ຜູ້ໃຊ້:Panyasith.ptc: Difference between revisions

ຈາກ Laopedia
(ໜັງສືພິມພາສາຕ່າງປະເທດ (ພຕປ))
 
No edit summary
 
ແຖວ 1: ແຖວ 1:
ໜັງສືພິມພາສາຕ່າງປະເທດ
 


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

Latest revision as of 02:34, 28 ມັງກອນ 2026


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ


ພັກປະຊາຊົນປະຕິວັດລາວ

ຄະນະໂຄສະນະອົບຮົມສູນກາງພັກ                                                             ເລກທີ____/ຄອສພ

      ນະຄອນຫຼວງວຽງຈັນ, ວັນທີ.......ເດືອນ.........2025


ຂໍ້ຕົກລົງ


ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ

ຂອງ ໜັງສືພິມພາສາຕ່າງປະເທດ


- ອີງຕາມ ກົດໝາຍວ່າດ້ວຍສື່ມວນຊົນ ສະບັບເລກທີ 01/ສພຊ, ລົງວັນທີ 4 ພະຈິກ 2016;

- ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 678/ນຍ, ລົງວັນທີ 21 ທັນວາ 2021;

- ອີງຕາມ ໜັງສືສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ ສະບັບເລກທີ 759/ກຈພ, ລົງວັນທີ 25 ກັນຍາ 2024.


ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕົກລົງ:

ໝວດທີ I

ບົດບັນຍັດທົ່ວໄປ


ມາດຕາ 1  ຈຸດປະສົງ

              ຂໍ້ຕົກລົງສະບັບນີ້ ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກເພື່ອເປັນບ່ອນອີງທາງດ້ານນິຕິກຳໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງໜັງສືພິມພາສາຕ່າງປະເທດ ແນ່ໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່ຂອງຕົນໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ຖືກຕ້ອງຕາມລະບຽບ-ກົດໝາຍຂອງລັດ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຕີບໃຫຍ່ເຂັ້ມແຂງ.

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ

             ໜັງສືພິມພາສາຕ່າງປະເທດ ຂຽນເປັນຕົວຫຍໍ້ວ່າ “ພຕປ” ແລະ ຂຽນເປັນພາສາອັງກິດວ່າ:

Lao Press in Foreign Languages ຂຽນເປັນຕົວອັກສອນຫຍໍ້ “Lao PFL” ເປັນຫົວໜ່ວຍກົງຈັກວິຊາການລະດັບ 1 ທຽບເທົ່າກົມໃນໂຄງປະກອບກົງຈັກ ຂອງຄະນະໂຄສະນາອົບຮົມສູນກາງພັກ, ມີພາລະບົດບາດເປັນປະຕູຂໍ້ມູນຂ່າວສານ ຂອງ  ສປປລາວ ໃນການເຜີຍແຜ່ແນວທາງນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ ອອກສູ່ຕ່າງປະເທດເພື່ອເປີດກວ້າງການຮ່ວມມືນຳບັນດາປະເທດໃນພາກພື້ນ ແລະ ສາກົນ; ໂຄສະນາເສດຖະກິດ-ວັດທະນະທຳ-ສັງຄົມ ແລະ ເຫດການສຳຄັນຕ່າງໆຂອງຊາດ ອອກສູ່ສັງຄົມຢູ່ພາຍໃນ ແລະ ຕ່າງປະເທດ; ເປັນເວທີສະແດງຄວາມຄິດເຫັນແບບສ້າງສັນທີ່ເປັນປະໂຫຍດແກ່ສັງຄົມ ຜ່ານຜະລິດຕະພັນສື່ຂອງຕົນ ແລະ ບັນດາສື່ທີ່ເປັນພາຄີຢູ່ຫຼາຍປະເທດໃນໂລກ.

       ໜັງສືພິມພາສາຕ່າງປະເທດ ປະກອບມີ ສື່ສິ່ງພິມ (ໜັງສືພິມວຽງຈັນທາຍ), ສື່ອອນລາຍຜ່ານໂທລະສັບມືຖື ແລະ ຜ່ານເຄືອຂ່າຍອິນເຕີເນັດ (ໜັງສືພິມເອເລັກໂຕນິກ, ໜ້າຂ່າວຢູ່ເຟສບຸກ - ເວັບໄຊເປັນພາສາອັງກິດ ແລະ ພາສາລາວ ຢູທູບ ແລະ ຕິກຕ໋ອກ) ທີ່ປະກອບດ້ວຍພາບນິ້ງ, ພາບວີດີໂອ, ແສງສີ, ສຽງ ແລະ ຕົວໜັງສື.


