ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015): Difference between revisions

ຈາກ Laopedia
No edit summary
No edit summary
ແຖວ 218: ແຖວ 218:

ຄຳສະເໜີ, ຄຳຮ້ອງຟ້ອງ ແລະ ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ໄຂ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ຄຳສະເໜີ, ຄຳຮ້ອງຟ້ອງ ແລະ ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ໄຂ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
=== ມາດຕາ 42 (ປັບປຸງ) ===
ພົນລະເມືອງລາວ ມີສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານຊີວິດ, ຮ່າງກາຍ, ກຽດສັກສີ ແລະ ເຄຫະສະຖານ.
ພົນລະເມືອງລາວ ຈະບໍ່ຖືກ ຈັບຕົວ, ກັກຂັງ ຫຼື ກວດຄົ້ນເຄຫະສະຖານ ຖ້າຫາກບໍ່ມີຄ ຳສັ່ງ ຂອງອົງການໄອຍະການ ຫຼື ສານ ປະຊາຊົນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກ ຳນົດໄວ້ໃນກົດໝາຍ.
=== ມາດຕາ 43 (ປັບປຸງ) ===
ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ ທີ່ບໍ່ຂັດກັບກົດໝາຍ.
=== ມາດຕາ 44 ===
ພົນລະເມືອງລາວ ມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຂັດກັບກົດໝາຍ.
=== ມາດຕາ 45 (ປັບປຸງ) ===
ພົນລະເມືອງລາວ ມີສິດເສລີພາບໃນການຄົ້ນຄວ້າ ແລະ ນຳໃຊ້ຄວາມກ້າວໜ້າທາງດ້ານ ວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ, ປະດິດສ້າງສິນລະປະວັນນະຄະດີ ແລະ ເຄື່ອນໄຫວ
ວັດທະນະທຳ ທີ່ບໍ່ຂັດກັບກົດໝາຍ.
=== ມາດຕາ 46 ===
ລັດ ປົກປ້ອງສິດ ແລະຜົນປະໂຫຍດອັນຖືກກົດໝາຍ ຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ.
=== ມາດຕາ 47 (ປັບປຸງ) ===
ພົນລະເມືອງລາວ ມີພັນທະເຄົາລົບ ແລະ ປະຕິບັດລັດຖະທ ຳມະນູນ, ກົດໝາຍ, ປະຕິບັດ ລະບຽບການອອກແຮງງານ, ລະບຽບການດ ຳລົງຊີວິດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢ່າງເຂັ້ມງວດ.
=== ມາດຕາ 48 ===
ພົນລະເມືອງລາວ ມີພັນທະເສຍພາສີ ແລະ ອາກອນ ຕາມກົດໝາຍ
=== ມາດຕາ 49 ===
ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະ ປ້ອງກັນຄວາມສະຫງົບ, ປະຕິບັດ ພັນທະການທະຫານ ຕາມກົດໝາຍ.
=== ມາດຕາ 50 (ປັບປຸງ) ===
ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ ມີສິດໄດ້ຮັບການປົກປ້ອງສິດ ແລະ ເສລີພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ມີສິດສະເໜີ, ຮ້ອງຟ້ອງ, ຮ້ອງຂໍຄວາມເປັນທ ຳ ຕໍ່ອົງການລັດທີ່ກ່ຽວຂ້ອງ, ມີພັນທະເຄົາລົບລັດຖະທ ຳມະນູນ ແລະ ກົດໝາຍຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຄົນຕ່າງປະເທດ ທີ່ມີຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງເປັນພິເສດ ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ມີສິດໄດ້ຮັບນາມມະຍົດພົນລະເມືອງ ກິດຕິມະສັກຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
=== ມາດຕາ 51 ===
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ຖືກປາບປາມຍ້ອນໄດ້ທຳການຕໍ່ສູ້ ເພື່ອອິດສະລະພາບ, ຄວາມເປັນທຳ, ສັນຕິພາບ ແລະ ພາລະກິດວິທະຍາສາດ.
== ໝວດທີ V ສະພາແຫ່ງຊາດ ==
=== ມາດຕາ 52 (ປັບປຸງ) ===
ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດແຫ່ງອ ຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສ ຳຄັນພື້ນຖານ ຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ.
=== ມາດຕາ 53 (ປັບປຸງ) ===
ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາ ລັດຖະທ ຳມະນູນ ແລະ ກົດໝາຍ
2. ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ການດັດແກ້ແຜນງົບປະມານແຫ່ງລັດ;
3. ພິຈາລະນາ, ຮັບຮອງເອົາ ນະໂຍບາຍພື້ນຖານດ້ານການເງິນ, ເງິນຕາ, ອັດຕາສ່ວນ ການຂາດດຸນງົບປະມານ, ອັດຕາສ່ວນໜີ້ສິນຂອງລັດຖະບານ, ອັດຕາສ່ວນໜີ້ສິນສາທາລະນະ;
4. ພິຈາລະນາ, ຮັບຮອງເຂົາ ການກ ຳນົດ, ການປ່ຽນແປງ, ການລົບລ້າງ ຫຼື ການຍົກເວັ້ນ ອັດຕາ ພາສີ ແລະ ອາກອນ;
5. ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທ ຳມະນູນ ແລະ ກົດໝາຍຂອງ ບັນດາອົງການລັດ;
6. ເລືອກຕັ້ງ ຫຼື ປົດຕ ຳແໜ່ງ ປະທານ, ຮອງປະທານ ແລະ ກ ຳມະການຄະນະປະຈ ຳ ສະພາແຫ່ງຊາດ;
7. ເລືອກຕັ້ງ ຫຼື ປົດຕ ຳແໜ່ງ ປະທານປະເທດ ແລະ ຮອງປະທານປະເທດ ຕາມ ການສະເໜີຂອງຄະນະປະຈ ຳສະພາແຫ່ງຊາດ;
8. ເລືອກຕັ້ງ ຫຼື ປົດຕ ຳແໜ່ງ ນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;
9. ເລືອກຕັ້ງ ຫຼື ປົດຕ ຳແໜ່ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານ ປະຊາຊົນສູງສຸດແລະ ປະທານອົງການກວດສອບແຫ່ງລັດຕາມການສະເໜີຂອງປະທານປະເທດ;
ສານ 10. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕ ຳແໜ່ງ ປະທານ, ຮອງປະທານກ ຳມາທິການ ແລະ ເລຂາທິການ ສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈ ຳ ສະພາແຫ່ງຊາດ;
11. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕ ຳແໜ່ງ
ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;
12. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕ ຳແໜ່ງ ສະມາຊິກ
ສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ; 13. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກ ຂອງສະພາແຫ່ງຊາດ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກ ຳມາທິການ ແລະ ຄະນະເລຂາທິການ ສະພາແຫ່ງຊາດ;
14. ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການສ້າງຕັ້ງ, ຍຸບເລີກ,
ໂຮມເຂົ້າ, ແຍກອອກ ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ຕາມ ການສະເໜີ ຂອງນາຍົກລັດຖະມົນຕີ
15. ພິຈາລະນາ, ຮັບຮອງເອົາເຂດແດນຂອງແຂວງ, ນະຄອນຫຼວງ ຕາມການສະເໜີຂອງ ລັດຖະມົນຕີ;
ນາຍົກ 16. ພິຈາລະນາຍຸບ ສະພາປະຊາຊົນຂັ້ນແຂວງ ໃນກໍລະນີສະພາປະຊາຊົນນັ້ນຫາກໄດ້ສ້າງ
ຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ;
17. ພິຈາລະນາ, ຮັບຮອງເອົາການໃຫ້ນິລະໂທດກ ຳ ຕາມການສະເໜີຂອງຄະນະປະຈ ຳ
18. ພິຈາລະນາ, ຮັບຮອງເອົາ ການຍົກເລີກ, ລົບລ້າງການເຂົ້າຮ່ວມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີຂອງນາຍົກລັດຖະມົນຕີ;
19. ພິຈາລະນາ, ຮັບຮອງເອົາບັນຫາສົງຄາມ ຫຼື ສັນຕິພາບ ຕາມການສະເໜີຂອງປະທານປະເທດ;
20. ຍົກເລີກນິຕິກຳຂອງພາກສ່ວນຕ່າງໆ ທີ່ຂັດກັບ ລັດຖະທຳມະນູນ ແລະ ກົດໝາຍ, ຍົກເວັ້ນຄຳຕົກລົງກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
21. ມອບສິດໃຫ້ຄະນະປະຈຳສະພາແຫ່ງຊາດ ຕົກລົງວຽກງານທີ່ຈຳເປັນ ແລະ ຮີບດ່ວນແລ້ວລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.
=== ມາດຕາ 54 (ປັບປຸງ) ===
ສະພາແຫ່ງຊາດແຕ່ລະຊຸດ ມີອາຍຸການ ຫ້າປີ.
ສະມາຊິກສະພາແຫ່ງຊາດ ແມ່ນ ພົນລະເມືອງລາວເປັນຜູ້ເລືອກຕັ້ງ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ ຫົກສິບວັນ ກ່ອນ ສະພາແຫ່ງຊາດ ຊຸດເກົ່າຈະໝົດອາຍຸການ.
ໃນກໍລະນີເກີດສົງຄາມ ຫຼື ດ້ວຍສາເຫດອື່ນ ຊຶ່ງກໍ່ຄວາມຫຍຸ້ງຍາກໃຫ້ແກ່ການເລືອກຕັ້ງນັ້ນ ສະພາແຫ່ງຊາດ ອາດຈະຕໍ່ອາຍຸການຂອງຕົນກໍໄດ້ ແຕ່ຕ້ອງດ ຳເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດໃໝ່ ຢ່າງຊ້າບໍ່ໃຫ້ເກີນ ຫົກເດືອນ ພາຍຫຼັງສະພາບການໄດ້ກັບຄືນສູ່ປົກກະຕິ.
ໃນກໍລະນີ ທີ່ມີຄວາມຈຳເປັນ ສະພາແຫ່ງຊາດ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດກ່ອນໝົດອາຍຸການຂອງຕົນກໍໄດ້ແຕ່ຕ້ອງໄດ້ຮັບຄວາມເຫັນດີຢ່າງໜ້ອຍສອງສ່ວນສາມ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ
=== ມາດຕາ 55 (ປັບປຸງ) ===
ຄະນະປະຈຳສະພາແຫ່ງຊາດ ແມ່ນ ອົງການປະຈ ຳການ ຂອງສະພາແຫ່ງຊາດ, ປະຕິບັດ ໜ້າທີ່ແທນສະພາແຫ່ງຊາດ ໃນເວລາສະພາແຫ່ງຊາດ ບໍ່ໄດ້ເປີດກອງປະຊຸມ.
ຄະນະປະຈຳສະພາແຫ່ງຊາດ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການ ຈຳນວນໜຶ່ງ.
ປະທານແລະຮອງປະທານສະພາແຫ່ງຊາດເປັນທັງປະທານແລະ ຮອງປະທານ ຄະນະປະຈຳ ສະພາແຫ່ງຊາດ.
=== ມາດຕາ 56 (ປັບປຸງ) ===
ຄະນະປະຈຳສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ກະກຽມ ແລະ ຮຽກໂຮມກອງປະຊຸມສະພາແຫ່ງຊາດ;
2. ສະເໜີສ້າງ, ຕີຄວາມໝາຍ, ອະທິບາຍ ລັດຖະທ ຳມະນູນ ແລະ ກົດໝາຍ;
3. ສະເໜີຮ່າງລັດຖະບັນຍັດຕໍ່ປະທານປະເທດ;
4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕ ຳແໜ່ງ ຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ,
ຮອງປະທານແລະຜູ້ພິພາກສາຂອງສານປະຊາຊົນຕາມການສະເໜີຂອງປະທານສານປະຊາຊົນສູງສຸດ; 5. ແຕ່ງຕັ້ງຄະນະກ ຳມະການເລືອກຕັ້ງລະດັບຊາດ;
6. ຕົກລົງກ່ຽວກັບການໃຫ້ສັດຕະຍາບັນແກ່ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີ ຂອງນາຍົກລັດຖະມົນຕີ;
7. ຮັບ ແລະ ພິຈາລະນາ ຄ ຳຮ້ອງຂໍຄວາມເປັນທ ຳຂອງພົນລະເມືອງ.
=== ມາດຕາ 57 (ປັບປຸງ) ===
ສະພາແຫ່ງຊາດເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ, ຄະນະປະຈຳສະພາແຫ່ງຊາດ
ອາດຈະຮຽກໂຮມກອງປະຊຸມສະໄໝວິສາມັນກໍໄດ້ ຖ້າເຫັນວ່າມີຄວາມຈຳເປັນ.
ກອງປະຊຸມສະພາແຫ່ງຊາດ ຈະດຳເນີນໄດ້ກໍຕໍ່ເມື່ອມີສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ ຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທັງໝົດ.
=== ມາດຕາ 58 (ໃໝ່) ===
ມະຕິຂອງກອງປະຊຸມສະພາແຫ່ງຊາດ ຈະມີຄຸນຄ່າໄດ້ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າ ເຄິ່ງໜຶ່ງຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ ເວັ້ນເສຍແຕ່ກໍລະນີທີ່ໄດ້
ກ ຳນົດໄວ້ໃນມາດຕາ 54, 66, 68 ແລະ ມາດຕາ 118 ຂອງລັດຖະທ ຳມະນູນ.
=== ມາດຕາ 59 (ປັບປຸງ) ===
ການຈັດຕັ້ງ ທີ່ມີສິດສະເໜີສ້າງຮ່າງກົດໝາຍ ມີ ດັ່ງນີ້:
1. ປະທານປະເທດ;
2. ຄະນະປະຈ ຳສະພາແຫ່ງຊາດ;
3. ລັດຖະບານ;
4. ອົງການໄອຍະການປະຊາຊົນສູງສຸດ;
5. ສານປະຊາຊົນສູງສຸດ;
6. ອົງການກວດສອບແຫ່ງລັດ;
7. ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.
=== ມາດຕາ 60 (ປັບປຸງ) ===
ກົດໝາຍທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາແລ້ວນັ້ນ ຕ້ອງໄດ້ປະກາດໃຊ້ໂດຍປະທານ ປະເທດ ຢ່າງຊ້າບໍ່ໃຫ້ເກີນ ສາມສິບວັນ ນັບແຕ່ວັນໄດ້ຮັບຮອງເປັນຕົ້ນໄປ, ໃນໄລຍະເວລາດັ່ງກ່າວນັ້ນປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຄືນໃໝ່, ກົດໝາຍທີ່ໄດ້ນຳມາພິຈາລະນາຄືນໃໝ່ນັ້ນ ຖ້າວ່າສະພາແຫ່ງຊາດ ຫາກຍັງຕົກລົງຢັ້ງຢືນເອົາຕາມເດີມແລ້ວ ປະທານປະເທດ ກໍຕ້ອງປະກາດໃຊ້ພາຍໃນກຳນົດ ສິບຫ້າວັນ.
ກົດໝາຍທີ່ປະທານປະເທດ ປະກາດໃຊ້ແລ້ວນັ້ນ ຈະມີຜົນສັກສິດໄດ້ ກໍຕໍ່ເມື່ອໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ ຍົກເວັ້ນກໍລະນີ ທີ່ກົດໝາຍໄດ້ກຳນົດໄວ້ສະເພາະ.
=== ມາດຕາ 61 (ປັບປຸງ) ===
ບັນຫາທີ່ກ່ຽວພັນເຖິງຊາຕາກຳຂອງປະເທດຊາດ ແລະ ຜົນປະໂຫຍດອັນໃຫຍ່ຫຼວງຂອງປະຊາຊົນ ຕ້ອງໄດ້ຮັບການຄົ້ນຄວ້າພິຈາລະນາຈາກສະພາແຫ່ງຊາດ ຫຼື ຄະນະປະຈ ຳສະພາແຫ່ງຊາດ.
=== ມາດຕາ 62 (ປັບປຸງ) ===
ສະພາແຫ່ງຊາດ ສ້າງຕັ້ງບັນວາກຳມາທິການຂອງຕົນ ຊຶ່ງມີໜ້າທີ່ພິຈາລະນາຮ່າງກົດໝາຍ ແລະ ຮ່າງລັດຖະບັນຍັດ ແລ້ວສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ພ້ອມທັງຊ່ວຍສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ປະຕິບັດສິດໃນການຕິດຕາມກວດກາ ການເຄື່ອນໄຫວຂອງບັນດາອົງການລັດ
=== ມາດຕາ 63 (ປັບປຸງ) ===
ສະມາຊິກສະພາແຫ່ງຊາດ ມີສິດຊັກຖາມ ນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບ ແຫ່ງລັດ.
ບຸກຄົນທີ່ຖືກຊັກຖາມນັ້ນ ຕ້ອງຊີ້ແຈງ ຕໍ່ກອງປະຊຸມສະພາແຫ່ງຊາດ ດ້ວຍວາຈາ ຫຼື ສະມາຊິກສະພາແຫ່ງຊາດ ຈະບໍ່ຖືກດ ຳເນີນຄະດີອາຍາ ຫຼື ຈັບຕົວ, ກັກຕົວ ແລະ ກັກຂັງເປັນ ລາຍລັກອັກສອນ.
=== ມາດຕາ 64 (ປັບປຸງ) ===
ສະມາຊິກສະພາແຫ່ງຊາດ ຈະບໍ່ຖືກດຳເນີນຄະດີອາຍາ ຫຼື ຈັບຕົວ, ກັກຕົວ ແລະ ກັກຂັງຖ້າຫາກບໍ່ໄດ້ຮັບຄວາມເຫັນດີຈາກ ສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດ.
ໃນກໍລະນີ ການກະທຳຜິດເຊິ່ງໜ້າ ຫຼື ຮີບດ່ວນນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕ້ອງລາຍງານໃນທັນທີໃຫ້ ສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ.
ການສືບສວນ-ສອບສວນ ບໍ່ເປັນສາເຫດພາໃຫ້ສະມາຊິກສະພາແຫ່ງຊາດ ທີ່ຖືກດຳເນີນຄະດີ ນັ້ນ ຂາດປະຊຸມສະພາແຫ່ງຊາດ.
== ໝວດທີ VI ປະທານປະເທດ ==
=== ມາດຕາ 65 (ປັບປຸງ) ===
ປະທານປະເທດ ເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ, ເປັນຜູ້ຕາງໜ້າປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນປະທານ ສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ, ເປັນແມ່ທັບກ ຳລັງປະກອບອາວຸດປະຊາຊົນ ເພື່ອຮັບປະກັນ ຄວາມເປັນເອກະລາດ, ອ ຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງປະເທດຊາດ.
=== ມາດຕາ 66 (ປັບປຸງ) ===
ປະທານປະເທດ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ດ້ວຍຄະແນນສຽງຫຼາຍກວ່າສອງສ່ວນສາມ ຂອງຈ ຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.
ປະທານປະເທດ ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.
ປະທານປະເທດ ດຳລົງຕຳແໜ່ງບໍ່ເກີນສອງສະໄໝຕິດຕໍ່ກັນ.
ປະທານປະເທດ ມີຫ້ອງວ່າການປະທານປະເທດ

ລຸ້ນແກ້ໄຂເກົ່າເມື່ອ 13:01, 13 ມີນາ 2024

ຫົວຂໍ້: ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015)

ປະເພດ ນິຕິກໍາ: ລັດຖະທໍາມະນູນ

ອອກໂດຍ: ສະພາແຫ່ງຊາດ

ພາກສ່ວນຮັບຜິດຊອບ: ສະພາແຫ່ງຊາດ

ວັນທີ່ ນິຕິກໍາ : 15-12-2015

ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 04-02-2016

ຄຳນຳ

ນັບເປັນເວລາຫຼາຍພັນປີມາແລ້ວ ທີ່ບັນພະບູລຸດຂອງຊາດລາວ ໄດ້ພ້ອມກັບປະຊາຊົນລາວ ບັນດາເຜົ່າ ດຳເນີນການຕໍ່ສູ້ ເພື່ອການດຳລົງຄົງຕົວ ແລະ ຂະຫຍາຍຕົວຢູ່ບົນດິນແດນອັນແສນຮັກແຫ່ງນີ້. ເລີ່ມແຕ່ກາງສະຕະວັດທີສິບສີ່ເປັນຕົ້ນມາ, ບັນພະບູລຸດຂອງພວກເຮົາ ໂດຍສະເພາະເຈົ້າຟ້າງຸ່ມໄດ້ພາ ປະຊາຊົນເຮົາ ກໍ່ຕັ້ງ ແລະ ສ້າງປະເທດລ້ານຊ້າງ ໃຫ້ເປັນເອກະພາບ ແລະ ຈະເລີນຮຸ່ງເຮືອງ.

ຕັ້ງແຕ່ສະຕະວັດທີສິບແປດເປັນຕົ້ນມາ, ແຜ່ນດິນລາວໄດ້ຖືກບັນດາອິດທິກ ຳລັງພາຍນອກຈ້ອງມອງ, ແບ່ງແຍກ ແລະ ຮຸກຮານຢູ່ສະເໝີ. ປະຊາຊົນເຮົາໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອອັນພິລະອາດຫານ ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ໄດ້ຕໍ່ສູ້ ຢ່າງຕໍ່ເນື່ອງ, ໜຽວແໜ້ນ ເພື່ອກອບກູ້ເອກະລາດ, ອິດສະລະພາບ.

ນັບແຕ່ປີ 1930 ເປັນຕົ້ນມາ ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ດຳເນີນການ ຕໍ່ສູ້ອັນຫຍຸ້ງຍາກລຳບາກ, ພິລະອາດຫານ ແລະ ເຕັມໄປດ້ວຍຄວາມເສຍສະລະ ຈົນສາມາດທັບມ້າງ ແອກຄອບຄອງ, ການກົດຂີ່ຂອງພວກລ່າເມືອງຂຶ້ນ ແລະ ລະບອບສັກດີນາໃຫ້ພັງທະລາຍລົງຢ່າງສິ້ນເຊີງ, ປົດປ່ອຍປະເທດ ຊາດຢ່າງສົມບູນ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໃນວັນທີ 2 ທັນວາ 1975, ອັນໄດ້ໄຂສັງກາດໃໝ່, ສັງກາດທີ່ປະເທດຊາດມີເອກະລາດ ແລະ ປະຊາຊົນ ໄດ້ມີອິດສະລະພາບຢ່າງແທ້ຈິງ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍມານີ້, ປະຊາຊົນເຮົາ ພາຍໃຕ້ການນຳພາ ຂອງພັກ ປະຊາຊົນປະຕິວັດລາວ ໄດ້ພ້ອມກັນປະຕິບັດ ສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ໂດຍສະເພາະແມ່ນການດຳເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ແລະ ຂອງຍຸກສະໄໝ ເຂົ້າໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ເຮັດໃຫ້ປະຊາຊົນຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມມີ ຄວາມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ສ້າງປະຖົມ ປັດໄຈກ້າວຂຶ້ນ ສູ່ສັງຄົມນິຍົມ.

ໃນໄລຍະໃໝ່ນີ້, ຊີວິດຂອງສັງຄົມ ໄດ້ຮຽກຮ້ອງໃຫ້ລັດເຮົາຕ້ອງຫັນໄປສູ່ການຄຸ້ມຄອງລັດ ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຍ້ອນແນວນັ້ນ ລັດຖະທຳມະນູນສະບັບທຳອິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ລັດຖະທຳມະນູນສະບັບທຳອິດ ຈຶ່ງໄດ້ຮັບການປັບປຸງ ແລະ ປະກາດໃຊ້ໃນປີ 2003; ການປັບປຸງ ລັດຖະທຳມະນູນສະບັບ ປີ 2015 ແນໃສ່ປັບປຸງລະບົບອຳນາດແຫ່ງລັດໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່.

ລັດຖະທຳມະນູນ ຂອງ ລະບອບປະຊາທິປະໄຕ ປະຊາຊົນ ຢູ່ປະເທດເຮົາ ໄດ້ຮັບຮູ້ຜົນງານ ອັນຍິ່ງໃຫຍ່ ທີ່ປະຊາຊົນເຮົາຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ກໍຄື ພາລະກິດປ່ຽນແປງໃໝ່. ລັດຖະທຳມະນູນກຳນົດ ລະບອບການເມືອງ, ເສດຖະກິດ ແລະ ສັງຄົມ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການຕ່າງປະເທດ; ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງ: ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່.

ລັດຖະທຳມະນູນ ແມ່ນ ໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການປະກອບຄວາມເຫັນ ຢ່າງກວ້າງຂວາງຂອງປະຊາຊົນ ໃນທົ່ວປະເທດ ທີ່ສ່ອງແສງຢ່າງຈະແຈ້ງເຖິງເຈດຈຳນົງອັນສູງສົ່ງ ຍາວນານ ແລະ ຄວາມຕັດສີນໃຈອັນແຮງກ້າຂອງວົງຄະນະຍາດແຫ່ງຊາດ ທີ່ຈະພ້ອມກັນສູ້ຊົນ ເພື່ອບັນລຸຈຸດໝາຍ ສ້າງປະເທດລາວ ໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ

ໝວດທີ 1 ລະບອບການເມືອງ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເປັນປະເທດເອກະລາດ, ມີອ ຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນ ຳ ແລະ ນ່ານຟ້າ; ເປັນປະເທດເອກະພາບຂອງ ທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້.

