ຫໍພະແກ້ວ: Difference between revisions
(ໜ້າໃໝ່: thumb|ຫໍພະແກ້ວ ຫໍພະແກ້ວ ຕັ້ງຢູ່ເຂດ ບ້ານຊຽງຍືນ, ເມືອງຈັນທະບູລີ, ກົງກັນຂ້າມກັບ ວັດສີສະເກດ ແລະ ໄກ້ກັບພະຣາຊະວັງເກົ່າ (ຫໍຄຳ) ເຊິ່ງປະຈຸບັນເປັ...) |
(ບໍ່ມີຄວາມແຕກຕ່າງ)
|
ລຸ້ນແກ້ໄຂເກົ່າເມື່ອ 07:58, 30 ພະຈິກ 2023
ຫໍພະແກ້ວ ຕັ້ງຢູ່ເຂດ ບ້ານຊຽງຍືນ, ເມືອງຈັນທະບູລີ, ກົງກັນຂ້າມກັບ ວັດສີສະເກດ ແລະ ໄກ້ກັບພະຣາຊະວັງເກົ່າ (ຫໍຄຳ) ເຊິ່ງປະຈຸບັນເປັນສຳນັກງານປະທານປະເທດ. ສະໄໝກ່ອນ ຫໍພຣະແກ້ວ ຕັ້ງຢູ່ພາຍໃນວັດເກົ່າແກ່ໃນເຂດພຣະຣາຊະວັງ ຖືກສ້າງຂຶ້ນໂດຍພະເຈົ້າໄຊຍະເຊດຖາທິລາຊ ໃນລະຫວ່າງປີ ຄສ 1565-1779 ເຊິ່ງເປັນບ່ອນປະດິດສະຖານຂອງ “ພຣະແກ້ວມໍຣະກົດ” ເຖິງແມ່ນວ່າໃນປະຈຸບັນຈະບໍ່ມີພະແກ້ວມໍຣະກົດແລ້ວ ອັນເນື່ອງມາຈາກເຫດການທາງປະຫວັດສາດທີ່ຜ່ານມາ, ແຕ່ຫໍພະແກ້ວກໍຍັງຄົງເປັນທີສັກກະລະບູຊາຂອງຊາວລາວ ຍ້ອນເປັນແຫລ່ງຮວບຮວມວັດຖຸບູຮານອັນສຳຄັນ ແລະ ລ້ຳຄ່າເປັນຕົ້ນແມ່ນ ພະພຸດທະຮູບປາງຕ່າງໆ ທີ່ຫລໍ່ຈາກທອງແດງ, ສີລາຈາກລຶກ ແລະ ອື່ນໆເມື່ອຍ່າງເລາະຊົມບໍລິເວນພາຍໃນສະຖາປັດຕະຍະກຳອັນສວຍງາມນີ້ ທ່ານຈະຮູ້ສຶກໄດ້ເຖິງຄວາມສະຫງົບຮົ່ມເຢັນທີ່ແຕກຕ່າງຈາກບ່ອນອື່ນໆ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=1