ວັດຊຽງທອງ: Difference between revisions
(ໜ້າໃໝ່: thumb ວັດຊຽງທອງ ເປັນວັດທີ່ມີຄວາມສວຍສົດງົດງາມທາງດ້ານສະຖາປັດຕິຍະກຳແບບມີເອກະລັກຂອງຫຼວງພະບາງ ທີ່ໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ເປັນດັ່ງອັນຍະມະນີແຫ່ງສະຖາ...) |
ລ (Protected "ວັດຊຽງທອງ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ))) |
Latest revision as of 04:28, 4 ກຸມພາ 2024
ວັດຊຽງທອງ ເປັນວັດທີ່ມີຄວາມສວຍສົດງົດງາມທາງດ້ານສະຖາປັດຕິຍະກຳແບບມີເອກະລັກຂອງຫຼວງພະບາງ ທີ່ໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳ ຂອງລາວ ອັນເກົ່າແກ່ ແລະ ມີຮູບແບບຊົງລາວດັ້ງເດີມແທ້ໆ.ມີເນື້ອທີ່ ທັງໝົດ 291,12 ຕາແມັດ, ຕັ້ງຢູ່ລະຫວ່າງກາງ ຂອງແມ່ນໍ້າຂອງ ແລະ ແມ່ນໍ້າຄານ ທີ່ໄຫຼ່ປ່ອງໃສ່ກັນ, ສາຍເຫດທີ່ເອີ້ນວ່າວັດຊຽງທອງ ກໍຍ້ອນວ່າ: ເມື່ອກ່ອນວັດແຫ່ງນີ້ ມີກົກທອງຂະໜາດໃຫຍ່ ໂດຍວັດແທກຈາກລວງອ້ອມເທົ່າກັບ 27 ອູ້ມ ແລະ ລວງສູງ ເທົ່າກັບ 117 ແມັດ[1]. ຄຳວ່າ “ທອງ” ແມ່ນມາຈາກຊື່ຂອງຕົ້ນທອງ ທີ່ເປັນຕົ້ນໄມ້ໃຫຍ່ໃນວັດແຫ່ງນີ້.
ຫຼັງຈາກທີ່ເຈົ້າໄຊຍະເສດຖາທິລາດສໍາເລັດການສ້າງ ວັດຊຽງທອງ ໃນປີ ຄສ 1560 ແລ້ວ, ພະອົງກໍໄດ້ລົງໄປຍັງນະຄອນຫຼວງວຽງຈັນ ແລະ ໄດ້ສ້າງພະທາດຫຼວງວຽງຈັນຂຶ້ນ. ຮູບຊົງລັກສະນະອາຄານຂອງ ວັດຊຽງທອງ ນັ້ນ ມີລັກສະນະຄ້າຍຄືກັບໄກ່ມູບລູກ ທີ່ມີຫຼັງຄາອາຮາມລັກສະນະລຽນຊ້ອນກັນ 3 ຊັ້ນ, ທາງເຂົ້າອາຮາມມີດອກບົວທັງໝົດ 4 ດອກ ເຊິ່ງແຕ່ລະດອກມີຊື່ແຕກຕ່າງກັນເຊັ່ນ:ດອກບົວມະໂຫລີ, ດອກບົວສີສັດຕະນາກ,ດອກບົວສາດຕະສິນ ແລະ ດອກບົວກົນລະວົນ.[1]
ຫຼັງຈາກສ້າງວັດນີ້ບໍ່ດົນ ພະອົງກໍຊົງຍ້າຍ ເມືອງຫຼວງຂອງປະເທດ ໄປຍັງນະຄອນວຽງຈັນ ແລະ ວັດແຫ່ງນີ້ ໄດ້ຖືກຮັບການອຸປະຖໍາສືບຕໍ່ເບິ່ງແຍງ ຈາກເຈົ້າມະຫາຊີວິດ ສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດ ສີສະຫວ່າງ ວັດທະນາ ເຊິ່ງເປັນ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍ ຂອງລາວ.
ຕາມອາຮາມ ແລະ ບໍລິເວນອ້ອມຮອບວັດ ກໍ່ຍັງມີຮູບພາບທີ່ສະແດງເຖິງວິຖີການດໍາລົງຊີວິດ ຂອງປະຊາຊົນ ທີ່ຕິດດ້ວຍແກ້ວຫຼາກຫຼາຍສີສັນຕິດຕໍ່ກັນເປັນຮູບຕ່າງໆ. ນອກນັ້ນ, ຢູ່ດ້ານນອກ ກໍຍັງມີໂຮງມ້ຽນພະໂກດ ເປັນອາຄານຫຼັງໃຫຍ່ຊົງບູຮານ, ຫໍລາດຊະຣົດ ເປັນບ່ອນເກັບມ້ຽນພະໂກດ ຂອງເຄືອລະຍາດເຈົ້້າສີສະຫວ່າງ ວັດທະນາ ເຊິ່ງໄດ້ຮັບການຄວັດແກະສະຫຼັກ ແລະ ລົງນໍ້າກ້ຽງພອກດ້ວຍຄໍາປິວ ເປັນລວດລາຍລາວ ທັງໝົດ.
ພື້ນນິທານ ຈັນທະພານິດ ຕຳນານພື້ນເມືອງລາວເລົ່າວ່າ ພະເຈົ້າ ໄຊຍະເສດຖາທິລາດ ສ້າງວັດຊຽງທອງຂຶ້ນ ແລະ ເປັນວັດແຫ່ງດຽວທີ່ມີຄວາມໂຊກດີ ທີ່ລອດພົ້ນຈາກການເຜົາຜານ ໃນສະໄໝສົງຄາມ ໃນປີ 1887 ແລະໄດ້ຖືກຮັບບູລະນະສ້ອມແປງ ທັງໝົດ 4 ຄັ້ງ: ຄັ້ງທີ 1 ໃນປີ 1928, ຄັ້ງທີ 2 ລະຫວ່າງ ປີ 1952 ຫາປີ 1960 ໃນສະໄໝເຈົ້າ ສີສະຫວ່າງວົງ, ຄັ້ງທີ 3 ປີ 1984 ແລະ ຄັ້ງທີ 4 ປີ 2013. ວິຫານຂອງວັດແຫ່ງນີ້ ມີຮູບລັກສະນະ ສາມຫ້ອງລອຍ ແລະ ເຊຍດ່ຽວ, ສະແດງລັກສະນະພິເສດດ້ວຍຮູບເສັ້ນລວດລາຍ ທີ່ກົມກືນກັນ. ຫຼັງຄາ ມີຄວາມສະລັບຊ້ອນກັນ ແອ່ນອອກແບບສະຫງ່າຜ່າເຜີຍ. ການສ້ອມແປງໃຫຍ່ຄັ້ງຫຼັງສຸດ ໂດຍພື້ນຖານແລ້ວແມ່ນ ແນໃສ່ການປະດັບເອ້ ແລະ ການກໍ່ສ້າງຫໍໄຫວ້ໃຫຍ່ ຂອງຫໍລາຊະໂກດ ຊຶ່ງເລີ່ມສ້າງຂຶ້ນໃນປີ 1962 ເປັນຕົ້ນມາ
ຣາດຊະຣົດ ໄດ້ຖືກສ້າງຂຶ້ນ ໃນປີ 1962 ຫຼັງຈາກເຈົ້າຊີວິດ ສີສະຫວ່າງ ວັດທະນາ ເສຍຊີວິດ ໄດ້ 3 ປີ ໄດ້ໃຊ້ເພຶ່ອເປັນບ່ອນເກັບຮັກສາ ອັດຖິ ຂອງເຈົ້າຊີວິດໃນສະໄໝກ່ອນ ເຊິ່ງຣາດຊະຣົດນັ້ນ ຈະປະກອບມີ 3 ພະໂກດ. ພະໂກດໃຫຍ່ທີ່ຢູ່ທາງກາງນັ້ນ ແມ່ນພະໂກດທີ່ເກັບຮັກສາອັດຖິ ຂອງເຈົ້້າຊີວິດ ສີສະຫວ່າງ ວັດທະນາ ເຊິ່ງແມ່ນເຈົ້າຊີວິດ ອົງສຸດທ້າຍ. ສ່ວນພະໂກດ ທີ່ຢູ່ທາງດ້ານໜ້ານັ້ນ ແມ່ນພະໂກດທີ່ເກັບ ອັດຖິ ຂອງພະມານດາ ແລະ ພະໂກດທີ່ຢູ່ດ້ານຫຼັງນັ້ນ ແມ່ນພະໂກດທີ່ເກັບມ້ຽນ ອັດຖິ ຂອງຜູ້ເປັນອ້າຍ ຂອງເຈົ້າຊີວິດ ສີສະຫວ່າງ ວັດທະນາ ພະໂກດທັງໝົດນັ້ນ ມີການຄວັດແກະສະຫຼັກລວດລາຍອັນງົດງາມ, ດ້ານໜ້າມີການຄວັດແກະສະຫຼັກ ແລະ ຕົກແຕ່ງຢ່າງງົດງາມດ້ວຍຫົວນາກ ທີ່ເຮັດຈາກໄມ້ ສັກທອງ ຈໍານວນ 7 ຫົວ ໂດຍການລົງນໍ້າກ້ຽງພອກຄໍາທັງໝົດ.
ເມື່ອທ່ານເດີນທາງມາເຖິງວັດແຫ່ງນີ້ ສິ່ງທຳອິດທີ່ທ່ານຈະໄດ້ພົບເຫັນ ກໍຄືການໄປຊົມອາຮາມ ທີ່ເອີ້ນວ່າ “ສິມ” ເຊິ່ງຈະມີຂະໜາດບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກໍາ ທາງດ້ານສາສະໜາ ແບບເອກະລັກຂອງຫຼວງພະບາງແທ້ໆ ດ້ວຍຫຼັງຄາອາຮາມ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ, ຫຼຸດລື່ນກັນລົງມາເປັນຖານ ສ່ວນກາງຂອງຫຼັງຄາ ປະດັບເອ້ດ້ວຍຍອດ “ຊໍ່ຟ້າ” ທີ່ສວຍງາມເຊິ່ງປະກອບມີທັງໝົດ 17 ຊໍ່. ອັນມີຄວາມໝາຍວ່າເປັນ ອາຮາມ ທີ່ເຈົ້າມະຫາຊີວິດ ຊົງສ້າງຂຶ້ນ, ສ່ວນທີ່ຄົນສາມັນສ້າງ ຈະມີຊໍ່ຟ້າພຽງແຕ່ 1 - 7 ຊໍ່ເທົ່ານັ້ນ, ຕາມການເລົ່າຂານ ເຊື່ອກັນວ່າ ບໍລິເວນປ່ອງສີ່ຫຼ່ຽມນ້ອຍໆ ເຄິ່ງກາງຂອງ ຊໍ່ຟ້າ ເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ເຊັ່ນພຣະພຸດທະຮູບ, ຖັດມາ ສ່ວນທີ່ຢູ່ທາງໜ້ານັ້ນເອີ້ນວ່າ “ໂງ່” ຮູບຮ່າງຄືກັນກັບ ຫົວນາກ ເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາສະໜາ. ເມື່ອຍ່າງເຂົ້າມາ ທາງດ້ານປະຕູອາຮາມ ເຮົາຈະເຫັນ ປັດຕະຍະກໍາ ອັນໂດດເດັ່ນສະດຸດຕາ ກັບລວດລາຍລາວທີ່ຄວັດແກະສະຫຼັກ ອັນປານີດ ແລະ ສວຍງາມ, ປ່ອງຢ້ຽມ ແລະ ຝາພາຍໃນ ແມ່ນການປະດັບເອ້ດ້ວຍການລົງສີນໍ້າກ້ຽງພອກຄໍາປິວ ທີ່ສະແດງເຖິງເລື່ອງລາວປະຫວັດ ຂອງພຸດທະປະຫວັດ ທ້າວສີທົນ, ພະເຈົ້າ 10 ຊາດ ແລະ ພາບນິທານເພື່ອນບ້ານ ແລະ ເມື່ອເບິ່ງເລິກເຂົ້າໄປ ກໍ່ຈະເຫັນພະປະທານ “ອົງຫຼວງ” ນອກຈາກ ອາຮາມວັດຊຽງທອງ ຈະມີພະອຸໂປສົດ ທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ, ການຕົກແຕ່ງລວດລາຍຕາມຝາພາຍໃນ ກໍສວຍງາມຄືກັນ ບໍລິເວນຝາດ້ານຫຼັງ ຂອງພະອຸໂປສົດ ກໍມີການຕົກແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາຈະເຮັດໃຫ້ເບິ່ງແລ້ວມີຄວາມງົດງາມ ຖັດມາບໍລິເວນດ້ານຂ້າງ ແລະ ດ້ານຫຼັງຂອງພະອຸໂບສົດ ເປັນທີ່ຕັ້ງຂອງວິຫານນ້ອຍໆ 2 ຫຼັງ, ຈຸດເດັ່ນຂອງວິຫານດ້ານໜ້າຄື ທີ່ຝາດ້ານນອກ ແຕ່ລະຫຼັງ ຕົກແຕ່ງດ້ວຍແກ້ວສີ ຕັດເປັນຊິ້ນສ່ວນນ້ອຍໆ ແລ້ວນຳມາຕໍ່ກັນເປັນຮູບຮ່າງຕ່າງໆ ເລົ່າເປັນນິທານພື້ນບ້ານ ເບິ່ງສວຍງາມອາຣາມຕາ ຕາມແບບສະບັບຫຼວງພະບາງ, ວິຫານຫຼັງນ້ອຍດ້ານຂ້າງພະອຸໂປສົດ ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານພະພຸດທະຮູບປາງໄສຍາດທີ່ງົດງາມ ດ້ວຍພະຫັດ ທີ່ຮອງຮັບພະສຽນໄວ້ຢ່າງງົດງາມ ແລະ ອອນຊອນ. ພະພຸດທະຮູບນີ້ ເຄີຍນໍາໄປຈັດສະແດງ ທີ່ມະຫານະຄອນ ປາຣີ, ປະເທດຝຣັ່ງ ໃນປີ ຄ.ສ 1931 ແລະ ໄປປະດິດສະຖານຢູ່ທີ່ນະຄອນວຽງຈັນ ຫຼາຍສິບປີ ກ່ອນທີ່ຈະນຳກັບຄືນມາຍັງຫຼວງພະບາງ ໃນປີ ຄ.ສ 1964. ສ່ວນວິຫານດ້ານຫຼັງພະອຸໂປສົດຄື “ຫໍພະມ່ານ” ພາຍໃນປະດິດສະຖານ “ພະມ່ານ” ຊຶ່ງມີລັກສະນະຄ້າຍກັບ "ພະບາງ" ຈົນຫຼາຍຄົນເຂົ້າໃຈຜິດຄິດວ່າເປັນພະອົງດຽວກັນ, ຈະມີການອັງເຊີນ “ພະມ່ານ” ລົງມາ ເພື່ອໃຫ້ປະຊາຊົນໄດ້ຫົດສົງນ້ຳ ແລະ ກາບໄຫວ້. ສໍາລັບ ເລື່ອງພາຍໃນຝາດ້ານຫຼັງວິຫານນີ້ ເປັນພາບປະດັບແກ້ວສີ ເລົ່າເລື່ອງວິຖີຊີວິດຂອງຜູ້ຄົນ ສ້າງຂຶ້ນໃນປີ ຄ.