ໝວດທີ 2

ໜ້າທີ່ ແລະ ຂອບເຂດສິດ


ມາດຕາ 3 ໜ້າທີ່

ໜັງສືພິມພາສາຕ່າງປະເທດມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ທິດທາງແຜນການຂອງລັດຖະບານ, ທິດທາງແຜນການຂອງຄະນະໂຄສະນາອົບຮົມສູນກາງພັກ, ທິດທາງແຜນການກ່ຽວກັບວຽກງານໜັງສືພິມພາສາຕ່າງປະເທດ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;

2. ຄົ້ນຄວ້າສ້າງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບໜັງສືພິມພາສາຕ່າງປະເທດເພື່ອໃຫ້ສອດຄ່ອງໃນການຮັບໃຊ້ໜ້າທີ່ການເມືອງ ຂອງພັກ-ລັດ ໃນແຕ່ລະໄລຍະ ແລະ ເພື່ອພັດທະນາໜັງສືພິມໃຫ້ເຕີບໃຫຍ່ຂະຫຍາຍຕົວເພື່ອນຳສະເໜີໃຫ້ຄະນະໂຄສະນາອົບຮົມສູນກາງພັກ ພິຈາລະນາຮັບຮອງ;

3. ເຜີຍແຜ່ແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ເພື່ອດືງດູດການລົງທຶນ ແລະ ຍາດແຍ່ງການຊ່ວຍເຫຼືອ ຈາກຕ່າງປະເທດ;

4. ນຳສະເໜີຂ່າວເຫດການຕ່າງໆ ກໍຄືເຫດການທີ່ເກີດຂຶ້ນຢູ່ພາຍໃນ ສປປ ລາວ ແລະ ເຫດການພົ້ນເດັ່ນຢູ່ຕ່າງປະເທດຢ່າງມີການເລືອກເຟັ້ນ. ພ້ອມດຽວກັນກໍ່ຕອບໂຕ້ຖ້ອຍທຳນອງຂອງສັດຕູ ກໍ່ຄືຂ່າວໃສ່ຮ້າຍປ້າຍສີ ສປປ ລາວ;

5. ສືກສາອົບຮົມການເມືອງ, ນໍາພາແນວຄິດ, ຄຸ້ມຄອງ, ບຳລຸງສ້າງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານພາຍໃນຂອງຕົນ;

6.ພົວພັນຮ່ວມມືແລກປຽນບົດຮຽນໃນຂົງເຂດວຽກງານທີ່ກ່ຽວຂ້ອງກັບຕົນ, ກັບພາກສ່ວນກ່ຽວຂ້ອງຕ່າງໆຢູ່ ພາຍໃນ ແລະ ຕ່າງປະເທດ ຕາມການຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກ;

7.ສົມທົບກັບພາກສ່ວນກ່ຽວຂ້ອງຂຶ້ນແຜນ, ຈັດຕັ້ງຝືກອົບຮົມບໍາລຸງ, ກໍ່ສ້າງພະນັກງານໃຫ້ມີຄຸນນະພາບສູງ ແລະ ບໍລິການຝືກອົບຮົມດ້ານສື່ມາຮັບໃຊ້ສັງຄົມ;

8. ບໍລິການຂໍ້ມູນຂ່າວສານທີ່ເປັນປະໂຫຍດເປັນພາສາຕ່າງປະເທດ ແລະ ພາສາລາວ ຜ່ານຜະລິດຕະພັນສື່ຂອງຕົນ ລວມທັງສື່ສິ່ງພິມ (ໜັງສືພິມ), ສື່ອອນລາຍຜ່ານໂທລະສັບມືຖື ແລະ ຜ່ານເຄືອຂ່າຍອິນເຕີເນັດ (ໜັງສືພິມເອເລັກໂຕນິກ, ເວັບໄຊ, ໜ້າຂ່າວຢູ່ ເຟດບຸກ, ຢູທູບ ແລະ ຕິກຕ໋ອກ) ທີ່ປະກອບດ້ວຍພາບນິ້ງ, ພາບວີດີໂອ, ແສງສີ, ສຽງ ແລະ ຕົວໜັງສື;

9. ບໍລິການໂຄສະນາ ທີ່ບໍ່ຜິດຕໍ່ລະບຽບກົດໝາຍ ແລະ ຈຳໜ່າຍຜະລິດຕະພັນສື່, ອອກແບບສື່ສິ່ງພິມ, ອອກແບບໂລໂກ, ຖ່າຍພາບນິ້ງ, ຖ່າຍພາບວີດີໂອ, ຕັດຕໍ່ວີດີໂອ, ສ້າງໜ້າສື່ອອນລາຍ, ຂຽນຂ່າວ, ຂຽນບົດຄວາມ, ບົດໂຄສະນາ-ປະຊາສຳພັນ ແລະ ແປເອກະສານ ເພື່ອສ້າງລາຍຮັບວິຊາການມາຮັບໃຊ້ໜ້າທີ່ການເມືອງຂອງຕົນ;

10. ຄຸ້ມຄອງ ແລະ ນໍາໃຊ້ລັດຖະກອນ, ງົບປະມານ, ລາຍຮັບ-ລາຍຈ່າຍວິຊາການ, ຊັບສົມບັດ, ວັດຖຸອຸປະກອນ,ໂຄງລ່າງພື້ນຖານ ແລະ ພາຫະນະຮັບໃຊ້ວິຊາສະເພາະທີ່ຂຶ້ນກັບຕົນເອງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ;

11. ເກັບຮັກສາໜັງສືພິມ, ຂໍ້ມູນຂ່າວສານທັງໝົດທີ່ອອກແຕ່ລະຄັ້ງໄວ້ໃນຖານຂໍ້ມູນເພື່ອເປັນສໍາເນົາ;

12. ຂຶ້ນແຜນງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານພາຍໃນຂອງຕົນ;

13. ສະຫລຸບສັງລວມ, ລາຍງານການເຄື່ອນໄຫວຮອບດ້ານຂອງຕົນໃຫ້ຂັ້ນເທີງເປັນແຕ່ລະໄລຍະ ແລະ ນໍາເອົາທິດທາງຊີ້ນຳຂອງຂັ້ນເທີງລົງມາເຜີຍແຜ່ ແລະ ຈັດຕັ້ງປະຕິບັດ;

14. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.


