ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ: Difference between revisions

ຈາກ Laopedia
(ສິດ ແລະ ພາລະບົບບາດ ຂອງຫ້ອງຄຸ້ມຄອງຫໍສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ)
 
(Protected "ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 

Latest revision as of 11:32, 2 ກໍລະກົດ 2025

ຫ້ອງການຄຸ້ມຄອງ ຫໍສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ມີໜ້າທີ່ ດັ່ງນີ້:

1.     ຄົ້ນຄວ້າ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຂໍທິດຊີ້ນໍາຂອງຂັ້ນເທິງ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດຕາມລະບຽບກົດໝາຍ ແລະ ນິຕິກໍາຕ່າງໆ ທີ່ຕິດພັນກັບພາລະບົດບາດຂອງຫ້ອງການ;

2.     ຄົ້ນຄວ້າ, ສັງລວມ, ຂຶ້ນແຜນ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານການລົງທຶນຂອງລັດ ຂອງສະພາແຫ່ງຊາດ ທີ່ພົວພັນກັບການຄຸ້ມຄອງ, ນຳໃຊ້, ອະນາໄມທໍາຄວາມສະອາດ ທີ່ກ່ຽວຂ້ອງກັບການບູລະນະຮັກສາ, ສ້ອມແປງ-ປ່ຽນຖ່າຍ/ຕິດຕັ້ງໃໝ່, ສຳຫຼວດ, ອອກແບບ, ກໍ່ສ້າງໃໝ່ ພື້ນຖານໂຄງລ່າງຂອງຫໍສະພາແຫ່ງຊາດ ທີ່ເປັນອາຄານ ຫຼື ສິ່ງປຸກສ້າງເຄຫາສະຖານ, ລະບົບ-ອຸປະກອນໄຟຟ້າ ແລະ ກົນຈັກ, ລະບົບ-ອຸປະກອນໄອທີ ແລະ ໂທລະຄົມມະນາຄົມ, ລະບົບ-ອຸປະກອນຄຸ້ມຄອງຄວາມປອດໄພ;

3.     ຄຸ້ມຄອງ, ຕິດຕາມ ບັນດາພື້ນຖານໂຄງລ່າງຂອງສະພາແຫ່ງຊາດ ທີ່ເປັນອາຄານເຄຫາສະຖານ ເປັນຕົ້ນ ຫໍສະພາແຫ່ງຊາດ, ອາຄານເຮັດວຽກຂອງຄະນະເລຂາທິການສະພາແຫ່ງຊາດ, ຫໍພັກກອງຮ້ອຍປ້ອງກັນສະພາແຫ່ງຊາດ, ອາຄານເຕັກນິກ, ປ້ອມຍາມ, ຮົ້ວ-ປະຕູໂຂງ, ບ່ອນຈອດລົດ, ໂຄງຫຼັງຄາບ່ອນຈອດລົດ, ທາງພາຍໃນຂອງເຂດຂອງສະພາແຫ່ງຊາດ, ນໍ້າພຸ; ກວດກາ ແລະ ຮັບຮອງດ້ານວິຊາການໃນວຽກງານ ສຳຫຼວດ-ອອກແບບ ແລະ ກໍ່ສ້າງໃໝ່ພື້ນຖານໂຄງລ່າງຂອງຫໍສະພາແຫ່ງຊາດ ທີ່ເປັນອາຄານ ຫຼື ສິ່ງປຸກສ້າງ ຂອງສະພາແຫ່ງຊາດ; ຄຸ້ມຄອງ, ຕິດຕາມກວດກາ, ບໍາລຸງຮັກສາ ຕົ້ນໄມ້-ເຂດຂຽວ ທັງພາຍໃນ ແລະ ພາຍນອກອາຄານ ໃນຂອບເຂດຂອງສະພາແຫ່ງຊາດ; ຄຸ້ມຄອງ ແລະ ຂຶ້ນບັນຊີຊັບສີນ ທີ່ເປັນອາຄານ ຫຼື ສິ່ງປຸກສ້າງ (ວັດສະດຸກໍ່ສ້າງ, ວັດສະດຸຕົບແຕ່ງປະດັບປະດາດ້ານສະຖາປັດ, ເຟີນີເຈີຫ້ອງການເຮັດວຽກ);

4.     ຄຸ້ມຄອງ, ຕິດຕາມ ລະບົບ-ອຸປະກອນໄຟຟ້າ ແລະ ກົນຈັກ ເປັນຕົ້ນ, ເປັນເຈົ້າການໃນການປະກອບເອກະສານ ຈັດຊື້-ຈັດຈ້າງ ຄັດເລືອກບໍລິສັດຄູ່ສັນຍາ, ໃນການບໍລິການສ້ອມແປງ ແລະ ບໍາລຸງຮັກສາລະບົບລີບ, ຂັ້ນໄດເລື່ອນ, ລະບົບ VRV, ລະບົບໄຟຟ້າ-ກົນຈັກ, ລະບົບນໍ້າປະປາ; ຄຸ້ມຄອງອຸປະກອນຊັບສິນປະເພດ ອຸປະກອນໄຟຟ້າ-ກົນຈັກ ແລະ ອຸປະກອນນໍ້າປະປາ ທັງໝົດໃນອາຄານຫໍສະພາແຫ່ງຊາດ; ລົງສໍາຫຼວດເກັບກໍາຂໍ້ມູນບັນດາອຸປະກອນໄຟຟ້າ,  ອຸປະກອນນໍ້າປະປາ ແລະ ອຸປະກອນເຄື່ອງສຸຂະພັນຫ້ອງນໍ້າທີ່ເປ່ເພ ພ້ອມທັງຂື້ນແຜນສ້ອມແປງປ່ຽນຖ່າຍ, ຄຸ້ມຄອງແຜນຜັງການເດີນລະບົບໄຟຟ້າ-ກົນຈັກ, ປະສານສົມທົບກັບພາກສ່ວນຕ່າງໆ ໃນການກວດແຊັກລະບົບໝໍ້ແປງໄຟຟ້າ, ຕູ້ສະວິກເກຍ, ຈັກປັ່ນໄຟຟ້າສໍາຮອງ ແລະ UPS;

5.     ຄຸ້ມຄອງ, ຕິດຕາມ ລະບົບໄອທີ ແລະ ໂທລະຄົມມະນາຄົມ ເປັນຕົ້ນ ຄຸ້ມຄອງ, ຕິດຕາມ ລະບົບໄອທີ ແລະ ໂທລະຄົມມະນາຄົມ ເປັນຕົ້ນ ຄອມພິວເຕີ (Computer), ເຄື່ອງພິມ (Printer), ເຄື່ອງໂຟໂຕກັອບປີ້ (Copier), ເຄື່ອງຖ່າຍເອກະສານ(Scanner), ເຄື່ອງສາຍເອກະສານ(Projector), ອຸປະກອນເຄືອຂ່າຍ(Networks), ອິນເຕີເນັດ, ລະບົບເຄື່ອງແມ່ຄອມພິວເຕີ(Servers), ລະບົບໂທລະສັບຕັ້ງໂຕະ(Analog/IP Phone), ລະບົບໂທລະພາບ (IPTV), ລະບົບປ້າຍເອເລັກໂຕຼນິກ (Digital Signage), ເຄື່ອງສຽງຫ້ອງປະຊຸມ, ເຄື່ອງແປພາສາ ແລະ ບັນດາເຄື່ອງອຸປະກອນກອງປະຊຸມທາງໄກ(Video Conference);

