ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ: Difference between revisions
No edit summary |
No edit summary |
||
(One intermediate revision by the same user not shown) | |||
ແຖວ 203: | ແຖວ 203: | ||
|50.000 | |50.000 | ||
|} | |} | ||
[[ໝວດ:ລັດຖະບັນຍັດ]] |
Latest revision as of 00:46, 28 ເມສາ 2024
ຫົວຂໍ້: ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ
ປະເພດ ນິຕິກໍາ: ລັດຖະບັນຍັດ
ອອກໂດຍ: ຫ້ອງວ່າການສໍານັກງານປະທານປະເທດ
ພາກສ່ວນຮັບຜິດຊອບ: ກະຊວງ ການເງິນ
ວັນທີ່ ນິຕິກໍາ : 17-06-2021
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 09-08-2021
ບ່ອນອີງ
- ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໜວດທີ VI, ມາດຕາ 67 ຂໍ້ 2;
- ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
- ອີງຕາມ ໜັງສືສະເໜີຂອງ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 04/ຄປຈ, ລົງວັນທີ 19 ມີນາ 2021 ແລະ ສະບັບເລກທີ 06/ຄປຈ, ລົງວັນທີ 15 ມິຖຸນາ 2021.
ພາກທີ I ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ
ລັດຖະບັນຍັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການກຳນົດຄ່າ ທຳນຽມ ແລະ ຄ່າບໍລິການວິຊາການ ຂອງຂະແໜງການລັດ ເພື່ອຄຸ້ມຄອງການຈັດເກັບ ຄ່າທຳນຽມ ແລະ ຄ່າບໍລິການຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ, ແນໃສ່ ຮັບປະກັນໃຫ້ຄ່າທຳນຽມ ແລະ ຄ່າບໍລິການ ໄດ້ມອບເຂົ້າງົບປະມານແຫ່ງລັດ ຢ່າງຄົບຖ້ວນ ຕາມກຳນົດເວລາ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດ.
ມາດຕາ 2 ຄ່າທໍານຽມ ແລະ ຄ່າບໍລິການ
ຄ່າທໍານຽມ ແມ່ນຄ່າສິດຄຸ້ມຄອງບໍລິຫານລັດ ທີ່ເກັບເປັນເງິນຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວທາງດ້ານເສດຖະກິດ ແລະ ສັງຄົມ ໂດຍຜ່ານຂະແໜງການຂອງລັດ ດ້ວຍການຢັ້ງຢືນ ແລະ/ຫຼື ອະນຸຍາດ;
ຄ່າບໍລິການ ແມ່ນຄ່າບໍລິຫານທາງດ້ານວິຊາການ ທີ່ເກັບເປັນເງິນຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃນການໃຊ້ບໍລິການ ຂອງຂະແໜງການລັດ ໃນການເຄື່ອນໄຫວຮັບໃຊ້ສັງຄົມ ໂດຍບໍ່ຫວັງຜົນກໍາ ໄລ ແລະ ເປັນການຊ່ວຍໜູນການໃຊ້ຈ່າຍງົບປະມານຂອງລັດ.
ມາດຕາ 3 ການອະທິບາຍຄຳສັບ
ຄໍາສັບທີ່ນໍາໃຊ້ໃນລັດຖະບັນຍັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ແຈ້ງຄ່າທໍານຽມ ແລະ ຄ່າບໍລິການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງລັດ ທີ່ຕ້ອງ ແຈ້ງຄ່າທໍານຽມ ແລະ ຄ່າບໍລິການ ຕໍ່ຂະແໜງການລົດ ຫຼື ນິຕິບຸກຄົນ ທີ່ມີໜ້າທີ່ຮັບຜິດຊອບຄຸ້ມຄອງ ເພື່ອຂໍເອກະສານຢັ້ງຢືນມູນຄ່າ ຄ່າທໍານຽມ ແລະ/ຫຼື ຄ່າບໍລິການ ທີ່ຕ້ອງມອບເຂົ້າລັດ;
2. ຜູ້ມອບຄ່າທໍານຽມ ແລະ ຄ່າບໍລິການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງລັດ ທີ່ຕ້ອງ ຈ່າຍຄ່າທໍານຽມ ແລະ ຄ່າບໍລິການ ເພື່ອຂໍອອກໃບຢັ້ງຢືນ ແລະ ໃບອະນຸຍາດ ແລະ ການບໍລິການ ຈາກຂະແໜງການລັດ;
3. ຜູ້ເກັບຄ່າທໍານຽມ ໝາຍເຖິງ ການຈັດຕັ້ງທີ່ມີສິດ ແລະ ຄວາມຮັບຜິດຊອບ ເກັບຄ່າທໍານຽມ;
4. ຜູ້ເກັບຄ່າບໍລິການ ໝາຍເຖິງ ຂະແໜງການລັດ ແລະ/ຫຼື ນິຕິບຸກຄົນ ຖືກມອບໝາຍໃຫ້ເກັບຄ່າ ບໍລິການ.