ມາດຕາ 2

ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ລັດປະຊາທິປະໄຕ ປະຊາຊົນ. ອ ຳນາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຊຶ່ງ ປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກ ຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ເປັນຫຼັກແຫຼ່ງ.

ມາດຕາ 3

ສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນ ດ້ວຍການເຄື່ອນໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວ ເປັນແກນນຳ.

ມາດຕາ 4 (ປັບປຸງ)

ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ຊຶ່ງແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ ແມ່ນປະຕິບັດຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ລົງຄະແນນສຽງປິດລັບ.

ຜູ້ປ່ອນບັດເລືອກຕັ້ງ ມີສິດສະເໜີປົດຜູ້ແທນຂອງຕົນໄດ້ ຖ້າເຫັນວ່າມີການປະພຶດຕົນບໍ່ສົມກຽດ ສັກສີ ແລະ ຂາດຄວາມໄວ້ວາງໃຈຈາກປະຊາຊົນ.

ມາດຕາ 5 (ປັບປຸງ)

ສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ທຸກອົງການຂອງລັດ ໄດ້ຮັບການຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ

ມາດຕາ 6 (ປັບປຸງ)

ລັດ ປົກປ້ອງສິດອິດສະລະພາບ ແລະ ສິດປະຊາທິປະໄຕຂອງປະຊາຊົນ ທີ່ບໍ່ມີໃຜຈະລ່ວງລະເມີດໄດ້. ທຸກອົງການ ແລະ ພະນັກງານຂອງລັດ ຕ້ອງໂຄສະນາ ເຜີຍແຜ່ ອົບຮົມບັນດານະໂຍບາຍ, ກົດໝາຍ ແລະ ລະບຽບການໃຫ້ປະຊາຊົນຮັບຮູ້ຢ່າງກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດ

ຢ່າງເຂັ້ມງວດ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ.

ຫ້າມທຸກການກະທຳແບບອາດຍາສິດ, ຂົ່ມຂູ່ອັນຈະກໍ່ຄວາມເສຍຫາຍເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະ ຊັບສົມບັດຂອງປະຊາຊົນ.

ມາດຕາ 7 (ປັບປຸງ)

ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສະຫະພັນກ ຳມະບານລາວ, ສະຫະພັນແມ່ຍິງລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບັນດາອົງການຈັດຕັ້ງສັງຄົມ ເປັນບ່ອນສຶກສາ ອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຊັ້ນຄົນຂອງທຸກຊົນເຜົ່າ ເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທ ຳຂອງສະມາຊິກໃນອົງການຈັດຕັ້ງຂອງຕົນ, ມີ ສິດ ແລະ ໜ້າທີ່ ຕິດຕາມກວດກາ ການເຄື່ອນໄຫວຂອງ ສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ສະມາຊິກ ຂອງສະພາດັ່ງກ່າວ.

ມາດຕາ 8 (ປັບປຸງ)

ລັດ ປະຕິບັດນະໂຍບາຍສາມັກຄີ ແລະ ສະເໝີພາບ ລະຫວ່າງຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ມີສິດປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ແລະ ຂອງຊາດ. ຫ້າມທຸກການກະທຳທີ່ເປັນການແບ່ງແຍກ ແລະ ການປະພຶດທີ່ເປັນການຈຳແນກ

ລະຫວ່າງຊົນເຜົ່າ.

ລັດ ນຳໃຊ້ທຸກມາດຕະການເພື່ອຂະຫຍາຍ ແລະຍົກລະດັບເສດຖະກິດ-ສັງຄົມ ຂອງທຸກຊົນເຜົ່າໃຫ້ສູງຂຶ້ນ.

ມາດຕາ 9 (ປັບປຸງ)

ລັດ ເຄົາລົບ ແລະ ປົກປ້ອງການເຄື່ອນໄຫວ ອັນຖືກກົດໝາຍຂອງພຸດທະສາສະນິກະຊົນ ແລະ ສາສະນິກະຊົນອື່ນ, ປຸກລະດົມສົ່ງເສີມພຣະພິກຂຸສົງສາມະເນນ ແລະ ນັກບວດຂອງສາສະໜາອື່ນ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວທີ່ເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ.

ຫ້າມທຸກການກະທຳ ທີ່ເປັນການແບ່ງແຍກສາສະໜາ ແລະ ແບ່ງແຍກປະຊາຊົນ

ມາດຕາ 10 (ປັບປຸງ)

ລັດ ປົກຄອງ ແລະ ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດໝາຍ.

ອົງການຈັດຕັ້ງຂອງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນ ຕ້ອງເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ.

ມາດຕາ 11 (ປັບປຸງ)

ລັດ ປະຕິບັດແນວທາງ, ນະໂຍບາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ ດ້ານ, ສ້າງ ແລະ ປັບປຸງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນ, ເຂັ້ມແຂງ, ມີ ແບບແຜນທັນສະໄໝ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມສາມາດປະຕິບັດ ໜ້າທີ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຊີວິດ, ຊັບສິນ ແລະ ການອອກແຮງງານຂອງປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມັ່ງຄັ່ງ ເຂັ້ມແຂງ.

ມາດຕາ 12

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື; ຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບ ທຸກປະເທດ ບົນຫຼັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນ ອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໜັບສະໜູນການຕໍ່ສູ້ຂອງປະຊາຊົນ ໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.

ໝວດທີ II ລະບອບເສດຖະກິດ ແລະ ສັງຄົມ

ມາດຕາ 13 (ປັບປຸງ)

ເສດຖະກິດແຫ່ງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ເສດຖະກິດ ຕະຫຼາດຕາມທິດສັງຄົມນິຍົມ ຊຶ່ງປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບການກຳມະສິດ ທີ່ຄົງຕົວຢ່າງຍາວນານ ມີ ຄວາມສະເໝີພາບ, ທັງແກ່ງແຍ່ງແຂ່ງຂັນ ແລະ ຮ່ວມມືກັນ ພາຍໃຕ້ ກົດໝາຍ, ສົ່ງເສີມເສດຖະກິດພູມປັນຍາ, ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນເພື່ອຮັບປະກັນ ໃຫ້ເສດຖະກິດແຫ່ງຊາດ ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ໝັ້ນທ່ຽງ, ມີຄວາມກົມກຽວກັບ

ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ຕາມທິດຍືນຍົງ ເພື່ອຍົກລະດັບຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໃຫ້ສູງຂຶ້ນ.

ມາດຕາ 14

ລັດ ສົ່ງເສີມທຸກພາກສ່ວນເສດຖະກິດພາຍໃນປະເທດ ລົງທຶນເຂົ້າໃນການຜະລິດ, ທຸລະກິດ ແລະ ການບໍລິການ, ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເຮັດໃຫ້ ເສດຖະກິດແຫ່ງຊາດ ເຕີບໃຫຍ່ ເຂັ້ມແຂງ.

ມາດຕາ 15 (ປັບປຸງ)

ລັດ ສົ່ງເສີມການລົງທຶນຂອງຕ່າງປະເທດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ສ້າງສິ່ງແວດລ້ອມ ອ ຳນວຍຄວາມສະດວກໃຫ້ແກ່ການນ ຳເອົາທຶນ, ເຕັກໂນໂລຊີ, ນະວັດຕະກຳ

ແລະ ການຄຸ້ມຄອງທີ່ກ້າວໜ້າ ເຂົ້າສູ່ຂະບວນການຜະລິດ, ທຸລະກິດ ແລະ ການບໍລິການ. ຊັບສົມບັດ ແລະທຶນທີ່ຖືກຕ້ອງຕາມກົດໝາຍຂອງຜູ້ລົງທຶນ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະບໍ່ຖືກເກັບເກນ, ບໍ່ຖືກຍຶດ ຫຼື ໂອນເປັນຂອງລັດ.

