈັດສັນແຜນງົບປະມານ ໃນແຕ່ລະປີໃຫ້ພຽງພໍ, ໃນນີ້:

ໃນແຕ່ລະເດືອນໜ່ວຍງານຮັບຜິດຊອບ ຕ້ອງກວດກາເບິ່ງໃບເກັບເງິນຄ່ານໍາໃຊ້ນໍ້າປະປາຕົວຈິງ ຖ້າເຫັນວ່າ ຄ່ານໍ້າເພີ່ມຂຶ້ນຜິດປົກກະຕິຕ້ອງກວດກາຄືນການຈົດກ່າຍເລກກົງເຕີ ແລະ ບັນຫາເຕັກນິກຕ່າງໆ ເພື່ອແກ້ໄຂ ໃຫ້ທັນເວລາ.

- ຖືລາຍຈ່າຍຄ່ານໍ້າປະປາເປັນລາຍຈ່າຍບູລິມະສິດຂອງຂະແໜງການຕົນ ໂດຍຈັດສັນແຜນງົບປະມານ ປະຈໍາປີ ໃຫ້ພຽງພໍກັບຄ່າໃຊ້ຈ່າຍຮ່ວງດັ່ງກ່າວ ເພື່ອບໍ່ໃຫ້ສ້າງໜີ້ເກີດຂື້ນໃໝ່ ແລະ ສາມາດແກ້ໄຂໜີ້ ຄ້າງປີຜ່ານມາໃຫ້ໝົດໄປເທື່ອລະກ້າວ.

ມາດຕາ 14 ການນໍາໃຊ້ອຸປະກອນສື່ສານ

ການນໍາໃຊ້ອຸປະກອນສື່ສານ ຕ້ອງປະຕິບັດດັ່ງນີ້:

14.1 ສໍາລັບອຸປະກອນການສື່ສານ ຕ້ອງໄດ້ເອົາໃຈໃສ່ໃນການຕິດຕາມກວດກາ, ບຳລຸງຮັກສາໃນແຕ່ລະເດືອນ ໂດຍລວມສູນທາງດ້ານເຕັກນິກ ຢູ່ບ່ອນດຽວ ແນໃສ່ນໍາໃຊ້ໃຫ້ຖືກເປົ້າໝາຍ, ແທດເໝາະກັບໜ້າວຽກຕົວຈິງ ແລະ ມີການປະຢັດ ເພື່ອຈຳກັດໜີ້ເກີດໃໝ່ ແລະ ແກ້ໄຂໜີ້ຄ້າງຊຳລະຂອງປີຜ່ານມາ ເປັນຕົ້ນແມ່ນ ຄ່າໂທລະສັບ, ຄ່າເຊົ່າສັນສານອິນເຕີເນັດ, ລະບົບສາຍສົ່ງ ເພື່ອຮັບໃຊ້ວຽກງານວິຊາສະເພາະຂອງກົມກອງຕົນ;

14.2 ຕ້ອງກວດເບີ່ງຄ່າໂທລະສັບ ທັງພາຍໃນ ແລະ ຕ່າງປະເທດຖ້າເຫັນວ່າ ມີການເພີ່ມຂື້ນຜິດປົກກະຕິ ຕ້ອງກວດ ຄືນໃບເກັບເງິນ, ການນໍາໃຊ້ ແລະ ບັນຫາເຕັກນິກຕ່າງໆ ເພື່ອແກ້ໄຂ້ໃຫ້ທັນເວລາ, ຫັນມານໍາໃຊ້ໂທລະສັບແບບ ລະບົບເຕີມເງິນເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ສາມາດຄຸ້ມຄອງໄດ້.

ມາດຕາ 15 ການເຄື່ອນໄຫວວຽກງານທາງລັດຖະການຂອງພະນັກງານ-ລັດຖະກອນ

15.1 ການເຄື່ອນໄຫວວຽກງານທາງລັດຖະການຢູ່ພາຍໃນປະເທດ:ການໄປເຄື່ອນໄຫວວຽກງານທາງລັດຖະການ ຢູ່ພາຍໃນປະເທດ ໃຫ້ປະຕິບັດຕາມຫຼັກການທີ່ກຳນົດໄວ້ ໃນມາດຕາ 16 ຂອງດໍາລັດ ສະບັບເລກທີ 205/ລບ, ພ້ອມນັ້ນ ໃຫ້ປະຕິບັດເພີ່ມຕື່ມດັ່ງນີ້:

15.1.1 ອັດຕາກິນ ແລະ ຄ່າພັກເຊົາ

ພະນັກງານໄປເຄື່ອນໄຫວວຽກງານຢູ່ພາຍໃນປະເທດ ຈາກສູນກາງລົງໄປເຮັດວຽກຢູ່ທ້ອງຖິ່ນ, ຈາກທ້ອງຖິ່ນຂຶ້ນມາເຮັດວຽກຢູ່ສູນກາງ ລະຫວ່າງແຂວງ ຫາ ແຂວງ ໃຫ້ຄິດໄລ່ດັ່ງນີ້:

ອັດຕາກິນ ແລະ ຄ່າພັກເຊົາ ເຄື່ອນໄຫວວຽກງານ ສູນກາງ-ທ້ອງຖິ່ນ
ຕຳແໜ່ງ ອັດຕາກິນ/ຄົນ/ວັນ ຄ່າພັກເຊົາ/ຄົນ/ຄົນ
ຕຳແໜ່ງບໍລິຫານການນໍາລະດັບສູງ(ຊັ້ນ 6 ຂັ້ນ 5 ຫາ ຂັ້ນ 7) 150.000 ປະຕິບັດຕາມຕົວຈິງ
ຕຳແໜ່ງບໍລິຫານການນໍາລະດັບສູງ (ຊັ້ນ 6 ຂັ້ນ 3 ຫາ ຂັ້ນ 4) 150.000 ປະຕິບັດຕາມຕົວຈິງ
ຕຳແໜ່ງບໍລິຫານການນໍາລະດັບສູງ (ຊັ້ນ 6 ຂັ້ນ 1 ຫາ ຂັ້ນ 2) 150.000 300.000
ຕຳແໜ່ງບໍລິຫານລະດັບສູງ (ປະເພດ 1) 150.000 240.000
ຕຳແໜ່ງບໍລິຫານລະດັບສູງ (ປະເພດ 2 ແລະ 3) 150.000 220.000
ຕຳແໜ່ງບໍລິຫານລະດັບກາງ ປະເພດ 4 ລົງມາ 150.000 200.000