ອົງການກາແດງແຫ່ງຊາດລາວ: Difference between revisions

ຈາກ Laopedia
(ໜ້າໃໝ່: ອົງການກາແດງແຫ່ງຊາດລາວ ແມ່ນ ການຈັດຕັ້ວທາວສັງຄົມຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນູດສະທຳ ຢ່າງເປັນເອກະລາດຢູ່ພາຍໄຕ້ລັດຖະທຳມະນູນ == ປະຫວັດ == == ພາລະບົດບາດ == 1. ການ​ຊ່ວຍ​ເຫຼືອ​ບັ...)
 
 
(One intermediate revision by the same user not shown)
ແຖວ 1: ແຖວ 1:
ອົງການກາແດງແຫ່ງຊາດລາວ ແມ່ນ ການຈັດຕັ້ວທາວສັງຄົມຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນູດສະທຳ ຢ່າງເປັນເອກະລາດຢູ່ພາຍໄຕ້ລັດຖະທຳມະນູນ
{{ອົງການຈັດຕັ້ງ|ຮູບ=ກາໝາຍ ອົງການກາແດງແຫ່ງຊາດລາວ.jpg|ຊື່ຫຍໍ້ ພາສາລາວ=ກດລ|ຊື່ອົງການ ພາສາອັງກິດ=Croix-Rouge Lao|ເວັບໄຊ=https://www.laoredcross.org.la/|ສຳນັກງານໃຫຍ່=ຖະໜົນເສດຖາທິຣາດ, ຮ່ອມ 1, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ}}
 
ອົງການກາແດງແຫ່ງຊາດລາວ ແມ່ນ ການຈັດຕັ້ວທາງສັງຄົມຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນູດສະທຳ ຢ່າງເປັນເອກະລາດຢູ່ພາຍໄຕ້ລັດຖະທຳມະນູນ


