ແຫຼ່ງທ່ອງທ່ຽວພູຟ້າ.: Difference between revisions

ຈາກ Laopedia
(ໜ້າໃໝ່: ພູຟ້າ ແມ່ນມິ່ງຂວັນເມືອງ ຂອງຊາວເມືອງຜົ້ງສາລີ, ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອຂອງຕົວເມືອງຜົ້ງສາລີ, ມີຄວາມສູງຈາກລະດັບນໍ້າທະເລ 1,625 ແມັດ, ມີຂັ້ນໄດຍ່າງແຕ່ຕີນພູຫາຈອມພູ 863 ຂັ້ນ ເຊິ່...)
 
(Protected "ແຫຼ່ງທ່ອງທ່ຽວພູຟ້າ."([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))

ລຸ້ນແກ້ໄຂເກົ່າເມື່ອ 04:42, 4 ກຸມພາ 2024

ພູຟ້າ ແມ່ນມິ່ງຂວັນເມືອງ ຂອງຊາວເມືອງຜົ້ງສາລີ, ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອຂອງຕົວເມືອງຜົ້ງສາລີ, ມີຄວາມສູງຈາກລະດັບນໍ້າທະເລ 1,625 ແມັດ, ມີຂັ້ນໄດຍ່າງແຕ່ຕີນພູຫາຈອມພູ 863 ຂັ້ນ ເຊິ່ງຢູ່ເທິງຈອມພູ ເປັນຈຸດຊົມວິວຂອງເທດສະບານເມືອງຜົ້ງສາລີ, ຊົມຕາເວັນຕົກ ແລະ ທະເລໝອກໃນຍາມເຊົ້າ, ພູຟ້າມີເນື້ອທີ່ທັງໝົດ 200 ເຮັກຕາ, ເປັນພູທີ່ອຸດົມສົມບູນໄປດ້ວຍປ່າໄມ້ດົກໜາ ແລະ ພືດພັນຫຼາຍສິ່ງຫຼາຍຢ່າງ ທັງເປັນພື້ນທີ່ອາໄສຂອງສັດປ່ານາໆສະນິດ, ໃນຂົງເຂດພູຟ້າມີເສັ້ນທາງສັນຈອນສະດວກດ້ວຍທາງເບຕົງ ແລະ ມີສະຖານທີ່ພັກຜ່ອນກວ້າງຂວາງ ເໝາະສົມແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທີ່ຈະມາສໍາພັດ ແລະ ທ່ຽວຊົມ ເພື່ອພັກຜ່ອນຍ່ອນອາລົມ ແລະ ສູບເອົາອາກາດບໍລິສຸດ. ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=2