ວັດ​ສີ​ພົມ: Difference between revisions

ຈາກ Laopedia
(ໜ້າໃໝ່: thumb ວັດສີພົມເປັນວັດໜຶ່ງທີ່ສຳຄັນ ໃນນະຄອນເມືອງພວນ, ມີສີສັນທີ່ສວຍສົດງົດງາມ ແລະ ໜ້າອັດສະຈັນ ກ່ອນໝູ່ໝົດ ຍ້ອນເຈົ້າລ້ານຄຳກອງ ໄດ້ສະເດັດໄປເມືອງຊົວ (ເມືອງຫຼວງພະ...)
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 07:51, 30 ພະຈິກ 2023

ຮູບ:ວັດ​ສີ​ພົມ.jpg

ວັດສີພົມເປັນວັດໜຶ່ງທີ່ສຳຄັນ ໃນນະຄອນເມືອງພວນ, ມີສີສັນທີ່ສວຍສົດງົດງາມ ແລະ ໜ້າອັດສະຈັນ ກ່ອນໝູ່ໝົດ ຍ້ອນເຈົ້າລ້ານຄຳກອງ ໄດ້ສະເດັດໄປເມືອງຊົວ (ເມືອງຫຼວງພະບາງໃນປະຈຸບັນ) ເພື່ອຊອກຫາຜູ້ມີຄວາມຮູ້ ແລະ ຄວາມຊຳນານ ໃນການກໍ່ສ້າງໂຮງຫໍ ແລະ ວັດວາອາຣາມ, ພະອົງຈຶ່ງໄດ້ພົບກັບ ອາຈານທຳມະຄາຖາເປັນຜູ້ທີ່ມີຝີມືດີເດັນ. ດັ່ງນັ້ນ, ພະອົງຈຶ່ງໄດ້ນຳເອົາອາຈານທຳມະຄາຖາ ມາສ້າງວັດດັ່ງກ່າວ ໃນປີ ຄສ 1390, ຈສ 752. ຕ່ໍ່ມາວັດສີພົມກໍ່ ຖືກທຳລາຍຄືກັບທາດຝຸ່ນ ແລະ ວັດເພຍວັດ. ແຕ່ມາຮອດປະຈຸບັນ ປະຊາຊົນໄດ້ພ້ອມກັນປັບປຸງປົວແປງໃຫ້ດີຂຶ້ນ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=9