== ປະຫວັດ ==
== ປະຫວັດ ==
ສະ​ພາ​ກາ​ຊາດ​ລາວ, ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 01 ມັງ​ກອນ 1955 ທີ່​ນະ​ຄອນຫຼວງວຽງ​ຈັນ, ໂດຍ​ຄະ​ນະ​ກຳ​ມະ​ການ​ຊຸດ​ໜຶ່ງ,​ ລວມ​ມີ 73 ທ່ານ; ຍິງ 02 ທ່ານ ​ທີ່​ມາ​ຈາກ​ກຸ່ມ​ວິ​ຊາ​ຊີບ​ຕ່າງ​ໆ​ເຊັ່ນ: ຄາ​ລາ​ຊະ​ການ​ຈາກ​ກະ​ຊວງ​ຕ່າງໆ; ແພດ​ໝໍ; ນັກ​ກົດ​ໝາຍ; ນັກ​ສັງ​ຄົມ​ສົງ​ເຄາະ ແລະ ອາຊີບອື່ນໆ. ຄະ​ນະ​ກຳ​ມະ​ການ​ຊຸດນີ້​ໄດ້​ພິ​ຈາ​ລະ​ນາ​ຕົກ​ລົງ​ຮັບ​ຮອງ​ເອົາ 02 ບັນ​ຫາ​ສຳ​ຄັນ​ຄື:
1. ກົດ​ລະ​ບຽບ​ສະ​ພາ​ກາ​ຊາດ​ລາວ​ປະ​ກອບ​ມີ 10 ພາກ; 36 ມາດ​ຕາ
2. ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ກາ​ຊາດ​ລາວ​ຊຸດ​ທຳ​ອິດ​ປະ​ກອບ​ມີ: 07 ທ່ານ; ກອງ​ປະ​ຊຸມ​ໄດ້​ເລືອກ​ເອົາ​ທ່ານ ດ​ຣ. ອຸ​ດົມ ​ສຸ​ວັນ​ນະ​ວົງ ເປັນ​ປະ​ທານ ແລະ ທ່ານ ດ​ຣ. ກູ່​ແກ້ວ ໄຊ​ໂກ​ສີ ເປັນ​ເລ​ຂາ​ທິ​ການ. ມີ​ສຳ​ນັກ​ງານ​ໃຫຍ​ຕັ້ງ​ຢູ່​ບ້ານ​ຊຽງ​ຍືນ; ເມືອງ​ຈັນ​ທະ​ບູ​ລີ; ນະ​ຄອນຫຼວງວຽງ​ຈັນ,
ສະພາກາຊາດລາວ ຖືກ​ຮັບ​ຮອງ​ຈາກ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ( ICRC ) ໃນ​ວັນ​ທີ 23 ພຶດ​ສະ​ພາ 1957; ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພັນ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ (IFRC) ໃນ​ວັນ​ທີ 25 ຕຸ​ລາ 1957 ໂດຍກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 24 ທີ່​ກຸງ​ນິວ​ເດັນ​ລີ​ປະ​ເທດ​ອິນ​ເດຍ (ເວ​ລານັ້ນ​ກາ​ແດງ​ທົ່ວໂລກ​ມີ 80 ປະ​ເທດ)
ນັບ​ແຕ່ມື້​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ​ອົງ​ການ​ກາ​ແດງ​ລາວ ​ໄດ້​ຜ່ານ​ຂະ​ບວນ​ວິ​ວັດ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ (01/01/ 1955 – ປະ​ຈຸ​ບັນ ) ເປັນ 02 ໄລ​ຍະຄື:
'''ໄລ​ຍະ​ທີ I ( ປີ 1955 -1975)'''
ເອີ້ນ​ວ່າ: ສະ​ພາ​ກາ​ຊາດ​ລາວ ເຄື່ອນ​ໄຫວ​ຕາມ​ກົດ​ລະ​ບຽບ​ຂອງ​ສ​ະ​ພາ​ກາ​ຊາດ​ລາວ​ມີ​ໜ້າ​ທີ່​ຕົ້ນ​ຕໍ​ດັ່ງ​ນີ້:
- ປະ​ຕິ​ບັດ​ພັນ​ທະ ແລະ ໜ້າ​ທີ່​ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນ​ທີ່​ລາວ​ເປັນ​ພາ​ຄີ;
- ຂົນ​ຂວາຍ​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ;
- ປະ​ສານ​ງານ​ກັບ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ: ສາ​ທາ​ລະ​ນະ​ສຸກ; ສັງ​ຄົມ​ສົງ​ເຄາະ; ມະ​ຫາດ​ໄທ ແລະ ກະ​ຊວງ​ປ້ອງ​ກັນ​ຊາດ; ປະ​ສານ​ກັບ​ການ​ຈັດ​ຕັ້ງ​ອາ​ສາ​ສະ​ໝັກ​ຊາວ​ໜຸ່ມ​ກາ​ແດງ​ໃນ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ; ວຽກ​ງານ​ເລືອດ ແລະ ການ​ສົງ​ເຄາະ​ກະ​ທັນ​ຫັນ.
'''ໄລ​ຍະ​ທີ:II. (1975  - ປະຈຸບັນ)'''.
ຊື່​ວ່າ: ສະ​ພາ​ກາ​ແດງ​ລາວ  ເຄື່ອນ​ໄຫວ​ຕາມ​ນິ​ຕິ​ກຳ​ດັ່ງ​ນີ້: ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ ຄັ້ງ​ວັນ​ທີ 02 ທັນ​ວາ 1975 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະ​ນະ​ລັດ​ຖະ​ບານ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ, ຈາກນັ້ນ​ສະ​ພາ​ລັດ​ຖະ​ມົນ​ຕີແຫ່ງ ສ.ປ.ປ ​ລາວ ​ໄດ້​ອອກ​ດຳ​ລັດ​ເລກ​ທີ 113/ສນຍ​, ລົງ​ວັນ​ທີ 28 ກໍ​ລະ​ກົດ 1978 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະ​ນະ​ສ​ະ​ພາ​ກາ​ແດງ​ລາວ ​ປະ​ກອບ​ມີ 05 ທ່ານ: ທ່ານ ດ​ຣ. ຄຳ​ລຽງ​ ພົນ​ເສ​ນາ ເປັນ​ປະ​ທານ; ທ່ານ ດ​ຣ. ແກ້ວ ພິມ​ມະ​ຈັນ ​ເປັນ​ຮອງ​ປະ​ທານ; ທ່ານ ດ​ຣ. ອຸ​ດົມ ສຸ​ວັນ​ນະ​ວົງ​ ເປັນ ຮອງ​ປະ​ທານ; ທ່ານ ດ​ຣ. ບຸນ​ພັກ ເພັດ​ດາ​ລາ ເປັນ​ກຳ​ມະ​ການ ແລະ ທ່ານ ດ​ຣ. ກູ່​ແກ້ວ ໄຊ​ໂກ​ສີ ເປັນ​ກຳ​ມະ​ການ​ທັງ​ເປັນ​ເລ​ຂາ​ທິ​ການ​ສະ​ພາ​ກາ​ແດງ​ລາວ ແລະ ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ບ້ານ​ຊຽງ​ຍືນ​ເຊັ່ນ​ດຽວ​ກັນ'''.'''
ປີ 1999 ປ່ຽນຊື່ມາເປັນ '''ອົງ​ການ​ກາ​ແດງ​ລ​າວ''' ເຄື່ອນ​ໄຫວ​ພາຍ​ໃຕ້​ນິ​ຕິ​ກຳ ສອງ ສະ​ບັບ​ຄື: ດຳ​ລັດ36/ນຍ​ລົງ​ວັນ​ທີ 21 ເມ​ສາ 1999 ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ຂອງ​ອົງ​ການ​ກາ​ແດງ​ລາວ ແລະ ດຳ​ລັດ138 / ລບ, ລົງ​ວັນ​ທີ 13 ພຶດ​ສະ​ພາ 2013 ວ່າ​ດ້ວຍ​ການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ອົງ​ການ​ກາ​ແດງ​ລາວ.


