ທາດ​ຝຸ່ນ: Difference between revisions

ຈາກ Laopedia
(ໜ້າໃໝ່: thumb ຕັ້ງຢູ່ໃຈກາງຂອງເມືອງຄູນ, ປີ ຈສ 307 ໄດ້ປະດິດສະຖານທາດນ້ອຍ (ທາດທີ່ຢູ່ທາງໃນ). ຕໍ່ມາ ພະພຸດທະເຈົ້າຢູ່ທີ່ອິນເດຍໄດ້ເສຍຊີວິດ ກໍ່ໄດ້ພາກັນ ຈູດເຜົາສົບຂອງພະພຸດເຈົ້າ, ເ...)
 
(Protected "ທາດ​ຝຸ່ນ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 
(One intermediate revision by the same user not shown)
ແຖວ 3: ແຖວ 3:
ນັບແຕ່ນັ້ນມາໃນທຸກໆ ປີໃໝ່ ຊາວເມືອງພວນ ໄດ້ພາກັນມາຫົດນ້ຳສົງພະ ແລະ ອວຍພອນຊຶ່ງກັນ ແລະ ກັນໃນທາດແຫ່ງນີ້. ຈົນມາຮອດປີ ຈສ 1237, ຄສ 1874 ທາດດັ່ງກ່າວ ໄດ້ຖືກສົງຄາມເສິກຫໍ້ທຳລາຍ ເພື່ອຂຸດຄົ້ນເອົາເງິນ, ຄຳທີ່ມີຄ່າ ອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມ. ຕໍ່ມາຮອດສະໄໝເຈົ້າແຂວງ ຊາຍຄຳ ເປັນເຈົ້າແຜ່ນດິນເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່,  ແຕ່ມາຮອດ ປີ ຄສ 1969 ຖືກສົງຄາມຂອງຈັກກະພັດອາເມລິກາທຳລາຍ ຈຶ່ງເຮັດໃຫ້ທາດ ດັ່ງກ່າວ ຊຸດໂຊມລົງອີກ ແລະ ເປັນດັ່ງທີ່ເຮົາເຫັນເຖິງທຸກວັນນີ້.<br>

ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=9
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=9
[[ໝວດ:ການທ່ອງທ່ຽວ]]

Latest revision as of 04:05, 4 ກຸມພາ 2024

ຮູບ:ທາດ​ຝຸ່ນ.jpg

ຕັ້ງຢູ່ໃຈກາງຂອງເມືອງຄູນ, ປີ ຈສ 307 ໄດ້ປະດິດສະຖານທາດນ້ອຍ (ທາດທີ່ຢູ່ທາງໃນ). ຕໍ່ມາ ພະພຸດທະເຈົ້າຢູ່ທີ່ອິນເດຍໄດ້ເສຍຊີວິດ ກໍ່ໄດ້ພາກັນ ຈູດເຜົາສົບຂອງພະພຸດເຈົ້າ, ເມື່ອເຜົາແລ້ວ ກໍ່ໄດ້ ປະກາດໃຫ້ຜູ້ຄົນທົ່ວໂລກ ທີ່ນັບຖືສາສະໜາພຸດມາເອົາກະດູກຂອງພະພຸດທະເຈົ້າໄປບູຊາ ໂດຍການ ສ້າງທາດໃສ່. ແຕ່ຊາວເມືອງພວນໄປຊ້າເລີຍໄດ້ແຕ່ຝຸ່ນ ຈຶ່ງໄດ້ນຳມາສ້າງໄວ້ໃຈກາງ ຂອງເມືອງພວນ ໃນ ປີ ຈສ 742 ກະສັດເມືອງພວນອົງທີ່ 24 ໄດ້ສັ່ງສ້າງທາດ ໂດຍສ້າງກວມທາດເກົ່າໃຫ້ໃຫຍ່ໂຕກ່ວາແຕ່ກ່ອນ ຊຶ່ງນອກນັ້ນ ທ່ານຍັງເປັນຜູ້ ທີ່ນຳເອົາສາສະໜາພຸດ ເຂົ້າມາເມືອງພວນ.
ນັບແຕ່ນັ້ນມາໃນທຸກໆ ປີໃໝ່ ຊາວເມືອງພວນ ໄດ້ພາກັນມາຫົດນ້ຳສົງພະ ແລະ ອວຍພອນຊຶ່ງກັນ ແລະ ກັນໃນທາດແຫ່ງນີ້. ຈົນມາຮອດປີ ຈສ 1237, ຄສ 1874 ທາດດັ່ງກ່າວ ໄດ້ຖືກສົງຄາມເສິກຫໍ້ທຳລາຍ ເພື່ອຂຸດຄົ້ນເອົາເງິນ, ຄຳທີ່ມີຄ່າ ອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມ. ຕໍ່ມາຮອດສະໄໝເຈົ້າແຂວງ ຊາຍຄຳ ເປັນເຈົ້າແຜ່ນດິນເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່, ແຕ່ມາຮອດ ປີ ຄສ 1969 ຖືກສົງຄາມຂອງຈັກກະພັດອາເມລິກາທຳລາຍ ຈຶ່ງເຮັດໃຫ້ທາດ ດັ່ງກ່າວ ຊຸດໂຊມລົງອີກ ແລະ ເປັນດັ່ງທີ່ເຮົາເຫັນເຖິງທຸກວັນນີ້.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=9