ມາດຕາ 4 ຫຼັກການ ການການົດຄ່າທໍານຽມ ແລະ ຄ່າບໍລິການ
ການການົດ ຄ່າທໍານຽມ ແລະ ຄ່າບໍລິການ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບລະດັບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
2. ຄຸ້ມຄອງການຈັດເກັບ ແລະ ມອບເຂົ້າງົບປະມານແຫ່ງລັດ ຢ່າງລວມສູນ ແລະ ເປັນເອກະພາບໃນ ຂອບເຂດທົ່ວປະເທດ;
3. ຈັດເກັບ ແລະ ນໍາໃຊ້ໃຫ້ ຖືກຕ້ອງ, ຄົບຖ້ວນ ຕາມກົດໝາຍ, ໂປ່ງໃສ ແລະ ກວດສອບໄດ້; ສະດວກ, ວ່ອງໄວ, ທັນສະໄໝ, ທັນຕາມການົດເວລາ ແລະ ມີປະສິດທິຜົນ.
ມາດຕາ 5 ການຍົກເວັ້ນ ຫຼື ຫຼຸດຜ່ອນ ຄ່າທໍານຽມ ແລະ ຄ່າບໍລິການ
ການຍົກເວັ້ນ ຫຼື ຫຼຸດຜ່ອນ ຄ່າທໍານຽມ ແລະ ຄ່າບໍລິການ ໃຫ້ປະຕິບັດ ດັ່ງນີ້:
1. ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
2. ຕາມກົດໝາຍໄດ້ກຳນົດ;
3. ຕາມມະຕິຂອງສະພາແຫ່ງຊາດ ສໍາລັບວຽກງານ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ບົນພື້ນຖານການ ສະເໜີ ຂອງລັດຖະບານ;
4. ຕາມລາຍການຍົກເວັ້ນ ທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດສະບັບນີ້.
ມາດຕາ 6 ຂອບເຂດການນາໃຊ້
ລັດຖະບັນຍັດສະບັບນີ້ ນໍາໃຊ້ສາລັບການເກັບຄ່າທໍານຽມ ແລະ ຄ່າບໍລິການຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ສິດຄຸ້ມຄອງບໍລິຫານລັດ ແລະ/ຫຼື ນໍາໃຊ້ການບໍລິການ ທາງດ້ານວິຊາການ ຈາກຂະແໜງການລັດ ຂອງ ສປປ ລາວ.
ພາກທີ II ສິດ ແລະ ຄວາມຮັບຜິດຊອບ ຂອງອົງການລັດ ກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ
ໝວດທີ 1 ຄວາມຮັບຜິດຊອບຂອງອົງການລັດ
ມາດຕາ 7 ອົງການລັດທີ່ມີສິດການົດຄ່າທານຽມ ແລະ ຄ່າບໍລິການ
ອົງການລັດທີ່ມີສິດກຳນົດຄ່າທໍານຽມມີດັ່ງນີ້:
1. ຄະນະປະຈຳສະພາແຫ່ງຊາດ;
2. ລັດຖະບານ.
ອົງການທີ່ມີສິດກຳນົດຄ່າບໍລິການມີດັ່ງນີ້:
1. ຄະນະປະຈຳສະພາແຫ່ງຊາດ;
2. ລັດຖະບານ;
3. ກະຊວງການເງິນ;
4. ບັນດາກະຊວງ ແລະ ອົງການທຽບເທົ່າ;
5. ສະພາປະຊາຊົນຂັ້ນແຂວງ;
6. ອົງການປົກຄອງຂັ້ນແຂວງ.
ມາດຕາ 8 ສິດ ແລະ ຂອບເຂດຄວາມຮັບຜິດຊອບຂອງອົງການລັດ ກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ
ອົງການລັດທີ່ມີສິດ ແລະ ຄວາມຮັບຜິດຊອບກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການ ມີດັ່ງນີ້:
1. ຄະນະປະຈຳສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ອັດຕາ, ລາຍການຈັດເກັບ, ການຍົກເວັ້ນ ແລະ ການປ່ຽນແປງຄ່າທໍານຽມ ແລະ ຄ່າບໍລິການ ຂອງຂະແໜງການຂັ້ນສູນກາງ ຕາມການສະເໜີ ຂອງລັດຖະບານ ເພື່ອສະເໜີປະທານປະເທດຕົກລົງ;
2. ລັດຖະບານ ຄົ້ນຄວ້າ ອັດຕາ, ລາຍການຈັດເກັບ, ການຍົກເວັ້ນ ແລະ ການປ່ຽນແປງຄ່າທໍານຽມ ແລະ ຄ່າບໍລິການ ຂອງຂະແໜງການຂັ້ນສູນກາງ ເພື່ອສະເໜີຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ຮັບຮອງເອົາ;
3. ກະຊວງການເງິນ ເປັນເສນາທິການໃຫ້ລັດຖະບານໃນການຄົ້ນຄວ້າ, ສັງລວມອັດຕາ, ລາຍການຈັດເກັບ ແລະ ການຍົກເວັ້ນ ຄ່າທໍານຽມ ແລະ ຄ່າບໍລິການ; ອອກລະບຽບການຄຸ້ມຄອງກົນໄກການຈັດເກັບ, ແຈ້ງ-ມອບ ແລະ ນໍາໃຊ້ລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ ໃຫ້ບັນດາຂະແໜງການ;
4. ບັນດາກະຊວງ ແລະ ອົງການທຽບເທົ່າ ຄົ້ນຄວ້າ ອັດຕາ, ລາຍການຈັດເກັບ, ລະບຽບການຍົກເວັ້ນ ຫຼື ຫຼຸດຜ່ອນ ຄ່າທໍານຽມ ແລະ ຄ່າບໍລິການ ແລ້ວນໍາສະເໜີກະຊວງການເງິນ ເພື່ອສັງລວມສະເໜີຕໍ່ລັດ ຖະບານ;
5. ສະພາປະຊາຊົນຂັ້ນແຂວງ ພິຈາລະນາຮັບຮອງເອົາ ອັດຕາ, ລາຍການຈັດເກັບ, ການຍົກເວັ້ນ ແລະ ການ ປ່ຽນແປງຄ່າບໍລິການ ກ່ຽວກັບການອະນາໄມຕົວເມືອງ, ໄຟປະດັບຕົວເມືອງ, ສິ່ງແວດລ້ອມຕົວເມືອງ ຕາມການສະເໜີຂອງອົງການປົກຄອງຂັ້ນແຂວງ ເພື່ອສະເໜີເຈົ້າແຂວງ, ເຈົ້າຄອງນະຄອນຫຼວງຕົກລົງ, ແຕ່ບໍ່ມີສິດຕົກລົງຄ່າທໍານຽມ ແລະ ຄ່າບໍລິການອື່ນ;
6. ອົງການປົກຄອງຂັ້ນແຂວງ ຄົ້ນຄວ້າອັດຕາ, ລາຍການຈັດເກັບ, ການຍົກເວັ້ນ ແລະ ການປ່ຽນແປງຄ່າ ບໍລິການ ກ່ຽວກັບການອະນາໄມຕົວເມືອງ, ໄຟປະດັບຕົວເມືອງ, ສິ່ງແວດລ້ອມຕົວເມືອງ ເພື່ອນໍາສະເໜີສະພາປະຊາຊົນຂັ້ນແຂວງພິຈາລະນາຮັບຮອງ ລາຍການເກັບຄ່າບໍລິການດັ່ງກ່າວ ຕ້ອງຖືກບັນຈຸ ເຂົ້າໃນແຜນງົບປະມານທ້ອງຖິ່ນ, ແຕ່ບໍ່ມີສິດສະເໜີຄ່າທໍານຽມ ແລະ ຄ່າບໍລິການອື່ນ.