6.   ຄຸ້ມຄອງ, ຕິດຕາມ ລະບົບ-ອຸປະກອນຄຸ້ມຄອງຄວາມປອດໄພ ເປັນຕົ້ນ ຂຶ້ນບັນຊີອປະກອນ, ຈັດຊື້, ຄຸ້ມຄອງ ແລະ ບໍາລຸງຮັກສາ ອຸປະກອນ-ເຄື່ອງມືດັບເພີງ, ກ້ອງວົງຈອນປິດ, ປະຕູນິລະໄພ, ເຄື່ອງສະແກນລະເບີດ, ລະບົບຄຸ້ມຄອງພາຫະນະເຂົ້າບອອກສະພາແຫ່ງຊາດ ແລະ ອຸປະກອນຮັກສາຄວາມປອດໄພອື່ນໆ; ເປັນເຈົ້າການວຽກງານຮັກສາຄວາມປອດໄພ, ວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພ ໂດຍປະສານສົມທົບກັບ ກອງຮ້ອຍປ້ອງກັນຫໍສະພາແຫ່ງຊາດ ແລະ ເຈົ້າໜ້າທີ່ກອງບັນຊາການຕ້ານ ແລະ ສະກັດກັ້ນອັກຄີໄພ ແລະ ເຈົ້າໜ້າທີ່ອື່ນໆທີ່ກ່ຽວຂ້ອງ;

7.     ເປັນເຈົ້າການປະກອບເອກະສານການປະມູນ, ຈັດຊື້-ຈັດຈ້າງ, ເຊັນສັນຍາຜູກພັນກັບຜູ້ໃຫ້ບໍລິການທີ່ພົວພັນກັບໜ້າວຽກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ,  ເປັນຕົ້ນ ການຈັດຊື້ປະກັນໄພອາຄານ, ບັນດາໜ້າວຽກທີ່ພົວພັນເຖິງ ອາຄານ ຫຼື ສິ່ງປຸກສ້າງເຄຫາສະຖານ, ລະບົບ-ອຸປະກອນໄຟຟ້າ ແລະ ກົນຈັກ, ລະບົບ-ອຸປະກອນໄອທີ ແລະ ໂທລະຄົມມະນາຄົມ, ລະບົບ-ອຸປະກອນຄຸ້ມຄອງຄວາມປອດໄພ ຕາມໜ້າວຽກທີ່ຕົນຮັບຜິດຊອບ ແລະ ອື່ນໆ ໂດຍການມອບໝາຍຂອງຄະນະເລຂາທິການສະພາແຫ່ງຊາດ;

8.     ປະສານສົມທົບທາງດ້ານວິຊາການ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດທີ່ພົວພັນກັບເຕັກນິກໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຕາມການຕົກລົງເຫັນດີຂອງຄະນະເລຂາທິການສະພາແຫ່ງຊາດ;

9.     ສັງລວມ, ສະຫຼຸບລາຍງານການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຫ້ອງການ ໃນແຕ່ລະເດືອນ, ປະຈໍາໄຕມາດ, 6 ເດືອນ, ປະຈໍາປີ ແລະ 5 ປີ ຕໍ່ຄະນະເລຂາທິການສະພາແຫ່ງຊາດ;

10.  ຂື້ນແຜນ, ສ້າງ, ປັບປຸງ, ຈັດຝຶກອົບຮົມ ແລະ ເຜີຍແຜ່ ບັນດາລະບຽບການຄຸ້ມຄອງ-ນໍາໃຊ້, ນິຕິກໍາກ່ຽວຂ້ອງ, ຄູ່ມືແນະນໍາ ການນໍາໃຊ້ສິ່ງອໍານວຍຄວາມສະດວກ ກ່ຽວກັບວຽກງານໃນຂະແໜງການທີ່ຕົນຮັບຜິດຊອບ;

11.  ຂຶ້ນແຜນກຳນົດເຂົ້າຮ່ວມການຝຶກອົບຮົມ, ບຳລຸງຍົກລະດັບ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ໃນຫ້ອງການຂອງຕົນ;

12.  ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະເລຂາທິການສະພາແຫ່ງຊາດ.


ມາດຕາ 4  ຂອບເຂດສິດ.

ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ມີສິດ ດັ່ງນີ້:

1.       ສະເໜີ ສ້າງຕັ້ງ, ປັບປຸງ ຫຼື ລົບລ້າງໂຄງປະກອບກົງຈັກ ແລະ ຕໍາແໜ່ງງານທີ່ຂຶ້ນກັບສິດຄຸ້ມຄອງຂອງຫ້ອງການເພື່ອໃຫ້ສົມຄູ່ກັບໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃນແຕ່ລະໄລຍະ;

2.       ສະເໜີ ແຕ່ງຕັ້ງ, ຊັບຊ້ອນ, ຍົກຍ້າຍ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໃນ ຫຼື ປົດຕຳແໜ່ງ ລັດຖະກອນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ບົນພື້ນຖານການເຫັນດີເປັນເອກະພາບຂອງ ກົມຈັດຕັ້ງ ແລະ ພະນັກ ງານ;

3.    ສະເໜີ ສ້າງ, ປັບປຸງດັດແກ້ຄູ່ມື, ຄຳແນະນຳ ການຄຸ້ມຄອງ-ນຳໃຊ້ພື້ນຖານໂຄງລ່າງຂອງສະພາແຫ່ງຊາດ;

4.       ພົວພັນ, ປະສານສົມທົບ ທາງດ້ານວິຊາການ ກັບບັນດາກົມພາຍໃນສະພາແຫ່ງຊາດ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ພົວພັນກັບເຕັກນິກພື້ນຖານໂຄງລ່າງຂອງສະພາແຫ່ງຊາດ;

5.       ຕິດຕາມກວດກາ ການຈັດຕັ້ງ ແລະ ເຄື່ອນໄຫວຮອບດ້ານຂອງບັນດາພະແນກພາຍໃນຫ້ອງການ ແລະ ການ ເຄື່ອນໄຫວວຽກງານຕາມການມອບໝາຍ;

6.       ພົວພັນ, ເຈລະຈາ, ເຊັນສັນຍາ ຫຼື ຂໍ້ຜູກພັນກັບພາກສວ່ນຕ່າງໆ ຕາມການອະນຸມັດຂອງ ຄະນະເລຂາທິການສະພາແຫ່ງຊາດ;

7.    ນຳໃຊ້ງົບປະມານ, ອຸປະກອນ, ເຄື່ອງມື ແລະ ຍານພາຫະນະ ຕາມການຕົກລົງເຫັນດີຂອງ ຄະນະເລຂາທິການສະພາແຫ່ງຊາດ;

8.       ສະເໜີຝຶກອົບຮົມ, ຈັດກອງປະຊຸມ ທາງດ້ານວິຊາການໃຫ້ແກ່ ພະນັກງານ-ລັດຖະກອນ ກ່ຽວກັບ ນິຕິກໍາກ່ຽວຂ້ອງ ການນຳໃຊ້ຂໍ້ມູນຂ່າວສານ, ອຸປະກອນ-ເຄື່ອງມື ແລະ ສິ່ງອຳນວຍຄວາມສະດວກຕ່າງໆ;

9.       ປະຕິບັດສິດອື່ນໆ ຕາມການມອບໝາຍ ຂອງຄະນະເລຂາທິການສະພາແຫ່ງຊາດ.


ໝວດທີ III

ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ

ມາດຕາ 5 ໂຄງປະກອບກົງຈັກ.

ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ປະກອບມີ:

1.  ພະແນກ ເຄຫາສະຖານ;

2.  ພະແນກ ໄຟຟ້າ ແລະ ກົນຈັກ;

3.  ພະແນກ ໄອທີ ແລະ ໂທລະຄົມມະນາຄົມ;

4.  ພະແນກ ຄຸ້ມຄອງຄວາມປອດໄພ.

ມາດຕາ 6 ໂຄງປະກອບບຸກຄະລາກອນ

ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:

1.  ຫົວໜ້າຫ້ອງການ;                      

2.  ຮອງຫົວໜ້າຫ້ອງການ;

3.  ຫົວໜ້າພະແນກ;

4.  ຮອງຫົວໜ້າພະແນກ;

ລັດຖະກອນວິຊາການ.