ມາດຕາ 4 ຂອບເຂດສິດ

ໜັງສືພິມພາສາຕ່າງປະເທດມີສິດດັ່ງນີ້:

1. ເຄື່ອນໄຫວເກັບກຳຂ່າວ, ຜະລິດຂ່າວ-ບົດ, ກວດແກ້ເນື້ອໃນຂ່າວ-ບົດ ແລະ ຕັດສິນການອອກຂ່າວ-ບົດ, ຮູບນິ້ງຢູ່ຜະລິດຕະພັນສື່ຂອງຕົນເຊັ່ນ: ໜັງສືພິມ, ຂ່າວຂໍ້ຄວາມສັ້ນຜ່ານທາງໂທລະສັບ, ພາບຂ່າວວີດີໂອຢູ່ເວັບໄຊ, ສື່ສັງຄົມອອນລາຍຕ່າງໆ (ເຟດບຸກ, ຢູທູບ ແລະ ຕິກຕ໋ອກ) ໃນແຕ່ລະວັນ ຕາມຫຼັກການ, ຈັນຍາບັນ-ຈັນຍາທໍາຂອງອາຊີບສື່;

2. ສະເໜີປັບປຸງກົງຈັກການຈັດຕັ້ງ, ຄຸ້ມຄອງ, ສະເໜີແຕ່ງຕັ້ງ, ເລື່ອນຊັ້ນ, ຂັ້ນ, ຍ້ອງຍໍ, ຍົກຍ້າຍ, ສັບຊ້ອນ, ປະຕິບັດນະໂຍບາຍ, ສຶກສາອົບຮົມ ແລະ ປະຕິບັດວິໄນ, ປົດຕຳແໜ່ງພະນັກງານ, ລັດຖະກອນຕາມທີ່ໄດ້ກຳນົດໄວ້ໃນລະບຽບລັດຖະກອນ ໃຫ້ຂັ້ນເທີງພິຈາລະນາ;

3. ອອກໜັງສືສະເໜີ ແລະ ຢັ້ງຢືນເອກະສານຕ່າງໆ ຕໍ່ບັນດາການຈັດຕັ້ງທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງກັບວຽກງານຂອງຕົນ;

4. ເຂົ້າຮ່ວມກອງປະຊຸມ, ສະເໜີຄຳຄິດຄຳເຫັນຕ່າງໆ ທີ່ພົວພັນເຖິງວຽກງານຂອງຕົນ, ຂອງຄະນະໂຄສະນາອົບຮົມສູນກາງພັກ;

5. ຮ່າງໜັງສືຕົກລົງ, ຄໍາແນະນໍາ ແລະ ແຈ້ງການຕ່າງໆທີ່ພົວພັນເຖີງວຽກງານຂອງຕົນໃຫ້ບັນດາພະແນກການ ແລະ ລັດຖະກອນພາຍໃນໜັງສືພິມເພື່ອໃຫ້ຂັ້ນເທີງພິຈາລະນາ;

6. ພົວພັນຮ່ວມມື, ແລກປ່ຽນບົດຮຽນ, ເຊັນສັນຍາ, ອະນຸສັນຍາ ແລະ ຂໍ້ຜູກພັນຮ່ວມມືຕ່າງໆກັບພາກສ່ວນອື່ນໆ ຢູ່ພາຍໃນ, ກັບໜັງສືພິມ ຫຼື ອົງການຈັດຕັ້ງອື່ນໆຂອງຕ່າງປະເທດທີ່ກ່ຽວຂ້ອງຕາມການຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກ;

6. ສະເໜີຮັບເອົາ ແລະ ນໍາໃຊ້ອາສາສະໝັກມາກວດແກ້ພາສາ ແລະ ນັກສຶກສາຝຶກງານຈາກອົງການອາສາສະໝັກ ແລະ ສະຖາບັນ ສຶກສາຕ່າງປະເທດ ຕາມລະບຽບ ແລະ ກົດໝາຍຂອງ ສປປ ລາວ;

7. ສ້າງ ແລະ ຊອກຫາລາຍຮັບວິຊາການ ແລະ ນໍາໃຊ້ເງີນລາຍຮັບວິຊາການເຂົ້າໃສ່ການບໍລິຫານ ແລະ ພັດທະນາວຽກງານວິຊາສະເພາະຂອງຕົນ;

8. ເກັບຄ່າບໍລິການຂໍ້ມູນຂ່າວສານ ທີ່ບໍ່ຜິດຕໍ່ລະບຽບກົດໝາຍ ຈາກການບໍລິການຂອງຕົນ;

9. ປະຕິບັດສິດອື່ນໆຕາມການມອບໝາຍຂອງຂັ້ນເທິງ.


ໝວດທີ 3

ໂຄງປະກອບການຈັດຕັ້ງ

ມາດຕາ 5 ໂຄງປະກອບດ້ານກົງຈັກ

ໜັງສືພິມພາສາຕ່າງປະເທດປະກອບມີ  4 ພະແນກ ດັ່ງນີ້:

1. ພະແນກ ຂ່າວພາຍໃນ;

2. ພະແນກ ຂ່າວຕ່າງປະເທດ;

3. ພະແນກ ຂ່າວອອນລາຍ;

4. ພະແນກ ບໍລິການ.


ມາດຕາ 6 ໂຄງປະກອບບຸກຄະລາກອນ

ໜັງສືພິມພາສາຕ່າງປະເທດປະກອບດ້ວຍບຸກຄະລາກອນດັ່ງລຸ່ມນີ້:

1. ມີຫົວໜ້າບັນນາທິການໃຫຍ່ 1 ທ່ານ ຮັບຜິດຊອບຕໍ່ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ;

2. ມີຮອງຫົວໜ້າບັນນາທິການໃຫຍ່ ຈໍານວນ 2 ທ່ານ ຊ່ວຍຫົວໜ້າບັນນາທິການໃຫຍ່ໃນການຊີ້ນໍາວຽກງານ, ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າບັນນາທິການໃຫຍ່;

-ຮອງຫົວໜ້າບັນນາທິການໃຫຍ່ເປັນຜູ້ຮັກສາການແທນໃນເວລາຫົວໜ້າບັນນາທິການໃຫຍ່ຕິດຂັດ;

3. ມີຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການຈໍານວນໜຶ່ງຕາມການກໍານົດຕໍາແໜ່ງງານ;

ການບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ ຫຼື ປົດຕໍາແໜ່ງແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້.

ໝວດທີ 4

ໜ້າທີ່ຂອງແຕ່ລະພະແນກ


ມາດຕາ 7 ພະແນກ ຂ່າວພາຍໃນ

1. ເຄື່ອນໄຫວເກັບກຳຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດເພື່ອມາຜະລິດເປັນຂ່າວ ເພື່ອສະໜອງໃຫ້ໜັງສືພິມລາຍວັນ (5 ວັນຕໍ່ອາທິດ), ເວັບໄຊພາສາອັງກິດ, ພາສາລາວ ແລະ ຜະລິດຕະພັນສື່ອື່ນໆຂອງໜັງສືພິມເພື່ອໃຫ້ທັນກັບເຫດການ ແລະ ຮັບປະກັນທາງດ້ານເນື້ອໃນ;

2. ກວດແກ້ເນື້ອໃນຂ່າວ, ພາບນິ້ງ ແລະ ມອບວຽກໃຫ້ນັກຂ່າວຂຽນຂ່າວໃສ່ຜະລິດຕະພັນຂອງໜັງສືພິມຕາມຄວາມຮັບຜິດຊອບຂອງຕົນທີ່ລະບຸໄວ້ໃນແຕ່ລະຕໍາແໜ່ງງານ;

3. ຖ່າຍພາບນິ້ງ, ພາບວີດີໂອປະກອບຂ່າວ ແລະ ຖ່າຍທອດສົດໃສ່ໜ້າເວັບໄຊ, ໜ້າເຟສບຸກ, ໜ້າຢູທູບ ແລະ ຕິກຕ໋ອກຂອງໜັງສືພິມ;

4. ພົວພັນຮ່ວມມືປະສານງານດ້ານວິຊາການພາຍໃນກັບອົງການສື່ຕ່າງໆພາຍໃນປະເທດ;

5. ຄຸ້ມຄອງຊັບສົມບັດ ແລະ ວັດຖຸສິ່ງຂອງທີ່ນໍາໃຊ້ເຂົ້າໃນວຽກວິຊາການໃນພະແນກຂອງຕົນ;

6. ຄຸ້ມຄອງພະນັກງານ ແລະ ຕັດສິນວຽກງານຕ່າງໆ ພາຍໃນພະແນກຂອງຕົນຮັບຜິດຊອບ;

7. ຂຶ້ນແຜນວຽກ, ສະຫຼຸບລາຍງານການເຄື່ອນໄຫວວຽກງານຮອບດ້ານຂອງພະແນກໃຫ້ຂັ້ນເທິງ ແລະ ນໍາເອົາທິດຊີ້ນໍາຂອງຂັ້ນເທິງລົງມາຈັດຕັ້ງປະຕິບັດ;

8. ເຂົ້າຮ່ວມປະຊຸມສ່ອງແສງວຽກຕ່າງໆ;

9. ພົວພັນປະສານງານ ກັບບັນນາທິການຕ່າງປະເທດ ເພື່ອກວດແກ້ຂ່າວ;

10.ຮັບຜິດຊອບໂດຍຕົງຕໍ່ຫົວໜ້າບັນນາທິການກ່ຽວກັບຜົນສຳເລັດ ແລະ ຄວາມຂາດຕົກບົກຜ່ອນພາຍໃນພະແນກຂອງຕົນຮັບຜິດຊອບ;

11. ລົງເລີກຂຽນຂ່າວຕາມການມອບໝາຍ;

12. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ.


ມາດຕາ 8 ພະແນກ ຂ່າວຕ່າງປະເທດ

1. ລົງເຄື່ອນໄຫວເກັບກຳຂໍ້ມູນຂ່າວສານຢູ່ທັງພາຍໃນ ແລະ ຕ່າງປະເທດເພື່ອມາຜະລິດເປັນ ບົດ ເພື່ອສະໜອງໃຫ້ໜັງສືພິມລາຍວັນ (5 ວັນຕໍ່ອາທິດ), ເວັບໄຊພາສາອັງກິດ, ພາສາລາວ ແລະ ຜະລິດຕະພັນສື່ອື່ນໆຂອງໜັງສືພິມເພື່ອໃຫ້ທັນກັບເຫດການ ແລະ ຮັບປະກັນທາງດ້ານເນື້ອໃນ;

2. ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບັນດາແຈ້ງການ, ຄຳສັ່ງ ແລະ ມະຕິ ຕາມການຕົກລົງຂອງຂັ້ນເທີງເພື່ອມາເຜີຍແຜ່ລົງໃສ່ໜັງສືພິມພາສາຕ່າງປະເທດໃຫ້ທັນເວລາ ແລະ ມອບໝາຍວຽກໃຫ້ນັກຂ່າວຂຽນບົດຄວາມ;

3. ເລືອກຂ່າວ - ບົດໂລກດ້ານການເມືອງ, ເສດຖະກິດ, ວັດທະນາທໍາສັງຄົມ ແລະ ບັນເທີງ ຈາກບັນດາສື່ຕ່າງປະເທດທີ່ເປັນພາຄີ ທີ່ມີເນື້ອຫາສາລະດີ ເພື່ອເອົາມາລົງໃນຜະລິດຕະພັນສື່ຂອງຕົນ;

4. ວິເຄາະ ແລະ ຕິດຕາມສະຖານະການທີ່ພົ້ນເດັ່ນ ຂອງໂລກເພື່ອມາຜະລິດເປັນບົດຄວາມ;

5. ກວດແກ້ ບົດພາຍໃນ, ບົດໂລກ ແລະ ວຽກອື່ນໆທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງພະແນກຕົນ;

6. ເຂົ້າຮ່ວມປະຊຸມສ່ອງແສງວຽກຕ່າງໆ;

7. ຄຸ້ມຄອງຊັບສົມບັດ ແລະ ວັດຖຸສິ່ງຂອງທີ່ນໍາໃຊ້ເຂົ້າໃນວຽກງານວິຊາການໃນພະແນກຂອງຕົນ;

8. ຄຸ້ມຄອງພະນັກງານ ແລະ ຕັດສິນວຽກງານຕ່າງໆ ພາຍໃນພະແນກຕົນຮັບຜິດຊອບ;

9. ຂຶ້ນແຜນວຽກ, ສະຫຼຸບລາຍງານການເຄື່ອນໄຫວຮອບດ້ານຂອງພະແນກໃຫ້ຄະນະບັນນາທິການ, ຂັ້ນເທິງ ແລະ ນໍາເອົາທິດຊີ້ນໍາຂອງຂັ້ນເທິງລົງມາຈັດຕັ້ງປະຕິບັດ;

10.ຮັບຜິດຊອບໂດຍຕົງຕໍ່ຫົວໜ້າບັນນາທິການກ່ຽວກັບຜົນສຳເລັດ ແລະ ຄວາມຂາດຕົກບົກຜ່ອນພາຍໃນພະແນກຂອງຕົນຮັບຜິດຊອບ;

11. ພົວພັນ ແລະ ປະສານວຽກນໍາຄະນະບັນນາທິການຕ່າງປະເທດ;

12. ລົງເລີກຂຽນບົດທັດສະນະ, ບົດວິເຄາະ, ບົດນຳ, ບົດຄວາມທີ່ໜ້າສົນໃຈທີ່ສ້າງສັນຕາມຄວາມຄິດຕົນ;

13. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ.


ມາດຕາ 9 ພະແນກ ຂ່າວອອນລາຍ

1.ລົງເຄື່ອນໄຫວເກັບກຳຂ່າວ ເພື່ອມາຜະລິດຂ່າວ-ບົດ ແລະ ວິດີໂອໃສ່ຜະລິດຕະພັນໜັງສືພິມພາສາຕ່າງປະເທດລວມມີ ເຟດບຸກພາສາອັງກິດ, ເຟດບຸກພາສາລາວ, ເວັບໄຊວຽງຈັນທາຍພາສາອັງກິດ ແລະ ພາສາລາວ.2. ຖ່າຍທອດສົດງານສໍາຄັນຂອງຊາດ ແລະ ສາກົນເປັນພາສາອັງກິດ ແລະ ພາສາລາວ ເພື່ອສະໜອງໃຫ້ຜະລິດຕະພັນຂອງໜັງສືພິມພາສາຕ່າງປະເທດ ແລະ ສື່ທີ່ເປັນພາຄີ;

3. ກວດແກ້ເນື້ອໃນຂ່າວ, ບົດ, ວິດີໂອ ເພື່ອລົງໃສ່ໜ້າເວັບໄຊ, ເຟດບຸກພາສາລາວ, ພາສາອັງກິດ;

4. ອັບຂ່າວ, ບົດ ແລະ ວິດີໂອ ຂຶ້ນໃສ່ບັນດາຜະລິດຕະພັນ ຂອງໜັງສືພິມພາສາຕ່າງປະເທດ

5. ຜະລິດຂ່າວຂໍ້ຄວາມສັ້ນເທີງມືຖື ເປັນພາສາອັງກິດ ແລະ ພາສາລາວ ໃສ່ໂທລະສັບມືຖື;

6. ສົ່ງຂ່າວ-ບົດ, ພາບນິ້ງ ພາບວິດີໂອ ໄປອອກຢູ່ຜະລິດຕະພັນສື່ ຂອງອົງການສື່ທີ່ເປັນພາຄີ ແລະ ຕິດຕາມການອອກຂ່າວຢູ່ອົງການສື່ເຫຼົ່ານັ້ນຢ່າງເປັນປົກກະຕິໃນແຕ່ລະວັນ;

7. ຕົບແຕ່ງຮູບພາບ, ຈັດວາງໂຄສະນາໃສ່ໜັງສືພິພມ, ໃສ່ໜ້າເວັບໄຊພາສາອັງກິດ - ພາສາລາວ, ໜ້າຢູທູບ ແລະ ໜ້າຕິກຕ໋ອກໃຫ້ມີສີສັນຈົບງາມ;

8. ເກັບກໍາ ແລະ ຕິດຕາມຖານຂໍ້ມູນດ້ານເນື້ອໃນທັງໝົດຢູ່ໜັງສືພິມ ແລະ ສະຖິຕິລູກຄ້າຈອງອ່ານຂ່າວອອນລາຍຢູ່ເວັບໄຊວຽງຈັນທາຍ ພາສາອັງກິດ - ພາສາລາວ ແຕ່ລະວັນ, ລວມທັງບົດ, ຂ່າວ, ຮູບ, ວິດີໂອໄວ້ຖານຂໍ້ມູນ ເພື່ອເກັບໄວ້ຍາວນານ ແລະ ຈຳໜ່າຍ;

9.ບຳລຸງຮັກສາ ແລະ ແກ້ໄຂການຕິດຂັດລະບົບເຄື່ອງຄອມພິວເຕີ, ເຄືອຂ່າຍຄອມພິວເຕີ, ລະບົບຮັບຄ່າບໍລິການອ່ານຂ່າວ, ຄ່າໂຄສະນາຜ່ານເວັບໄຊ ແລະ ລະບົບອິນເຕີເນັດຂອງສຳນັກງານ;

10.ສ້າງລະຫັດຜ່ານໃຫ້ລູກຄ້າທີ່ມາຈອງອ່ານຂ່າວຜ່ານອອນລາຍຢູ່ໜ້າເວັບໄຊ ແລະ ເກັບກຳສະຖິຕິລູກຄ້າທີ່ມາໃຊ້ການບໍລິການອ່ານຂ່າວຜ່ານເວັບໄຊ;

11.ອອກແບບ-ຈັດໜ້າໜັງສືພິມໃຫ້ສົມບູນໂດຍຮັບປະກັນຄວາມຖືກຕ້ອງ, ສີສັນຈົບງາມ ແລະ ສົ່ງໃຫ້ໂຮງພິມທັນເວລາ;

12. ຄຸ້ມຄອງພະນັກງານ ແລະ ວັດຖຸສິ່ງຂອງທີ່ນໍາໃຊ້ເຂົ້າໃນວຽກງານວິຊາການພາຍໃນພະແນກຕົນ ແລະ ຕັດສິນວຽກງານຕ່າງໆ ພາຍໃນພະແນກຕົນຮັບຜິດຊອບ;

13. ຂຶ້ນແຜນວຽກ, ສະຫຼຸບລາຍງານການເຄື່ອນໄຫວຮອບດ້ານຂອງພະແນກໃຫ້ຂັ້ນເທິງ ແລະ ນໍາເອົາທິດຊີ້ນໍາຂອງຂັ້ນເທິງ ມາຈັດຕັ້ງປະຕິບັດ;

14.ຮັບຜິດຊອບໂດຍຕົງຕໍ່ຫົວໜ້າບັນນາທິການກ່ຽວກັບຜົນສຳເລັດ ແລະ ຄວາມຂາດຕົກບົກຜ່ອນພາຍໃນພະແນກຂອງຕົນຮັບຜິດຊອບ;  

15. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ.