ອົງການລັດທີ່ຮັບຜິດຊອບເກັບຄ່າທໍານຽມ ແລະ ຄ່າບໍລິການມີສິດ ແລະ ໜ້າທີ່ ໂຄສະນາເຜີຍແຜ່ ແລະ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດລັດຖະບັນຍັດສະບັບນີ້ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
ໝວດທີ 2 ການແຈ້ງ, ການມອບ ແລະ ການນໍາໃຊ້
ມາດຕາ 9 ການແຈ້ງຄ່າທານຽມ ແລະ ຄ່າບໍລິການ
ການແຈ້ງຄ່າທໍານຽມ ແລະ ຄ່າບໍລິການ ດຳເນີນເປັນ ເດືອນ, ງວດ, ປີ ຫຼື ເປັນແຕ່ລະຄັ້ງ ຕາມການ ກຳນົດຂອງອົງການຄຸ້ມຄອງ ຄ່າທໍານຽມ ແລະ ຄ່າບໍລິການ ທີ່ກ່ຽວຂ້ອງ.
ຜູ້ແຈ້ງ ມີໜ້າທີ່ແຈ້ງ ຄ່າທໍານຽມ ແລະ ຄ່າບໍລິການ ຕາມກຳນົດເວລາ.
ມາດຕາ 10 ການມອບຄ່າທານຽມ ແລະ ຄ່າບໍລິການ
ຄ່າທໍານຽມ ແລະ ຄ່າບໍລິການ ຕ້ອງມອບ ເຂົ້າງົບປະມານແຫ່ງລັດ ຢ່າງລວມສູນໂດຍຜ່ານລະບົບ ທະນາຄານ ທີ່ມີບັນຊີຂອງຄັງເງິນແຫ່ງຊາດ ຫຼື ລະບົບຄັງເງິນແຫ່ງຊາດ. ສໍາລັບຂະແໜງການທີ່ມີຄວາມຈຳເປັນ ມີເງິນສົດແຮຄັງ ເພື່ອຮັບໃຊ້ວຽກງານວິຊາສະເພາະ ຕ້ອງປະຕິບັດຕາມລະບຽບການສະເພາະທີ່ກະຊວງການ ເງິນວາງອອກ.
ຜູ້ມອບ ມີໜ້າທີ່ມອບ ຄ່າທໍານຽມ ແລະ ຄ່າບໍລິການ ໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວລາ ເປັນ ສະກຸນເງິນກີບ ດ້ວຍເງິນສົດ, ແຊັກ, ເງິນໂອນ ຫຼື ຮູບການອື່ນ ຕາມກົດໝາຍວ່າດ້ວຍລະບົບການຊຳລະ, ຍົກເວັ້ນ ບາງກໍລະນີ ທີ່ໄດ້ກຳນົດໄວ້ໃນສັນຍາ ທີ່ໄດ້ຕົກລົງໃຫ້ຊຳລະເປັນສະກຸນເງິນຕາຕ່າງປະເທດ, ແຕ່ຕ້ອງ ບັນທຶກເປັນລາຍຮັບງົບປະມານ ເປັນສະກຸນເງິນກີບ ບົນພື້ນຖານອັດຕາແລກປ່ຽນທີ່ທະນາຄານ ແຫ່ງ ສປປ ລາວ ປະກາດໃຊ້.
ຂັ້ນຕອນ, ຮູບການ ແລະ ວິທີການມອບຄ່າທໍານຽມ ແລະ ຄ່າບໍລິການ ໄດ້ກຳນົດໄວ້ໃນລະບຽບການ ຕ່າງຫາກ.
ມາດຕາ 11 ການນາໃຊ້ຄ່າທານຽມ ແລະ ຄ່າບໍລິການ
ການນໍາໃຊ້ຄ່າທໍານຽມ ແລະ ຄ່າບໍລິການ ຂອງບັນດາຂະແໜງການ ຕ້ອງລວມສູນຢູ່ໃນລະບົບ ງົບປະມານແຫ່ງລັດ ໂດຍມີການໄລ່ລຽງລາຍຮັບ, ລາຍຈ່າຍ, ສັງລວມເຂົ້າໃນແຜນງົບປະມານແຫ່ງລັດປະຈຳປີ ຂອງຂະແໜງການ, ປະຕິບັດຕາມລະບຽບການເງິນແຫ່ງລັດ ແລະ ພາຍໃຕ້ການຄຸ້ມຄອງຂອງຂະແໜງການ ທີ່ກ່ຽວຂ້ອງ ແລະ ຂະແໜງການການເງິນ.
