ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ: Difference between revisions

ຈາກ Laopedia
(ໜ້າໃໝ່: thumb ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແມ່ນການຈັດຕັ້ງໜຶ່ງທີ່ບໍ່ປະຈຳການ, ໄດ້ສ້າງຕັ້ງຂື້ນໃນປີ 2005 ແລະ ເລີ່ມປະຕິບ...)
 
(Protected "ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 07:32, 18 ພຶດສະພາ 2024

ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແມ່ນການຈັດຕັ້ງໜຶ່ງທີ່ບໍ່ປະຈຳການ, ໄດ້ສ້າງຕັ້ງຂື້ນໃນປີ 2005 ແລະ ເລີ່ມປະຕິບັດງານກາງປີ 2006 ມີພາລະບົດບາດເປັນເສນາທີການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກ, ເປັນຄະນະຊີ້ນຳວຽກງານ, ບໍລິຫານຄຸ້ມຄອງ, ກວດກາວຽກງານ ແລະ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ.

ເປົ້າໝາຍລວມຂອງ ຄຊກລ ແມ່ນເພື່ອໃຫ້ປະຊາຊົນທັງໝົດໃນລາວ ສາມາດດຳລົງຊີວິດຢ່າງປອດໄພຈາກໄພຂົ່ມຂູ່ຂອງລະເບີດບໍ່ທັນແຕກ, ຊ່ວຍສົ່ງເສີມການພັດທະນາປະເທດຊາດ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ກັບຄືນສູ່ສັງຄົມ ແລະ ຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າຢ່າງທົ່ວເຖິງ.

ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ, ຖ້າຄິດໄລ່ຕໍ່ຫົວຄົນ. ຈາກການຖີ້ມລະເບີດໃນໄລຍະສົງຄາມອິນໂດຈີນ ແຕ່ປີ 1964 – 1973, ລະເບີດຫຼາຍກວ່າ 2 ລ້ານໂຕນ ແລະ ຄາດວ່າ 30% ທີ່ຍັງບໍ່ທັນແຕກ.

ສະພາບການໃນປະຈຸບັນແມ່ນ 18 ແຂວງຂອງປະເທດ ແລະ ປະມານ 25% ຂອງບ້ານໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ໃນລະດັບທີ່ແຕກຕ່າງກັນ. ມໍລະດົກຂອງພວກເຂົາໜຶ່ງແມ່ນການເສຍຊີວິດ ແລະ ການບາດເຈັບຢ່າງຕໍ່ເນື່ອງ, ຊຸມຊົນຄົນພິການ ແລະ ຂັດຂວາງການພັດທະນາເສດຖະກິດ - ສັງຄົມ. ເປັນທີ່ໂສກເສົ້າ, ອຸປະຕິເຫດຈາກລະເບີດບໍ່ທັນແຕກ ຍັງມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດປະມານ 300 ຄົນໃນແຕ່ລະປີ.

ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ປະຈຸບັນມີອາຍຸເກີນ 28 ປີ ແລະ ກ້າວຂຶ້ນສູ່ລະດັບເຂັ້ມແຂງໃນແຕ່ລະປີ. ເຄືອຂ່າຍທີ່ເຂັ້ມແຂງຂອງລັດຖະບານ, ການສະໜັບສະໜູນຂອງສາກົນ ແລະ ອົງການປະຕິບັດງານ ຍັງສືບຕໍ່ໃຫ້ການສະໜັບສະໜູນສຸມໃສ່ຂົງເຂດຂອງການກວດກູ້, ການສຶກສາຄວາມສ່ຽງ, ການຊ່ວຍເຫຼືອຜູ້ເຄາະຮ້າຍເປັນສຳຄັນ ແລະ ການຄຸ້ມຄອງຄຸນນະພາບ, ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຂີດຄວາມສາມາດນັບມື້ນັບຫຼາຍຂື້ນ. ການເປັນຄູ່ຮ່ວມງານທີ່ເຂັ້ນແຂງ ແລະ ຫ້າວຫັນກັບຫຼາຍພາກສ່ວນເຮັດໃຫ້ທຸກຄົນເຫັນປະເທດລາວມີຄວາມກ້າວໜ້າທີ່ດີໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ, ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍໃນຕໍ່ໜ້າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ.

ແຫຼ່ງທີ່ມາ: http://www.nra.gov.la/