ນ້ຳຕົກຕາດນ້ຳແກ້ວ ເມືອງສິງ: Difference between revisions
(ໜ້າໃໝ່: thumb ແຫຼ່ງທ່ອງທ່ຽວນ້ຳຕົກຕາດແຫ່ງນີ້ ຖືກສຳຫລວດ ແລະ ຄົ້ນພົບໂດຍທິມງານວິຊາການຂອງພະແນກທ່ອງທ່ຽວ, ຫ້ອງການທ່ອງທ່ຽວເມືອງຫຼວງ...) |
(ບໍ່ມີຄວາມແຕກຕ່າງ)
|
ລຸ້ນແກ້ໄຂເກົ່າເມື່ອ 07:25, 30 ພະຈິກ 2023
ແຫຼ່ງທ່ອງທ່ຽວນ້ຳຕົກຕາດແຫ່ງນີ້ ຖືກສຳຫລວດ ແລະ ຄົ້ນພົບໂດຍທິມງານວິຊາການຂອງພະແນກທ່ອງທ່ຽວ, ຫ້ອງການທ່ອງທ່ຽວເມືອງຫຼວງນ້ຳທາ ໂດຍທ່ານ ຄຳລຽນ ຕັນຍາແກ້ວໃນປີ 1998. ແຫຼ່ງທ່ອງທ່ຽວນີ້ ຕັ້ງຢູ່ຂອບເຂດຂອງບ້ານນ້ຳແກ້ວ. ດັ່ງນັ້ນ ຊາວບ້ານຈຶ່ງເອີ້ນຕາມຊື່ຂອງບ້ານຄື "ນ້ຳຕົກຕາດນ້ຳແກ້ວ" ບ້ານນ້ຳແກ້ວ ຫ່າງຈາກເທດສະບານເມືອງສິງ 10 ກິໂລແມັດ ແລະ ແຫຼ່ງທ່ອງທ່ຽວນ້ຳຕົກຕາດນ້ຳແກ້ວ ຫ່າງຈາກບ້ານນ້ຳແກ້ວ 10 ກິໂລແມັດ, ຫົນທາງເຂົ້າຫາ ແມ່ນເສັ້ນທາງຍ່າງໄປໄຮ່ຂອງຊາວບ້ານ, ນ້ຳຕົກຕາດນີ້ ມີລັກສະນະ ເປັນນ້ຳຕົກຜ່ານຫີນຊັນຫລາຍໆຊັ້ນ, ຈະເບິ່ງງາມ ແມ່ນລະດູຝົນນ້ຳຫລາຍ, ອ້ອມຮອບບໍລິເວນນ້ຳຕົກຕາດ ຍັງມີທຳມະຊາດ ແລະ ໝູ່ບ້ານຊົນເຜົ່າ ເປັນຕົ້ນເຜົ່າອາຄາ ທີ່ຍັງມີວິຖີການດຳລົງຊີວິດແບບດັ່ງເດີ່ມ. ດັ່ງນັ້ນ ໜ່ວຍງານບໍລິການທ່ອງທ່ຽວ ຈິ່ງສ້າງເສັ້ນທາງຍ່າງປ່າຊົມທຳມະຊາດ ແລະ ວັດທະນະທຳຊົນເຜົ່າ. ທ່ານສາມາດຍ່າງເຂົ້າໄປທ່ຽວຊົມໄດ້ 2 ວິທີຄື: ໄປທ່ອງທ່ຽວເອງ ໂດຍບໍ່ມີການຈ່າຍຄ່າສິ້ນເປືອງໃດໆ ເພາະວ່າບໍ່ທັນມີສິ່ງອຳນວຍຄວາມສະດວກເທື່ອ ຫຼື ຈະຊື້ລາຍການທ່ອງທ່ຽວ ກັບໜ່ວຍງານບໍລິການທ່ອງທ່ຽວ ທີ່ຕັ້ງຢູ່ເມືອງສິງກໍ່ໄດ້
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=3