ສໍາລັບຂະແໜງການເປົ້າໝາຍ ທີ່ຈະຫັນເປັນຫົວໜ່ວຍ ບໍລິຫານວິຊາການກຸ້ມຕົນເອງ ດ້ານງົບປະມານ ສາມາດນໍາໃຊ້ລາຍຮັບທີ່ເກັບມານັ້ນ ເຂົ້າໃນການເຄື່ອນໄຫວວຽກງານ ຂອງຂະແໜງການຕົນ ໂດຍອີງໃສ່ຈຸດ ພິເສດ ຂອງຂະແໜງການດັ່ງກ່າວ ຕາມລະບຽບການ ທີ່ກະຊວງການເງິນວາງອອກ.
ພາກທີ III ການຄຸ້ມຄອງ ຄ່າທໍານຽມ ແລະ ຄ່າບໍລິການ
ມາດຕາ 12 ການຄຸ້ມຄອງລາຍຮັບຄ່າທານຽມ ແລະ ຄ່າບໍລິການ
ລັດຖະບານ ເປັນຜູ້ຄຸ້ມຄອງລາຍຮັບຈາກຄ່າທໍານຽມ ແລະ ຄ່າບໍລິການ ທີ່ໄດ້ກຳນົດໄວ້ໃນລັດຖະ ບັນຍັດສະບັບນີ້ ໂດຍມອບໃຫ້ກະຊວງການເງິນຄຸ້ມຄອງການຈັດເກັບ ແລະ ຕ້ອງມອບເຂົ້າໃນລະບົບບັນຊີຄັງ ເງິນແຫ່ງຊາດ ຢ່າງລວມສູນ, ຄົບຖ້ວນ ແລະ ທັນຕາມກຳນົດເວລາ ໂດຍນໍາໃຊ້ລະບົບຄຸ້ມຄອງຂໍ້ມູນລາຍຮັບ ສ່ວຍສາອາກອນ (TaxRIS) ແລະ ຊຳລະຜ່ານລະບົບທະນາຄານ.
ກະຊວງການເງິນ ແລະ ບັນດາຂະແໜງການ ດໍາເນີນການຢັ້ງຢືນ ແລະ ສົມທຽບການຈັດຕັ້ງປະຕິບັດ ການຈັດເກັບລາຍຮັບ ຄ່າທໍານຽມ ແລະ ຄ່າບໍລິການ.
ກະຊວງການເງິນ ແລະ ບັນດາຂະແໜງການ ດໍາເນີນການຢັ້ງຢືນ ແລະ ສົມທຽບການຈັດຕັ້ງປະຕິບັດ ການຈັດເກັບລາຍຮັບ ຄ່າທໍານຽມ ແລະ ຄ່າບໍລິການ. ລາຍຮັບຈາກຄ່າບໍລິການ ຂອງບັນດາຂະແໜງການ ຕ້ອງຄິດໄລ່ ແລະ ສັງລວມເຂົ້າໃນແຜນງົບປະມານ ປະຈຳປີ ຂອງແຕ່ລະຂະແໜງການ, ປະຕິບັດຕາມລະບຽບການເງິນແຫ່ງລັດ ແລະ ພາຍໃຕ້ການຄຸ້ມຄອງຂອງ ຂະແໜງການທີ່ກ່ຽວຂ້ອງ ແລະ ຂະແໜງການການເງິນ. ສໍາລັບຄ່າບໍລິການ ທີ່ຕິດພັນກັບກອງທຶນລັດ ໃຫ້ ປະຕິບັດຕາມລະບຽບການສະເພາະຂອງກອງທຶນ. ມາດຕາ 13 ການຄຸ້ມຄອງລາຍຈ່າຍ ຄ່າທໍານຽມ ແລະ ຄ່າບໍລິການ ລັດຖະບານ ມອບໃຫ້ກະຊວງການເງິນ ກຳນົດ ຂັ້ນຕອນ, ຮູບການ ແລະ ວິທີການນໍາໃຊ້ລາຍຮັບຄ່າທໍາ ນຽມ ແລະ ຄ່າບໍລິການ, ລາຍລະອຽດກ່ຽວກັບວົງເງິນການໃຊ້ຈ່າຍ ຂອງຂະແໜງການທີ່ຈະມີສິດໃຊ້ຈ່າຍ. ຂະແໜງການກ່ຽວຂ້ອງ ຕ້ອງສະຫຼຸບລາຍງານປະຈຳປີກ່ຽວກັບ ການນໍາໃຊ້ລາຍຮັບຄ່າບໍລິການດັ່ງກ່າວ ເພື່ອລາຍງານຂະແໜງການເງິນ. ຖ້າຫາກນໍາໃຊ້ບໍ່ໝົດຕ້ອງໄດ້ມອບ ແລະ ສົ່ງຄືນເຂົ້າງົບປະມານແຫ່ງລັດ.
