ຜູ້ໃຊ້:Moha: Difference between revisions

ຈາກ Laopedia
(ໜ້າໃໝ່: ກອງປະຊຸມພົບປະ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ສໍານັກງານຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງຣາຊະອານາຈັກໄທ         ວັນທີ 8 ຕຸລາ 2024 ກອງປະຊຸມພົບປະ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ສ...)
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 08:23, 23 ພຶດສະພາ 2025

ກອງປະຊຸມພົບປະ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ສໍານັກງານຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງຣາຊະອານາຈັກໄທ

        ວັນທີ 8 ຕຸລາ 2024 ກອງປະຊຸມພົບປະ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ສໍານັກງານຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນທີ່ກະຊວງພາຍໃນ ໂດຍການເປັນປະທານຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ປີຍະວັດ ສີວາຣັກ ເລຂາທິການຄະນະກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງຣາຊະອານາຈັກໄທ (ກພ), ມີຫົວໜ້າກົມ, ສະຖາບັນ, ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

        ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວໃນໄລຍະຜ່ານມາການພົວພັນຮ່ວມມືດ້ານຕ່າງ ລະຫວ່າງສອງປະເທດໄດ້ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງໃນດ້ານເສດຖະກິດ-ການຄ້າ, ການສຶກສາ, ການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງ ເວົ້າລວມ ເວົ້າສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ກໍ່ຄືວຽກງານຄຸ້ມຄອງ ແລະ ພັດທະນາລັດຖະກອນ ເຊິ່ງເປັນຮາກຖານສໍາຄັນໃນການພັດທະນາປະເທດ.ການຮ່ວມມືກັນໃນຄັ້ງນີ້ ບໍ່ພຽງແຕ່ຈະເປັນການແບ່ງປັນຄວາມຮູ້ ແລະ ເຕັກນິກວິຊາການດ້ານວຽກງານຄຸ້ມຄອງ ແລະ ພັດທະນາລັດຖະກອນ ແຕ່ຍັງເປັນການສົ່ງເສີມສາຍພົວພັນຮ່ວມມື ແລະ ມິດຕະພາບອັນດີ ລະຫວ່າງສອງປະເທດ ລາວ-ໄທ, ທັງຈະເປັນພື້ນຖານການຮ່ວມມືທີ່ໝັ້ນຄົງ ເຊິ່ງນໍາໄປສູ່ຜົນສໍາເລັດດ້ານວຽກງານຄຸ້ມຄອງລັດຖະກອນ ແລະ ວຽກງານອື່ນໆໃນອານາຄົດ.

        ໃນກອງປະຊຸມ ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນກ່ຽວກັບການຮ່າງແຜນ ດໍາເນີນງານການຮ່ວມມື 05 ປີ ໂດຍສະເພາະແມ່ນການສ້າງແຜນ ການຮ່ວມມືທີ່ຍືນຍົງ ໃນດ້ານການແລກປ່ຽນເຕັກນິກວິຊາການ, ການຝຶກອົບຮົມ, ການທັດສະນະສຶກສາ ແລະ ການຈັດກອງປະຊຸມສໍາມະນາວິຊາການ ໃນຫົວຂໍ້ຕ່າງໆ ເຮັດໃຫ້ລັດຖະກອນມີຄວາມຮູ້ຄວາມສາມາດ ເພື່ອເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ.