ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015): Difference between revisions
No edit summary |
No edit summary |
||
ແຖວ 792: | ແຖວ 792: | ||
ແຫຼ່ງທີ່ມາ: [https://laoofficialgazette.gov.la/kcfinder/upload/files/%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%97%E0%BA%B3%E0%BA%A1%E0%BA%B0%E0%BA%99%E0%BA%B9%E0%BA%99%20%E0%BB%81%E0%BA%AB%E0%BB%88%E0%BA%87%20%E0%BA%AA%E0%BA%9B%E0%BA%9B%20%E0%BA%A5%E0%BA%B2%E0%BA%A7.pdf laoofficialgazette.gov.la/kcfinder/upload/files/ລັດຖະທຳມະນູນ%20ແຫ່ງ%20ສປປ%20ລາວ.pdf] | ແຫຼ່ງທີ່ມາ: [https://laoofficialgazette.gov.la/kcfinder/upload/files/%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%97%E0%BA%B3%E0%BA%A1%E0%BA%B0%E0%BA%99%E0%BA%B9%E0%BA%99%20%E0%BB%81%E0%BA%AB%E0%BB%88%E0%BA%87%20%E0%BA%AA%E0%BA%9B%E0%BA%9B%20%E0%BA%A5%E0%BA%B2%E0%BA%A7.pdf laoofficialgazette.gov.la/kcfinder/upload/files/ລັດຖະທຳມະນູນ%20ແຫ່ງ%20ສປປ%20ລາວ.pdf] | ||
[[ໝວດ:ລັດຖະທຳມະນູນ]] |
Latest revision as of 01:17, 16 ມີນາ 2024
ຫົວຂໍ້: ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015)
ປະເພດ ນິຕິກໍາ: ລັດຖະທໍາມະນູນ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ສະພາແຫ່ງຊາດ
ວັນທີ່ ນິຕິກໍາ: 15-12-2015
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່: 04-02-2016
ຄຳນຳ
ນັບເປັນເວລາຫຼາຍພັນປີມາແລ້ວ ທີ່ບັນພະບູລຸດຂອງຊາດລາວ ໄດ້ພ້ອມກັບປະຊາຊົນລາວ ບັນດາເຜົ່າ ດຳເນີນການຕໍ່ສູ້ ເພື່ອການດຳລົງຄົງຕົວ ແລະ ຂະຫຍາຍຕົວຢູ່ບົນດິນແດນອັນແສນຮັກແຫ່ງນີ້. ເລີ່ມແຕ່ກາງສະຕະວັດທີສິບສີ່ເປັນຕົ້ນມາ, ບັນພະບູລຸດຂອງພວກເຮົາ ໂດຍສະເພາະເຈົ້າຟ້າງຸ່ມໄດ້ພາ ປະຊາຊົນເຮົາ ກໍ່ຕັ້ງ ແລະ ສ້າງປະເທດລ້ານຊ້າງ ໃຫ້ເປັນເອກະພາບ ແລະ ຈະເລີນຮຸ່ງເຮືອງ.
ຕັ້ງແຕ່ສະຕະວັດທີສິບແປດເປັນຕົ້ນມາ, ແຜ່ນດິນລາວໄດ້ຖືກບັນດາອິດທິກ ຳລັງພາຍນອກຈ້ອງມອງ, ແບ່ງແຍກ ແລະ ຮຸກຮານຢູ່ສະເໝີ. ປະຊາຊົນເຮົາໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອອັນພິລະອາດຫານ ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ໄດ້ຕໍ່ສູ້ ຢ່າງຕໍ່ເນື່ອງ, ໜຽວແໜ້ນ ເພື່ອກອບກູ້ເອກະລາດ, ອິດສະລະພາບ.
ນັບແຕ່ປີ 1930 ເປັນຕົ້ນມາ ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ດຳເນີນການ ຕໍ່ສູ້ອັນຫຍຸ້ງຍາກລຳບາກ, ພິລະອາດຫານ ແລະ ເຕັມໄປດ້ວຍຄວາມເສຍສະລະ ຈົນສາມາດທັບມ້າງ ແອກຄອບຄອງ, ການກົດຂີ່ຂອງພວກລ່າເມືອງຂຶ້ນ ແລະ ລະບອບສັກດີນາໃຫ້ພັງທະລາຍລົງຢ່າງສິ້ນເຊີງ, ປົດປ່ອຍປະເທດ ຊາດຢ່າງສົມບູນ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໃນວັນທີ 2 ທັນວາ 1975, ອັນໄດ້ໄຂສັງກາດໃໝ່, ສັງກາດທີ່ປະເທດຊາດມີເອກະລາດ ແລະ ປະຊາຊົນ ໄດ້ມີອິດສະລະພາບຢ່າງແທ້ຈິງ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍມານີ້, ປະຊາຊົນເຮົາ ພາຍໃຕ້ການນຳພາ ຂອງພັກ ປະຊາຊົນປະຕິວັດລາວ ໄດ້ພ້ອມກັນປະຕິບັດ ສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ໂດຍສະເພາະແມ່ນການດຳເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ແລະ ຂອງຍຸກສະໄໝ ເຂົ້າໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ເຮັດໃຫ້ປະຊາຊົນຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມມີ ຄວາມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ສ້າງປະຖົມ ປັດໄຈກ້າວຂຶ້ນ ສູ່ສັງຄົມນິຍົມ.
ໃນໄລຍະໃໝ່ນີ້, ຊີວິດຂອງສັງຄົມ ໄດ້ຮຽກຮ້ອງໃຫ້ລັດເຮົາຕ້ອງຫັນໄປສູ່ການຄຸ້ມຄອງລັດ ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຍ້ອນແນວນັ້ນ ລັດຖະທຳມະນູນສະບັບທຳອິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ລັດຖະທຳມະນູນສະບັບທຳອິດ ຈຶ່ງໄດ້ຮັບການປັບປຸງ ແລະ ປະກາດໃຊ້ໃນປີ 2003; ການປັບປຸງ ລັດຖະທຳມະນູນສະບັບ ປີ 2015 ແນໃສ່ປັບປຸງລະບົບອຳນາດແຫ່ງລັດໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່.
ລັດຖະທຳມະນູນ ຂອງ ລະບອບປະຊາທິປະໄຕ ປະຊາຊົນ ຢູ່ປະເທດເຮົາ ໄດ້ຮັບຮູ້ຜົນງານ ອັນຍິ່ງໃຫຍ່ ທີ່ປະຊາຊົນເຮົາຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ກໍຄື ພາລະກິດປ່ຽນແປງໃໝ່. ລັດຖະທຳມະນູນກຳນົດ ລະບອບການເມືອງ, ເສດຖະກິດ ແລະ ສັງຄົມ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການຕ່າງປະເທດ; ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງ: ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່.
ລັດຖະທຳມະນູນ ແມ່ນ ໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການປະກອບຄວາມເຫັນ ຢ່າງກວ້າງຂວາງຂອງປະຊາຊົນ ໃນທົ່ວປະເທດ ທີ່ສ່ອງແສງຢ່າງຈະແຈ້ງເຖິງເຈດຈຳນົງອັນສູງສົ່ງ ຍາວນານ ແລະ ຄວາມຕັດສີນໃຈອັນແຮງກ້າຂອງວົງຄະນະຍາດແຫ່ງຊາດ ທີ່ຈະພ້ອມກັນສູ້ຊົນ ເພື່ອບັນລຸຈຸດໝາຍ ສ້າງປະເທດລາວ ໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ
ໝວດທີ 1 ລະບອບການເມືອງ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເປັນປະເທດເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນຳ ແລະ ນ່ານຟ້າ; ເປັນປະເທດເອກະພາບຂອງ ທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້.
ມາດຕາ 2
ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ລັດປະຊາທິປະໄຕ ປະຊາຊົນ. ອຳນາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຊຶ່ງ ປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ເປັນຫຼັກແຫຼ່ງ.
ມາດຕາ 3
ສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນ ດ້ວຍການເຄື່ອນໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວ ເປັນແກນນຳ.
ມາດຕາ 4 (ປັບປຸງ)
ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ຊຶ່ງແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ ແມ່ນປະຕິບັດຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ລົງຄະແນນສຽງປິດລັບ.
ຜູ້ປ່ອນບັດເລືອກຕັ້ງ ມີສິດສະເໜີປົດຜູ້ແທນຂອງຕົນໄດ້ ຖ້າເຫັນວ່າມີການປະພຶດຕົນບໍ່ສົມກຽດ ສັກສີ ແລະ ຂາດຄວາມໄວ້ວາງໃຈຈາກປະຊາຊົນ.
ມາດຕາ 5 (ປັບປຸງ)
ສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ທຸກອົງການຂອງລັດ ໄດ້ຮັບການຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ
ມາດຕາ 6 (ປັບປຸງ)
ລັດ ປົກປ້ອງສິດອິດສະລະພາບ ແລະ ສິດປະຊາທິປະໄຕຂອງປະຊາຊົນ ທີ່ບໍ່ມີໃຜຈະລ່ວງລະເມີດໄດ້. ທຸກອົງການ ແລະ ພະນັກງານຂອງລັດ ຕ້ອງໂຄສະນາ ເຜີຍແຜ່ ອົບຮົມບັນດານະໂຍບາຍ, ກົດໝາຍ ແລະ ລະບຽບການໃຫ້ປະຊາຊົນຮັບຮູ້ຢ່າງກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດ
ຢ່າງເຂັ້ມງວດ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ.
ຫ້າມທຸກການກະທຳແບບອາດຍາສິດ, ຂົ່ມຂູ່ອັນຈະກໍ່ຄວາມເສຍຫາຍເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະ ຊັບສົມບັດຂອງປະຊາຊົນ.
ມາດຕາ 7 (ປັບປຸງ)
ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບັນດາອົງການຈັດຕັ້ງສັງຄົມ ເປັນບ່ອນສຶກສາ ອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຊັ້ນຄົນຂອງທຸກຊົນເຜົ່າ ເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກໃນອົງການຈັດຕັ້ງຂອງຕົນ, ມີ ສິດ ແລະ ໜ້າທີ່ ຕິດຕາມກວດກາ ການເຄື່ອນໄຫວຂອງ ສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ສະມາຊິກ ຂອງສະພາດັ່ງກ່າວ.
ມາດຕາ 8 (ປັບປຸງ)
ລັດ ປະຕິບັດນະໂຍບາຍສາມັກຄີ ແລະ ສະເໝີພາບ ລະຫວ່າງຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ມີສິດປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຕົນ ແລະ ຂອງຊາດ. ຫ້າມທຸກການກະທຳທີ່ເປັນການແບ່ງແຍກ ແລະ ການປະພຶດທີ່ເປັນການຈຳແນກ
ລະຫວ່າງຊົນເຜົ່າ.
ລັດ ນຳໃຊ້ທຸກມາດຕະການເພື່ອຂະຫຍາຍ ແລະຍົກລະດັບເສດຖະກິດ-ສັງຄົມ ຂອງທຸກຊົນເຜົ່າໃຫ້ສູງຂຶ້ນ.
ມາດຕາ 9 (ປັບປຸງ)
ລັດ ເຄົາລົບ ແລະ ປົກປ້ອງການເຄື່ອນໄຫວ ອັນຖືກກົດໝາຍຂອງພຸດທະສາສະນິກະຊົນ ແລະ ສາສະນິກະຊົນອື່ນ, ປຸກລະດົມສົ່ງເສີມພຣະພິກຂຸສົງສາມະເນນ ແລະ ນັກບວດຂອງສາສະໜາອື່ນ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວທີ່ເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ.