ພາກທີ IV ຄ່າທໍານຽມ ແລະ ຄ່າບໍລິການ ຂົງເຂດເສດຖະກິດ
ໝວດທີ 1 ຂະແໜງການ ແຜນການ ແລະ ການລົງທຶນ
ໝວດທີ 2 ຂະແໜງການເງີນ
ໝວດທີ 3 ຂະແໜງການ ອຸດສາຫະກຳ ແລະ ການຄ້າ
ໝວດທີ 4 ຂະແໜງການ ກະສິກຳ ແລະ ປ່າໄມ້
ໝວດທີ 5 ຂະແໜງການ ພະລັງງານ ແລະ ບໍ່ແຮ່
ໝວດທີ 6 ຂະແໜງການ ຊັບພະຍາກອນທຳມະຊາດ
ໝວດທີ 7 ຂະແໜງການ ໂຍທາທິການ
ໝວດທີ 8 ຂະແໜງການເຕັກໂນໂລຊີ ແລະ ການສື່ສານ
ມາດຕາ 30 ຄ່າທໍານຽມ
ຄ່າທໍານຽມ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ຈັດເກັບ ດັ່ງນີ້:
ລ/ດ | ເນື້ອໃນລາຍການ | ຫົວໜ່ວຍ | ອັດຕາ (ກີບ) |
---|---|---|---|
ຄ່າທໍານຽມ ດ້ານໄປສະນີ | |||
1 | ຄ່າທໍານຽມອອກໃບອະນຸຍາດດໍາເນີນທຸລະກິດດ້ານໄປສະນີ | ||
1.1 | ສົ່ງເຄື່ອງໄປສະນີລະຫວ່າງປະເທດທາງອາກາດ ແລະ ພາກ ພື້ນ | ຄັ້ງ | 500.000 |
1.2 | ສົ່ງເຄື່ອງໄປສະນີລະຫວ່າງປະເທດທາງພາກພື້ນ | ຄັ້ງ | 400.000 |
1.3 | ສົ່ງເຄື່ອງໄປສະນີກັບປະເທດໃດໜຶ່ງທາງອາກາດ ແລະ ພາກພື້ນ | ຄັ້ງ | 300.000 |
1.4 | ສົ່ງເຄື່ອງໄປສະນີກັບປະເທດໃດໜຶ່ງທາງພາກພື້ນ | ຄັ້ງ | 200.000 |
1.5 | ເປັນຕົວແທນຂອງບໍລິສັດສົ່ງເຄື່ອງ ຂະແໜງການໄປສະນີ ຕ່າງປະເທດຢູ່ລາວ | ຄັ້ງ | 200.000 |
1.6 | ເປັນຕົວແທນຂອງບໍລິສັດສົ່ງເຄື່ອງ ຂະແໜງການໄປສະນີ ພາຍໃນປະເທດ | ຄັ້ງ | 50.000 |
1.7 | ສົ່ງເຄື່ອງໄປສະນີພາຍໃນແຂວງ | ຄັ້ງ | 50.000 |
1.8 | ບໍລິການ ຂໍ້ມູນ ຂ່າວສານ ແລະ ສິ່ງອໍານວຍຄວາມ ສະດວກທາງໄປສະນີ | ຄັ້ງ | 50.000 |