ຫໍພິພິທະພັນ ແຫ່ງຊາດ: Difference between revisions

ຈາກ Laopedia
(ໜ້າໃໝ່: thumb ຫໍພິພິທະພັນແຫ່ງຊາດ ຕັ້ງຢູ່ບ້ານອານຸ, ຖະໜົນສາມແສນໄທ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ອາຄານຫຼັງນີ້ ໄດ້ຮັບການ ສ້າງຂຶ້ນໃນປີ 1925. ໃນສະໄໝລ່າ ເມືອງຂຶ້...)
 
(Protected "ຫໍພິພິທະພັນ ແຫ່ງຊາດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 04:33, 4 ກຸມພາ 2024

ຮູບ:ຫໍພິພິທະພັນແຫ່ງຊາດ.jpg

ຫໍພິພິທະພັນແຫ່ງຊາດ ຕັ້ງຢູ່ບ້ານອານຸ, ຖະໜົນສາມແສນໄທ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ອາຄານຫຼັງນີ້ ໄດ້ຮັບການ ສ້າງຂຶ້ນໃນປີ 1925. ໃນສະໄໝລ່າ ເມືອງຂຶ້ນແບບເກົ່າ ຂອງຝຣັ່ງ. ໃນເບື້ອງຕົ້ນ ເປັນຕຶກຊັ້ນດຽວ, ເມື່ອສ້າງສຳເລັດແລ້ວ ໄດ້ນຳໃຊ້ ເປັນສຳນັກງານ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ໃນສະໄໝນັ້ນ ໂດຍແມ່ນ ທ່ານ ໂຮລັງ ໄມເຍ ເປັນເຈົ້າຄອງ. ຈາກນັ້ນ ອາຄານຫຼັງດັ່ງກ່າວ ກໍ່ນຳໃຊ້ເປັນສຳນັກງານ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ຕະຫຼອດມາ. ປີ 1945 ຄະນະລັດຖະບານແນວລາວອິດສະຫຼະ ໄດ້ນຳໃຊ້ ອາຄານຫຼັງນີ້ເປັນບ່ອນ ປະກາດ ເອກະລາດ ແລະ ເປີດກອງປະຊຸມ ຄະນະລັດຖະບານ ຄັ້ງປະຖົມມະເລີກ ອີກດ້ວຍ, ຫຼັງຈາກນັ້ນໄດ້ເກີດ ສົງຄາມກາງເມືອງຂຶ້ນ ເຮັດໃຫ້ຕຶກ ຫຼັງນີ້ ຖືກທຳລາຍບາງສ່ວນ. ປີ 1946 ຝຣັ່ງ ໄດ້ມາບູລະນະ ອາຄານຫຼັງນີ້ຄືນອີກ ແລະ ຍົກເປັນສອງຊັ້ນ, ມຸງດ້ວຍດີນຂໍ. ຊັ້ນສອງ ປູດ້ວຍໄມ້ດູ່, ຊັ້ນລຸ່ມປູດ້ວຍ ກາໂລ, ຝາກໍ່ດ້ວຍ ດິນຈີ່. ສຳເລັດແລ້ວກໍ່ນຳໃຊ້ຕຶກຫຼັງນີ້ ເປັນສຳນັກງານ ຂອງລັດຖະບານ. ປີ 1952 ຕຶກຫຼັງນີ້ ໄດ້ຕໍ່ເຕີມ ຂະຫຍາຍອອກ ໃຫ້ກວ້າງກວ່າເກົ່າ ແລະ ໄດ້ນຳໃຊ້ ເປັນເຮືອນຮັບແຂກ ຕ່າງປະເທດ ແລະ ຍັງເປັນບ່ອນພັກເຊົາ ຂອງເຈົ້າຊີວິດ ສີສະຫວ່າງວົງ ໃນເວລາທີ່ເພິ່ນລົງມາ ຈາກນະຄອນຫຼວງພະບາງ. ປີ 1955–1956 ອາຄານຫຼັງນີ້ ກໍ່ໄດ້ມີການຂະຫຍາຍ ອອກອີກຕື່ມດ້ານຫຼັງ (ເປັນຕຶກຊັ້ນດຽວ). ຫຼັງຈາກນັ້ນກໍ່ໄດ້ມີການນຳໃຊ້ເປັນ ກະຊວງປ້ອງກັນປະເທດ ຂອງລາຊາອານາຈັກລາວ. ປີ 1962 ກໍ່ໄດ້ມີ ການບູລະນະອີກ ແລະ ໄດ້ນຳໃຊ້ເປັນ ສຳນັກງານນາຍົກ ລັດຖະມົນຕີ. ປີ 1975 ພາຍຫຼັງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອາຄານຫຼັງນີ້ ໄດ້ໂອນໄປໃຫ້ ກະຊວງກະສິກຳ ເປັນສຳນັກງານ ຂອງກົມຊົນລະປະທານ. ປີ 1980 ອາຄານຫຼັງນີ້ ໄດ້ນຳໃຊ້ ເປັນຫໍວາງສະແດງມູນເຊື້ອປະຕິວັດລາວ. ໃນວັນທີ 1/12/1985 ຍ້ອນມີ ຄວາມຮຽກຮ້ອງຕ້ອງການ ຈຶ່ງໄດ້ມີການປັບປຸງຍົກລະດັບ ຈາກຫໍວາງສະແດງມູນເຊື້ອປະຕິວັດ ມາເປັນ ຫໍພິພິທະພັນ ປະຕິວັດລາວ. ວັນທີ 1/2/2000, ຍ້ອນພັກ ແລະ ລັດຖະບານ ໄດ້ເຫັນຄວາມສຳຄັນ ຂອງວຽກງານ, ສະນັ້ນ ຈຶ່ງໄດ້ມີ ການຍົກລະດັບ ຈາກຫໍພິພິທະພັນ ປະຕິວັດ ຂຶ້ນມາເປັນ ຫໍພິພິທະພັນແຫ່ງຊາດລາວ ເຖິງປະຈຸບັນ.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=1&ItemID=369&MenuID=6