ມາດຕາ 16

ລັດ ປົກປ້ອງ ແລະ ເສີມຂະຫຍາຍບັນດາຮູບການກ ຳມະສິດຂອງລັດ, ລວມໝູ່, ເອກະເທດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ລົງທຶນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ມາດຕາ 17 (ປັບປຸງ)

ລັດປົກປ້ອງສິດກ່ຽວກັບກ ຳມະສິດ (ສິດຄອບຄອງ, ສິດນ ຳໃຊ້, ສິດໄດ້ຮັບໝາກຜົນ, ສິດຊີ້ຂາດ) ແລະ ສິດສືບທອດຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕາມກົດໝາຍ; ທີ່ດິນ, ແຮ່ທາດ, ນາໍ້, ອາກາດ, ປ່າໄມ້, ເຄື່ອງປ່າຂອງດົງ, ສັດນ, ສັດປ່າ, ຊັບພະຍາກອນ ທ ຳມະຊາດອື່ນ ເປັນກ ຳມະສິດຂອງວົງຄະນະຍາດແຫ່ງຊາດ ຊຶ່ງລັດ ເປັນຕົວແທນ ແລະ ຄຸ້ມຄອງ ຢ່າງລວມສູນເປັນເອກະພາບ ໃນຂອບເຂດທົ່ວປະເທດ ຕາມກົດໝາຍ.

ມາດຕາ 18 (ປັບປຸງ)

ລັດ ຄຸ້ມຄອງເສດຖະກິດ ຕາມກົນໄກເສດຖະກິດຕະຫຼາດທີ່ມີການດັດສົມດ້ວຍກົດໝາຍ, ເພີ່ມທະວີບົດບາດ ຄຸ້ມຄອງມະຫາພາກ ຂອງຂະແໜງການສູນກາງ, ປະຕິບັດຫຼັກການສົມທົບ ການຄຸ້ມຄອງ ລວມສູນ ເປັນເອກະພາບ ຂອງຂະແໜງການສູນກາງ ກັບການແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ຕາມກົດໝາຍ

ມາດຕາ 19 (ປັບປຸງ)

ລັດ ສົ່ງເສີມການປົກປັກຮັກສາຊັບພະຍາກອນທ ຳມະຊາດ, ຟື້ນຟູສິ່ງແວດລ້ອມ ທີ່ ຖືກທ ຳລາຍ, ຊຸດໂຊມ ແລະ ພັດທະນາໃຫ້ອຸດົມສົມບູນ ແລະ ຍືນຍົງ.

ທຸກອົງການຈັດຕັ້ງ ແລະ ພົນລະເມືອງທຸກຄົນ ຕ້ອງປົກປັກຮັກສາ, ອະນຸລັກຊີວະນາໆພັນ ແລະ ນ ຳໃຊ້ຊັບພະຍາກອນທ ຳມະຊາດ ຕາມທິດຍືນຍົງ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍເປີດກວ້າງ

ມາດຕາ 20 (ປັບປຸງ)

ການພົວພັນ ຮ່ວມມືເສດຖະກິດກັບຕ່າງປະເທດ ໂດຍນ ຳໃຊ້ຮູບການສ ຳພັນເສດຖະກິດ ແບບຫຼາຍທິດ,

ຫຼາຍຝ່າຍ, ຫຼາຍຮູບແບບ ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ ຂອງກັນ ແລະ ກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມາດຕາ 21 (ປັບປຸງ)

ລັດ ໃຫ້ຄວາມສ ຳຄັນແກ່ການພັດທະນາເສດຖະກິດ ຕິດພັນກັບການພັດທະນາ ວັດທະນະທ ຳ, ສັງຄົມ ແລະ ສິ່ງແວດລ້ອມຕາມທິດຍືນຍົງ ໂດຍໃຫ້ບູລິມະສິດແກ່ການພັດທະນາຊັບພະຍາກອນ

ມະນຸດ.

ມາດຕາ 22 (ປັບປຸງ)

ລັດ ເອົາໃຈໃສ່ປະຕິບັດນະໂຍບາຍການສຶກສາແຫ່ງຊາດ ເພື່ອສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ ແລະ ມີວິຊາຊີບ.

ລັດ ແລະ ທົ່ວສັງຄົມ ຕັ້ງໜ້າພັດທະນາການສຶກສາແຫ່ງຊາດ ໃຫ້ມີຄຸນນະພາບ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ປະຊາຊົນ ໄດ້ຮັບການສຶກສາຢ່າງທົ່ວເຖິງ ໂດຍສະເພາະ ປະຊາຊົນທີ່ຢູ່ເຂດຫ່າງໄກ ສອກຫຼີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ພິການ.

ລັດ ສົ່ງເສີມ ແລະ ຊຸກຍູ້ໃຫ້ເອກະຊົນລົງທຶນເຂົ້າໃນການພັດທະນາການສຶກສາແຫ່ງຊາດຕາມກົດໝາຍ.

ມາດຕາ 23

ລັດ ສົ່ງເສີມການອະນຸລັກວັດທະນະທ ຳ ທີ່ເປັນເອກະລັກ ແລະ ເປັນມູນເຊື້ອອັນດີງາມ ຂອງຊາດ ແລະ ຂອງຊົນເຜົ່າ ສົມທົບກັບການຮັບເອົາວັດທະນະທ ຳຂອງໂລກຢ່າງມີການເລືອກເຟັ້ນ.

ລັດ ສົ່ງເສີມການເຄື່ອນໄຫວວັດທະນະທຳ, ສິນລະປະວັນນະຄະດີ, ການປະດິດຄິດແຕ່ງ, ຄຸ້ມຄອງ ແລະປົກປັກຮັກສາມໍຣະດົກທາງດ້ານວັດທະນະທ ຳ, ປະຫວັດສາດ ແລະ ທ ຳມະຊາດ, ບູລະນະ, ປະຕິສັງຂອນວັດຖຸບູຮານ ແລະ ປູຊະນີຍະສະຖານ.

ລັດເອົາໃຈໃສ່ປັບປຸງ ແລະ ຂະຫຍາຍວຽກງານສື່ມວນຊົນ ເພື່ອຮັບໃຊ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຫ້າມ ທຸກການເຄື່ອນໄຫວດ້ານວັດທະນະທ ຳ ຫຼື ນ ຳໃຊ້ສື່ມວນຊົນ ເພື່ອກໍ່ຄວາມເສຍຫາຍ ໃຫ້ແກ່ຜົນປະໂຫຍດຂອງຊາດ, ທ ຳລາຍຮີດຄອງປະເພນີອັນດີງາມ ຫຼື ກຽດສັກສີຂອງຄົນລາວ.

ມາດຕາ 24 (ປັບປຸງ)

ລັດ ເອົາໃຈໃສ່ສົ່ງເສີມສະຕິປັນຍາ, ຫົວຄິດປະດິດສ້າງໃນວຽກງານຄົ້ນຄວ້າ, ວິໄຈ ແລະ ການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ປົກປ້ອງຊັບສິນທາງປັນຍາ ໄປຄຽງຄູ່ກັບ

ການບຳລຸງ ແລະ ສ້າງນັກວິທະຍາສາດ ເພື່ອຊຸກຍູ້ການຫັນເປັນອຸດສາຫະກ ຳ ແລະ ທັນສະໄໝ.

ມາດຕາ 25 (ປັບປຸງ)

ລັດ ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍວຽກງານສາທາລະນະສຸກ ເພື່ອຮັກສາ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນ.

ລັດ ແລະ ສັງຄົມ ຕັ້ງໜ້າກໍ່ສ້າງ, ປັບປຸງລະບົບການກັນພະຍາດ, ປິ່ນປົວຄົນເຈັບຢ່າງທົ່ວເຖິງ ແລະ ມີຄຸນນະພາບ, ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນໄດ້ຮັບການເບິ່ງແຍງດ້ານສຸຂະພາບ ໂດຍ ສະເພາະ ແມ່ ແລະ ເດັກນ້ອຍ, ປະຊາຊົນຜູ້ທຸກຍາກ ແລະ ຜູ້ຢູ່ເຂດຫ່າງໄກສອກຫຼີກ ເພື່ອໃຫ້ທຸກຄົນມີສຸຂະພາບດີ.

ລັດ ສົ່ງເສີມ ແລະ ຊຸກຍູ້ໃຫ້ເອກະຊົນລົງທຶນໃນການບໍລິການດ້ານສາທາລະນະສຸກ ທີ່ກ້າວໜ້າ ແລະ ທັນສະໄໝ.

ຫ້າມ ທຸກການບໍລິການດ້ານສາທາລະນະສຸກ ທີ່ເປັນການລະເມີດກົດໝາຍ.

