ພະທາດ​ປູ​ມປຸກ: Difference between revisions

ຈາກ Laopedia
(ໜ້າໃໝ່: ພະທາດປູມປຸກ ແມ່ນພະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນ້ຳທາ, ສ້າງຂຶ້ນໃນປີ ຄສ 1628 ເພື່ອເປັນ ສັນຍາລັກ ແຫ່ງມິດຕະພາບ ລະຫວ່າງ ເມືອງຫົວທາ ແລະ ເມືອງຊຽງແສນ. ພະທາດດວງເກົ່າ ໄດ້ຖືກຍົນອ...)
 
(Protected "ພະທາດ​ປູ​ມປຸກ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 04:23, 4 ກຸມພາ 2024

ພະທາດປູມປຸກ ແມ່ນພະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນ້ຳທາ, ສ້າງຂຶ້ນໃນປີ ຄສ 1628 ເພື່ອເປັນ ສັນຍາລັກ ແຫ່ງມິດຕະພາບ ລະຫວ່າງ ເມືອງຫົວທາ ແລະ ເມືອງຊຽງແສນ. ພະທາດດວງເກົ່າ ໄດ້ຖືກຍົນອາເມລິກາ ຖິ້ມລະເບີດທຳລາຍ ໃນປີ 1966. ປະຈຸບັນ ຍັງມີຮ່ອງຮອຍເສດເຫຼືອຢູ່ຂ້າງພະທາດດວງໃໝ່. ພະທາດປູມປຸກ ຕັ້ງຢູ່ຫ່າງຈາກເທດສະບານແຂວງຫຼວງນ້ຳທາປະມານ 7 ກິໂລແມັດ. ທ່ານສາມາດຂີ່ລົດໂດຍສານ ຫຼື ລົດຖີບໄປເຖິງສະຖານທີ່ດັ່ງກ່າວໄດ້. ປະຈຸບັນ ຍັງບໍ່ທັນມີປ້າຍອະທິບາຍປະຫວັດຄວາມເປັນມາ ຂອງທາດດັ່ງກ່າວ. ບຸນພະທາດປູມປຸກ ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ. ອິງຕາມປະຫວັດສາດ ເມືອງຫຼວງຫົວທາ ບັນທຶກໄວ້ວ່າ: ມາເຖິງເດືອນ 6 ອອກໃໝ່ 13 ຄ່ຳ ປີ ເປິກສີ ຈສ 990 ຄສ 1628 ກົງກັບປີ ພສ 2171 ແມ່ນພະຍານາແລຕາໄຟ ທີ່ປົກຄອງເມືອງຊ້າຍ ຈັນທະບູລີ ແລະ ພະຍາ ສີສຸໂທທະນະ ທຳມີກະລາຊາ ແຫ່ງເມືອງຊຽງແສນ ໄດ້ຕົກລົງເຫັນດີນຳກັນໄດ້ນຳ ເອົາໄພ່ພົນທັງສອງ ເມືອງມາເມືອງ ຫຼວງຫົວທາ ເພື່ອກໍ່ສ້າງພະທາດຜູກໄມຕີກັນຂຶ້ນ 2 ດວງຄື: ດວງທີ 1 ສ້າງຂຶ້ນຢູ່ເທິງພູ ທາງທິດຕາເວັນຕົກສຽງເໜືອ ຂອງເມືອງຫຼວງຫົວທາ; ພະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພະຍາສີສຸໂທທະນະ ທຳມີກະລາຊາ ເຈົ້າຜູ້ປົກຄອງເມືອງ ຊຽງແສນ ແລະ ຕັ້ງນາມພະທາດດວງນີ້ວ່າ "ພະທາດພູກຸກ ຫຼື ພະທາດພູປຸກ" ແຕ່ມາໃນໄລຍະຕໍ່ມາ ເອີ້ນວ່າ "ພະທາດ ປູມປຸກ ອິນທະລົງກາຣາຊາທະນີ" ມາຈົນເຖິງປະຈຸບັນ. ດວງທີ 2 ແມ່ນສ້າງຂຶ້ນຢູ່ເທີງພູ ທີ່ມີຊື່ວ່າ "ພູຜາສາດ" ຕັ້ງຢູ່ ທາງທິດຕາເວັນອອກສ່ຽງເໜືອ ຂອງເມືອງຫຼວງຫົວທາ, ປະຈຸບັນບໍ່ລິເວນດັງກ່າວ ແມ່ນຫ່າງຈາກບ້ານນ້ຳທຸງ 2 ກິໂລ ແມັດ ພະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພະຍານາແລຕາໄຟ ຜູ້ປົກຄອງເມືອງຊ້າຍຈັນທະບຸລີແຫ່ງອານາຈັກລ້ານຊ້າງ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=3