ຖ້ຳພະຍາອິນ ແຂວງຄໍາມ່ວນ: Difference between revisions

ຈາກ Laopedia
No edit summary
(Protected "ຖ້ຳພະຍາອິນ ແຂວງຄໍາມ່ວນ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 04:00, 4 ກຸມພາ 2024

ຮູບ:ຖ້ຳພະຍາອິນ ແຂວງຄໍາມ່ວນ.png

ຖ້ຳພະຍາອິນ: ແມ່ນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານສອງຄອນ, ເມືອງທ່າແຂກ. ຂຶ້ນລົດໄປຕາມເສັ້ນທາງເລກທີ 12. ຫ່າງຈາກ ຕົວເມືອງ 13 ກິໂລແມັດ, ຊຶ່ງພໍດີກັບບ່ອນທາງຜ່ານຜາຮ່ອມນັ້ນເອງ. ເປັນຖ້ຳຊອດ ປາກຖ້ຳສູງຈາກໜ້າດິນ 15 ແມັດ. ເວລາເຮົາຢືນຢູ່ປາກຖ້ຳຈະ ມີສາຍລົມເຢັນພັດຜ່ານມາຕະຫຼອດ. ພາຍໃນຖ້ຳພະຍາອິນກໍ່ມີພະພຸດທະຮູບຫຼາຍອົງ ທີ່ມີຊາວບ້ານເອົາໄປປະດິດສະຖານໄວ້ຕາມການສັນນິຖານ ອາດ ຈະແມ່ນເປັນການແກ້ບົນຢ່າງໃດຢ່າງໜຶ່ງ ຕາມຄວາມເຊື່ອຂອງຊາວຜູ້ໄປບົນໄວ້. ນອກນັ້ນ ຍັງມີຫີນຍ້ອຍອັນງົດງາມມີວັງນ້ຳຍາວໂຄ້ງໄປຕາມຖ້ຳປະ ມານ 20-30 ແມັດ. ເມື່ອຍ່າງອອກຊອດຖ້ຳພະຍາອິນນີ້ ແລ້ວສາມາດຍ່າງໄປພັກຜ່ອນຢູ່ວັງສັນຕິພາບ (ທ່າຝຣັ່ງ) ຊຶ່ງຫ່າງກັນປະມານ 300 - 400 ແມັດເທົ່ານັ້ນເອງ.

ຖ້ຳພະຍາອິນ: ຊື່ຂອງຖ້ຳ ຖືກຕັ້ງຂຶ້ນຕາມຊື່ຂອງເທບພະເຈົ້າອົງໜຶ່ງ ໃນນິທານພື້ນບ້ານຂອງລາວ (ຣາມມະກຽນ) ເຊິ່ງມີຄວາມກ່ຽວພັນກັນ ລະຫວ່າງມະນຸດ ກັບ ເທບພະເຈົ້າ.

ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=38&MenuID=6