ມາດຕາ 26

ລັດ ແລະ ສັງຄົມ ເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະ ລົງທຶນໃນການກິລາ-ກາຍຍະກ ຳ ຂອງມະຫາຊົນ ນັບທັງປະເພດກິລາ ທີ່ເປັນມູນເຊື້ອອັນດີງາມຂອງເຜົ່າຕ່າງໆ ແລະ ກິລາສາກົນ ເພື່ອຍົກລະດັບຄວາມສາມາດດ້ານການກິລາໃຫ້ສູງຂຶ້ນ, ເສີມສ້າງກ ຳລັງ ປະຊາຊົນ. ແລະ ສຸຂະພາບຂອງປະຊາຊົນ

ມາດຕາ 27

ລັດ ແລະ ສັງຄົມ ເອົາໃຈໃສ່ພັດທະນາສີມືແຮງງານ; ຍົກສູງວິໄນແຮງງານ, ສົ່ງເສີມວິຊາຊີບ ແລະວຽກເຮັດງານທ ຳຂອງປະຊາຊົນ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທ ຳຂອງຜູ້ອອກແຮງງານ.

ມາດຕາ 28

ລັດ ແລະ ສັງຄົມ ເອົາໃຈໃສ່ປະຕິບັດນະໂຍບາຍສະຫວັດດີການສັງຄົມເປັນຢ່າງດີ ໂດຍ ສະເພາະ ຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບ ຳນານ, ຜູ້ເສຍອົງຄະ, ຄອບຄົວ ຜູ້ເສຍສະລະຊີວິດ ເພື່ອພາລະກິດປະຕິວັດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.

ມາດຕາ 29

ລັດ, ສັງຄົມ ແລະ ຄອບຄົວ ເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາ ແລະ ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງ ແມ່ຍິງ ແລະ ເດັກນ້ອຍ.

ມາດຕາ 30 (ປັບປຸງ)

ລັດ ແລະ ສັງຄົມ ສົ່ງເສີມ, ເປີດກວ້າງ ແລະ ພັດທະນາການທ່ອງທ່ຽວທາງດ້ານວັດທະນະທ ຳ, ປະຫວັດສາດ ແລະ ທ ຳມະຊາດ ໃຫ້ກາຍເປັນອຸດສາຫະກ ຳທ່ອງທ່ຽວທີ່ມີເອກະລັກສະເພາະ ແລະ ເປັນຂະແໜງເສດຖະກິດທີ່ສ ຳຄັນຂອງຊາດ. ຫ້າມການທ່ອງທ່ຽວ ທີ່ຈະສ້າງຄວາມເສື່ອມເສຍຕໍ່ວັດທະນະທຳອັນດີງາມຂອງຊາດ ຫຼື ເປັນ ການລະເມີດກົດໝາຍ.

ໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ມາດຕາ 31 (ປັບປຸງ)

ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພັນທະ ແລະ ໜ້າທີ່ຂອງທຸກການຈັດຕັ້ງ ແລະ ພົນລະເມືອງລາວທຸກຄົນ ໂດຍແມ່ນກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຫຼັກແຫຼ່ງ ໃນການປົກປັກຮັກສາຄວາມເປັນເອກະລາດ, ອ ຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ປະເທດຊາດ; ປົກປັກຮັກສາຊີວິດ ແລະ ຊັບສິນຂອງປະຊາຊົນ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ.

ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງສົມທົບແໜ້ນກັບການພັດທະນາເສດຖະກິດ -ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 32 (ປັບປຸງ)

ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເຊີດຊູຄວາມຈົງຮັກພັກດີຕໍ່ປະເທດຊາດ, ເປັນກຳລັງປະກອບອາວຸດຂອງ ປະຊາຊົນ ທີ່ມີທາດແທ້ປະຕິວັດ, ລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທັນສະໄໝ, ມີ ຄວາມສາມາດໃນການສູ້ຮົບສູງ; ເປັນກຳລັງຫຼັກແຫຼ່ງໃນການຮັກສາຄວາມໝັ້ນຄົງຂອງປະເທດຊາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ເຂົ້າຮ່ວມຕ້ານ, ສະກັດກັ້ນ ແລະ ແກ້ໄຂໄພພິບັດທຳມະຊາດ.

ລັດ ເອົາໃຈໃສ່ພັດທະນາພື້ນຖານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບ ວັດຖູປະກອນ, ເຕັກນິກ, ເຕັກໂນໂລຊີ, ພາຫະນະ, ເຄື່ອງມື ແລະ ຍົກລະດັບຄວາມຮູ້, ຄວາມສາມາດ, ວິຊາສະເພາະ, ສິນລະປະຍຸດແລະຍຸດທະວິທີຂອງກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນ

ມາດຕາ 33

ລັດ ແລະ ສັງຄົມ ເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ; ປະຕິບັດນະໂຍບາຍແນວຫຼັງຕໍ່ກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເພີ່ມທະວີ ຄວາມສາມາດໃນການປະຕິບັດໜ້າທີ່ ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບຂອງສັງຄົມ.

ກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຕົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ແລະ ເຂົ້າຮ່ວມ

ໝວດທີ IV ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ

ມາດຕາ 34 (ປັບປຸງ)

ພົນລະເມືອງລາວ ແມ່ນ ຜູ້ມີສັນຊາດລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ລັດຮັບຮູ້, ເຄົາລົບ, ປົກປ້ອງ ແລະຮັບປະກັນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງຕາມກົດໝາຍ.

ມາດຕາ 35

ພົນລະເມືອງລາວ ໂດຍບໍ່ຈ ຳແນກຍິງ-ຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ

ມາດຕາ 36 (ປັບປຸງ)

ພົນລະເມືອງລາວ ຜູ້ມີອາຍຸແຕ່ສິບແປດປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ຊາວເອັດປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານ ຕັດສີນລົງໂທດຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.

ມາດຕາ 37

ພົນລະເມືອງລາວ ຍິງຊາຍມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຄອບຄົວ.

ມາດຕາ 38 (ປັບປຸງ)

ພົນລະເມືອງລາວ ມີສິດໄດ້ຮັບການ ສຶກສາ ຄົ້ນຄວ້າ, ຮ ຳຮຽນ ເພື່ອພັດທະນາຕົນເອງໃຫ້ມີຄວາມກ້າວໜ້າ.

ມາດຕາ 39

ພົນລະເມືອງລາວ ມີສິດເຮັດວຽກ ແລະ ປະກອບອາຊີບທີ່ບໍ່ຂັດກັບກົດໝາຍ. ຜູ້ອອກແຮງງານ ມີສິດໄດ້ຮັບການພັກຜ່ອນ, ໄດ້ຮັບການປິ່ນປົວໃນເວລາເຈັບເປັນ, ໄດ້ຮັບ

ການຊ່ວຍເຫຼືອ ໃນກໍລະນີ ໝົດຄວາມສາມາດອອກແຮງງານ, ເສຍອົງຄະ, ໃນເວລາເຖົ້າແກ່ ແລະ ໃນກໍລະນີອື່ນ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ.

ມາດຕາ 40

ພົນລະເມືອງລາວ ມີສິດເສລີພາບໃນການຕັ້ງພູມລ ຳເນົາ ແລະ ໃນການໄປມາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 41 (ປັບປຸງ)

ພົນລະເມືອງລາວ ມີສິດສະເໜີ, ຮ້ອງຟ້ອງ ແລະ ຮ້ອງຂໍຄວາມເປັນທຳ ຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫຼື ສິດ ແລະ ຜົນປະໂຫຍດສະເພາະຂອງຕົນ.

ຄຳສະເໜີ, ຄຳຮ້ອງຟ້ອງ ແລະ ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ໄຂ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 42 (ປັບປຸງ)

ພົນລະເມືອງລາວ ມີສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານຊີວິດ, ຮ່າງກາຍ, ກຽດສັກສີ ແລະ ເຄຫະສະຖານ.

ພົນລະເມືອງລາວ ຈະບໍ່ຖືກ ຈັບຕົວ, ກັກຂັງ ຫຼື ກວດຄົ້ນເຄຫະສະຖານ ຖ້າຫາກບໍ່ມີຄ ຳສັ່ງ ຂອງອົງການໄອຍະການ ຫຼື ສານ ປະຊາຊົນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກ ຳນົດໄວ້ໃນກົດໝາຍ.

ມາດຕາ 43 (ປັບປຸງ)

ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ ທີ່ບໍ່ຂັດກັບກົດໝາຍ.

ມາດຕາ 44

ພົນລະເມືອງລາວ ມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຂັດກັບກົດໝາຍ.

ມາດຕາ 45 (ປັບປຸງ)

ພົນລະເມືອງລາວ ມີສິດເສລີພາບໃນການຄົ້ນຄວ້າ ແລະ ນຳໃຊ້ຄວາມກ້າວໜ້າທາງດ້ານ ວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ, ປະດິດສ້າງສິນລະປະວັນນະຄະດີ ແລະ ເຄື່ອນໄຫວ

ວັດທະນະທຳ ທີ່ບໍ່ຂັດກັບກົດໝາຍ.