== ພາລະບົດບາດ ==
== ພາລະບົດບາດ ==

Latest revision as of 08:31, 15 ກັນຍາ 2024


ອົງການກາແດງແຫ່ງຊາດລາວ ແມ່ນ ການຈັດຕັ້ວທາງສັງຄົມຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນູດສະທຳ ຢ່າງເປັນເອກະລາດຢູ່ພາຍໄຕ້ລັດຖະທຳມະນູນ

ປະຫວັດ

ສະ​ພາ​ກາ​ຊາດ​ລາວ, ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 01 ມັງ​ກອນ 1955 ທີ່​ນະ​ຄອນຫຼວງວຽງ​ຈັນ, ໂດຍ​ຄະ​ນະ​ກຳ​ມະ​ການ​ຊຸດ​ໜຶ່ງ,​ ລວມ​ມີ 73 ທ່ານ; ຍິງ 02 ທ່ານ ​ທີ່​ມາ​ຈາກ​ກຸ່ມ​ວິ​ຊາ​ຊີບ​ຕ່າງ​ໆ​ເຊັ່ນ: ຄາ​ລາ​ຊະ​ການ​ຈາກ​ກະ​ຊວງ​ຕ່າງໆ; ແພດ​ໝໍ; ນັກ​ກົດ​ໝາຍ; ນັກ​ສັງ​ຄົມ​ສົງ​ເຄາະ ແລະ ອາຊີບອື່ນໆ. ຄະ​ນະ​ກຳ​ມະ​ການ​ຊຸດນີ້​ໄດ້​ພິ​ຈາ​ລະ​ນາ​ຕົກ​ລົງ​ຮັບ​ຮອງ​ເອົາ 02 ບັນ​ຫາ​ສຳ​ຄັນ​ຄື:

1. ກົດ​ລະ​ບຽບ​ສະ​ພາ​ກາ​ຊາດ​ລາວ​ປະ​ກອບ​ມີ 10 ພາກ; 36 ມາດ​ຕາ

2. ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ກາ​ຊາດ​ລາວ​ຊຸດ​ທຳ​ອິດ​ປະ​ກອບ​ມີ: 07 ທ່ານ; ກອງ​ປະ​ຊຸມ​ໄດ້​ເລືອກ​ເອົາ​ທ່ານ ດ​ຣ. ອຸ​ດົມ ​ສຸ​ວັນ​ນະ​ວົງ ເປັນ​ປະ​ທານ ແລະ ທ່ານ ດ​ຣ. ກູ່​ແກ້ວ ໄຊ​ໂກ​ສີ ເປັນ​ເລ​ຂາ​ທິ​ການ. ມີ​ສຳ​ນັກ​ງານ​ໃຫຍ​ຕັ້ງ​ຢູ່​ບ້ານ​ຊຽງ​ຍືນ; ເມືອງ​ຈັນ​ທະ​ບູ​ລີ; ນະ​ຄອນຫຼວງວຽງ​ຈັນ,

ສະພາກາຊາດລາວ ຖືກ​ຮັບ​ຮອງ​ຈາກ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ( ICRC ) ໃນ​ວັນ​ທີ 23 ພຶດ​ສະ​ພາ 1957; ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພັນ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ (IFRC) ໃນ​ວັນ​ທີ 25 ຕຸ​ລາ 1957 ໂດຍກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 24 ທີ່​ກຸງ​ນິວ​ເດັນ​ລີ​ປະ​ເທດ​ອິນ​ເດຍ (ເວ​ລານັ້ນ​ກາ​ແດງ​ທົ່ວໂລກ​ມີ 80 ປະ​ເທດ)

ນັບ​ແຕ່ມື້​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ​ອົງ​ການ​ກາ​ແດງ​ລາວ ​ໄດ້​ຜ່ານ​ຂະ​ບວນ​ວິ​ວັດ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ (01/01/ 1955 – ປະ​ຈຸ​ບັນ ) ເປັນ 02 ໄລ​ຍະຄື:

ໄລ​ຍະ​ທີ I ( ປີ 1955 -1975)

ເອີ້ນ​ວ່າ: ສະ​ພາ​ກາ​ຊາດ​ລາວ ເຄື່ອນ​ໄຫວ​ຕາມ​ກົດ​ລະ​ບຽບ​ຂອງ​ສ​ະ​ພາ​ກາ​ຊາດ​ລາວ​ມີ​ໜ້າ​ທີ່​ຕົ້ນ​ຕໍ​ດັ່ງ​ນີ້:

- ປະ​ຕິ​ບັດ​ພັນ​ທະ ແລະ ໜ້າ​ທີ່​ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນ​ທີ່​ລາວ​ເປັນ​ພາ​ຄີ;

- ຂົນ​ຂວາຍ​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ;

- ປະ​ສານ​ງານ​ກັບ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ: ສາ​ທາ​ລະ​ນະ​ສຸກ; ສັງ​ຄົມ​ສົງ​ເຄາະ; ມະ​ຫາດ​ໄທ ແລະ ກະ​ຊວງ​ປ້ອງ​ກັນ​ຊາດ; ປະ​ສານ​ກັບ​ການ​ຈັດ​ຕັ້ງ​ອາ​ສາ​ສະ​ໝັກ​ຊາວ​ໜຸ່ມ​ກາ​ແດງ​ໃນ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ; ວຽກ​ງານ​ເລືອດ ແລະ ການ​ສົງ​ເຄາະ​ກະ​ທັນ​ຫັນ.

ໄລ​ຍະ​ທີ:II. (1975  - ປະຈຸບັນ).

