ຫໍພະແກ້ວ ແຂວງຈຳປາສັກ: Difference between revisions

ຈາກ Laopedia
(ໜ້າໃໝ່: thumb ຫໍພະແກ້ວຕັ້ງຢູ່ເມືອງໂພນທອງ ແຂວງຈໍາປາສັກ. ໃນເມື່ອກ່ອນມີຊື່ເດີມວ່າ: “ເມືອງເກົ່າເກິ່ງ”ຕັ້ງຢູ່ທາງກ້ຳຂວາຂອງແມ່ ນ້ຳຂອງ. ກົງກັນຂ້າມກັບເມືອງເກົ່...)
 
(Protected "ຫໍພະແກ້ວ ແຂວງຈຳປາສັກ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 04:33, 4 ກຸມພາ 2024

ຮູບ:ຫໍພະແກ້ວ ແຂວງຈຳປາສັກ.png

ຫໍພະແກ້ວຕັ້ງຢູ່ເມືອງໂພນທອງ ແຂວງຈໍາປາສັກ. ໃນເມື່ອກ່ອນມີຊື່ເດີມວ່າ: “ເມືອງເກົ່າເກິ່ງ”ຕັ້ງຢູ່ທາງກ້ຳຂວາຂອງແມ່ ນ້ຳຂອງ. ກົງກັນຂ້າມກັບເມືອງເກົ່າເກິ່ງ (ເມືອງປາກເຊໃນປະຈຸບັນ) ໄດ້ມີນາຍພານລ່າເນື້ອສອງຄົນ ຊ່ືວ່າ: ພານເທິງ ແລະ ພານເທືອງ ເຊິ່ງທັງສອງເປັນຊົນເຜົ່າລາວເທິງໄດ້ພາກັນອອກໄປລ່າສັດຕາມອາຊີບຂອງນາຍພານໃນແຕ່ລະມື້ລະວັນ. ມາວັນ ໜຶ່ງ ໄດ້ໄປພົບ “ພະແກ້ວ ພະລຶກ” ອົງໜຶ່ງດ້ວຍຄວາມບັງເອີນ ພະອົງນີ້ ເປັນພະແກ້ວພະ ລຶກສີຂາວ ເຊິ່ງພານທັງສອງພົບ ເຫັນໃນຖ້ຳ ເວລາໄປຊົ້ນພັກຜ່ອນຢູ່ໃນປ່າເລິກ ບ້ານສົ້ມປ່ອຍ. ແຕ່ທັງສອງບໍ່ໄດ້ໃສ່ໃຈຫົວຊາແຕ່ຢ່າງໃດ ຍ້ອນພວກເຂົາເຈົ້າ ຖືຮີດຜີສາງ ຈຶ່ງບໍ່ສົນໃຈໃນເລື່ອງຂອງພຸດທະສາດສະໜາ. ແຕ່ພາຍຫຼັງມາ ເມື່ອພວກເຂົາໄດ້ສັດນ້ອຍມາ ເຂົາກໍ່ເອົາເລືອດ ຂອງສັດໄປທາໄວ້ທີ່ຊົບຂອງພະ ແລ້ວດົນບັນດານຂໍໃຫ້ໄດ້ສັດໃຫຍ່ສີ່ຂາ, ເມື່ອໄປລ່າສັດ ກໍ່ໄດ້ສັດໃຫຍ່ມາແທ້ ເປັນຕົ້ນແມ່ນ ງົວປ່າ, ຟານ, ກວາງ... ດັ່ງນັ້ນ ເມື່ອດົນບັນດານໄດ້ຜົນດີ ພວກເຂົາກໍ່ເຮັດອີກ ໃນເວລາຕໍ່ມາກໍ່ໄດ້ສົມຄວາມຕັ້ງໃຈອີ່ຫຼີ ຈຶ່ງ ເກີດຄວາມເຫຼື່ອມໃສຂຶ້ນມາທັນທີ. ໃນທີ່ສຸດ ພວກເຂົາທັງສອງ ກໍ່ນຳເອົາພະແກ້ວອົງນັ້ນກັບມາບ້ານນຳ. ພໍແຕ່ເມືອຮອດບ້ານ ຮອດເຮືອນແລ້ວ ກໍ່ປະຖິ້ມໂດຍບໍ່ເອົາໃຈໃສ່, ລູກຂອງນາຍພານ ຈຶ່ງເອົາເຄືອມັດແກ່ຫຼິ້ນຕາມເດີ່ນບ້ານ ຈຶ່ງເປັນເຫດໃຫ້ຫູ ຂອງພະແກ້ວບິ່ນອອກເບື້ອງຂວາ. ພະແກ້ວພະລຶກອົງນີ້ ມີຂະໜາດຄວາມສູງປະມານ 12 ນິ້ວ. ຕໍ່ມາ ເມື່ອເຖິງລະດູເກັບ ກ່ຽວເຂົ້ານາປີ ເວລາຕາກເຂົ້າໄວ້ ນາຍພານທັງສອງກ່ອນຈະອອກໄປລ່າສັດ ກໍ່ໄດ້ຮ້ອງໃສ່ພະແກ້ວພະລຶກວ່າ: “ໄລ່ໄກ່ໃຫ້ ແດ່ເດີ້” ຕາກເຂົ້າໄວ້ຈົນແຫ້ງ ກໍ່ບໍ່ມີໄກ່ໂຕໃດກ້າເຂົ້າມາຕອດກິນເຂົ້າທີ່ຕາກໄວ້ພໍເມັດ. ເມື່ອເປັນເຊັ່ນນັ້ນ ຈຶ່ງຊາລືໄປຮອດ ພະຍາຜູ້ປົກຄອງເມືອງເກົ່າເກິ່ງ ໄດ້ຍິນແນວນັ້ນ ເຈົ້າເມືອງກໍ່ໄດ້ແຕ່ງໃຫ້ເສນາອາໝາດໄປຂໍເຊີນພະແກ້ວພະລຶກ ເຂົ້າມາຢູ່ໃນ ວັງ ເຊິ່ງເຈົ້າລາດຊະບຸດໂຍ ໄດ້ສັ່ງໃຫ້ຊາວບ້ານ ສ້າງຫໍພະແກ້ວຂຶ້ນໃນວັງ (ເຊິ່ງປະຈຸບັນແມ່ນຫໍພະແກ້ວເມືອງເກົ່າ) ເຊິ່ງໃນ ປະຈຸບັນນີ້ ຍັງເຫັນຮ່ອງຮອຍຂອງກຳແພງເມືອງ ກວ້າງໄກກວມໄປຮອດທົ່ງນາບ້ານໂພນສະອາດໃນປະຈຸບັນ. ເມື່ອເອົາພະ ແກ້ວມາຮອດເມືອງຄັນເກິ່ງແລ້ວ ໂດຍການແຫ່ຂອງຊາວເມືອງ ເພື່ອເອົາລົງໃສ່ແພທີ່ເຮັດດ້ວຍໄມ້ໄຜ່ ແຕ່ເວລາເອົາລົງໄປ ຮອດແພຢູ່ທີ່ຫາດແຫ່ໂພນກຸງ (ບ້ານໂພນກຸງໃນປະຈຸບັນ) ກໍ່ເກີດມີພະຍຸຝົນລົມແຮງ ເຮັດໃຫ້ແພນັ້ນງ່ຽງ, ສຸດທ້າຍແພກໍ່ຫຼົ້ມ, ເຮັດໃຫ້ພະແກ້ວພະລຶກອົງນັ້ນຈົມລົງນ້ຳ, ພວກຊາວເມືອງທັງຫຼາຍກໍ່ພາກັນມາມຸດມາງົມ ແລະ ກວດຕ້ອນເອົາຫຼາຍຄັ້ງ ແຕ່ກໍ່ ຍັງບໍ່ພົບເຫັນ. ສຸດທ້າຍ ພະຍາເຈົ້າເມືອງ ກໍ່ໄດ້ອອກເດີນທາງ ພ້ອມດ້ວຍເສນາອາໝາດຈຳນວນໜຶ່ງ ນຳໄປເອົາຄອບຄົວ ຂອງພານເທິງ ແລະ ພານເທືອງມາງົມຫາພະແກ້ວ. ພໍເມື່ອມາຮອດກໍ່ລົງນ້ຳເພື່ອງົມ ແຕ່ພໍກ້າວຂາລົງນ້ຳໄດ້ພຽງຕົ້ນຂາ ກໍ່ຄິດ ຢ້ານ ເພາະພວກເຂົາບໍ່ລຶ້ງເຄີຍກັບນ້ຳ. ແຕ່ພໍເມື່ອເດ່ມືລົງນ້ຳ ກໍ່ສາມາດອຸ້ມເອົາພະແກ້ວພະລຶກຂຶ້ນມາໄດ້ທັນທີ. ຈາກນັ້ນ ຈຶ່ງ ແຫ່ຂ້າມນ້ຳມາຝັ່ງຂວາຂອງແມ່ນ້ຳຂອງ (ເມືອງໂພນທອງໃນປະຈຸບັນ) ແລ້ວເອົາພະແກ້ວພະລຶກຂຶ້ນສະຖິດຢູ່ຫໍພະແກ້ວແຕ່ ນັ້ນເປັນຕົ້ນມາ ແລ້ວສ້າງບ້ານສ້າງເຮືອນໃຫ້ພານເທິງພານເທືອງອາໃສຢູ່ນອກວັງ ເພື່ອບົວລະບັດຮັກສາ, ຖາງຫຍ້າໃກ້ບໍລິ ເວນຫໍພະແກ້ວ. ບ້ານນອກວັງທີ່ພານທັງສອງຢູ່ນັ້ນ ແຕ່ກ່ອນເອີ້ນວ່າ ບ້ານກົກຂາມເນິ້ງ ແຕ່ປະຈຸບັນໄດ້ປ່ຽນມາເປັນ ບ້ານ ໂພນສະອາດ ແລະ ໃສ່ຊື່ວ່າ: “ຊົນເຜົ່າພະແກ້ວ” ຈົນຮອດປະຈຸບັນ.
http://www.laogov.gov.la/province/Pages/Provincetourism.aspx?CateID=3&ItemID=49&MenuID=6