ຫ້າມທຸກການກະທຳ ທີ່ເປັນການແບ່ງແຍກສາສະໜາ ແລະ ແບ່ງແຍກປະຊາຊົນ
ມາດຕາ 10 (ປັບປຸງ)
ລັດ ປົກຄອງ ແລະ ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດໝາຍ.
ອົງການຈັດຕັ້ງຂອງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນ ຕ້ອງເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ.
ມາດຕາ 11 (ປັບປຸງ)
ລັດ ປະຕິບັດແນວທາງ, ນະໂຍບາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ ດ້ານ, ສ້າງ ແລະ ປັບປຸງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນ, ເຂັ້ມແຂງ, ມີ ແບບແຜນທັນສະໄໝ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມສາມາດປະຕິບັດ ໜ້າທີ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຊີວິດ, ຊັບສິນ ແລະ ການອອກແຮງງານຂອງປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມັ່ງຄັ່ງ ເຂັ້ມແຂງ.
ມາດຕາ 12
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື; ຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບ ທຸກປະເທດ ບົນຫຼັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນ ອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໜັບສະໜູນການຕໍ່ສູ້ຂອງປະຊາຊົນ ໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ໝວດທີ II ລະບອບເສດຖະກິດ ແລະ ສັງຄົມ
ມາດຕາ 13 (ປັບປຸງ)
ເສດຖະກິດແຫ່ງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ເສດຖະກິດ ຕະຫຼາດຕາມທິດສັງຄົມນິຍົມ ຊຶ່ງປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບການກຳມະສິດ ທີ່ຄົງຕົວຢ່າງຍາວນານ ມີ ຄວາມສະເໝີພາບ, ທັງແກ່ງແຍ່ງແຂ່ງຂັນ ແລະ ຮ່ວມມືກັນ ພາຍໃຕ້ ກົດໝາຍ, ສົ່ງເສີມເສດຖະກິດພູມປັນຍາ, ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນເພື່ອຮັບປະກັນ ໃຫ້ເສດຖະກິດແຫ່ງຊາດ ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ໝັ້ນທ່ຽງ, ມີຄວາມກົມກຽວກັບ
ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ຕາມທິດຍືນຍົງ ເພື່ອຍົກລະດັບຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໃຫ້ສູງຂຶ້ນ.
ມາດຕາ 14
ລັດ ສົ່ງເສີມທຸກພາກສ່ວນເສດຖະກິດພາຍໃນປະເທດ ລົງທຶນເຂົ້າໃນການຜະລິດ, ທຸລະກິດ ແລະ ການບໍລິການ, ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເຮັດໃຫ້ ເສດຖະກິດແຫ່ງຊາດ ເຕີບໃຫຍ່ ເຂັ້ມແຂງ.
ມາດຕາ 15 (ປັບປຸງ)
ລັດ ສົ່ງເສີມການລົງທຶນຂອງຕ່າງປະເທດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ສ້າງສິ່ງແວດລ້ອມ ອຳນວຍຄວາມສະດວກໃຫ້ແກ່ການນຳເອົາທຶນ, ເຕັກໂນໂລຊີ, ນະວັດຕະກຳ
ແລະ ການຄຸ້ມຄອງທີ່ກ້າວໜ້າ ເຂົ້າສູ່ຂະບວນການຜະລິດ, ທຸລະກິດ ແລະ ການບໍລິການ. ຊັບສົມບັດ ແລະທຶນທີ່ຖືກຕ້ອງຕາມກົດໝາຍຂອງຜູ້ລົງທຶນ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະບໍ່ຖືກເກັບເກນ, ບໍ່ຖືກຍຶດ ຫຼື ໂອນເປັນຂອງລັດ.
ມາດຕາ 16
ລັດ ປົກປ້ອງ ແລະ ເສີມຂະຫຍາຍບັນດາຮູບການກຳມະສິດຂອງລັດ, ລວມໝູ່, ເອກະເທດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ລົງທຶນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ມາດຕາ 17 (ປັບປຸງ)
ລັດປົກປ້ອງສິດກ່ຽວກັບກ ຳມະສິດ (ສິດຄອບຄອງ, ສິດນຳໃຊ້, ສິດໄດ້ຮັບໝາກຜົນ, ສິດຊີ້ຂາດ) ແລະ ສິດສືບທອດຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕາມກົດໝາຍ; ທີ່ດິນ, ແຮ່ທາດ, ນາໍ້, ອາກາດ, ປ່າໄມ້, ເຄື່ອງປ່າຂອງດົງ, ສັດນ, ສັດປ່າ, ຊັບພະຍາກອນ ທຳມະຊາດອື່ນ ເປັນກຳມະສິດຂອງວົງຄະນະຍາດແຫ່ງຊາດ ຊຶ່ງລັດ ເປັນຕົວແທນ ແລະ ຄຸ້ມຄອງ ຢ່າງລວມສູນເປັນເອກະພາບ ໃນຂອບເຂດທົ່ວປະເທດ ຕາມກົດໝາຍ.
ມາດຕາ 18 (ປັບປຸງ)
ລັດ ຄຸ້ມຄອງເສດຖະກິດ ຕາມກົນໄກເສດຖະກິດຕະຫຼາດທີ່ມີການດັດສົມດ້ວຍກົດໝາຍ, ເພີ່ມທະວີບົດບາດ ຄຸ້ມຄອງມະຫາພາກ ຂອງຂະແໜງການສູນກາງ, ປະຕິບັດຫຼັກການສົມທົບ ການຄຸ້ມຄອງ ລວມສູນ ເປັນເອກະພາບ ຂອງຂະແໜງການສູນກາງ ກັບການແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ຕາມກົດໝາຍ
ມາດຕາ 19 (ປັບປຸງ)
ລັດ ສົ່ງເສີມການປົກປັກຮັກສາຊັບພະຍາກອນທຳມະຊາດ, ຟື້ນຟູສິ່ງແວດລ້ອມ ທີ່ ຖືກທຳລາຍ, ຊຸດໂຊມ ແລະ ພັດທະນາໃຫ້ອຸດົມສົມບູນ ແລະ ຍືນຍົງ.
ທຸກອົງການຈັດຕັ້ງ ແລະ ພົນລະເມືອງທຸກຄົນ ຕ້ອງປົກປັກຮັກສາ, ອະນຸລັກຊີວະນາໆພັນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຕາມທິດຍືນຍົງ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍເປີດກວ້າງ
ມາດຕາ 20 (ປັບປຸງ)
ການພົວພັນ ຮ່ວມມືເສດຖະກິດກັບຕ່າງປະເທດ ໂດຍນຳໃຊ້ຮູບການສ ຳພັນເສດຖະກິດ ແບບຫຼາຍທິດ,
ຫຼາຍຝ່າຍ, ຫຼາຍຮູບແບບ ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ ຂອງກັນ ແລະ ກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ມາດຕາ 21 (ປັບປຸງ)
ລັດ ໃຫ້ຄວາມສຳຄັນແກ່ການພັດທະນາເສດຖະກິດ ຕິດພັນກັບການພັດທະນາ ວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມຕາມທິດຍືນຍົງ ໂດຍໃຫ້ບູລິມະສິດແກ່ການພັດທະນາຊັບພະຍາກອນ
ມະນຸດ.
ມາດຕາ 22 (ປັບປຸງ)
ລັດ ເອົາໃຈໃສ່ປະຕິບັດນະໂຍບາຍການສຶກສາແຫ່ງຊາດ ເພື່ອສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ ແລະ ມີວິຊາຊີບ.
ລັດ ແລະ ທົ່ວສັງຄົມ ຕັ້ງໜ້າພັດທະນາການສຶກສາແຫ່ງຊາດ ໃຫ້ມີຄຸນນະພາບ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ປະຊາຊົນ ໄດ້ຮັບການສຶກສາຢ່າງທົ່ວເຖິງ ໂດຍສະເພາະ ປະຊາຊົນທີ່ຢູ່ເຂດຫ່າງໄກ ສອກຫຼີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ພິການ.
ລັດ ສົ່ງເສີມ ແລະ ຊຸກຍູ້ໃຫ້ເອກະຊົນລົງທຶນເຂົ້າໃນການພັດທະນາການສຶກສາແຫ່ງຊາດຕາມກົດໝາຍ.
ມາດຕາ 23
ລັດ ສົ່ງເສີມການອະນຸລັກວັດທະນະທຳ ທີ່ເປັນເອກະລັກ ແລະ ເປັນມູນເຊື້ອອັນດີງາມ ຂອງຊາດ ແລະ ຂອງຊົນເຜົ່າ ສົມທົບກັບການຮັບເອົາວັດທະນະທຳຂອງໂລກຢ່າງມີການເລືອກເຟັ້ນ.
ລັດ ສົ່ງເສີມການເຄື່ອນໄຫວວັດທະນະທຳ, ສິນລະປະວັນນະຄະດີ, ການປະດິດຄິດແຕ່ງ, ຄຸ້ມຄອງ ແລະປົກປັກຮັກສາມໍຣະດົກທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ບູລະນະ, ປະຕິສັງຂອນວັດຖຸບູຮານ ແລະ ປູຊະນີຍະສະຖານ.
ລັດເອົາໃຈໃສ່ປັບປຸງ ແລະ ຂະຫຍາຍວຽກງານສື່ມວນຊົນ ເພື່ອຮັບໃຊ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ຫ້າມ ທຸກການເຄື່ອນໄຫວດ້ານວັດທະນະທຳ ຫຼື ນຳໃຊ້ສື່ມວນຊົນ ເພື່ອກໍ່ຄວາມເສຍຫາຍ ໃຫ້ແກ່ຜົນປະໂຫຍດຂອງຊາດ, ທຳລາຍຮີດຄອງປະເພນີອັນດີງາມ ຫຼື ກຽດສັກສີຂອງຄົນລາວ.
ມາດຕາ 24 (ປັບປຸງ)
ລັດ ເອົາໃຈໃສ່ສົ່ງເສີມສະຕິປັນຍາ, ຫົວຄິດປະດິດສ້າງໃນວຽກງານຄົ້ນຄວ້າ, ວິໄຈ ແລະ ການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ປົກປ້ອງຊັບສິນທາງປັນຍາ ໄປຄຽງຄູ່ກັບ
ການບຳລຸງ ແລະ ສ້າງນັກວິທະຍາສາດ ເພື່ອຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
ມາດຕາ 25 (ປັບປຸງ)
ລັດ ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍວຽກງານສາທາລະນະສຸກ ເພື່ອຮັກສາ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນ.
ລັດ ແລະ ສັງຄົມ ຕັ້ງໜ້າກໍ່ສ້າງ, ປັບປຸງລະບົບການກັນພະຍາດ, ປິ່ນປົວຄົນເຈັບຢ່າງທົ່ວເຖິງ ແລະ ມີຄຸນນະພາບ, ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນໄດ້ຮັບການເບິ່ງແຍງດ້ານສຸຂະພາບ ໂດຍ ສະເພາະ ແມ່ ແລະ ເດັກນ້ອຍ, ປະຊາຊົນຜູ້ທຸກຍາກ ແລະ ຜູ້ຢູ່ເຂດຫ່າງໄກສອກຫຼີກ ເພື່ອໃຫ້ທຸກຄົນມີສຸຂະພາບດີ.
ລັດ ສົ່ງເສີມ ແລະ ຊຸກຍູ້ໃຫ້ເອກະຊົນລົງທຶນໃນການບໍລິການດ້ານສາທາລະນະສຸກ ທີ່ກ້າວໜ້າ ແລະ ທັນສະໄໝ.
ຫ້າມ ທຸກການບໍລິການດ້ານສາທາລະນະສຸກ ທີ່ເປັນການລະເມີດກົດໝາຍ.
ມາດຕາ 26
ລັດ ແລະ ສັງຄົມ ເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະ ລົງທຶນໃນການກິລາ-ກາຍຍະກຳ ຂອງມະຫາຊົນ ນັບທັງປະເພດກິລາ ທີ່ເປັນມູນເຊື້ອອັນດີງາມຂອງເຜົ່າຕ່າງໆ ແລະ ກິລາສາກົນ ເພື່ອຍົກລະດັບຄວາມສາມາດດ້ານການກິລາໃຫ້ສູງຂຶ້ນ, ເສີມສ້າງກ ຳລັງ ປະຊາຊົນ. ແລະ ສຸຂະພາບຂອງປະຊາຊົນ
ມາດຕາ 27
ລັດ ແລະ ສັງຄົມ ເອົາໃຈໃສ່ພັດທະນາສີມືແຮງງານ; ຍົກສູງວິໄນແຮງງານ, ສົ່ງເສີມວິຊາຊີບ ແລະວຽກເຮັດງານທຳຂອງປະຊາຊົນ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ.
ມາດຕາ 28
ລັດ ແລະ ສັງຄົມ ເອົາໃຈໃສ່ປະຕິບັດນະໂຍບາຍສະຫວັດດີການສັງຄົມເປັນຢ່າງດີ ໂດຍ ສະເພາະ ຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບຳນານ, ຜູ້ເສຍອົງຄະ, ຄອບຄົວ ຜູ້ເສຍສະລະຊີວິດ ເພື່ອພາລະກິດປະຕິວັດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.
ມາດຕາ 29
ລັດ, ສັງຄົມ ແລະ ຄອບຄົວ ເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາ ແລະ ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງ ແມ່ຍິງ ແລະ ເດັກນ້ອຍ.
ມາດຕາ 30 (ປັບປຸງ)
ລັດ ແລະ ສັງຄົມ ສົ່ງເສີມ, ເປີດກວ້າງ ແລະ ພັດທະນາການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ໃຫ້ກາຍເປັນອຸດສາຫະກຳທ່ອງທ່ຽວທີ່ມີເອກະລັກສະເພາະ ແລະ ເປັນຂະແໜງເສດຖະກິດທີ່ສຳຄັນຂອງຊາດ. ຫ້າມການທ່ອງທ່ຽວ ທີ່ຈະສ້າງຄວາມເສື່ອມເສຍຕໍ່ວັດທະນະທຳອັນດີງາມຂອງຊາດ ຫຼື ເປັນ ການລະເມີດກົດໝາຍ.
ໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ມາດຕາ 31 (ປັບປຸງ)
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພັນທະ ແລະ ໜ້າທີ່ຂອງທຸກການຈັດຕັ້ງ ແລະ ພົນລະເມືອງລາວທຸກຄົນ ໂດຍແມ່ນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຫຼັກແຫຼ່ງ ໃນການປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ປະເທດຊາດ; ປົກປັກຮັກສາຊີວິດ ແລະ ຊັບສິນຂອງປະຊາຊົນ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ.
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງສົມທົບແໜ້ນກັບການພັດທະນາເສດຖະກິດ -ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ
ມາດຕາ 32 (ປັບປຸງ)
ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເຊີດຊູຄວາມຈົງຮັກພັກດີຕໍ່ປະເທດຊາດ, ເປັນກຳລັງປະກອບອາວຸດຂອງ ປະຊາຊົນ ທີ່ມີທາດແທ້ປະຕິວັດ, ລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທັນສະໄໝ, ມີ ຄວາມສາມາດໃນການສູ້ຮົບສູງ; ເປັນກຳລັງຫຼັກແຫຼ່ງໃນການຮັກສາຄວາມໝັ້ນຄົງຂອງປະເທດຊາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ເຂົ້າຮ່ວມຕ້ານ, ສະກັດກັ້ນ ແລະ ແກ້ໄຂໄພພິບັດທຳມະຊາດ.
ລັດ ເອົາໃຈໃສ່ພັດທະນາພື້ນຖານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບ ວັດຖູປະກອນ, ເຕັກນິກ, ເຕັກໂນໂລຊີ, ພາຫະນະ, ເຄື່ອງມື ແລະ ຍົກລະດັບຄວາມຮູ້, ຄວາມສາມາດ, ວິຊາສະເພາະ, ສິນລະປະຍຸດແລະຍຸດທະວິທີຂອງກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນ
ມາດຕາ 33
ລັດ ແລະ ສັງຄົມ ເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ; ປະຕິບັດນະໂຍບາຍແນວຫຼັງຕໍ່ກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເພີ່ມທະວີ ຄວາມສາມາດໃນການປະຕິບັດໜ້າທີ່ ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບຂອງສັງຄົມ.
ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຕົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ແລະ ເຂົ້າຮ່ວມ
ໝວດທີ IV ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ
ມາດຕາ 34 (ປັບປຸງ)
ພົນລະເມືອງລາວ ແມ່ນ ຜູ້ມີສັນຊາດລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ລັດຮັບຮູ້, ເຄົາລົບ, ປົກປ້ອງ ແລະຮັບປະກັນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງຕາມກົດໝາຍ.
ມາດຕາ 35
ພົນລະເມືອງລາວ ໂດຍບໍ່ຈຳແນກຍິງ-ຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ
ມາດຕາ 36 (ປັບປຸງ)
ພົນລະເມືອງລາວ ຜູ້ມີອາຍຸແຕ່ສິບແປດປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ຊາວເອັດປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານ ຕັດສີນລົງໂທດຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
ມາດຕາ 37
ພົນລະເມືອງລາວ ຍິງຊາຍມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຄອບຄົວ.
ມາດຕາ 38 (ປັບປຸງ)
ພົນລະເມືອງລາວ ມີສິດໄດ້ຮັບການ ສຶກສາ ຄົ້ນຄວ້າ, ຮຳຮຽນ ເພື່ອພັດທະນາຕົນເອງໃຫ້ມີຄວາມກ້າວໜ້າ.
ມາດຕາ 39
ພົນລະເມືອງລາວ ມີສິດເຮັດວຽກ ແລະ ປະກອບອາຊີບທີ່ບໍ່ຂັດກັບກົດໝາຍ. ຜູ້ອອກແຮງງານ ມີສິດໄດ້ຮັບການພັກຜ່ອນ, ໄດ້ຮັບການປິ່ນປົວໃນເວລາເຈັບເປັນ, ໄດ້ຮັບ
ການຊ່ວຍເຫຼືອ ໃນກໍລະນີ ໝົດຄວາມສາມາດອອກແຮງງານ, ເສຍອົງຄະ, ໃນເວລາເຖົ້າແກ່ ແລະ ໃນກໍລະນີອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 40
ພົນລະເມືອງລາວ ມີສິດເສລີພາບໃນການຕັ້ງພູມລຳເນົາ ແລະ ໃນການໄປມາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 41 (ປັບປຸງ)
ພົນລະເມືອງລາວ ມີສິດສະເໜີ, ຮ້ອງຟ້ອງ ແລະ ຮ້ອງຂໍຄວາມເປັນທຳ ຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫຼື ສິດ ແລະ ຜົນປະໂຫຍດສະເພາະຂອງຕົນ.
ຄຳສະເໜີ, ຄຳຮ້ອງຟ້ອງ ແລະ ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ໄຂ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 42 (ປັບປຸງ)
ພົນລະເມືອງລາວ ມີສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານຊີວິດ, ຮ່າງກາຍ, ກຽດສັກສີ ແລະ ເຄຫະສະຖານ.
ພົນລະເມືອງລາວ ຈະບໍ່ຖືກ ຈັບຕົວ, ກັກຂັງ ຫຼື ກວດຄົ້ນເຄຫະສະຖານ ຖ້າຫາກບໍ່ມີຄ ຳສັ່ງ ຂອງອົງການໄອຍະການ ຫຼື ສານ ປະຊາຊົນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 43 (ປັບປຸງ)
ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ ທີ່ບໍ່ຂັດກັບກົດໝາຍ.
ມາດຕາ 44
ພົນລະເມືອງລາວ ມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຂັດກັບກົດໝາຍ.
ມາດຕາ 45 (ປັບປຸງ)
ພົນລະເມືອງລາວ ມີສິດເສລີພາບໃນການຄົ້ນຄວ້າ ແລະ ນຳໃຊ້ຄວາມກ້າວໜ້າທາງດ້ານ ວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ, ປະດິດສ້າງສິນລະປະວັນນະຄະດີ ແລະ ເຄື່ອນໄຫວ
ວັດທະນະທຳ ທີ່ບໍ່ຂັດກັບກົດໝາຍ.
ມາດຕາ 46
ລັດ ປົກປ້ອງສິດ ແລະຜົນປະໂຫຍດອັນຖືກກົດໝາຍ ຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ.
ມາດຕາ 47 (ປັບປຸງ)
ພົນລະເມືອງລາວ ມີພັນທະເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ, ປະຕິບັດ ລະບຽບການອອກແຮງງານ, ລະບຽບການດຳລົງຊີວິດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢ່າງເຂັ້ມງວດ.
ມາດຕາ 48
ພົນລະເມືອງລາວ ມີພັນທະເສຍພາສີ ແລະ ອາກອນ ຕາມກົດໝາຍ
ມາດຕາ 49
ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະ ປ້ອງກັນຄວາມສະຫງົບ, ປະຕິບັດ ພັນທະການທະຫານ ຕາມກົດໝາຍ.
ມາດຕາ 50 (ປັບປຸງ)
ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ ມີສິດໄດ້ຮັບການປົກປ້ອງສິດ ແລະ ເສລີພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ມີສິດສະເໜີ, ຮ້ອງຟ້ອງ, ຮ້ອງຂໍຄວາມເປັນທຳ ຕໍ່ອົງການລັດທີ່ກ່ຽວຂ້ອງ, ມີພັນທະເຄົາລົບລັດຖະທຳມະນູນ ແລະ ກົດໝາຍຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຄົນຕ່າງປະເທດ ທີ່ມີຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງເປັນພິເສດ ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ມີສິດໄດ້ຮັບນາມມະຍົດພົນລະເມືອງ ກິດຕິມະສັກຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ມາດຕາ 51
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ຖືກປາບປາມຍ້ອນໄດ້ທຳການຕໍ່ສູ້ ເພື່ອອິດສະລະພາບ, ຄວາມເປັນທຳ, ສັນຕິພາບ ແລະ ພາລະກິດວິທະຍາສາດ.
ໝວດທີ V ສະພາແຫ່ງຊາດ
ມາດຕາ 52 (ປັບປຸງ)
ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານ ຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ.
ມາດຕາ 53 (ປັບປຸງ)
ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາ ລັດຖະທ ຳມະນູນ ແລະ ກົດໝາຍ
2. ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ການດັດແກ້ແຜນງົບປະມານແຫ່ງລັດ;
3. ພິຈາລະນາ, ຮັບຮອງເອົາ ນະໂຍບາຍພື້ນຖານດ້ານການເງິນ, ເງິນຕາ, ອັດຕາສ່ວນ ການຂາດດຸນງົບປະມານ, ອັດຕາສ່ວນໜີ້ສິນຂອງລັດຖະບານ, ອັດຕາສ່ວນໜີ້ສິນສາທາລະນະ;
4. ພິຈາລະນາ, ຮັບຮອງເຂົາ ການກຳນົດ, ການປ່ຽນແປງ, ການລົບລ້າງ ຫຼື ການຍົກເວັ້ນ ອັດຕາ ພາສີ ແລະ ອາກອນ;
5. ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍຂອງ ບັນດາອົງການລັດ;
6. ເລືອກຕັ້ງ ຫຼື ປົດຕຳແໜ່ງ ປະທານ, ຮອງປະທານ ແລະ ກຳມະການຄະນະປະຈ ຳ ສະພາແຫ່ງຊາດ;
7. ເລືອກຕັ້ງ ຫຼື ປົດຕຳແໜ່ງ ປະທານປະເທດ ແລະ ຮອງປະທານປະເທດ ຕາມ ການສະເໜີຂອງຄະນະປະຈ ຳສະພາແຫ່ງຊາດ;
8. ເລືອກຕັ້ງ ຫຼື ປົດຕຳແໜ່ງ ນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;
9. ເລືອກຕັ້ງ ຫຼື ປົດຕຳແໜ່ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານ ປະຊາຊົນສູງສຸດແລະ ປະທານອົງການກວດສອບແຫ່ງລັດຕາມການສະເໜີຂອງປະທານປະເທດ;
10. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ປະທານ, ຮອງປະທານກຳມາທິການ ແລະ ເລຂາທິການ ສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈຳ ສະພາແຫ່ງຊາດ;
11. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ
ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;
12. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ສະມາຊິກ
ສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ;
13. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກ ຂອງສະພາແຫ່ງຊາດ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກຳມາທິການ ແລະ ຄະນະເລຂາທິການ ສະພາແຫ່ງຊາດ;
14. ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ຕາມ ການສະເໜີ ຂອງນາຍົກລັດຖະມົນຕີ
15. ພິຈາລະນາ, ຮັບຮອງເອົາເຂດແດນຂອງແຂວງ, ນະຄອນຫຼວງ ຕາມການສະເໜີຂອງ ນາຍົກລັດຖະມົນຕີ;
16. ພິຈາລະນາຍຸບ ສະພາປະຊາຊົນຂັ້ນແຂວງ ໃນກໍລະນີສະພາປະຊາຊົນນັ້ນຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ;
17. ພິຈາລະນາ, ຮັບຮອງເອົາການໃຫ້ນິລະໂທດກຳ ຕາມການສະເໜີຂອງຄະນະປະຈຳ
18. ພິຈາລະນາ, ຮັບຮອງເອົາ ການຍົກເລີກ, ລົບລ້າງການເຂົ້າຮ່ວມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີຂອງນາຍົກລັດຖະມົນຕີ;
19. ພິຈາລະນາ, ຮັບຮອງເອົາບັນຫາສົງຄາມ ຫຼື ສັນຕິພາບ ຕາມການສະເໜີຂອງປະທານປະເທດ;
20. ຍົກເລີກນິຕິກຳຂອງພາກສ່ວນຕ່າງໆ ທີ່ຂັດກັບ ລັດຖະທຳມະນູນ ແລະ ກົດໝາຍ, ຍົກເວັ້ນຄຳຕົກລົງກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
21. ມອບສິດໃຫ້ຄະນະປະຈຳສະພາແຫ່ງຊາດ ຕົກລົງວຽກງານທີ່ຈຳເປັນ ແລະ ຮີບດ່ວນແລ້ວລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.
ມາດຕາ 54 (ປັບປຸງ)
ສະພາແຫ່ງຊາດແຕ່ລະຊຸດ ມີອາຍຸການ ຫ້າປີ.
ສະມາຊິກສະພາແຫ່ງຊາດ ແມ່ນ ພົນລະເມືອງລາວເປັນຜູ້ເລືອກຕັ້ງ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ ຫົກສິບວັນ ກ່ອນ ສະພາແຫ່ງຊາດ ຊຸດເກົ່າຈະໝົດອາຍຸການ.
ໃນກໍລະນີເກີດສົງຄາມ ຫຼື ດ້ວຍສາເຫດອື່ນ ຊຶ່ງກໍ່ຄວາມຫຍຸ້ງຍາກໃຫ້ແກ່ການເລືອກຕັ້ງນັ້ນ ສະພາແຫ່ງຊາດ ອາດຈະຕໍ່ອາຍຸການຂອງຕົນກໍໄດ້ ແຕ່ຕ້ອງດ ຳເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດໃໝ່ ຢ່າງຊ້າບໍ່ໃຫ້ເກີນ ຫົກເດືອນ ພາຍຫຼັງສະພາບການໄດ້ກັບຄືນສູ່ປົກກະຕິ.
ໃນກໍລະນີ ທີ່ມີຄວາມຈຳເປັນ ສະພາແຫ່ງຊາດ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດກ່ອນໝົດອາຍຸການຂອງຕົນກໍໄດ້ແຕ່ຕ້ອງໄດ້ຮັບຄວາມເຫັນດີຢ່າງໜ້ອຍສອງສ່ວນສາມ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ
ມາດຕາ 55 (ປັບປຸງ)
ຄະນະປະຈຳສະພາແຫ່ງຊາດ ແມ່ນ ອົງການປະຈ ຳການ ຂອງສະພາແຫ່ງຊາດ, ປະຕິບັດ ໜ້າທີ່ແທນສະພາແຫ່ງຊາດ ໃນເວລາສະພາແຫ່ງຊາດ ບໍ່ໄດ້ເປີດກອງປະຊຸມ.
ຄະນະປະຈຳສະພາແຫ່ງຊາດ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການ ຈຳນວນໜຶ່ງ.
ປະທານແລະຮອງປະທານສະພາແຫ່ງຊາດເປັນທັງປະທານແລະ ຮອງປະທານ ຄະນະປະຈຳ ສະພາແຫ່ງຊາດ.
ມາດຕາ 56 (ປັບປຸງ)
ຄະນະປະຈຳສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ກະກຽມ ແລະ ຮຽກໂຮມກອງປະຊຸມສະພາແຫ່ງຊາດ;
2. ສະເໜີສ້າງ, ຕີຄວາມໝາຍ, ອະທິບາຍ ລັດຖະທຳມະນູນ ແລະ ກົດໝາຍ;
3. ສະເໜີຮ່າງລັດຖະບັນຍັດຕໍ່ປະທານປະເທດ;
4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານແລະຜູ້ພິພາກສາຂອງສານປະຊາຊົນຕາມການສະເໜີຂອງປະທານສານປະຊາຊົນສູງສຸດ;
5. ແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ;
6. ຕົກລົງກ່ຽວກັບການໃຫ້ສັດຕະຍາບັນແກ່ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີ ຂອງນາຍົກລັດຖະມົນຕີ;
7. ຮັບ ແລະ ພິຈາລະນາ ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ.
ມາດຕາ 57 (ປັບປຸງ)
ສະພາແຫ່ງຊາດເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ, ຄະນະປະຈຳສະພາແຫ່ງຊາດ
ອາດຈະຮຽກໂຮມກອງປະຊຸມສະໄໝວິສາມັນກໍໄດ້ ຖ້າເຫັນວ່າມີຄວາມຈຳເປັນ.
ກອງປະຊຸມສະພາແຫ່ງຊາດ ຈະດຳເນີນໄດ້ກໍຕໍ່ເມື່ອມີສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ ຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທັງໝົດ.
ມາດຕາ 58 (ໃໝ່)
ມະຕິຂອງກອງປະຊຸມສະພາແຫ່ງຊາດ ຈະມີຄຸນຄ່າໄດ້ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າ ເຄິ່ງໜຶ່ງຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ ເວັ້ນເສຍແຕ່ກໍລະນີທີ່ໄດ້
ກ ຳນົດໄວ້ໃນມາດຕາ 54, 66, 68 ແລະ ມາດຕາ 118 ຂອງລັດຖະທຳມະນູນ.
ມາດຕາ 59 (ປັບປຸງ)
ການຈັດຕັ້ງ ທີ່ມີສິດສະເໜີສ້າງຮ່າງກົດໝາຍ ມີ ດັ່ງນີ້:
1. ປະທານປະເທດ;
2. ຄະນະປະຈ ຳສະພາແຫ່ງຊາດ;
3. ລັດຖະບານ;
4. ອົງການໄອຍະການປະຊາຊົນສູງສຸດ;
5. ສານປະຊາຊົນສູງສຸດ;
6. ອົງການກວດສອບແຫ່ງລັດ;
7. ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.
ມາດຕາ 60 (ປັບປຸງ)
ກົດໝາຍທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາແລ້ວນັ້ນ ຕ້ອງໄດ້ປະກາດໃຊ້ໂດຍປະທານ ປະເທດ ຢ່າງຊ້າບໍ່ໃຫ້ເກີນ ສາມສິບວັນ ນັບແຕ່ວັນໄດ້ຮັບຮອງເປັນຕົ້ນໄປ, ໃນໄລຍະເວລາດັ່ງກ່າວນັ້ນປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຄືນໃໝ່, ກົດໝາຍທີ່ໄດ້ນຳມາພິຈາລະນາຄືນໃໝ່ນັ້ນ ຖ້າວ່າສະພາແຫ່ງຊາດ ຫາກຍັງຕົກລົງຢັ້ງຢືນເອົາຕາມເດີມແລ້ວ ປະທານປະເທດ ກໍຕ້ອງປະກາດໃຊ້ພາຍໃນກຳນົດ ສິບຫ້າວັນ.
ກົດໝາຍທີ່ປະທານປະເທດ ປະກາດໃຊ້ແລ້ວນັ້ນ ຈະມີຜົນສັກສິດໄດ້ ກໍຕໍ່ເມື່ອໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ ຍົກເວັ້ນກໍລະນີ ທີ່ກົດໝາຍໄດ້ກຳນົດໄວ້ສະເພາະ.
ມາດຕາ 61 (ປັບປຸງ)
ບັນຫາທີ່ກ່ຽວພັນເຖິງຊາຕາກຳຂອງປະເທດຊາດ ແລະ ຜົນປະໂຫຍດອັນໃຫຍ່ຫຼວງຂອງປະຊາຊົນ ຕ້ອງໄດ້ຮັບການຄົ້ນຄວ້າພິຈາລະນາຈາກສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດ.
ມາດຕາ 62 (ປັບປຸງ)
ສະພາແຫ່ງຊາດ ສ້າງຕັ້ງບັນວາກຳມາທິການຂອງຕົນ ຊຶ່ງມີໜ້າທີ່ພິຈາລະນາຮ່າງກົດໝາຍ ແລະ ຮ່າງລັດຖະບັນຍັດ ແລ້ວສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ພ້ອມທັງຊ່ວຍສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ປະຕິບັດສິດໃນການຕິດຕາມກວດກາ ການເຄື່ອນໄຫວຂອງບັນດາອົງການລັດ
ມາດຕາ 63 (ປັບປຸງ)
ສະມາຊິກສະພາແຫ່ງຊາດ ມີສິດຊັກຖາມ ນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບ ແຫ່ງລັດ.
ບຸກຄົນທີ່ຖືກຊັກຖາມນັ້ນ ຕ້ອງຊີ້ແຈງ ຕໍ່ກອງປະຊຸມສະພາແຫ່ງຊາດ ດ້ວຍວາຈາ ຫຼື ສະມາຊິກສະພາແຫ່ງຊາດ ຈະບໍ່ຖືກດ ຳເນີນຄະດີອາຍາ ຫຼື ຈັບຕົວ, ກັກຕົວ ແລະ ກັກຂັງເປັນ ລາຍລັກອັກສອນ.
ມາດຕາ 64 (ປັບປຸງ)
ສະມາຊິກສະພາແຫ່ງຊາດ ຈະບໍ່ຖືກດຳເນີນຄະດີອາຍາ ຫຼື ຈັບຕົວ, ກັກຕົວ ແລະ ກັກຂັງຖ້າຫາກບໍ່ໄດ້ຮັບຄວາມເຫັນດີຈາກ ສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດ.
ໃນກໍລະນີ ການກະທຳຜິດເຊິ່ງໜ້າ ຫຼື ຮີບດ່ວນນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕ້ອງລາຍງານໃນທັນທີໃຫ້ ສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ.
ການສືບສວນ-ສອບສວນ ບໍ່ເປັນສາເຫດພາໃຫ້ສະມາຊິກສະພາແຫ່ງຊາດ ທີ່ຖືກດຳເນີນຄະດີ ນັ້ນ ຂາດປະຊຸມສະພາແຫ່ງຊາດ.
ໝວດທີ VI ປະທານປະເທດ
ມາດຕາ 65 (ປັບປຸງ)
ປະທານປະເທດ ເປັນປະມຸກລັດ ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ, ເປັນຜູ້ຕາງໜ້າປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນປະທານ ສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ, ເປັນແມ່ທັບກ ຳລັງປະກອບອາວຸດປະຊາຊົນ ເພື່ອຮັບປະກັນ ຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງປະເທດຊາດ.
ມາດຕາ 66 (ປັບປຸງ)
ປະທານປະເທດ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ດ້ວຍຄະແນນສຽງຫຼາຍກວ່າສອງສ່ວນສາມ ຂອງຈ ຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.
ປະທານປະເທດ ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.
ປະທານປະເທດ ດຳລົງຕຳແໜ່ງບໍ່ເກີນສອງສະໄໝຕິດຕໍ່ກັນ.
ປະທານປະເທດ ມີຫ້ອງວ່າການປະທານປະເທດ
ມາດຕາ 67 (ປັບປຸງ)
ປະທານປະເທດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍ;
2. ອອກລັດຖະບັນຍັດ ແລະ ລັດຖະດຳລັດ;
3. ຮຽກໂຮມ ແລະ ເປັນປະທານ ກອງປະຊຸມພິເສດຂອງລັດຖະບານ, ເຂົ້າຮ່ວມ ກອງປະຊຸມຄະນະປະຈ ຳສະພາແຫ່ງຊາດ ໃນກໍລະນີຈຳເປັນ;
4. ແຕ່ງຕັ້ງ, ຍົກຍ້າຍຫຼືປົດຕຳແໜ່ງ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພາຍຫຼັງສະພາແຫ່ງຊາດໄດ້ຮັບຮອງເອົາ:
5. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຮອງປະທານອົງການກວດສອບແຫ່ງລັດ ຕາມການສະເໜີຂອງ ປະທານ ຫຼື ຫົວໜ້າ ອົງການດັ່ງກ່າວ;
6. ຕົກລົງເລື່ອນຊັ້ນ ຫຼື ປົດຊັ້ນນາຍພົນ ຢູ່ໃນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງນາຍົກລັດຖະມົນຕີ;
7. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າຫ້ອງວ່າການປະທານປະເທດ ຊຶ່ງມີຖານະ ທຽບເທົ່າລັດຖະມົນຕີ;
8. ແຕ່ງຕັ້ງເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າທີ່ມີອ ຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປປະຈຳຢູ່ຕ່າງປະເທດ ຫຼື ຮຽກກັບຄືນປະເທດ ຕາມການສະເໜີຂອງ ນາຍລັດຖະມົນຕີ, ຮັບຮອງເອົາ ຜູ້ຕາງໜ້າທີ່ມີອຳນາດເຕັມຂອງຕ່າງປະເທດ ທີ່ມາປະຈຳຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
9. ປະກາດການແຕ່ງຕັ້ງ ຄະນະກຳມະການເລືອກຕັ້ງລະດັບຊາດ, ວັນເລືອກຕັ້ງ, ຈຳນວນ ຜູ້ສະໝັກຮັບເລືອກຕັ້ງ, ຈຳນວນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນແຕ່ລະເຂດເລືອກຕັ້ງ ຕາມການສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ;
10. ປະກາດ ສົງຄາມ ຫຼື ສັນຕິພາບ ຕາມການຕົກລົງຂອງສະພາແຫ່ງຊາດ. ຕົກລົງ ລະດົມພົນທົ່ວໄປ ຫຼື ເປັນພາກສ່ວນ, ຕົກລົງພາວະສຸກເສີນໃນທົ່ວປະເທດ ຫຼື ໃນບາງທ້ອງຖິ່ນ;
11. ຕົກລົງມອບ ຫຼື ປະດັບຫຼຽນຄຳແຫ່ງຊາດ, ຫຼຽນກຽດຕິຄຸນ, ຫຼຽນໄຊ, ນາມມະຍົດສູງສຸດແຫ່ງລັດ ແລະ ຕົກລົງໃຫ້ການຍ້ອງຍໍດ້ວຍຮູບການອື່ນ ຕາມການສະເໜີຂອງນາຍົກລັດຖະມົນຕີ
12. ຕົກລົງໃຫ້ອະໄພຍະໂທດຕາມການສະເໜີຂອງລັດຖະບານ; ປະກາດໃຫ້ນິລະໂທດກຳພາຍຫຼັງການຮັບຮອງຂອງສະພາແຫ່ງຊາດ;
13. ຕົກລົງໃຫ້ລີ້ໄພການເມືອງແກ່ຄົນຕ່າງປະເທດ;
14. ຕົກລົງໃຫ້ເຈລະຈາ ຫຼື ລົງນາມສົນທິສັນຍາ, ສັນຍາສາກົນໃນນາມລັດ; ປະກາດການໃຫ້ສັດຕະຍາບັນ, ການເຂົ້າເປັນພາຄີ ຫຼື ການລົບລ້າງ ສັນຍາ ແລະ ສົນທິສັນຍາສາກົນ ທີ່ໄດ້ເຊັນກັບຕ່າງປະເທດ.
ມາດຕາ 68 (ປັບປຸງ)
ປະທານປະເທດ ມີຮອງປະທານປະເທດ ຊຶ່ງສະພາແຫ່ງຊາດເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຫຼາຍກວ່າສອງສ່ວນສາມ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ຮອງປະທານປະເທດ ປະຕິບັດໜ້າທີ່ ຕາມການມອບໝາຍຂອງປະທານປະເທດ ແລະ ຕາງໜ້າໃຫ້ປະທານປະເທດ ໃນເວລາປະທານປະເທດຕິດຂັດ.
ໃນກໍລະນີປະທານປະເທດ ບໍ່ສາມາດປະຕິບັດໜ້າທີ່ໄດ້, ຮອງປະທານປະເທດ ເປັນ ຜູ້ຮັກສາການແທນ ຈົນກວ່າສະພາແຫ່ງຊາດ ຈະເລືອກຕັ້ງປະທານປະເທດຜູ້ໃໝ່.
ໝວດທີ VII ລັດຖະບານ
ມາດຕາ 69 (ປັບປຸງ)
ລັດຖະບານ ແມ່ນ ອົງການບໍລິຫານ ມີພາລະບົດບາດຄຸ້ມຄອງບໍລິຫານລັດ ຢ່າງຮອບດ້ານ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
ລັດຖະບານ ຮັບຜິດຊອບຕໍ່ ສະພາແຫ່ງຊາດ ແລະ ປະທານປະເທດ.
ມາດຕາ 70 (ປັບປຸງ)
ລັດຖະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ປະຕິບັດ ລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ,
ສະພາ ແຫ່ງຊາດ, ຮ່າງລັດຖະດຳລັດ ຕໍ່ປະທານປະເທດ;
ມະຕິຂອງຄະນະປະຈຳສະພາແຫ່ງຊາດ, ລັດຖະບັນຍັດ ແລະ ລັດຖະດຳລັດຂອງປະທານປະເທດ; 2. ສະເໜີ ຮ່າງກົດໝາຍຕໍ່ສະພາແຫ່ງຊາດ, ຮ່າງລັດຖະບັນຍັດຕໍ່ ຄະນະປະຈຳ
3. ອອກດຳລັດ, ມະຕິກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ວິທະຍາສາດ- ເຕັກໂນໂລຊີ, ຊັບພະຍາກອນທ ຳມະຊາດ, ສິ່ງແວດລ້ອມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ;
4. ກ ຳນົດແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດ ແລ້ວສະເໜີຕໍ່ສະພາແຫ່ງຊາດ
5. ສະເໜີ ສະພາແຫ່ງຊາດຮັບຮອງເອົາ ການສ້າງຕັ້ງ, ໂຮມເຂົ້າ, ແຍກອອກ ຫຼື ຍຸບເລີກ ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ແລະ ການກຳນົດເຂດແດນຂອງແຂວງ,
ນະຄອນຫຼວງ;
6. ຕົກລົງ ສ້າງຕັ້ງ ຫຼື ຍຸບເລີກທະບວງ, ກົມ ຫຼື ອົງການລັດທຽບເທົ່າກົມ;
7. ຕົກລົງ ສ້າງຕັ້ງ ຫຼື ຍຸບເລີກ ເມືອງ, ເທດສະບານ, ນະຄອນ ແລະ ກຳນົດເຂດແດນຂອງ ເມືອງ, ເທດສະບານ, ນະຄອນ ພາຍຫຼັງກອງປະຊຸມສະພາປະຊາຊົນຂັ້ນແຂວງຮັບຮອງເອົາ;
8. ສ້າງຕັ້ງ ຫຼື ຍຸບເລີກ ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ;
9. ຊີ້ນຳ, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງບັນດາຂະແໜງການ, ອົງການປົກຄອງ ທ້ອງຖິ່ນ ແລະ ກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
10. ຕົກລົງ ໃຫ້ສັນຊາດ, ຖອນສັນຊາດ, ປະສັນຊາດ, ໃຫ້ສັນຊາດລາວຄືນ;
11. ຕົກລົງ ໃຫ້ຄົນຕ່າງປະເທດ ເປັນພົນລະເມືອງກິດຕິມະສັກ;
12. ສ້າງ, ເຂົ້າຮ່ວມ, ຕີຄວາມໝາຍ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດຖະບານ;
13. ງົດການປະຕິບັດ, ລົບລ້າງ ຫຼື ຍົກເລີກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳຂອງກະຊວງ, ອົງການທີ່ຂຶ້ນກັບລັດຖະບານ ແລະອົງການປົກຄອງທ້ອງຖິ່ນທີ່ຂັດກັບກົດໝາຍແລະນິຕິກຳອື່ນ, ຍົກເວັ້ນ
ຄຳຕົກລົງກ່ຽວກັບການດຳເນີນຄະດີຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
14. ລາຍງານການເຄື່ອນໄຫວຂອງຕົນຕໍ່ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ປະທານປະເທດ.
ມາດຕາ 71 (ປັບປຸງ)
ລັດຖະບານ ປະກອບດ້ວຍ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ຫົວໜ້າອົງການລັດທຽບເທົ່າກະຊວງ.
ລັດຖະບານ ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ, ສະມາຊິກລັດຖະບານ ດ ຳລົງຕ ຳແໜ່ງຢູ່ບ່ອນເກົ່າ ບໍ່ເກີນສອງສະໄໝຕິດຕໍ່ກັນ.
ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ ແລະ ຕາງໜ້າລັດຖະບານນຳພາ, ຊີ້ນຳ
ມາດຕາ 72 (ໃໝ່)
ການ ເຄື່ອນໄຫວວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ; ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຮອງລັດຖະມົນຕີ, ຮອງຫົວໜ້າອົງການລັດທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງຫົວໜ້າ ທະບວງ, ຫົວໜ້າກົມ; ແຕ່ງຕັ້ງ ຫຼື ປົດຕຳແໜ່ງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພາຍຫຼັງກອງປະຊຸມສະພາປະຊາຊົນຂັ້ນແຂວງຮັບຮອງເອົາ;ສະເໜີເລື່ອນຊັ້ນຫຼືປົດຊັ້ນນາຍພົນ; ເລື່ອນຊັ້ນຫຼື ປົດຊັ້ນພັນເອກຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ມາດຕາ 73 (ໃໝ່)
ຮອງນາຍົກລັດຖະມົນຕີຊ່ວຍນາຍົກລັດຖະມົນຕີໃນການຊີ້ນຳວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ, ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍ ຂອງນາຍົກລັດຖະມົນຕີ.
ຮອງນາຍົກລັດຖະມົນຕີທ່ານໃດໜຶ່ງເປັນຜູ້ວ່າການແທນໃນເວລານາຍົກລັດຖະມົນຕີ ຕິດຂັດ.
ມາດຕາ 74 (ໃໝ່)
ລັດຖະມົນຕີກະຊວງ ແລະ ຫົວໜ້າອົງການລັດທຽບເທົ່າກະຊວງ ມີໜ້າທີ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ລັດຖະບານ, ຄຸ້ມຄອງ ແລະ ກວດກາການປະຕິບັດວຽກງານຂອງຂະແໜງການທີ່ຕົນຮັບຜິດຊອບ, ພົວພັນ ຊີ້ນຳ, ຮ່ວມມື, ເຊັນສັນຍາ ແລະ ອະນຸສັນຍາກັບຕ່າງປະເທດ ຕາມການຕົກລົງຂອງລັດຖະບານ.
ມາດຕາ 75 (ປັບປຸງ)
ສະມາຊິກລັດຖະບານທ່ານໃດໜຶ່ງ ຫຼື ທັງໝົດຄະນະອາດຈະຖືກສະພາແຫ່ງຊາດ ພິຈາລະນາ ແລະ ລົງມະຕິບໍ່ໄວ້ວາງໃຈ ຖ້າວ່າຄະນະປະຈຳສະພາແຫ່ງຊາດ ຫຼື ມີຢ່າງໜ້ອຍ ໜຶ່ງສ່ວນສີ່ຂອງ ຈຳນວນສະມາຊິກສະພາແຫ່ງຊາດທັງໝົດ ຫາກສະເໜີບັນຫານີ້ຂຶ້ນ
ກໍລະນີສະມາຊິກລັດຖະບານທ່ານໃດໜຶ່ງ ຫຼື ທັງໝົດຄະນະ ຖືກສະພາແຫ່ງຊາດ ລົງມະຕິ ບໍ່ໄວ້ວາງໃຈນັ້ນ ປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຄືນໃໝ່ ຫຼື ຕົກລົງໃຫ້ລາອອກ.
ໝວດທີ VIII ສະພາປະຊາຊົນທ້ອງຖິ່ນ
ມາດຕາ 76 (ໃໝ່)
ສະພາປະຊາຊົນທ້ອງຖິ່ນ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າ ເປັນອົງການອ ຳນາດລັດທ້ອງຖິ່ນ, ປະຕິບັດພາລະບົດບາດ ພິຈາລະນາຮັບຮອງເອົານິຕິກຳທີ່ສ ຳຄັນ, ຕົກລົງບັນຫາພື້ນຖານ ຂອງທ້ອງຖິ່ນ ແລະ ຕິດຕາມກວດກາການເຄື່ອນໄຫວຂອງ ບັນດາອົງການລັດໃນທ້ອງຖິ່ນຕົນ. ສະພາປະຊາຊົນທ້ອງຖິ່ນ ສ້າງຕັ້ງຂຶ້ນ ຕາມຂັ້ນຂອງການປົກຄອງທ້ອງຖິ່ນ ຊຶ່ງປະກອບດ້ວຍ ສະພາປະຊາຊົນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ສຳລັບສະພາປະຊາຊົນຂັ້ນເມືອງ ແລະ ຂັ້ນບ້ານ ອາດຈະສ້າງຕັ້ງຂຶ້ນ ຕາມການຕົກລົງຂອງສະພາແຫ່ງຊາດ.
ສະພາປະຊາຊົນຂັ້ນແຂວງ ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.
ມາດຕາ 77 (ໃໝ່)
ສະພາປະຊາຊົນຂັ້ນແຂວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດຂັ້ນແຂວງ ຕາມການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
2. ພິຈາລະນາ, ຮັບຮອງເອົານິຕິກຳທີ່ສຳຄັນຂັ້ນແຂວງ:
3. ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂອງທ້ອງຖິ່ນຕົນ;
4. ເລືອກຕັ້ງ ຫຼື ປົດຕຳແໜ່ງ ປະທານ, ຮອງປະທານ ແລະ ກຳມະການຄະນະປະຈຳສະພາປະຊາຊົນຂັ້ນແຂວງ;
5. ພິຈາລະນາ, ຮັບຮອງເອົາ ກົງຈັກຂອງສະພາປະຊາຊົນຂັ້ນແຂວງ;
6. ເລືອກຕັ້ງ ຫຼື ປົດຕຳແໜ່ງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕາມການສະເໜີ ຂອງ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ;
7. ພິຈາລະນາ, ຮັບຮອງເອົາ ການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ກ່ຽວກັບ ໂຄງປະກອບກົງຈັກຂອງອົງການປົກຄອງຂັ້ນແຂວງ; ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ:
8. ພິຈາລະນາ, ຮັບຮອງເຂົາ ການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ກ່ຽວກັບ ການສ້າງຕັ້ງ, ຍຸບເລີກ, ແຍກອອກ, ໂຮມເຂົ້າ ພະແນກ, ອົງການລັດທຽບເທົ່າພະແນກຂັ້ນແຂວງ;
9. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຫົວໜ້າອົງການໄອຍະການ ປະຊາຊົນ, ປະທານສານປະຊາຊົນ ທ້ອງຖິ່ນ ຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ;
10. ພິຈາລະນາ, ຮັບຮອງເອົາ ການສ້າງຕັ້ງ ຫຼື ຍຸບເລີກເມືອງ, ເທດສະບານ, ນະຄອນ ແລະ ການກຳນົດເຂດແດນຂອງ ເມືອງ, ເທດສະບານ, ນະຄອນ ຕາມການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
11. ລົບລ້າງຫຼື ຍົກເລີກ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຫຼື ນິຕິກຳອື່ນຂອງທຸກຂະແໜງການທີ່ຢູ່ໃນຂັ້ນຂອງຕົນ ຫຼື ຂັ້ນລຸ່ມ ທີ່ຂັດກັບກົດໝາຍ, ຍົກເວັ້ນຄຳຕົກລົງ ກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
12. ມອບສິດໃຫ້ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຕົກລົງວຽກງານທີ່ຈຳເປັນ ແລະ ຮີບດ່ວນ ແລ້ວລາຍງານຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ມາດຕາ 78 (ໃໝ່)
ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ແມ່ນ ອົງການປະຈ ຳການຂອງສະພາປະຊາຊົນ ຂັ້ນແຂວງ, ປະຕິບັດໜ້າທີ່ແທນສະພາປະຊາຊົນຂັ້ນແຂວງ ໃນເວລາບໍ່ໄດ້ເປີດກອງປະຊຸມ.
ຄະນະປະຈຳສະພາປະຊາຊົນຂັ້ນແຂວງປະກອບດ້ວຍປະທານ, ຮອງປະທານແລະກຳມະການ ຈຳນວນໜຶ່ງ.
ປະທານ ແລະ ຮອງປະທານສະພາປະຊາຊົນຂັ້ນແຂວງ ເປັນທັງປະທານ ແລະ ຮອງປະທານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ.
ມາດຕາ 79 (ໃໝ່)
ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ກະກຽມ ແລະ ຮຽກໂຮມກອງປະຊຸມສະພາປະຊາຊົນຂັ້ນແຂວງ;
2. ສະເໜີ ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ຮອງເຈົ້າ ແຂວງ, ຮອງເຈົ້າຄອງນະຄອນຫຼວງ
3. ພິຈາລະນາ, ຮັບຮອງເອົາການສະເໜີຂອງປະທານສານປະຊາຊົນແຂວງ, ນະຄອນຫຼວງກ່ຽວກັບການແຕ່ງຕັ້ງຍົກຍ້າຍ ຫຼື ປົດຕ ຳແໜ່ງ ຮອງປະທານ ແລະ ຜູ້ພິພາກສາຂອງສານປະຊາຊົນ ທ້ອງຖິ່ນ;
4. ຮັບ ແລະ ພິຈາລະນາ ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
ມາດຕາ 80 (ໃໝ່)
ສະພາ ສະພາປະຊາຊົນຂັ້ນແຂວງ ເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ. ຄະນະປະຈຳ ປະຊາຊົນຂັ້ນແຂວງ ອາດຈະຮຽກໂຮມກອງປະຊຸມສະໄໝວິສາມັນກໍໄດ້ ຖ້າເຫັນວ່າມີຄວາມຈຳເປັນ.
ກອງປະຊຸມສະພາປະຊາຊົນຂັ້ນແຂວງ ຈະດຳເນີນໄດ້ກໍຕໍ່ເມື່ອມີສະມາຊິກສະພາປະຊາຊົນຂັ້ນແຂວງ ເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງ ຂອງຈ ຳນວນສະມາຊິກສະພາປະຊາຊົນຂັ້ນແຂວງທັງໝົດ.
ມາດຕາ 81 (ໃໝ່)
ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ຈະມີຄຸນຄ່າໄດ້ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງ ຂອງຈ ຳນວນສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ເຂົ້າຮ່ວມກອງປະຊຸມ.
ມາດຕາ 82 (ໃໝ່)
ສະພາປະຊາຊົນຂັ້ນແຂວງ ສ້າງຕັ້ງບັນດາຄະນະກຳມະການຂອງຕົນ ເພື່ອເປັນເສນາທິການ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈ ຳສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ.
