ປະເທດຫວຽດນາມ: Difference between revisions

ຈາກ Laopedia
(ສ້າງໜ້າໃໝ່)
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 08:17, 23 ພຶດສະພາ 2025

ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຫລື ປະເທດຫວຽດນາມ (ຫວຽດນາມ: Cộng hòa xã hội chủ nghĩa Việt Nam ກົ່ງ ຫວ່າ ສາ ໂຫ່ຍ ຈູ໋ ຫງຽ ຫວຽດ ນາມ) ແມ່ນປະເທດໃນອາຊີຕາເວັນອອກສຽງໃຕ້ ຢູ່ຕາເວັນອອກສຸດຂອງແຫຼມອິນດູຈີນ ທາງທິດຕາເວັນຕົກ ມີພົມແດນຕິດປະເທດຈີນ ລາວ ແລະກໍາປູເຈຍ ແລະທາງທິດຕາເວັນອອກແລະໃຕ້ ມີພົມແດນຕິດອ່າວຕົງຈິງ ທະເລຈີນໃຕ້ ແລະອ່າວໄທ. ມີປະຊາກອນປະມານ 100.3 ລ້ານຄົນໃນ ຄ.ສ. 2023 ເຊິ່ງມີປະຊາກອນຫຼາຍທີ່ສຸດເປັນອັນດັບ 16 ຂອງໂລກແລະຫຼາຍປັນອັນດັບ 10 ຂອງອາຊີ. ນະຄອນຫຼວງມີຊື່ວ່າຮ່າໂນ້ຍ ເຊິ່ງແຕ່ງຕັ້ງໃຫ້ເປັນນະຄອນຫຼວງ ຕັ້ງແຕ່ຫວຽດນາມເໜືອແລະໃຕ້ໂຮມກັນໃນ ຄ.ສ. 1976. ເມືອງໃຫຍ່ສຸດໃນປະເທດແມ່ນເມືອງໂຮ່ຈິມິນ.

ທາງເໜືອຂອງປະເທດເຄີຍເປັນສ່ວນນຶ່ງຂອງຈັກກະວັດຈີນກວ່າພັນປີ ຕັ້ງແຕ່ 111 ປີກ່ອນຄະລິດສະສັກກະຫຼາດເຖິງ ຄ.ສ. 938. ລັດຕົ້ນເດີມຂອງຫວຽດນາມກໍ່ຕັ້ງຂຶ້ນເມື່ອປະມານປີ 938 ຫຼັງຫວຽດນາມຜາບແພ້ຈີນໃນສົງຄາມທາງເຮືອຢູ່ແມ່ນ້ຳບັ່ກດັງ. ຈາກນັ້ນ ຫວຽດນາມແລະຈັກກະພັດຫວຽດນາມກໍຈະເລີນຮຸ່ງເຮືອງແລະເລີ່ມແຜ່ຜາຍອິດທິພົນເຂົ້າໄປໃນອາຊີອາຄະເນ, ແຕ່ພໍເຖິງໄລຍະກາງສະຕະວັດທີ 19 ຫວຽດນາມກໍຕົກເປັນອິນດູຈີນຂອງຝະລັ່ງ.

ຫຼັງການຍຶດຄອງຂອງຍີ່ປຸ່ນໃນ ຄ.ສ. 1940 ຫວຽດນາມສູ້ຮົບກັບຝະລັ່ງໃນສົງຄາມອິນດູຈີນຄັ້ງທີນຶ່ງ ເມື່ອວັນທີ 2 ກັນຍາ ໂຮ່ຈິມິນປ່າວຮ້ອງການແຕ່ງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ. ໃນປີ ຄ.ສ. 1954 ຫວຽດນາມຜາບແພ້ຝະລັ່ງຢ່າງເດັດຂາດໃນການຮົບຢູ່ດຽນບຽນຟູ ແລະເຮັດໃຫ້ຫວຽດນາມແຍກເປັນສອງປະເທດ ແມ່ນ ຫວຽດນາມເໜືອ (ສາທາລະນະລັດປະຊາທິປະໄຕຫວຽດນາມ) ແລະ ຫວຽດນາມໃຕ້ (ສາທາລະນະລັດຫວຽດນາມ). ຕໍ່ມາຄວາມຂັດແຍ້ງລະຫວ່າງ 2 ປະເທດຕື່ມຄວາມຮຸນແຮງຈົນກາຍເປັນສົງຄາມຫວຽດນາມຕັ້ງແຕ່ ຄ.ສ. 1955-1975