ມາດຕາ 12 ພະແນກ ບໍລິການ

1. ຮ່າງຂໍ້ຕົກລົງ, ຄຳແນະນຳ, ຈົດໝາຍ, ເອກະສານທາງການ, ແຈ້ງການທີ່ພົວພັນເຖິງວຽກໜັງສືພິມ ຢູ່ພາຍໃນ ແລະ ພາຍນອກ ແລະ ບັນດາສັນຍາ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;

2. ສ້າງແຜນຍຸດທະສາດ, ແຜນງານ ແລະ ໂຄງການອັນລະອຽດຂອງໜັງສືພິມ, ພ້ອມທັງເປັນເຈົ້າການຕິດຕາມໃນການຈັດຕັ້ງປະຕິບັດ;

3. ເປັນເສນາທິການໃຫ້ແກ່ຄະນະບັນນາທິການໜັງສືພິມພາສາຕ່າງປະເທດ, ເປັນຜູ້ປະສານງານກັບທຸກໆ ພະແນກພາຍໃນສຳນັກງານ ແລະ ຂັ້ນເທິງຂອງຕົນ;

4.ສ້າງແຜນງົບປະມານມາຮັບໃຊ້ການເຄື່ອນໄຫວ ຈັດຕັ້ງປະຕິບັດບັນດາແຜນງານ ຂອງໜັງສືພິມ ພ້ອມທັງຕິດຕາມຄຸ້ມຄອງ ແລະ ສະຫລຸບໃຫ້ຖືກຕ້ອງຕາມລະບຽບການ;

5.ຂຶ້ນແຜນ ແລະ ສະຫຼຸບສັງລວມການເຄື່ອນໄຫວປະຕິບັດວຽກງານຂອງພະແນກ ແລະ ຂອງສຳນັກງານປະຈຳເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ 5 ປີ ແລະ ລາຍງານສະພາບການເຄື່ອນໄຫວຮອບດ້ານໃຫ້ຂັ້ນເທິງ ແລະ ນໍາເອົາທິດຊີ້ນໍາຂອງຂັ້ນເທິງລົງມາຈັດຕັ້ງປະຕິບັດ;

6.ຄຸ້ມຄອງບັນຊີ-ການເງີນ, ບັນຊີລາຍຮັບ- ລາຍຈ່າຍ ພ້ອມທັງສະຫລຸບໃຫ້ຖືກຕ້ອງຕາມລະບຽບການ;

7.ສະໜອງເຄື່ອງຮັບໃຊ້ວິຊາສະເພາະ, ຄຸ້ມຄອງຊັບສົມບັດສຳນັກງານ, ດູແລຄວາມເປັນລະບຽບຮຽບຮ້ອຍຂອງສຳນັກງານ;

8. ຄຸ້ມຄອງຮັກສາພາຫະນະຮັບໃຊ້ຂອງສຳນັກງານ, ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປິ່ນອ້ອມວຽກງານຂອງສຳນັກງານ;

9.ຮັບຜິດຊອບວຽກສະຖິຕິ, ວຽກຊັບສິນທັງໝົດຂອງສຳນັກງານ ແລະ ຄຸ້ມຄອງກາຈ້ຳຂອງສຳນັກງານພ້ອມເອກະສານຂາເຂົ້າ - ຂາອອກ;

10.ຮັບຜິດຊອບວຽກງານຈັດຕັ້ງ ແລະ ບຳລຸງກໍ່ສ້າງພະນັກງານພາຍໃນສຳນັກງານ;

11.ບໍລິການຝຶກອົບຮົມ, ຜະລິດຕະພັນສື່ຕ່າງໆລວມທັງສື່ອອນລາຍ ແລະ ສື່ສິ່ງພິມມາຮັບໃຊ້ສັງຄົມ;

12. ສ້າງແຜນເຄື່ອນໄຫວວຽກການຕະຫລາດ, ໂຄສະນາ ແລະ ຈໍາໜ່າຍ ພ້ອມທັງສະຫລຸບການຈັດຕັ້ງປະຕິບັດບັນດາໜ້າວຽກ;

13.ເຄື່ອນໄຫວ ຊອກຫາໂຄສະນາມາໃສ່ໜ້າໜັງສືພິມ, ເວັບໄຊ, ຢູທູບ, ເຟສບຸກ, ຕິິກຕ໋ອກ ແລະ ຜະລິດຕະພັນສື່ຂອງໜັງສືພິມ;ເຄື່ອນໄຫວຊອກຫາຜູ້ສະໜັບສະໜູນທຶນເພື່ອມາຈັດຝຶກອົບຮົມດ້ານສື່ຢູ່ຫ້ອງປະຊຸມຂອງໜັງສືພິມ;

14. ຮັບຜິດຊອບວຽກງານປະຊາສຳພັນຂອງສຳນັກງານ;

15.ຈັດສົ່ງໜັງສືພິມວຽງຈັນທາຍ, ສົ່ງໃບເກັບເງິນ, ໃບແຈ້ງລາຄາ, ຕອບ-ຮັບຈົດໝາຍລູກຄ້າ ແລະ ຮັບ-ສົ່ງສິ່ງ ຂອງຕ່າງໆທາງໄປສະນີ;

16. ພົວພັນໂດຍກົງກັບລູກຄ້າຈອງອ່ານຂ່າວໜັງສືພິມທັງໝົດ, ລວມທັງຜູ້ຊື້ໄປສົ່ງ, ຊື້ໄປຂາຍ ແລະ ຮ້ານຝາກຂາຍ;ພົວພັນໂດຍກົງກັບໂຮງພິມ ກ່ຽວກັບການພິມແຕ່ລະຄັ້ງ;

17. ສະຫຼຸບລາຍຮັບໂຄສະນາ, ການຈໍາໜ່າຍໜັງສືພິມ, ຈອງອ່ານຂ່າວອອນລາຍແລະໂຄສະນາຢູ່ໜ້າເວັບໄຊວຽງຈັນທາຍ, ຢູທູບ, ເຟສບຸກ ແລະ ຕິກຕ໋ອກ ຂອງໜັງສືພິມ ສົ່ງໃຫ້ຂັ້ນເທິງແຕ່ລະເດືອນຢ່າງເປັນປົກກະຕິ;

18. ຕິດຕາມ ແລະ ທວງເອົາໜີ້ຕ້ອງຮັບຈາກການໂຄສະນາ, ຈອງອ່ານຂ່າວຢູ່ຜະລິດຕະພັນສື່ຂອງໜັງສືພິມ;

19. ຄຸ້ມຄອງພະນັກງານ ແລະ ຕັດສິນວຽກງານຕ່າງໆພາຍໃນພະແນກຕົນຮັບຜິດຊອບ;

20. ຄຸ້ມຄອງຫ້ອງສະໝຸດ, ຫໍພິພິດຕະພັນ ເພື່ອກຳກັບດູແລຮັກສາປຶ້ມ, ເຄື່ອງຂອງທີ່ລະນືກ, ໜັງສືພິມ ແລະ ວາລະສານຕ່າງໆ ແລະ ໂຄງລ່າງພື້ນຖານທັງໝົດ ຂອງສຳນັກງານ;

21.ຮັບຜິດຊອບໂດຍຕົງຕໍ່ຫົວໜ້າບັນນາທິການກ່ຽວກັບຜົນສຳເລັດ ແລະ ຄວາມຂາດຕົກບົກຜ່ອນພາຍໃນພະແນກຂອງຕົນຮັບຜິດຊອບ;  

22. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ.


ໝວດທີ 5

ຫຼັກການ ແລະ ແບບແຜນວິທີເຮັດວຽກ


ມາດຕາ 14 ຫຼັກການ

1. ໜັງສືພິມພາສາຕ່າງປະເທດປະຕິບັດວຽກງານຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ປະຕິບັດລະບອບຫົວໜ້າດຽວ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນ;

2. ທຸກການເຄື່ອນໄຫວວຽກງານແມ່ນອີງໃສ່ລະບຽບກົດໝາຍ, ຫຼັກການລວມຂອງລັດຖະບານ, ນໍາເອົາແນວທາງນະໂຍບາຍຂອງ ພັກ-ລັດ ແລະ ນໍາເອົາແຜນການປະຈໍາປີ, ແຜນ 5 ປີຂອງຄະນະໂຄສະນາອົບຮົມສູນກາງພັກມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.


ມາດຕາ 15 ແບບແຜນວິທີເຮັດວຽກໜັງສືພິມພາສາຕ່າງປະເທດປະຕິບັດວຽກງານຕາມແບບແຜນວິທີດັ່ງນີ້:

1. ເຮັດວຽກແບບມີແຜນການ, ແຜນງານ ແລະ ໂຄງການລະອຽດ, ມີການປະສານງານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຢ່າງ ແໜ້ນແຟ້ນ, ແກ້ໄຂວຽກງານຢ່າງມີຈຸດສຸມ, ມີເປົ້າໝາຍໃນແຕ່ລະໄລຍະ;

2. ເຮັດວຽກມີການກວດກາ, ຕິດຕາມຊຸກຍູ້, ສົ່ງເສີມ, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຮັບ-ຜົນເສຍ;

3. ປະຕິບັດລະບອບປະຊຸມ, ສ່ອງແສງປະຈໍາທິດ, ລາຍງານປະຈໍາເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ ແລະ ກອງປະຊຸມວິຊາການຕ່າງໆ ເພື່ອຊຸກຍູ້ຕິດຕາມ ແລະ ກວດກາປະເມີນຜົນ, ເກັບກໍາສະພາບລວມໃນຂົງເຂດວຽກງານ ແລະ ລາຍງານໃຫ້ຂັ້ນເທິງ.


ໝວດທີ 6

ບົດບັນຍັດສຸດທ້າຍ


ມາດຕາ 16 ງົບປະມານ ແລະ ຕາປະທັບ

ໜັງສືພິມພາສາຕ່າງປະເທດ ມີງົບປະມານ ແລະ ມີຕາປະທັບ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ.


ມາດຕາ 17 ການຈັດຕັ້ງປະຕິບັດ

ໜັງສືພິມພາສາຕ່າງປະເທດ, ບັນດາກົມ, ທຽບເທົ່າກົມ, ຫ້ອງການສະພາທິດສະດີ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.


ມາດຕາ 18 ຜົນສັກສິດ


ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

                     

                                                                 

                                                                  ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