ສ 1950 ເພື່ອສະເຫຼີມສະຫຼອງ ທີ່ໂລກກ້າວສູ່ຍຸກເຄິ່ງພຸດທະການ, ດ້ານຫຼັງຫໍພະມ່ານ ເປັນທີ່ຕັ້ງຂອງພະທາດ ເຈົ້າຊີວິດ ສີສະຫວ່າງວົງ, ຊຶ່ງເປັນທີ່ເກັບ ອັດຖິ ຂອງເຈົ້າມະຫາຊີວິດ ສີສະຫວ່າງວົງ ແລະ ດ້ານທິດຕະເວັນອອກສຽງໃຕ້ ຕິດກັບຮົ້ວ ເປັນໂຮງເກັບເຮືອ ໃກ້ກັບແຄມແມ່ນ້ຳຂອງ ສ່ວນດ້ານໜ້າພະອຸໂປສົດ ເປັນທີ່ຕັ້ງຂອງຫໍກອງ ມີລວດລາຍລົງນໍ້າກ້ຽງພອກຄໍາປິວ ສວຍງາມເທິງເສົາ. ນອກຈາກນັ້ນ; ໃນບໍລິເວນວັດຊຽງທອງ ເມື່ອທ່ານຍ່າງເຂົ້າໄປທາງດ້ານຖະໜົນໂພທິສາລາດ ດ້ານຂວາມືຈະຕ້ອງສະດຸດຕາກັບອາຄານຊົງບູຮານມີລວດລາຍແກະສະຫຼັກທາສີຄຳ. ຂະໜາດໃຫຍ່ຊຶ່ງເອີ້ນວ່າ “ໂຮງມ້ຽນໂກດ” ຫຼືເປັນໂລງກັບພະໂກດ, ພະຣາດຊະຣົດ, ລາຊະຍາດຂອງເຈົ້າຊີວິດ ສີສະຫວ່າງ ວັດທະນາ ຊຶ່ງສິ້ນພະຊົນເມື່ອປີ ຄ.ສ.1959 ແລະ ໄດ້ສ້າງໂຮງມ້ຽນໂກດແຫ່ງນີ້ຂຶ້ນ ໃນປີ ຄ.ສ 1962 ພາຍໃນມີລັກສະນະເປັນໂຖງກວ້າງ ຝາດ້ານໜ້າຕັ້ງ, ພື້ນສາມາດຖອດອອກ ເພື່ອໃຫ້ສາມາດເຄື່ອນຣາດຊະຣົດອອກມາໄດ້. ບໍລິເວນກາງໂຮງມ້ຽນໂກດ ເປັນທີ່ຕັ້ງຂອງຣາດຊະຣົດ ໄມ້ແກະສະຫຼັກຕິດຄໍາປິວອ້ອມຮອບຄັນ. ມີພະໂກດ 3 ອົງ, ສູນກາງເປັນໂກດອົງໃຫຍ່ ເປັນບ່ອນເກັບມ້ຽນ ອັດຖິ ຂອງເຈົ້າສີສະຫວ່າງ ວັດທະນາ. ໂກດອົງນ້ອຍດ້ານໜ້າ ເປັນຂອງພະລາຊະມານດາ, ສ່ວນໂກດອົງນ້ອຍດ້ານຫຼັງ ເປັນຂອງຜູ້ເປັນອ້າຍ. ໂຮງມ້ຽນໂກດນີ້ອອກແບບໂດຍ ເຈົ້າມະນີວົງ ແລະ ແກະສະຫຼັກໂດຍຊ່າງຫຼວງພະບາງ ທີ່ຊື່ “ເພຍຕັນ” ເມື່ອຄັ້ງທີ່ ຮັບລາຊະການຢູ່ໃນພະມະຫາລາຊະວັງ ນັບເປັນຊ່າງຝີມືຊັ້ນເອກປະຈຳພະອົງ ຂອງເຈົ້າມະຫາຊີວິດ ສີສະຫວ່າງ ວັດທະນາ, ເຊິ່ງເພິ່ນມີຄວາມຊຳນານທາງດ້ານການແຕ້ມ ແລະ ການແກະສະຫຼັກ ຈຸດເດັ່ນອີກຢ່າງໜຶ່ງຂອງໂຮງມ້ຽນໂກດ ຄືບໍລິເວນຝາດ້ານນອກທີ່ “ເພຍຕັນ” ແກະສະຫຼັກໄວ້ຢ່າງງົດງາມ ລົງດ້ວຍສີທອງສຸກ ໂດຍການເລົ່າເລື່ອງພະລັກພະລາມ ຕອນສໍາຄັນ. ເຊິ່ງດ້ານເທິງສຸດເປັນຕອນ “ພິເພກ” ກໍາລັງບອກຄວາມລັບ “ເລື່ອງ” ບ່ອນເຊື່ອງຫົວໃຈ ຂອງທົດສະກັນ ກັບ ພະລັກພະລາມ ແລະ ນາງສີດາ. ຖັດລົງມາເປັນຕອນທີ່ທົດສະກັນຖືກທະນູຂອງພະລາມສຽບເຂົ້າທີ່ຫົວໃຈເປັນຕົ້ນ, ເດີມພາບແກະສະຫຼັກເຫຼົ່ານີ້ ເປັນລັກສະນະການລົງພາບປິດທອງທີ່ສວຍງາມ, ຕໍ່ມາ ມີການບູລະນະໃໝ່ ໂດຍທາສີທອງທັບລົງໄປດັ່ງທີ່ເຫັນໃນປະຈຸບັນ. ນອກຈາກນີ້, ພາຍໃນວັດຊຽງທອງ ຍັງມີເຂດສັງຄາວາດ ປະກອບດ້ວຍກຸດຕິ, ສະຖູບເຈດີ ດັ່ງວັດທົ່ວໆໄປ ແລະ ຍັງມີພະສົງຈຳພັນສາຢູ່.
ຂະໜາດ, ການຕົກແຕ່ງ, ການປະດັບປະດາ ແລະ ລວດລາຍຕ່າງໆ.
ຫໍພະສ່ຽງທາຍ ມີລັກສະນະຫຼັງຄາ 3 ຊັ້ນ, ມີຫົວນາກ 4 ໂຫງ່, ມີແຂນນາງ 18 ອັນ, ມີປະຕູໜຶ່ງ ບານ ປິ່ນໄປທາງທິດເໜືອ ແລະ ປ່ອງຢ້ຽມສອງຂ້າງ ຫັນໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ. - ຫໍພະມ່ານ ມີຫຼັງຄາ 2 ຊັ້ນ, ມີຫົວນາກ 2 ໂຫງ່, ມີແຂນນາງ 16 ອັນ. - ຫໍໄຕໃຫຍ່ ມີຫົວນາກ 4 ໂຫງ່, ປັດຈຸບັນ ຫັກ 1 ໂຫງ່, ທາງດ້ານໜ້າຂອງຫໍໄຕໃຫຍ່. - ລາຍເສົາ ນອກອາຣາມ ວັດຊຽງທອງ ດ້ານໜ້າ ປະດັບດ້ວຍລວດລາຍ ດອກຈຽງຕົ້ນເສົາພອກຄໍາ. - ລາຍເສົາ ໃນອາຣາມ ແມ່ນພອກຄໍາດ້ວຍ ລາຍສ້ອຍສາ ຕີນຝາ. - ລາຍຄ້າວ ນອກອາຣາມ ແມ່ນພອກຄໍາດ້ວຍລາຍ ດອກຄັນ, ດອກຄື້, ດອກຈັນ - ໄມ້ແປ ແຕ້ມດ້ວຍລາຍດອກ ຊົງກາບິນ, ດອກຕາເວັນນ້ອຍ. - ໜ້າອາຣາມວັດ ມີຫົວເສົານ້ອຍ 14 ເສົາ ແລະ ໄມ້ຮົ້ວ ທີ່ແຕ້ມດ້ວຍລາຍຊ້ອນ 78 ລໍາ. - ດອກຊຸ້ມປະຕູ ດອກເອື້ອງ ທາງເຂົ້າອາຣາມ ມີຍອດສູງ 7 ຊັ້ນ, ມີແປຫຼັງຄາ 2 ຊຸດ, ຊຸດລຸ່ມມີ 4 ຄ້າວ, ຊຸດເທິງ ມີ 5 ຄ້າວ ແລະ ແປບົນ 1 ແປ. - ລາຍເສົາ ດ້ານໜ້າ ແລະ ຝາຜະໜັງ ດ້ານນອກ ລາດຊະໂກດ ແມ່ນແຕ້ມໂດຍລາຍ ເທບພະນົມ ປະສົມກັບ ດອນຈຽງ. - ລາຍເພດານ ລາດຊະໂກດ ແຕ້ມດ້ວຍລາຍດອກ ກົງຈັກ - ອາຮາມວັດ ກວ້າງ 6,80 ແມັດ, ຍາວ 22,40 ແມັດ, ສູງ 15,30 ແມັດ.
