ຄະນະພົວພັນຕ່າງປະເທດສູນກາງພັກ: Difference between revisions

ຈາກ Laopedia
(ໜ້າໃໝ່: ຄະນະພົວພັນຕ່າງປະເທດສູນກາງພັກ ຂຽນຫຍໍ້ ວ່າ "ຄຕພ" ເປັນອົງການຈັດຕັ້ງໜຶ່ງຂອງພັກຂຶ້ນກັບຄະນະບໍລິຫານງານສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກຂັ້ນສູນກາງ; ມີພາລະບົດບາດເປັນເສນາທິກ...)
 
(Protected "ຄະນະພົວພັນຕ່າງປະເທດສູນກາງພັກ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 

Latest revision as of 00:11, 23 ເມສາ 2024

ຄະນະພົວພັນຕ່າງປະເທດສູນກາງພັກ ຂຽນຫຍໍ້ ວ່າ "ຄຕພ" ເປັນອົງການຈັດຕັ້ງໜຶ່ງຂອງພັກຂຶ້ນກັບຄະນະບໍລິຫານງານສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກຂັ້ນສູນກາງ; ມີພາລະບົດບາດເປັນເສນາທິການໂດຍກົງ ໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຄົ້ນຄວ້າແຜນຍຸດທະສາດ, ແນວທາງນະໂຍບາຍການພົວພັນຕ່າງປະເທດຂອງພັກ; ຕາງໜ້າສູນກາງພັກ ໃນການພົວພັນ-ຮ່ວມມືກັບພັກການເມືອງຂອງຕ່າງປະເທດ ໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ ຕາມການມອບໝາຍ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ພ້ອມທັງເປັນເຈົ້າການຊີ້ນຳ, ຄຸ້ມຄອງການເຄື່ອນໄຫວວຽກງານພົວພັນຕ່າງປະເທດ ຂອງອົງການຈັດຕັ້ງພັກ ແລະ ການທູດປະຊາຊົນ ໃຫ້ມີຄວາມເປັນເອກະພາບ ໂດຍຜ່ານປະຕູດຽວ.

ແຫຼ່ງທີ່ມາ: https://www.cerccp.org.la/