ມາດຕາ 83 (ໃໝ່)
ສະມາຊິກສະພາປະຊາຊົນຂັ້ນແຂວງ ມີສິດຊັກຖາມ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ຫົວໜ້າພະແນກ,ອົງການລັດທຽບເທົ່າພະແນກຂັ້ນແຂວງ, ເຈົ້າເມືອງ,ຫົວໜ້າເທດສະບານ, ເຈົ້ານະຄອນ, ຫົວໜ້າອົງການໄອຍະການປະຊາຊົນ, ປະທານສານປະຊາຊົນ ທ້ອງຖິ່ນ ແລະ ຜູ້ຕາງໜ້າ ອົງການກວດສອບປະຈ ຳພາກທີ່ກ່ຽວຂ້ອງ. ບຸກຄົນທີ່ຖືກຊັກຖາມ ຕ້ອງຊີ້ແຈງຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ດ້ວຍວາຈາ ຫຼື ເປັນລາຍລັກອັກສອນ
ມາດຕາ 84 (ໃໝ່)
ສະມາຊິກສະພາປະຊາຊົນຂັ້ນແຂວງ ຈະບໍ່ຖືກດ ຳເນີນຄະດີອາຍາ ຫຼື ຈັບຕົວ, ກັກຕົວ ແລະ ກັກຂັງ ຖ້າຫາກບໍ່ໄດ້ຮັບຄວາມເຫັນດີຈາກ ສະພາປະຊາຊົນຂັ້ນແຂວງ ຫຼື ຄະນະປະຈ ຳສະພາປະຊາຊົນ ຂັ້ນແຂວງ ໃນເວລາສະພາປະຊາຊົນຂັ້ນແຂວງ ບໍ່ໄດ້ເປີດກອງປະຊຸມ.
ໃນກໍລະນີ ການກະທຳຜິດເຊິ່ງໜ້າ ຫຼື ຮີບດ່ວນນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕ້ອງລາຍງານ ໃນທັນທີໃຫ້ສະພາປະຊາຊົນຂັ້ນແຂວງ ຫຼື ຄະນະປະຈ ຳສະສະພາປະຊາຊົນຂັ້ນແຂວງ ເພື່ອພິຈາລະນາ.
ການສືບສວນ-ສອບສວນ ບໍ່ເປັນສາເຫດພາໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ຖືກດຳເນີນຄະດີນັ້ນ ຂາດປະຊຸມສະພາປະຊາຊົນຂັ້ນແຂວງ.
ໝວດທີ IX ອົງການປົກຄອງທ້ອງຖິ່ນ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງການປົກຄອງທ້ອງຖິ່ນອອກເປັນສາມຂັ້ນ ຄື ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ.
ໃນກໍລະນີຈຳເປັນ ອາດຈະສ້າງເຂດພິເສດຂຶ້ນ ຕາມການຕົກລົງຂອງສະພາແຫ່ງຊາດ.
ມາດຕາ 85
ອົງການປົກຄອງທ້ອງຖິ່ນ ແມ່ນ ອົງການບໍລິຫານຂັ້ນທ້ອງຖິ່ນ, ມີພາລະບົດບາດຄຸ້ມຄອງບໍລິຫານລັດ ຢ່າງຮອບດ້ານ ແລະ ເປັນເອກະພາບໃນຂອບເຂດທ້ອງຖິ່ນຂອງຕົນ.
ມາດຕາ 86 (ໃໝ່)
ອົງການປົກຄອງທ້ອງຖິ່ນ ຮັບຜິດຊອບຕໍ່ລັດຖະບານ ແລະ ສະພາປະຊາຊົນທ້ອງຖິ່ນ.
ແຂວງ ມີ ເຈົ້າແຂວງ, ນະຄອນຫຼວງ ມີ ເຈົ້າຄອງນະຄອນຫຼວງ; ເມືອງ ມີ ເຈົ້າເມືອງ; ເທດສະບານ ມີ ຫົວໜ້າເທດສະບານ; ນະຄອນ ມີ ເຈົ້ານະຄອນ; ບ້ານ ມີ ນາຍບ້ານ.
ເຈົ້າແຂວງ ມີ ຮອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ມີ ຮອງເຈົ້າຄອງນະຄອນຫຼວງ; ເຈົ້າເມືອງ ມີ ຮອງເຈົ້າເມືອງ: ຫົວໜ້າເທດສະບານ ມີ ຮອງຫົວໜ້າເທດສະບານ; ເຈົ້ານະຄອນ ມີ ຮອງເຈົ້ານະຄອນ; ນາຍບ້ານ ມີ ຮອງນາຍບ້ານ.
ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ດ ຳລົງຕ ຳແໜ່ງຢູ່ບ່ອນເກົ່າບໍ່ເກີນສອງສະໄໝຕິດຕໍ່ກັນ.
ມາດຕາ 87 (ປັບປຸງ)
ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ປະຕິບັດ ລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ, ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ, ມະຕິຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ ແລະ ນິຕິກຳ ຂອງຂັ້ນເທິງ;
2. ສະເໜີຮ່າງ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຂອງແຂວງ, ນະຄອນຫຼວງ ຕໍ່ສະພາປະຊາຊົນຂັ້ນແຂວງ;
3. ຊີ້ນຳ, ຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ທຸກຂະແໜງການ ແລະ ອົງການປົກຄອງຂັ້ນລຸ່ມຂອງຕົນ;
4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ພາຍຫຼັງຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຮັບຮອງເອົາ;
5. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງເຈົ້າເມືອງ, ຮອງຫົວໜ້າເທດສະບານ, ຮອງເຈົ້ານະຄອນ ຕາມການສະເໜີຂອງເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ;
6. ຕົກລົງ ສ້າງຕັ້ງ, ໂຮມເຂົ້າ, ແຍກອອກ ຫຼື ຍຸບເລີກ ບ້ານ; ກ ຳນົດເຂດແດນຂອງບ້ານ ຕາມການສະເໜີຂອງເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ;
7. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຮອງຫົວໜ້າພະແນກ, ຮອງຫົວໜ້າອົງການລັດ ທຽບເທົ່າພະແນກຂັ້ນແຂວງ ຕາມການສະເໜີຂອງຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ.
8. ລົບລ້າງຫຼືຍົກເລີກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຫຼື ນິຕິກຳອື່ນຂອງທຸກຂະແໜງການ ທີ່ຢູ່ໃນຂັ້ນຂອງຕົນ ຫຼື ຂັ້ນລຸ່ມ ທີ່ຂັດກັບກົດໝາຍ, ຍົກເວັ້ນຄຳຕົກລົງ ກ່ຽວກັບການດຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນທ້ອງຖິ່ນ;
9. ຄຸ້ມຄອງ ບໍລິຫານທາງດ້ານ ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ;
10. ຄຸ້ມຄອງພົນລະເມືອງ, ພິຈາລະນາ ແລະ ແກ້ໄຂຄ ຳສະເໜີຂອງປະຊາຊົນ;
11. ສະຫຼຸບ, ລາຍງານການເຄື່ອນໄຫວຂອງຕົນ ຕໍ່ສະພາປະຊາຊົນຂັ້ນແຂວງ, ຕໍ່ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ແລະ ຕໍ່ນາຍົກລັດຖະມົນຕີ
ມາດຕາ 88 (ໃໝ່)
ເຈົ້າເມືອງ, ຫົວໜ້າເທດສະບານ ແລະ ເຈົ້ານະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ຈັດຕັ້ງປະຕິບັດ ລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລະ ນິຕິກຳ ຂອງຂັ້ນເທິງ;
2. ຄົ້ນຄວ້າສ້າງ ຮ່າງແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງ ເມືອງ, ເທດສະບານ, ນະຄອນ ແລ້ວສະເໜີ ໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
3. ຊີ້ນຳ, ຄຸ້ມຄອງ, ຕິດຕາມກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງທຸກຫ້ອງການ ແລະ ອົງການປົກຄອງຂັ້ນລຸ່ມຂອງຕົນ;
4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ບົດຕ ຳແໜ່ງ ຫົວໜ້າຫ້ອງການ ແລະ ຕ ຳແໜ່ງບໍລິຫານອື່ນຂອງ ເມືອງ, ເທດສະບານ, ນະຄອນ;
5. ຄຸ້ມຄອງບໍລິຫານ ດ້ານການເມືອງ, ເສດຖະກິດ, ວັດທະນະທ ຳ-ສັງຄົມ, ຊັບພະຍາກອນ ທ ຳມະຊາດ, ສິ່ງແວດລ້ອມ ເທດສະບານ, ນະຄອນ ຂອງຕົນ; ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນເມືອງ,
6. ຄຸ້ມຄອງ ພົນລະເມືອງ, ພິຈາລະນາ ແລະ ແກ້ໄຂຄ ຳສະເໜີຂອງປະຊາຊົນ;
7. ລົບລ້າງ ຫຼື ຍຸບເລີກ ຂໍ້ຕົກລົງ, ຄ ຳແນະນ ຳອື່ນ ຂອງທຸກຫ້ອງການ ແລະ ອົງການລັດທຽບເທົ່າຫ້ອງການ ພາຍໃນເມືອງ, ເທດສະບານ, ນະຄອນ ແລະ ຂັ້ນລຸ່ມ ຂອງຕົນ ທີ່ຂັດກັບກົດໝາຍ ຍົກເວັ້ນ ຄຳຕົກລົງກ່ຽວກັບການດ ຳເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນທ້ອງຖິ່ນ;
8. ສະຫຼຸບ ລາຍງານການເຄື່ອນໄຫວຂອງຕົນ ຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ແລະ ຄະນະປະຈ ຳສະພາປະຊາຊົນຂັ້ນແຂວງ.
ມາດຕາ 89 (ປັບປຸງ)
ນາຍບ້ານ ມີຄວາມຮັບຜິດຊອບຈັດຕັ້ງ ປະຕິບັດລັດຖະທຳມະນູນ, ກົດໝາຍ, ລະບຽບການ ແລະ ນຳພາປະຊາຊົນ ພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມສາມັກຄີ ປອງດອງ ແລະ ເປັນເຈົ້າການສ້າງບ້ານໃຫ້ເປັນບ້ານພັດທະນາ
ໝວດທີ X ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ
ມາດຕາ 90 (ປັບປຸງ)
ສານປະຊາຊົນ ແມ່ນ ອົງການຕຸລາການ; ມີແຕ່ສານເທົ່ານັ້ນ ຈຶ່ງມີສິດອຳນາດພິຈາລະນາຕັດສິນ, ພິພາກສາຄະດີ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສານປະຊາຊົນ ຕັດສີນຄະດີເປັນຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ.
ມາດຕາ 91 (ປັບປຸງ)
ສານປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກອບດ້ວຍ ສານປະຊາຊົນສູງສຸດ, ສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ.
ໃນກໍລະນີຈຳເປັນ ອາດສ້າງຕັ້ງສານສະເພາະຕາມຂະແໜງການ ຕາມການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ.
ມາດຕາ 92 (ປັບປຸງ)
ສານປະຊາຊົນສູງສຸດ ແມ່ນ ອົງການພິພາກສາສູງສຸດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສານປະຊາຊົນສູງສຸດ ກວດກາຄຳຕັດສີນ ແລະ ຄຳພິພາກສາຂອງສານປະຊາຊົນ ແລະ ສານທະຫານ.
ມາດຕາ 93 (ປັບປຸງ)
ຮອງປະທານສານປະຊາຊົນສູງສຸດ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງໂດຍປະທານປະເທດ.
ຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ຜູ້ພິພາກສາຂອງ ສານປະຊາຊົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຄະນະປະຈຳສະພາແຫ່ງຊາດ.