ມາດຕາ 46

ລັດ ປົກປ້ອງສິດ ແລະຜົນປະໂຫຍດອັນຖືກກົດໝາຍ ຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ.

ມາດຕາ 47 (ປັບປຸງ)

ພົນລະເມືອງລາວ ມີພັນທະເຄົາລົບ ແລະ ປະຕິບັດລັດຖະທ ຳມະນູນ, ກົດໝາຍ, ປະຕິບັດ ລະບຽບການອອກແຮງງານ, ລະບຽບການດ ຳລົງຊີວິດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢ່າງເຂັ້ມງວດ.

ມາດຕາ 48

ພົນລະເມືອງລາວ ມີພັນທະເສຍພາສີ ແລະ ອາກອນ ຕາມກົດໝາຍ

ມາດຕາ 49

ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະ ປ້ອງກັນຄວາມສະຫງົບ, ປະຕິບັດ ພັນທະການທະຫານ ຕາມກົດໝາຍ.

ມາດຕາ 50 (ປັບປຸງ)

ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ ມີສິດໄດ້ຮັບການປົກປ້ອງສິດ ແລະ ເສລີພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ມີສິດສະເໜີ, ຮ້ອງຟ້ອງ, ຮ້ອງຂໍຄວາມເປັນທ ຳ ຕໍ່ອົງການລັດທີ່ກ່ຽວຂ້ອງ, ມີພັນທະເຄົາລົບລັດຖະທ ຳມະນູນ ແລະ ກົດໝາຍຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຄົນຕ່າງປະເທດ ທີ່ມີຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງເປັນພິເສດ ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ມີສິດໄດ້ຮັບນາມມະຍົດພົນລະເມືອງ ກິດຕິມະສັກຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ມາດຕາ 51

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ຖືກປາບປາມຍ້ອນໄດ້ທຳການຕໍ່ສູ້ ເພື່ອອິດສະລະພາບ, ຄວາມເປັນທຳ, ສັນຕິພາບ ແລະ ພາລະກິດວິທະຍາສາດ.

ໝວດທີ V ສະພາແຫ່ງຊາດ

ມາດຕາ 52 (ປັບປຸງ)

ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດແຫ່ງອ ຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສ ຳຄັນພື້ນຖານ ຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ.

ມາດຕາ 53 (ປັບປຸງ)

ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ພິຈາລະນາ, ຮັບຮອງເອົາ ລັດຖະທ ຳມະນູນ ແລະ ກົດໝາຍ

2. ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ການດັດແກ້ແຜນງົບປະມານແຫ່ງລັດ;

3. ພິຈາລະນາ, ຮັບຮອງເອົາ ນະໂຍບາຍພື້ນຖານດ້ານການເງິນ, ເງິນຕາ, ອັດຕາສ່ວນ ການຂາດດຸນງົບປະມານ, ອັດຕາສ່ວນໜີ້ສິນຂອງລັດຖະບານ, ອັດຕາສ່ວນໜີ້ສິນສາທາລະນະ;

4. ພິຈາລະນາ, ຮັບຮອງເຂົາ ການກ ຳນົດ, ການປ່ຽນແປງ, ການລົບລ້າງ ຫຼື ການຍົກເວັ້ນ ອັດຕາ ພາສີ ແລະ ອາກອນ;

5. ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທ ຳມະນູນ ແລະ ກົດໝາຍຂອງ ບັນດາອົງການລັດ;

6. ເລືອກຕັ້ງ ຫຼື ປົດຕ ຳແໜ່ງ ປະທານ, ຮອງປະທານ ແລະ ກ ຳມະການຄະນະປະຈ ຳ ສະພາແຫ່ງຊາດ;

7. ເລືອກຕັ້ງ ຫຼື ປົດຕ ຳແໜ່ງ ປະທານປະເທດ ແລະ ຮອງປະທານປະເທດ ຕາມ ການສະເໜີຂອງຄະນະປະຈ ຳສະພາແຫ່ງຊາດ;

8. ເລືອກຕັ້ງ ຫຼື ປົດຕ ຳແໜ່ງ ນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;

9. ເລືອກຕັ້ງ ຫຼື ປົດຕ ຳແໜ່ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານ ປະຊາຊົນສູງສຸດແລະ ປະທານອົງການກວດສອບແຫ່ງລັດຕາມການສະເໜີຂອງປະທານປະເທດ;

ສານ 10. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕ ຳແໜ່ງ ປະທານ, ຮອງປະທານກ ຳມາທິການ ແລະ ເລຂາທິການ ສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈ ຳ ສະພາແຫ່ງຊາດ;

11. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕ ຳແໜ່ງ

ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;

12. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕ ຳແໜ່ງ ສະມາຊິກ

ສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ; 13. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກ ຂອງສະພາແຫ່ງຊາດ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກ ຳມາທິການ ແລະ ຄະນະເລຂາທິການ ສະພາແຫ່ງຊາດ;

14. ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການສ້າງຕັ້ງ, ຍຸບເລີກ,

ໂຮມເຂົ້າ, ແຍກອອກ ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ຕາມ ການສະເໜີ ຂອງນາຍົກລັດຖະມົນຕີ

15. ພິຈາລະນາ, ຮັບຮອງເອົາເຂດແດນຂອງແຂວງ, ນະຄອນຫຼວງ ຕາມການສະເໜີຂອງ ລັດຖະມົນຕີ;

ນາຍົກ 16. ພິຈາລະນາຍຸບ ສະພາປະຊາຊົນຂັ້ນແຂວງ ໃນກໍລະນີສະພາປະຊາຊົນນັ້ນຫາກໄດ້ສ້າງ

ຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ;

17. ພິຈາລະນາ, ຮັບຮອງເອົາການໃຫ້ນິລະໂທດກ ຳ ຕາມການສະເໜີຂອງຄະນະປະຈ ຳ

18. ພິຈາລະນາ, ຮັບຮອງເອົາ ການຍົກເລີກ, ລົບລ້າງການເຂົ້າຮ່ວມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີຂອງນາຍົກລັດຖະມົນຕີ;

19. ພິຈາລະນາ, ຮັບຮອງເອົາບັນຫາສົງຄາມ ຫຼື ສັນຕິພາບ ຕາມການສະເໜີຂອງປະທານປະເທດ;

20. ຍົກເລີກນິຕິກຳຂອງພາກສ່ວນຕ່າງໆ ທີ່ຂັດກັບ ລັດຖະທຳມະນູນ ແລະ ກົດໝາຍ, ຍົກເວັ້ນຄຳຕົກລົງກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;

21. ມອບສິດໃຫ້ຄະນະປະຈຳສະພາແຫ່ງຊາດ ຕົກລົງວຽກງານທີ່ຈຳເປັນ ແລະ ຮີບດ່ວນແລ້ວລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.

ມາດຕາ 54 (ປັບປຸງ)

ສະພາແຫ່ງຊາດແຕ່ລະຊຸດ ມີອາຍຸການ ຫ້າປີ.

ສະມາຊິກສະພາແຫ່ງຊາດ ແມ່ນ ພົນລະເມືອງລາວເປັນຜູ້ເລືອກຕັ້ງ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ ຫົກສິບວັນ ກ່ອນ ສະພາແຫ່ງຊາດ ຊຸດເກົ່າຈະໝົດອາຍຸການ.

ໃນກໍລະນີເກີດສົງຄາມ ຫຼື ດ້ວຍສາເຫດອື່ນ ຊຶ່ງກໍ່ຄວາມຫຍຸ້ງຍາກໃຫ້ແກ່ການເລືອກຕັ້ງນັ້ນ ສະພາແຫ່ງຊາດ ອາດຈະຕໍ່ອາຍຸການຂອງຕົນກໍໄດ້ ແຕ່ຕ້ອງດ ຳເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດໃໝ່ ຢ່າງຊ້າບໍ່ໃຫ້ເກີນ ຫົກເດືອນ ພາຍຫຼັງສະພາບການໄດ້ກັບຄືນສູ່ປົກກະຕິ.