ຄວາມໝາຍຂອງ ຍອດຊໍ່ຟ້າ 17 ຊັ້ນ ຂອງວັດຊຽງທອງ.
ຍອດຊໍ່ຟ້າທີ່ຫຼັງຄາຂອງອາຮາມ (ສິມ) ນັ້ນ, ແມ່ນມີຄວາມເຊື່ອ ແລະ ເປັນສັນຍາລັກຂອງສະຫວັນຊັ້ນຟ້າ ເຊິ່ງມີຄວາມເຊື່ອໃນພຸທະປະຫວັດ ກໍ່ຄື ພຣະທັມມະຈັກ ກັບ ປະວັດຕະນະສູຕ ເຊິ່ງເປັນປະຖົມມະບົດຂອງທັມມະເທສະໜາ ກັນທຳອິດຂອງພຣະສັມມາສັມພຸທະເຈົ້າ ທີ່ພຣະອົງໄດ້ຊົງໂປຣດເທສະໜາແກ່ ປັນຈະວັກຄີທັງຫ້າອົງ ເຊິ່ງມີເນື້ອໃນກ່າວເຖິງ ຕອນທີ່ ພຣະພຸທະເຈົ້າ ກຳລັງປະຕິບັດຕົນເພື່ອປະຕິເສດ ທາງສຸດໂຕ່ງ ສອງຢ່າງ ແລະ ໂດຍປະຕິບັດ ຕາມທາງສາຍກາງ ອັນເປັນແບບທາງທີ່ປະຕິບັດທີ່ຖືກຕ້ອງ ໃຫ້ແກ່ມວນມະນຸດ ແລະ ມີເນື້ອຫາສະແດງເຖິງຂັ້ນຕອນ ແລະ ການປະຕິບັດໃຫ້ບັນລຸເຖິງ ອະຣິຍະສັຈສີ່ ເພື່ອດໍາເນີນຂັ້ນຕອນການປະພຶດປະຕິບັດ ແລະ ເຂົ້າໃຈຂອງຄວາມເປັນທຸກ ສະມຸດທັຍນິໂຣດມັຄ ເພື່ອໄປສູ່ ພຣະນິພານ ເຊິ່ງເປັນເປົ້າຫມາຍ ແລະ ຈຸດໝາຍສູງສຸດ ຂອງພຸທະສາສະໜາ ເມື່ອພຣະຜູ້ມີພຣະພາກເຈົ້າ ຕັດທັມມະຈັກ ກັບ ປະວັດຕະນະສູຕ ຢູ່ນັ້ນ. ດວງພຣະເນດສ່ອງເຫັນທັມ ສາມາດສ່ອງເຫັນ 15 ຊັ້ນ ນາຮົກ, 16 ຊັ້ນສະຫວັນ. ສະນັ້ນ, ບູຮານລາວ ຈຶ່ງນິຍົມຖືເອົາ ຂໍ້ນີ້ເປັນຂໍ້ສູງ (16 ຊັ້ນຟ້າ ແລະ 15 ຊັ້ນດິນ) ແລະໄດ້ປະຕິບັດ ການເຮັດຍອດຊໍ່ຟ້າ ຫຼັງຄາຂອງວັດຕາມຂໍ້ຄະຕິ ດັ່ງກ່າວ, ເພື່ອບັນລຸເປົ້າຫມາຍຂອງ ພຸທະສາສະໜາ ເພື່ອໃຫ້ຕົນໄດ້ບັນລຸໄປເຖິງສະຫວັນ ຊັ້ນອະກະນິຕຖາ ທີ່ເປັນຊັ້ນສູງສຸດຂອງສວງສະຫວັນ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=7