ປະຫວັດ ທ່ານ ທອງລຸນ ສີສຸລິດ: Difference between revisions
(ໜ້າໃໝ່: ວັນເດືອນປີເກີດ: 10 ພະຈິກ 1945 ທີ່ ແຂວງຫົວພັນ, ສປປ ລາວ. ສົມລົດກັບ ທ່ານນາງ ນາລີ ສີສຸລິດ, ມີບຸດ 3 ຄົນ. ຮູ້ 3 ພາສາ: ພາສາລັດເຊຍ, ພາສາຫວຽດນາມ, ພາສາອັງກິດ. '''ການສຶກສາ:''' 1962 – 1969 - ອະນຸປະລິນຍາ, ວິທະຍ...) |
ລ (Protected "ປະຫວັດ ທ່ານ ທອງລຸນ ສີສຸລິດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ))) |
(ບໍ່ມີຄວາມແຕກຕ່າງ)
| |
ລຸ້ນແກ້ໄຂເກົ່າເມື່ອ 06:30, 16 ມີຖຸນາ 2025
ວັນເດືອນປີເກີດ: 10 ພະຈິກ 1945 ທີ່ ແຂວງຫົວພັນ, ສປປ ລາວ.
ສົມລົດກັບ ທ່ານນາງ ນາລີ ສີສຸລິດ, ມີບຸດ 3 ຄົນ.
ຮູ້ 3 ພາສາ: ພາສາລັດເຊຍ, ພາສາຫວຽດນາມ, ພາສາອັງກິດ.
ການສຶກສາ:
1962 – 1969 - ອະນຸປະລິນຍາ, ວິທະຍາໄລສ້າງຄູ ແນວລາວຮັກຊາດ, ແຂວງຫົວພັນ.
1973 – 1978 - ປະລິນຍາໂທ ວິຊາ ພາສາສາດ ແລະ ວັນນະຄະດີ, ສະຖາບັນສ້າງຄູ Gerzen, ເມືອງເຊັນປີເຕີສເບີກ, ອະດີດສະຫະພາບໂຊວຽດ.
1981 – 1984 - ປະລິນຍາເອກ ວິຊາ ປະຫວັດສາດການພົວພັນສາກົນ, ສະຖາບັນວິທະຍາສາດສັງຄົມ, ມົດສ໌ກູ, ອະດີດສະຫະພາບໂຊວຽດ.
ປະສົບການ:
1967 -1969 - ພະນັກງານອາວຸໂສ, ກົມສາມັນສຶກສາ, ແນວລາວຮັກຊາດ, ແຂວງຫົວພັນ.
1969 – 1973 - ພະນັກງານອາວຸໂສ, ຫ້ອງການຜູ້ຕາງໜ້າແນວລາວຮັກຊາດປະຈຳ ຮ່າໂນ້ຍ, ສສ. ຫວຽດນາມ.
1978 – 1979 - ອາຈານສອນທີ່ມະຫາວິທະຍາໄລວຽງຈັນ.
1979 – 1981 - ເລຂາລັດຖະມົນຕີວ່າການ ກະຊວງສຶກສາທິການ, ຫົວໜ້າພະແນກ ຮ່ວມມືສາກົນ, ກະຊວງສຶກສາທິການ.
1985 – 1986 - ຫົວໜ້າກົມຄົ້ນຄວ້າ, ສຳນັກງານ ນາຍົກລັດຖະມົນຕີ.
1987 – 1992 - ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ.
1993 – 1996 - ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
1997 – 2001 - ສະມາຊິກຄະນະປະຈຳ ສະພາແຫ່ງຊາດ, ປະທານຄະນະ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ.
2001 – 2006 - ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ ແລະ ການລົງທຶນ.
- ປະທານຄະນະກຳມະການຄຸ້ມຄອງການລົງທຶນ.
- ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ.
- ສະມາຊິກສະພາແຫ່ງຊາດ.
2006 – 2016 - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ.
ອົງການຈັດຕັ້ງທາງສັງຄົມ:
1993 – 2001 - ປະທານກຳມະການແຫ່ງຊາດ ຂອງໂຄງການບ້ານຊ່ວຍເຫລືອເດັກ SOS ລາວ.
1996 – 2001 - ສະມາຊິກສະພາສາກົນຂອງອົງການ SOS Kinderdorf International.
2001 - ປະທານກິດຕິມະສັກຂອງໂຄງການບ້ານຊ່ວຍເຫລືອເດັກ SOS ລາວ.