ໃນກໍລະນີ ທີ່ມີຄວາມຈຳເປັນ ສະພາແຫ່ງຊາດ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດກ່ອນໝົດອາຍຸການຂອງຕົນກໍໄດ້ແຕ່ຕ້ອງໄດ້ຮັບຄວາມເຫັນດີຢ່າງໜ້ອຍສອງສ່ວນສາມ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ

ມາດຕາ 55 (ປັບປຸງ)

ຄະນະປະຈຳສະພາແຫ່ງຊາດ ແມ່ນ ອົງການປະຈ ຳການ ຂອງສະພາແຫ່ງຊາດ, ປະຕິບັດ ໜ້າທີ່ແທນສະພາແຫ່ງຊາດ ໃນເວລາສະພາແຫ່ງຊາດ ບໍ່ໄດ້ເປີດກອງປະຊຸມ.

ຄະນະປະຈຳສະພາແຫ່ງຊາດ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການ ຈຳນວນໜຶ່ງ.

ປະທານແລະຮອງປະທານສະພາແຫ່ງຊາດເປັນທັງປະທານແລະ ຮອງປະທານ ຄະນະປະຈຳ ສະພາແຫ່ງຊາດ.

ມາດຕາ 56 (ປັບປຸງ)

ຄະນະປະຈຳສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ກະກຽມ ແລະ ຮຽກໂຮມກອງປະຊຸມສະພາແຫ່ງຊາດ;

2. ສະເໜີສ້າງ, ຕີຄວາມໝາຍ, ອະທິບາຍ ລັດຖະທ ຳມະນູນ ແລະ ກົດໝາຍ;

3. ສະເໜີຮ່າງລັດຖະບັນຍັດຕໍ່ປະທານປະເທດ;

4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕ ຳແໜ່ງ ຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ,

ຮອງປະທານແລະຜູ້ພິພາກສາຂອງສານປະຊາຊົນຕາມການສະເໜີຂອງປະທານສານປະຊາຊົນສູງສຸດ; 5. ແຕ່ງຕັ້ງຄະນະກ ຳມະການເລືອກຕັ້ງລະດັບຊາດ;

6. ຕົກລົງກ່ຽວກັບການໃຫ້ສັດຕະຍາບັນແກ່ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີ ຂອງນາຍົກລັດຖະມົນຕີ;

7. ຮັບ ແລະ ພິຈາລະນາ ຄ ຳຮ້ອງຂໍຄວາມເປັນທ ຳຂອງພົນລະເມືອງ.

ມາດຕາ 57 (ປັບປຸງ)

ສະພາແຫ່ງຊາດເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ, ຄະນະປະຈຳສະພາແຫ່ງຊາດ

ອາດຈະຮຽກໂຮມກອງປະຊຸມສະໄໝວິສາມັນກໍໄດ້ ຖ້າເຫັນວ່າມີຄວາມຈຳເປັນ.

ກອງປະຊຸມສະພາແຫ່ງຊາດ ຈະດຳເນີນໄດ້ກໍຕໍ່ເມື່ອມີສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ ຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທັງໝົດ.

ມາດຕາ 58 (ໃໝ່)

ມະຕິຂອງກອງປະຊຸມສະພາແຫ່ງຊາດ ຈະມີຄຸນຄ່າໄດ້ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າ ເຄິ່ງໜຶ່ງຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ ເວັ້ນເສຍແຕ່ກໍລະນີທີ່ໄດ້

ກ ຳນົດໄວ້ໃນມາດຕາ 54, 66, 68 ແລະ ມາດຕາ 118 ຂອງລັດຖະທ ຳມະນູນ.

ມາດຕາ 59 (ປັບປຸງ)

ການຈັດຕັ້ງ ທີ່ມີສິດສະເໜີສ້າງຮ່າງກົດໝາຍ ມີ ດັ່ງນີ້:

1. ປະທານປະເທດ;

2. ຄະນະປະຈ ຳສະພາແຫ່ງຊາດ;

3. ລັດຖະບານ;

4. ອົງການໄອຍະການປະຊາຊົນສູງສຸດ;

5. ສານປະຊາຊົນສູງສຸດ;

6. ອົງການກວດສອບແຫ່ງລັດ;

7. ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

ມາດຕາ 60 (ປັບປຸງ)

ກົດໝາຍທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາແລ້ວນັ້ນ ຕ້ອງໄດ້ປະກາດໃຊ້ໂດຍປະທານ ປະເທດ ຢ່າງຊ້າບໍ່ໃຫ້ເກີນ ສາມສິບວັນ ນັບແຕ່ວັນໄດ້ຮັບຮອງເປັນຕົ້ນໄປ, ໃນໄລຍະເວລາດັ່ງກ່າວນັ້ນປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຄືນໃໝ່, ກົດໝາຍທີ່ໄດ້ນຳມາພິຈາລະນາຄືນໃໝ່ນັ້ນ ຖ້າວ່າສະພາແຫ່ງຊາດ ຫາກຍັງຕົກລົງຢັ້ງຢືນເອົາຕາມເດີມແລ້ວ ປະທານປະເທດ ກໍຕ້ອງປະກາດໃຊ້ພາຍໃນກຳນົດ ສິບຫ້າວັນ.

ກົດໝາຍທີ່ປະທານປະເທດ ປະກາດໃຊ້ແລ້ວນັ້ນ ຈະມີຜົນສັກສິດໄດ້ ກໍຕໍ່ເມື່ອໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ ຍົກເວັ້ນກໍລະນີ ທີ່ກົດໝາຍໄດ້ກຳນົດໄວ້ສະເພາະ.

ມາດຕາ 61 (ປັບປຸງ)

ບັນຫາທີ່ກ່ຽວພັນເຖິງຊາຕາກຳຂອງປະເທດຊາດ ແລະ ຜົນປະໂຫຍດອັນໃຫຍ່ຫຼວງຂອງປະຊາຊົນ ຕ້ອງໄດ້ຮັບການຄົ້ນຄວ້າພິຈາລະນາຈາກສະພາແຫ່ງຊາດ ຫຼື ຄະນະປະຈ ຳສະພາແຫ່ງຊາດ.

ມາດຕາ 62 (ປັບປຸງ)

ສະພາແຫ່ງຊາດ ສ້າງຕັ້ງບັນວາກຳມາທິການຂອງຕົນ ຊຶ່ງມີໜ້າທີ່ພິຈາລະນາຮ່າງກົດໝາຍ ແລະ ຮ່າງລັດຖະບັນຍັດ ແລ້ວສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ພ້ອມທັງຊ່ວຍສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ປະຕິບັດສິດໃນການຕິດຕາມກວດກາ ການເຄື່ອນໄຫວຂອງບັນດາອົງການລັດ

ມາດຕາ 63 (ປັບປຸງ)

ສະມາຊິກສະພາແຫ່ງຊາດ ມີສິດຊັກຖາມ ນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບ ແຫ່ງລັດ.

ບຸກຄົນທີ່ຖືກຊັກຖາມນັ້ນ ຕ້ອງຊີ້ແຈງ ຕໍ່ກອງປະຊຸມສະພາແຫ່ງຊາດ ດ້ວຍວາຈາ ຫຼື ສະມາຊິກສະພາແຫ່ງຊາດ ຈະບໍ່ຖືກດ ຳເນີນຄະດີອາຍາ ຫຼື ຈັບຕົວ, ກັກຕົວ ແລະ ກັກຂັງເປັນ ລາຍລັກອັກສອນ.

ມາດຕາ 64 (ປັບປຸງ)

ສະມາຊິກສະພາແຫ່ງຊາດ ຈະບໍ່ຖືກດຳເນີນຄະດີອາຍາ ຫຼື ຈັບຕົວ, ກັກຕົວ ແລະ ກັກຂັງຖ້າຫາກບໍ່ໄດ້ຮັບຄວາມເຫັນດີຈາກ ສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດ.

ໃນກໍລະນີ ການກະທຳຜິດເຊິ່ງໜ້າ ຫຼື ຮີບດ່ວນນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕ້ອງລາຍງານໃນທັນທີໃຫ້ ສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ.

ການສືບສວນ-ສອບສວນ ບໍ່ເປັນສາເຫດພາໃຫ້ສະມາຊິກສະພາແຫ່ງຊາດ ທີ່ຖືກດຳເນີນຄະດີ ນັ້ນ ຂາດປະຊຸມສະພາແຫ່ງຊາດ.

ໝວດທີ VI ປະທານປະເທດ

ມາດຕາ 65 (ປັບປຸງ)

ປະທານປະເທດ ເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ, ເປັນຜູ້ຕາງໜ້າປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນປະທານ ສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ, ເປັນແມ່ທັບກ ຳລັງປະກອບອາວຸດປະຊາຊົນ ເພື່ອຮັບປະກັນ ຄວາມເປັນເອກະລາດ, ອ ຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງປະເທດຊາດ.

ມາດຕາ 66 (ປັບປຸງ)