ຊື່​ວ່າ: ສະ​ພາ​ກາ​ແດງ​ລາວ  ເຄື່ອນ​ໄຫວ​ຕາມ​ນິ​ຕິ​ກຳ​ດັ່ງ​ນີ້: ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ ຄັ້ງ​ວັນ​ທີ 02 ທັນ​ວາ 1975 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະ​ນະ​ລັດ​ຖະ​ບານ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ, ຈາກນັ້ນ​ສະ​ພາ​ລັດ​ຖະ​ມົນ​ຕີແຫ່ງ ສ.ປ.ປ ​ລາວ ​ໄດ້​ອອກ​ດຳ​ລັດ​ເລກ​ທີ 113/ສນຍ​, ລົງ​ວັນ​ທີ 28 ກໍ​ລະ​ກົດ 1978 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະ​ນະ​ສ​ະ​ພາ​ກາ​ແດງ​ລາວ ​ປະ​ກອບ​ມີ 05 ທ່ານ: ທ່ານ ດ​ຣ. ຄຳ​ລຽງ​ ພົນ​ເສ​ນາ ເປັນ​ປະ​ທານ; ທ່ານ ດ​ຣ. ແກ້ວ ພິມ​ມະ​ຈັນ ​ເປັນ​ຮອງ​ປະ​ທານ; ທ່ານ ດ​ຣ. ອຸ​ດົມ ສຸ​ວັນ​ນະ​ວົງ​ ເປັນ ຮອງ​ປະ​ທານ; ທ່ານ ດ​ຣ. ບຸນ​ພັກ ເພັດ​ດາ​ລາ ເປັນ​ກຳ​ມະ​ການ ແລະ ທ່ານ ດ​ຣ. ກູ່​ແກ້ວ ໄຊ​ໂກ​ສີ ເປັນ​ກຳ​ມະ​ການ​ທັງ​ເປັນ​ເລ​ຂາ​ທິ​ການ​ສະ​ພາ​ກາ​ແດງ​ລາວ ແລະ ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ບ້ານ​ຊຽງ​ຍືນ​ເຊັ່ນ​ດຽວ​ກັນ.

ປີ 1999 ປ່ຽນຊື່ມາເປັນ ອົງ​ການ​ກາ​ແດງ​ລ​າວ ເຄື່ອນ​ໄຫວ​ພາຍ​ໃຕ້​ນິ​ຕິ​ກຳ ສອງ ສະ​ບັບ​ຄື: ດຳ​ລັດ36/ນຍ​ລົງ​ວັນ​ທີ 21 ເມ​ສາ 1999 ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ຂອງ​ອົງ​ການ​ກາ​ແດງ​ລາວ ແລະ ດຳ​ລັດ138 / ລບ, ລົງ​ວັນ​ທີ 13 ພຶດ​ສະ​ພາ 2013 ວ່າ​ດ້ວຍ​ການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ອົງ​ການ​ກາ​ແດງ​ລາວ.

ພາລະບົດບາດ

1. ການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກເບື້ອງຕົ້ນ;

2. ການປຸກ​ລະ​ດົມ​ຂົນ​ຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດ​ທີ່ປອດໄພ;

3. ການສົ່ງເສີມສຸຂະພາບຂັ້ນພື້ນຖານ;

4. ການປະຖົມພະຍາບານ;

5. ການກູ້ໄພສຸກເສີນ;

6. ການໂຄສະນາ ຂົນຂວາຍແຫຼ່ງທຶນ;

7. ການສ້າງສະ​ມາ​ຊິກ ແລະ ອາສາສະໝັກກາແດງ;

8. ການສືບທາວຫາຍາດພີ່ນ້ອງ;

9. ການພົວພັນ ແລະ ຮ່ວມມືສາກົນ.

ໂຄງປະກອບການຈັດຕັ້ງ

ໂຄງປະກອບກົງຈັກ ​ຂອງ​ອົງ​ການ​ກາ​ແດງແຫ່ງຊາດ​ລາວ ປະກອບມີ:

1. ຫ້ອງການອົງການກາແດງແຫ່ງຊາດລາວ;

2. ຫ້ອງການຂົນຂວາຍແຫຼ່ງທຶນ ແລະ ຊ່ວຍເຫຼືອບັນເທົາທຸກ;

3. ຫ້ອງການສົ່ງເສີມສຸຂະພາບຊຸມຊົນ

4. ສະຖາບັນເລືອດແຫ່ງຊາດ.

ຕິດຕໍ່ພົວພັນ

ສຳນັກງານ: ຖະໜົນເສດຖາທິລາດ, ຮ່ອມ 1,​ ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ໂທ:

ເວັບໄຊ: http://www.laoredcross.org.la/

ອີເມວ: