ພະຍາດໂປລີໂອ: Difference between revisions

ຈາກ Laopedia
(ໜ້າໃໝ່: ພະຍາດໂປລີໂອ ຫຼື ເປ້ຍລ່ອຍ ແມ່ນພະຍາດຮ້າຍແຮງ, ຖ້າບຸກຄົນໃດໜຶ່ງບໍ່ມີພູມຄຸ້ມກັນ ຕິດເຊື້ອຈະມີອາການກ້າມຊີ້ນອ່ອນແຮງ ແລະ ເປັນອຳມະພາດ. ບາງຄົນອາດຈະເສຍຊີວິດເນື່ອງຈາກມີການທຳລາຍລະບ...)
 
(Protected "ພະຍາດໂປລີໂອ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 

Latest revision as of 04:33, 8 ພະຈິກ 2025

ພະຍາດໂປລີໂອ ຫຼື ເປ້ຍລ່ອຍ ແມ່ນພະຍາດຮ້າຍແຮງ, ຖ້າບຸກຄົນໃດໜຶ່ງບໍ່ມີພູມຄຸ້ມກັນ ຕິດເຊື້ອຈະມີອາການກ້າມຊີ້ນອ່ອນແຮງ ແລະ ເປັນອຳມະພາດ. ບາງຄົນອາດຈະເສຍຊີວິດເນື່ອງຈາກມີການທຳລາຍລະບົບກ້າມຊີ້ນຫາຍໃຈ, ເຮັດໃຫ້ກ້າມຊີ້ນດັ່ງກ່າວອ່ອນແຮງ ແລະ ບໍ່ສາມາດຫາຍໃຈໄດ້, ເຮັດໃຫ້ເສຍຊີວິດ.

ພະຍາດໂປລີໂອ ແມ່ນຕິດແປດງ່າຍທີ່ສຸດ. ເຊື້ອພະຍາດເຈືອປົນຢູ່ໃນອາຈົມຂອງຜູ້ຕິດເຊື້ອ, ຖ້າຖ່າຍຊະຊາຍ ເຊື້ອພະຍາດສາມາດແຜ່ລະບາດໄດ້ງ່າຍ ໂດຍຜ່ານການກິນດື່ມບໍ່ສະອາດ, ເຊື້ອພະຍາດ ປົນເປື້ອນໃນອາຫານທີ່ປຸງແຕ່ງບໍ່ສະອາດ, ນໍ້າ ແລະ ດິນທີ່ມີເຊື້ອ.

ປັດຈຸບັນ, ພະຍາດໂປລີໂອ ແມ່ນບໍ່ມີວິທີປິ່ນປົວ ແຕ່ເຮົາສາມາດປ້ອງກັນພະຍາດນີ້ໄດ້ດ້ວຍການຮັບວັກຊີນພຽງຢ່າງດຽວ.

ການຮັບວັກຊີນປ້ອງກັນພະຍາດໂປລິໂອເປັນຂອງຂວັນທາງສຸຂະພາບໃຫ້ແກ່ລູກຫຼານ, ຄົນໃນຄອບຄົວ ແລະ ຄົນອ້ອມຂ້າງຂອງທ່ານ ເພື່ອອະນາຄົດທີ່ສົດໃສ ແລະ ປອດໄພ.


ແຫຼ່ງທີ່ມາ https://www.facebook.com/watch/?v=1258315369192609