ມາດຕາ 94
ສານປະຊາຊົນ ພິຈາລະນາຕັດສີ້ນເປັນໝູ່ຄະນະ.
ໃນເວລາພິຈາລະນາຕັດສີນ ຜູ້ພິພາກສາຕ້ອງເປັນເອກະລາດ ແລະ ປະຕິບັດຕາມກົດໝາຍເທົ່ານັ້ນ.
ມາດຕາ 95
ການໄຕ່ສວນຄະດີໃນທີ່ປະຊຸມສານ ຕ້ອງດຳເນີນຢ່າງເປີດເຜີຍ ເວັ້ນເສຍແຕ່ກໍລະນີທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 96 (ໃໝ່)
ຜູ້ຖືກຫາ ມີສິດຕໍ່ສູ້ຄະດີທີ່ຕົນຖືກກ່າວຫາດ້ວຍ ຕົນເອງ ຫຼື ຜູ້ປົກປ້ອງ ຫຼື ທະນາຍຄວາມ.
ຄູ່ຄວາມ ມີສິດໂຕ້ແຍ່ງ, ໂຕ້ຖຽງຢູ່ທີ່ປະຊຸມສານໃນທຸກຂັ້ນຕອນຂອງການດຳເນີນຄະດີ.
ທະນາຍຄວາມ ມີສິດຊ່ວຍເຫຼືອທາງດ້ານກົດໝາຍແກ່ ຄູ່ຄວາມ ແລະ ຜູ້ຖືກຫາ.
ມາດຕາ 97
ຜູ້ຕາງໜ້າອົງການຈັດຕັ້ງສັງຄົມ ມີສິດເຂົ້າຮ່ວມໃນການດ ຳເນີນຄະດີຢູ່ສານ ຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍ.
ມາດຕາ 98 (ປັບປຸງ)
ຄຳຕັດສິນຂອງສານປະຊາຊົນ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ທຸກອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງ ສາກົນ ແລະ ພົນລະເມືອງລາວທຸກຄົນ ຕ້ອງເຄົາລົບ.
ບຸກຄົນ ແລະ ອົງການຈັດຕັ້ງ ທີ່ມີສ່ວນກ່ຽວຂ້ອງ ຕ້ອງປະຕິບັດຢ່າງເຂັ້ມງວດ.
ມາດຕາ 99 (ປັບປຸງ)
ອົງການໄອຍະການປະຊາຊົນ ແມ່ນ ອົງການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ, ປົກປ້ອງສິດ ຜົນປະໂຫຍດຂອງລັດ, ຂອງສັງຄົມ, ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ.
ມາດຕາ 100 (ປັບປຸງ)
ອົງການໄອຍະການປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກອບດ້ວຍ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນທ້ອງຖິ່ນ ແລະ ອົງການ ໄອຍະການທະຫານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 101 (ໃໝ່)
ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊີ້ນຳການເຄື່ອນໄຫວ ຂອງອົງການໄອຍະການ ປະຊາຊົນທຸກຂັ້ນ
ມາດຕາ 102 (ປັບປຸງ)
ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍປະທານປະເທດ.
ຫົວໜ້າ, ຮອງຫົວໜ້າອົງການໄອຍະປະຊາຊົນ, ພະນັກງານໄອຍະການປະຊາຊົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ມາດຕາ 103
ໃນເວລາດຳເນີນຄະດີນັ້ນ ພະນັກງານໄອຍະການຂອງອົງການໄອຍະການປະຊາຊົນ ມີແຕ່ ປະຕິບັດຕາມກົດໝາຍ ແລະ ຄຳສັ່ງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເທົ່ານັ້ນ.
ໝວດທີ XI ການກວດສອບແຫ່ງລັດ
ມາດຕາ 104 (ໃໝ່)
ການກວດສອບແຫ່ງລັດ ແມ່ນ ການກວດສອບ ການຄຸ້ມຄອງ ການນຳໃຊ້ງົບປະມານ, ການເງິນ ແລະ ຊັບສິນຂອງລັດ.
ມາດຕາ 105 (ໃໝ່)
ການກວດສອບແຫ່ງລັດ ດ ຳເນີນໂດຍອົງການກວດສອບແຫ່ງລັດ ຊຶ່ງມີອົງການກວດສອບ ປະຈ ຳສູນກາງ ແລະ ອົງການກວດສອບປະຈຳພາກ.
ອົງການກວດສອບປະຈ ຳສູນກາງ ແລະ ອົງການກວດສອບປະຈ ຳພາກ ໄດ້ກ ຳນົດໄວ້ໃນກົດໝາຍສະເພາະ.
ມາດຕາ 106 (ໃໝ່)
ປະທານອົງການກວດສອບແຫ່ງລັດ ຮັບຜິດຊອບໂດຍກົງຕໍ່ສະພາແຫ່ງຊາດ ແລະ ລາຍງານຕໍ່ປະທານປະເທດ, ນາຍົກລັດຖະມົນຕີ ແລະ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບວຽກງານ
ກວດສອບແຫ່ງລັດ.
ປະທານອົງການກວດສອບແຫ່ງລັດ ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງປະທານ ອົງການກວດສອບແຫ່ງລັດ ຕໍ່ປະທານປະເທດ.
ມາດຕາ 107 (ໃໝ່)
ອົງການກວດສອບແຫ່ງລັດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ດຳເນີນການກວດສອບເປັນເອກະລາດ ຕາມກົດໝາຍ ເພື່ອຢັ້ງຢືນຄວາມຖືກຕ້ອງ ຂອງ ເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດ;
2. ລາຍງານການເຄື່ອນໄຫວວຽກງານຂອງຕົນ ແລະ ຜົນການກວດສອບບົດສະຫຼຸບ ຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕໍ່ກອງປະຊຸມສະພາແຫ່ງຊາດ;
3. ສະເໜີອົງການຄຸ້ມຄອງການເງິນທີ່ກ່ຽວຂ້ອງ ເພື່ອນ ຳໃຊ້ມາດຕະການຕໍ່ຫົວໜ່ວຍ ທີ່ລະເມີດກົດໝາຍໃນການຄຸ້ມຄອງ ການນ ຳໃຊ້ງົບປະມານ, ການເງິນ ແລະ ຊັບສິນຂອງລັດ
ຈາກຜົນການກວດສອບ.
ໝວດທີ XII ຄະນະກຳມະການເລືອກຕັ້ງ
ຄະນະກຳມະການເລືອກຕັ້ງ ປະກອບດ້ວຍ ຄະນະກ ຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກ ຳມະການເລືອກຕັ້ງລະດັບທ້ອງຖິ່ນ.
ຄະນະກຳມະການເລືອກຕັ້ງລະດັບຊາດ ແມ່ນ ການຈັດຕັ້ງທີ່ຄະນະປະຈຳສະພາແຫ່ງຊາດ ຕົກລົງສ້າງຕັ້ງ ແລ້ວສະເໜີປະທານປະເທດອອກລັດຖະດ ຳລັດປະກາດເປັນທາງການ, ມີພາລະບົດບາດ ຊີ້ນຳ, ນຳພາການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທ້ອງຖິ່ນ ແລະ ຄະນະກ ຳມະການເລືອກຕັ້ງລະດັບທ້ອງຖິ່ນ. ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນ ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ109 (ໃໝ່)
ຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການຈຳນວນໜຶ່ງ.
ອາຍຸການ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ຈະສິ້ນສຸດລົງ ພາຍຫຼັງສຳເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດນັ້ນ
ສຳລັບສິດ ແລະ ໜ້າທີ່ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ກຳນົດໄວ້ໃນກົດໝາຍ.
ໝວດທີ XIII ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ
ມາດຕາ 110
ພາສາ, ອັກສອນລາວ ເປັນພາສາ ແລະ ອັກສອນ ທີ່ໃຊ້ເປັນທາງການ.
ມາດຕາ 111
ເຄື່ອງໝາຍຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງມົນ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວເຟືອງ ແລະ ໂບສີແດງຂຽນອັກສອນ "ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ " ສອງຂ້າງອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນ ແລະ ໂບສີແດງຂຽນອັກສອນ " ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ ລະຫວ່າງກາງ ຂອງສອງປາຍຮວງເຂົ້າມີຮູບທາດຫຼວງ, ຢູ່ກາງຮູບວົງມົນມີຫົນທາງ, ທົ່ງນາ, ປ່າໄມ້ ແລະ ເຂື່ອນໄຟຟ້ານຳ້ຕົກ.
ມາດຕາ 112
ທຸງຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທຸງພື້ນສີຄາມ, ແຂບສີແດງ ແລະ ວົງເດືອນສີຂາວຢູ່ເຄິ່ງກາງຂອງທຸງຊາດ, ລວງກວ້າງຂອງທຸງເທົ່າກັບສອງສ່ວນສາມ ຂອງລວງຍາວ, ລວງກວ້າງຂອງແຂບສີແດງ ແຕ່ລະເບື້ອງເທົ່າກັບເຄິ່ງໜຶ່ງຂອງລວງກວ້າງແຂບສີຄາມ ແລະ ວົງເດືອນສີຂາວ ກວ້າງເທົ່າກັບສີ່ສ່ວນຫ້າຂອງລວງກວ້າງແຂບສີຄາມ.
ມາດຕາ 113
ເພງຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ເພງທີ່ມີຊື່ວ່າ" ຊາດລາວ ".
ມາດຕາ 114 (ປັບປຸງ)
ວັນຊາດ ຂອງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແມ່ນ ວັນທີ 2 ທັນວາ 1975 ຊຶ່ງເປັນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ມາດຕາ 115
ສະກຸນເງິນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ເງິນກີບ.
ມາດຕາ 116
ນະຄອນຫຼວງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ນະຄອນຫຼວງວຽງຈັນ.
ໝວດທີ XIV ບົດບັນຍັດສຸດທ້າຍ
ມາດຕາ 117 (ປັບປຸງ)
ລັດຖະທ ຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ກົດໝາຍພື້ນຖານຂອງຊາດ.
ທຸກກົດໝາຍ ຕ້ອງໃຫ້ສອດຄ່ອງກັບລັດຖະທ ຳມະນູນ.
ມາດຕາ 118 (ປັບປຸງ)
ມີແຕ່ກອງປະຊຸມສະພາແຫ່ງຊາດເທົ່ານັ້ນ ຈຶ່ງມີສິດປັບປຸງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ລັດຖະທຳມະນູນ ຈະຖືກຮັບຮອງໄດ້ກໍຕໍ່ເມື່ອມີສະມາຊິກສະພາແຫ່ງຊາດ ສອງສ່ວນສາມ ຂອງຈຳນວນສະມາຊິກທັງໝົດ ເປັນຜູ້ລົງຄະແນນສຽງເຫັນດີ.
ມາດຕາ 119 (ປັບປຸງ)
ລັດຖະທຳມະນູນສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດອອກລັດຖະດຳລັດ ປະກາດໃຊ້ເປັນຕົ້ນໄປ.
ລັດຖະທຳມະນູນສະບັບນີ້ ປ່ຽນແທນລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ສະບັບເລກທີ 25 /ສພຊ ລົງວັນທີ 6 ພຶດສະພາ 2003.
ແຫຼ່ງທີ່ມາ: laoofficialgazette.gov.la/kcfinder/upload/files/ລັດຖະທຳມະນູນ%20ແຫ່ງ%20ສປປ%20ລາວ.pdf