ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ: Difference between revisions

ຈາກ Laopedia
(Protected "ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
No edit summary
 
ແຖວ 24: ແຖວ 24:


ອີເມວ:
ອີເມວ:
[[ໝວດ:ຂໍ້ມູນບັນດາອົງການຈັດຕັ້ງລັດ]]

Latest revision as of 03:16, 13 ກຸມພາ 2025

ປະຫວັດ

ໃນປີ 1982 ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກໄດ້ມີການປັບປຸງກົງຈັກ ການຈັດຕັ້ງທີ່ເຮັດວຽກງານກວດກາໃຫ້ເປັນການຈັດຕັ້ງສະເພາະ ຕາມລໍາດັບຮ່ວມ ເລກທີ 02 ລົງວັນທີ 16 ກຸມພາ 1982 ຂອງຄະນະບໍລິຫານງານສູນກາງພັກ, ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີເອີ້ນວ່າ: ຄະນະກໍາມະການກວດກາພັກ ແລະ ລັດ ຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ສະພາລັດຖະມົນຕີ ສປປ ລາວ; ໄລຍະນີ້ກົງຈັກຄະນະກໍາມະການກວດກາພັກ ແລະ ລັດຂັ້ນແຂວງ ແລະ ຂັ້ນເມືອງ ກໍ່ໄດ້ສ້າງຕັ້ງຂຶ້ນບາງແຂວງ ແລະ ເມືອງຈໍານວນໜຶ່ງ.

ປີ 1986 ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກໄດ້ມີການປັບປຸງກົງຈັກການຈັດຕັ້ງ ເອີ້ນວ່າ: ຄະນະກໍາມະການກວດກາພັກ-ລັດ, ຮອດທ້າຍປີ 1988 ໄດ້ໂຮມຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາພັກ-ລັດ ເຂົ້າກັນ ເອີ້ນວ່າ: ກະຊວງຈັດຕັ້ງ-ກວດກາ ຫຼັງຈາກນັ້ນຜ່ານການເຄື່ອນໄຫວເຫັນວ່າບໍ່ເໝາະສົມ, ຮອດທ້າຍປີ 1989 ສູນກາງພັກ ຈຶ່ງຕົກລົງແຍກຄະນະກວດກາອອກຕ່າງຫາກ ເອີ້ນວ່າ: ຄະນະກໍາມະການກວດກາສູນກາງພັກ.

ປີ 1991 ກອງປະຊຸມໃຫຍ່ຂອງພັກຄັ້ງທີ V ຂອງພັກ ຄະນະກໍາມະການກວດກາສູນກາງພັກ ເອີ້ນວ່າ: ຄະນະກວດກາສູນກາງພັກ ໃນໄລຍະນີ້ ໄດ້ແຍກລະຫວ່າງ ຄະນະກວດກາສູນກາງພັກ ກັບ ຄະນະກວດກາລັດຖະບານ ເປັນ 2 ອົງການເອກະລາດ;

ປີ 1996 ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ ກໍ່ໄດ້ປັບປຸງມາເປັນ ຄະນະກໍາມະການກວດກາຂັ້ນສູນກາງ ໂດຍໂຮມຄະນະກວດກາພັກ ແລະ ຄະນະກວດກາລັດຖະບານເປັນກົງຈັກອັນດຽວ.

ປີ 2001 ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ ໄດ້ແຍກຄະນະກໍາມະການກວດກາຂັ້ນສູນກາງອອກເປັນ 2 ອົງການຄື: ຄະນະກໍາມະການກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.

ປີ 2006 ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ກົມການເມືອງສູນກາງພັກຕົກລົງໂຮມເອົາ 2 ອົງການກວດກາພັກ, ກວດກາລັດເຂົ້າກັນຄືນອີກຄັ້ງ ເອີ້ນວ່າ: ຄະນະກໍາມະການກວດກາສູນກາງພັກ.

ປີ 2011 ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໄດ້ປັບປຸງ ແລະ ປ່ຽນຊື່ເອີ້ນວ່າ: ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ

ປະຈຸບັນ  ໄດ້ປັບປຸງ ແລະ ປ່ຽນຊື່ເອີ້ນວ່າ: ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.

ຕິດຕໍ່ພົວພັນ

ສຳນັກງານ: ບ້ານ ສີວິໄລ,ເມືອງ ໄຊທານີ ນະຄອນຫລວງວຽງຈັນ

ໂທ:

ເວັບໄຊ: sia.gov.la

ອີເມວ: