ກົມຄົ້ນຄວ້າສັງລວມ ຫສປທ: Difference between revisions

ຈາກ Laopedia
(ໜ້າໃໝ່: ແມ່ນໜຶ່ງໃນໂຄງປະກອບກົງຈັກການຈັດຕັ້ງຂອງຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ມີພາລະ ບົດບາດເປັນເສນາທິການໃຫ້ແກ່ ຫສປທ ໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າສັງລວມ, ຂໍ້ມູນຂ່າວສ...)
 
(Protected "ກົມຄົ້ນຄວ້າສັງລວມ ຫສປທ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 

Latest revision as of 05:46, 19 ກັນຍາ 2024

ແມ່ນໜຶ່ງໃນໂຄງປະກອບກົງຈັກການຈັດຕັ້ງຂອງຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ມີພາລະ ບົດບາດເປັນເສນາທິການໃຫ້ແກ່ ຫສປທ ໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າສັງລວມ, ຂໍ້ມູນຂ່າວສານ ແລະ ຍ້ອງຍໍ

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

ກົມຄົ້ນຄວ້າສັງລວມ ມີໜ້າທີ່ ດັ່ງນີ້:

1. ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ, ລັດຖະບັນຍັດ, ດຳລັດ ແລະ ນິຕິກຳອື່ນ;

2. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດ ກ່ຽວກັບວຽກງານ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງກົມ;

3. ຄົ້ນຄວ້າຜັນຂະຫຍາຍແຜນການ, ແຜນງານ ແລະ ໂຄງການ ຂອງ ຫສປທ ເປັນແຜນການປະຈຳເດືອນ, 6 ເດືອນ ແລະ ປະຈຳປີ ຂອງກົມ ພ້ອມທັງ ຈັດຕັ້ງປະຕິບັດ;

4. ເປັນເສນາທິການໃຫ້ການນໍາໃນການຄົ້ນຄວ້າ, ຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ ແລະ ລະບຽບການຂອງລັດ; ຕິດຕາມ, ກວດກາ ແລະ ລາຍງານສະພາບການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ ແລະ ລະບຽບການຂອງລັດ ຂອງບັນດາອົງການຈັດຕັ້ງ ຂັ້ນສູນກາງ ແລະ ທ້ອງຖິ່ນ;

5. ຄົ້ນຄວ້າ, ກວດກາ ແລະ ກະກຽມເອກະສານໃນນາມ ປະທານປະເທດ ສະເໜີເລືອກຕັ້ງ ຫຼື ປົດຕຳແໜ່ງ ນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການ ສໍ້ລາດບັງຫຼວງຂຶ້ນສູນກາງ ລາຍງານຫົວໜ້າ ຫສປທ;

6. ຄົ້ນຄວ້າ, ກວດກາ ມະຕິບໍ່ໄວ້ວາງໃຈຂອງສະພາແຫ່ງຊາດຕໍ່ສະມາຊິກລັດຖະບານ ທ່ານໃດໜຶ່ງ ຫຼື ທັງ ໝົດຄະນະ ລາຍງານຄະນະນໍາ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ;

7. ຄົ້ນຄວ້າ, ກວດກາການສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ຫຼື ອອກພັກຜ່ອນຮັບບຳນານຂອງ ສະມາຊິກລັດຖະບານ, ຫົວໜ້າ ແລະ ຮອງຫົວໜ້າ ຫສປທ, ຮອງປະທານສານປະຊາຊົນສູງສຸດ, ຮອງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານທະຫານຂັ້ນສູງ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ, ຮອງປະທານອົງການກວດສອບແຫ່ງລັດ, ຮອງປະທານອົງການກວາກາແຫ່ງລັດ, ຮອງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ການສະເໜີເລື່ອນຊັ້ນ ແລະ ປົດຊັ້ນນາຍພົນ ໃນກໍາລັງປະກອບອາວຸດ ລາຍງານຫົວໜ້າ ຫສປທ ເພື່ອນໍສະເໜີ ປະທານປະເທດ ພິຈາລະນາ;

8. ຄົ້ນຄວ້າ, ກວດກາ ການສະເໜີແຕ່ງຕັ້ງຄະນະກຳມະການລະດັບຊາດ, ປະກາດການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ, ວັນເລືອກຕັ້ງ, ຈໍານວນຜູ້ສະໝັກຮັບເລືອກຕັ້ງ, ຈໍານວນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນແຕ່ລະເຂດເລືອກຕັ້ງຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ແລ້ວລາຍງານຫົວໜ້າ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ;

9. ຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ແລະ ທິດທາງແຜນການ ປະຈໍາເດືອນ, 6 ເດືອນ, 1 ປີ ແລະ 5 ປີ ຂອງ ຫສປທ

10. ຄົ້ນຄວ້າ, ກວດກາ ການສະເໜີປະດັບຫຼຽນຄໍາແຫ່ງຊາດ, ຫຼຽນໂພໄຊລ້ານຊ້າງ, ຫຼຽນກຽດຕິຄຸນ, ຫຼຽນ ໄຊ ແລະ ຫຼຽນນາມມະຍົດ ລາຍງານຫົວໜ້າ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ;

11. ຄົ້ນຄວ້າການສະເໜີ ກ່ຽວກັບການລະດົມພົນທົ່ວໄປ ຫຼື ເປັນພາກສ່ວນ; ການປະກາດພາວະສຸກເສີນໃນທົ່ວປະເທດ ຫຼື ບາງທ້ອງຖິ່ນ ລາຍງານຫົວໜ້າ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ;

12. ກະກຽມເນື້ອໃນ ແລະ ຕິດຕາມການເຄື່ອນໄຫວວຽກງານຂອງ ປະທານປະເທດ, ຮອງປະທານປະເທດ ແລະ ການເຄື່ອນໄຫວວຽກງານ ຂອງຄະນະນໍາ ຫສປທ ຢູ່ພາຍໃນປະເທດ;

13. ສໍາເນົາ, ເກັບມ້ຽນເອກະສານ ລັດຖະດໍາລັດ, ສານແຕ່ງຕັ້ງ-ຮຽກກັບ ເອກອັກຄະລັດຖະທູດ, ບົດຄວາມ ເຫັນ, ບົດສູນທອນພົດ, ບົດອວຍພອນ ແລະ ນິຕິກຳອື່ນໆ;

14. ເກັບກຳ, ສັງລວມ ຂໍ້ມູນຂ່າວສານ ປະຈໍາເດືອນ, ສະພາບພົ້ນເດັ່ນ ຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ;

15. ຄົ້ນຄວ້າ ແລະ ລາຍງານຄະນະນໍາ ຫສປທ ເພື່ອນໍາສະເໜີ ປະທານປະເທດ ພິຈາລະນາ ກ່ຽວກັບບົດລາຍ ງານ, ການສະເໜີຂອງອົງການກວດກາແຫ່ງລັດ, ອົງການກາແດງແຫ່ງຊາດລາວ, ສະຫະພັນນັກຮົບເກົ່າ ລາວ ແລະ ອົງການຈັດຕັ້ງອື່ນ;

16. ປະສານສົມທົບກັບກົມກົດໝາຍ ຫສປທ ກະກຽມໃຫ້ ປະທານປະເທດ ຮຽກໂຮມ ແລະ ຈັດກອງ ປະຊຸມພິເສດຂອງລັດຖະບານ; ກະກຽມໃຫ້ປະທານປະເທດ, ຮອງປະທານປະເທດ ເຂົ້າຮ່ວມກອງປະຊຸມ ສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ;

17. ປະສານສົມທົບກັບບັນດາກະຊວງ-ອົງການ ແລະທ້ອງຖິ່ນ ເພື່ອເກັບກຳຄົ້ນຄວ້າ, ວິເຄາະຂໍ້ມູນຂ່າວສານ, ສະພາບການ ຫຼື ບັນຫາໃດໜຶ່ງ, ສະເໜີຄວາມຄິດຄວາມເຫັນວິທີການແກ້ໄຂ ເພື່ອລາຍງານການນໍາ ໃຫ້ ທັນການ, ຖືກຕ້ອງ ແລະ ຊັດເຈນ;

18. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມບົດສູນທອນພົດ, ຄໍາປາໄສ, ບົດຄວາມເຫັນ ແລະ ບົດຕອບສໍາພາດ ຂອງ ປະທານປະເທດ, ຮອງປະທານປະເທດ, ຄະນະນໍາ ຫສປທ ເພື່ອກ່າວໃນໂອກາດ ສໍາຄັນຕ່າງໆ ຢູ່ພາຍໃນປະເທດ;

19. ຈັດຝຶກອົບຮົມ, ຖອດຖອນບົດຮຽນທາງດ້ານວິຊາການ ກ່ຽວກັບການເຮັດໜ້າທີ່ເປັນເສນາທິການທາງດ້ານເນື້ອໃນ ໃຫ້ພະນັກງານວິຊາການໃນແຕ່ລະໄລຍະ ເພື່ອຍົກສູງຄຸນນະພາບວຽກງານ;

20. ຄົ້ນຄວ້າ ແລະ ສະເໜີແຜນບຳລຸງ, ກໍ່ສ້າງ ບຸກຄະລາກອນພາຍໃນກົມ ໄລຍະສັ້ນ ແລະ ໄລຍະຍາວ;

21. ຄົ້ນຄວ້າ, ພັດທະນາ, ຄຸ້ມຄອງລະບົບຂໍ້ມູນຂ່າວສານເຕັກໂນໂລຊີ, ເວັບໄຊ ແລະ ລະບົບຫ້ອງການທັນສະໄໝ;

22. ຕິດຕາມ, ເກັບກຳ, ບັນທຶກພາບ, ຂຽນຂ່າວກ່ຽວກັບການເຄື່ອນໄຫວຂອງການນໍາຂັ້ນສູງ ແລະ ຂອງ ຫສປທ ລົງທາງເວັບໄຊ ແລະ ສື່ສິ່ງພິມຕ່າງໆ;

23. ຄຸ້ມຄອງການນໍາໃຊ້ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ຫ້ອງວາງສະແດງມູນເຊື້ອ, ຫ້ອງສະໝຸດຂອງ ຫສປທ;

24. ປະສານສົມທົບກັບບັນດາກົມພາຍໃນ ຫສປທ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ;

25. ຄຸ້ມຄອງ, ນໍາພາວຽກງານການເມືອງ-ແນວຄິດ ຂອງພະນັກງານ-ລັດຖະກອນ ຢູ່ໃນຂອບເຂດທີ່ກົມຮັບຜິດຊອບ, ຮັບປະກັນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ;

26. ຂຶ້ນແຜນຄວາມຕ້ອງການງົບປະມານ ແລະ ອຸປະກອນ-ເຄື່ອງໃຊ້ຫ້ອງການ ແລະ ອື່ນໆ

27. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານຂອງຕົນ ປະຈຳເດືອນ, 6 ເດືອນ ແລະ ປະຈໍາປີ ໃຫ້ ຫົວໜ້າ ຫສປທ ເພື່ອຊາບ ແລະ ຊີ້ນໍາ;

28. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງ ຄະນະນໍາ ຫສປທ.

ຂອບເຂດສິດ

ກົມຄົ້ນຄວ້າສັງລວມ ມີສິດ ດັ່ງນີ້:

1. ລາຍງານ, ສະເໜີຄໍາເຫັນ ແລະ ຂໍທິດຊີ້ນໍາຕໍ່ ຄະນະນໍາ ຫສປທ ກ່ຽວກັບວຽກງານຂອງກົມ ຫຼື ການມອບໝາຍຂອງຂັ້ນເທິງ;

2. ເຂົ້າຮ່ວມກອງປະຊຸມ, ສໍາມະນາ ຂອງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງອື່ນຕາມການເຊື້ອເຊີນ ຫຼື ຕາມການມອບໝາຍຂອງຂຶ້ນເທິງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ;

3. ເຂົ້າຮ່ວມກອງປະຊຸມ, ພິທີປະດັບຫຼຽນ ທັງພາຍໃນ ແລະ ຕ່າງປະເທດ; ເປັນອະນຸກຳມະການວຽກງານ ແຂ່ງຂັນ-ຍ້ອງຍໍໃນບັ້ນຕ່າງໆ;

4. ສະເໜີໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ລາຍງານສະພາບພົ້ນເດັ່ນ, ບົດສະຫຼຸບເດືອນ ແລະ ຂໍ້ມູນທີ່ ຈໍາເປັນຕ່າງໆ ເພື່ອລາຍງານໃຫ້ຄະນະນໍາ ຫສປທ;

5. ປະສານສົມທົບ ກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ເພື່ອລົງເກັບກຳຂໍ້ມູນ, ຕົວເລກສະຖິຕິໃນ ຂົງເຂດວຽກງານຕ່າງໆ ເພື່ອສະຫຼຸບລາຍງານຂັ້ນເທິງ;

6. ປະສານສົມທົບກັບຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄະນະ ເລຂາທິການສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການ ກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ກະຊວງ ແລະ ອົງການທຽບເທົ່າ, ອົງການກາແດງແຫ່ງຊາດລາວ, ອົງການປົກຄອງແຂວງ, ນະຄອນຫຼວງ ເພື່ອໃຫ້ສະໜອງຂໍ້ມູນທີ່ຕ້ອງການ;

7. ພົວພັນປະສານສົມທົບວຽກງານກັບກົມອື່ນໆພາຍໃນ ຫສປທ;

8. ສະເໜີ, ອະນຸມັດໃຫ້ລັດຖະກອນພາຍໃນກົມ ໄປເຄື່ອນໄຫວ, ໄປຍົກລະດັບຕາມແຜນການ, ຕາມແຈ້ງ ການຂອງຂັ້ນເທິງ ແລະ ການລາພັກຕາມກົດໝາຍ;

9. ຕິດຕາມ, ກວດກາ ແລະປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນພາຍໃນກົມ;

10 . ສະເໜີສ້າງຕັ້ງ, ປັບປຸງ ຫຼື ຍຸບເລີກກົງຈັກຊ່ວຍວຽກ ທີ່ຂຶ້ນກັບກົມຄົ້ນຄວ້າສັງລວມ;

11. ສະເໜີແຕ່ງຕັ້ງ, ຊັບຊ້ອນ, ຍົກຍ້າຍ, ປ່າລຸງ, ກໍ່ສ້າງ, ຍ້ອງຍໍ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ;

12. ປະຕິບັດສິດອື່ນໆຕາມການມອບໝາຍຂອງ ຄະນະນໍາ ຫສປທ.

ໂຄງປະກອບກົງຈັກ

ກົມຄົ້ນຄວ້າສັງລວມ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

1. ພະແນກຄົ້ນຄວ້າສັງລວມ;

2. ພະແນກຂໍ້ມູນ ແລະ ສໍາເນົາເອກະສານ;

3. ພະແນກຍ້ອງຍໍ.


ແຫຼ່ງທີ່ມາ: http://po.gov.la/