ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ: Difference between revisions
No edit summary |
No edit summary |
||
| (2 intermediate revisions by the same user not shown) | |||
| ແຖວ 1: | ແຖວ 1: | ||
== ປະຫວັດ == | == ປະຫວັດ == | ||
[[ຮູບ:SIA.png|left|thumb|281x281px]] | |||
ໃນປີ 1982 ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກໄດ້ມີການປັບປຸງກົງຈັກ ການຈັດຕັ້ງທີ່ເຮັດວຽກງານກວດກາໃຫ້ເປັນການຈັດຕັ້ງສະເພາະ ຕາມລໍາດັບຮ່ວມ ເລກທີ 02 ລົງວັນທີ 16 ກຸມພາ 1982 ຂອງຄະນະບໍລິຫານງານສູນກາງພັກ, ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີເອີ້ນວ່າ: ຄະນະກໍາມະການກວດກາພັກ ແລະ ລັດ ຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ສະພາລັດຖະມົນຕີ ສປປ ລາວ; ໄລຍະນີ້ກົງຈັກຄະນະກໍາມະການກວດກາພັກ ແລະ ລັດຂັ້ນແຂວງ ແລະ ຂັ້ນເມືອງ ກໍ່ໄດ້ສ້າງຕັ້ງຂຶ້ນບາງແຂວງ ແລະ ເມືອງຈໍານວນໜຶ່ງ. | ໃນປີ 1982 ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກໄດ້ມີການປັບປຸງກົງຈັກ ການຈັດຕັ້ງທີ່ເຮັດວຽກງານກວດກາໃຫ້ເປັນການຈັດຕັ້ງສະເພາະ ຕາມລໍາດັບຮ່ວມ ເລກທີ 02 ລົງວັນທີ 16 ກຸມພາ 1982 ຂອງຄະນະບໍລິຫານງານສູນກາງພັກ, ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີເອີ້ນວ່າ: ຄະນະກໍາມະການກວດກາພັກ ແລະ ລັດ ຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ສະພາລັດຖະມົນຕີ ສປປ ລາວ; ໄລຍະນີ້ກົງຈັກຄະນະກໍາມະການກວດກາພັກ ແລະ ລັດຂັ້ນແຂວງ ແລະ ຂັ້ນເມືອງ ກໍ່ໄດ້ສ້າງຕັ້ງຂຶ້ນບາງແຂວງ ແລະ ເມືອງຈໍານວນໜຶ່ງ. | ||
| ແຖວ 19: | ແຖວ 20: | ||
ສຳນັກງານ: ບ້ານ ສີວິໄລ,ເມືອງ ໄຊທານີ ນະຄອນຫລວງວຽງຈັນ | ສຳນັກງານ: ບ້ານ ສີວິໄລ,ເມືອງ ໄຊທານີ ນະຄອນຫລວງວຽງຈັນ | ||
ໂທ: | ໂທ: 021 710633 | ||
ເວັບໄຊ: sia.gov.la | ເວັບໄຊ: sia.gov.la | ||
Latest revision as of 07:13, 2 ກໍລະກົດ 2025
ປະຫວັດ

ໃນປີ 1982 ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກໄດ້ມີການປັບປຸງກົງຈັກ ການຈັດຕັ້ງທີ່ເຮັດວຽກງານກວດກາໃຫ້ເປັນການຈັດຕັ້ງສະເພາະ ຕາມລໍາດັບຮ່ວມ ເລກທີ 02 ລົງວັນທີ 16 ກຸມພາ 1982 ຂອງຄະນະບໍລິຫານງານສູນກາງພັກ, ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີເອີ້ນວ່າ: ຄະນະກໍາມະການກວດກາພັກ ແລະ ລັດ ຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ສະພາລັດຖະມົນຕີ ສປປ ລາວ; ໄລຍະນີ້ກົງຈັກຄະນະກໍາມະການກວດກາພັກ ແລະ ລັດຂັ້ນແຂວງ ແລະ ຂັ້ນເມືອງ ກໍ່ໄດ້ສ້າງຕັ້ງຂຶ້ນບາງແຂວງ ແລະ ເມືອງຈໍານວນໜຶ່ງ.
ປີ 1986 ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກໄດ້ມີການປັບປຸງກົງຈັກການຈັດຕັ້ງ ເອີ້ນວ່າ: ຄະນະກໍາມະການກວດກາພັກ-ລັດ, ຮອດທ້າຍປີ 1988 ໄດ້ໂຮມຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາພັກ-ລັດ ເຂົ້າກັນ ເອີ້ນວ່າ: ກະຊວງຈັດຕັ້ງ-ກວດກາ ຫຼັງຈາກນັ້ນຜ່ານການເຄື່ອນໄຫວເຫັນວ່າບໍ່ເໝາະສົມ, ຮອດທ້າຍປີ 1989 ສູນກາງພັກ ຈຶ່ງຕົກລົງແຍກຄະນະກວດກາອອກຕ່າງຫາກ ເອີ້ນວ່າ: ຄະນະກໍາມະການກວດກາສູນກາງພັກ.
ປີ 1991 ກອງປະຊຸມໃຫຍ່ຂອງພັກຄັ້ງທີ V ຂອງພັກ ຄະນະກໍາມະການກວດກາສູນກາງພັກ ເອີ້ນວ່າ: ຄະນະກວດກາສູນກາງພັກ ໃນໄລຍະນີ້ ໄດ້ແຍກລະຫວ່າງ ຄະນະກວດກາສູນກາງພັກ ກັບ ຄະນະກວດກາລັດຖະບານ ເປັນ 2 ອົງການເອກະລາດ;
ປີ 1996 ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ ກໍ່ໄດ້ປັບປຸງມາເປັນ ຄະນະກໍາມະການກວດກາຂັ້ນສູນກາງ ໂດຍໂຮມຄະນະກວດກາພັກ ແລະ ຄະນະກວດກາລັດຖະບານເປັນກົງຈັກອັນດຽວ.
ປີ 2001 ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ ໄດ້ແຍກຄະນະກໍາມະການກວດກາຂັ້ນສູນກາງອອກເປັນ 2 ອົງການຄື: ຄະນະກໍາມະການກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.
ປີ 2006 ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ກົມການເມືອງສູນກາງພັກຕົກລົງໂຮມເອົາ 2 ອົງການກວດກາພັກ, ກວດກາລັດເຂົ້າກັນຄືນອີກຄັ້ງ ເອີ້ນວ່າ: ຄະນະກໍາມະການກວດກາສູນກາງພັກ.
ປີ 2011 ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໄດ້ປັບປຸງ ແລະ ປ່ຽນຊື່ເອີ້ນວ່າ: ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ
ປະຈຸບັນ ໄດ້ປັບປຸງ ແລະ ປ່ຽນຊື່ເອີ້ນວ່າ: ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.
ຕິດຕໍ່ພົວພັນ
ສຳນັກງານ: ບ້ານ ສີວິໄລ,ເມືອງ ໄຊທານີ ນະຄອນຫລວງວຽງຈັນ
ໂທ: 021 710633
ເວັບໄຊ: sia.gov.la
ອີເມວ: