ຫ້ອງວ່າການສຳນັກງານປະທານປະເທດ

ຈາກ Laopedia


ຫ້ອງວ່າການສໍານັກງານປະທານປະເທດ ຂຽນຫຍໍ້ “ຫສປທ”, ຂຽນເປັນພາສາອັງກິດ President's Office "PO" ເປັນອົງການຊ່ວຍວຽກຂອງ ປະທານປະເທດ, ຮອງປະທານປະເທດ; ແມ່ນອົງການຈັດຕັ້ງ ໜຶ່ງຂອງລັດຂັ້ນສູນກາງ, ມີຖານະທຽບເທົ່າກະຊວງ, ອົງການຂັ້ນສູນກາງ; ມີພາລະບົດບາດເປັນເສນາທິການ ໃນການຄົ້ນຄວ້າສັງລວມ ແລະ ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການກະກຽມ ແລະ ບໍລິຫານໃຫ້ແກ່ການເຄື່ອນໄຫວວຽກງານຂອງ ປະທານປະເທດ, ຮອງປະທານປະເທດ ຢູ່ທັງພາຍໃນ ແລະ ຕ່າງປະເທດ ໃນການປະຕິບັດສິດ ແລະ ໜ້າທີ່ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ

ປະຫວັດ

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂື້ນຢ່າງສະຫງ່າຜ່າເຜີຍ ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ມີມະຕິຕົກລົງສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສ້າງສະພາປະຊາຊົນສູງສຸດ, ເລືອກຕັ້ງປະທານປະເທດ ແລະ ສ້າງຕັ້ງສະພາລັດຖະມົນຕີຂື້ນ

  • ວັນທີ 2 ທັນວາ 1975 ດ້ວຍຄຸນງາມຄວາມດີ ແລະ ຜົນງານອັນຫຍິ່ງໃຫຍ່ກອງປະຊຸມໄດ້ເລືອກຕັ້ງ ທ່ານ ສຸພານຸວົງ. ກຳມະການກົມການເມືອງສູນກາງພັກ ເປັນປະທານປະເທດ, ເລືອກຕັ້ງເປັນປະທານສະພາປະຊາຊົນສູງສຸດ ແລະ ທັງເປັນປະທານແນວລາວຮັກຊາດ, ຍ້ອນຄວາມຮັກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່ຕ້ອງມີສະຖານທີ່ຮັບແຂກຂອງ ປະທານປະເທດ.
  • ມາຮອດປີ 1976 ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຮັບການສ້າງຕັ້ງຂື້ນ, ຕໍ່ມາໄລຍະຫນຶ່ງໄດ້ໂຮມເຂົ້າກັບ ສະພາປະຊາຊົນສູງສຸດ ໜ້າທີ່ຂອງຫ້ອງວ່າການສໍານັກງານປະທານປະເທດ ຮັບຜິດຊອບກຽມພິທີຕ້ອນຮັບແຂກຕ່າງປະເທດ ມາຢ້ຽມຢາມ, ປົກປັກຮັກສາ ຫໍຄໍາ ແລະ ເບິ່ງຊີວິດການເປັນຢູ່ຂອງຄອບຄົວປະທານປະເທດ,
  • ຮອດປີ 1982 ຈຶ່ງໄດ້ແຍກອອກຈາກສະພາປະຊາຊົນສູງສຸດ ມາເປັນຫ້ອງວ່າການສໍານັກງານປະທານປະເທດ ຄືເກົ່າ;
  • ຮອດເດືອນ 07 ປີ 1992 ໄດ້ໂຮມເຂົ້າກັບຫ້ອງວ່າການສູນກາງພັກ ຊຶ່ງໄລຍະນັ້ນແມ່ນ ທ່ານ ໄກສອນ ພົມວິຫານ, ເລຂາທິການໃຫຍ່ສູນກາງພັກປະຊາຊົນປະຕິວັດລາວ ຄວຍຕຳແໜ່ງເປັນປະທານປະເທດ; ໜ້າທີ່ຕົ້ນຕໍຂອງຫ້ອງວ່າການສໍາ ນັກງານປະທານປະເທດ ກຽມສະຖານທີ່ຮັບແຂກໃຫ້ປະທານປະເທດ, ປົກປັກຮັກສາ ແລະ ບຸລະນະ ຫໍຄໍາ ແລະ ຮັບຜິດຊອບ ເບິ່ງແຍງສຸຂະພາບ, ຊີວິດການເປັນຢູ່ຂອງຄອບຄົວປະທານປະເທດ.
  • ເລີ່ມແຕ່ຫ້ອງວ່າການສໍານັກງານປະທານປະເທດ ປີ 1976 ເຖິງ 1991, ຜູ້ເປັນຫົວໜ້າຫ້ອງວ່າການມີຖານະຕໍາແໜ່ງ ທຽບເທົ່າລັດຖະມົນຕີຊ່ວຍວ່າການ; ສະເພາະປີ 1991-1993 ແມ່ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ຄວບຕຳແໜ່ງເປັນ 03 ຫົວໜ້າຫ້ອງການ ຄື: ຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຫົວ- ໜ້າຫ້ອງວ່າການສໍານັກງານປະທານປະເທດ.
  • ຮອດເດືອນ 08 ປີ 1993 ຫ້ອງວ່າການສໍານັກງານປະທານປະເທດ ຈຶ່ງໄດ້ແຍກອອກຈາກຫ້ອງວ່າການສູນກາງພັກ ເອີ້ນວ່າ ຫ້ອງວ່າການສໍານັກງານປະທານປະເທດ, ແຕ່ງຕັ້ງທ່ານ ທອງດຳ ຈັນທະພອນ ເປັນຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 66/ສປປ ລົງວັນທີ 12/08/1993 ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 76/ສປປ ລົງວັນທີ 09/10/1993 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງວ່າການປະທານປະເທດ; ຊຶ່ງເປັນລັດຖະດຳລັດຂອງປະທານປະເທດສະບັບທຳອິດທີ່ໄດ້ກຳນົດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສໍານັກງານປະທານປະເທດ. ໄລຍະນີ້ແມ່ນທ່ານ ໜູຮັກ ພູມສະຫວັນ, ກໍາມະການກົມການເມືອງສູນກາງພັກ ເປັນປະທານປະເທດ.
  • ຜ່ານການຈັດຕັ້ງປະຕິບັດລັດຖະດຳລັດສະບັບເລກທີ 76/ສປປ ລົງວັນທີ 09/10/1993 ເຖິງປີ 1998 ຈຶ່ງໄດ້ຮັບການປັບປຸງຄືນໃໝ່ຕາມດຳລັດ 71/ສປປ ລົງວັນທີ 31/08/1998 ໂດຍແມ່ນ ທ່ານ ຄໍາໄຕ ສີພັນດອນ, ປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄວບຕຳແໜ່ງເປັນປະທານປະເທດ; ໄດ້ແຕ່ງຕັ້ງ ທ່ານ ສຸບັນ ສຣົດທິຣາດ ເປັນ ລັດ-ຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 33/ສປປ ລົງວັນທີ 29/05/1998. ມາຮອດໄລຍະນີ້ການກຳນົດແຈ້ງຕຳແໜ່ງຜູ້ເປັນຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແມ່ນ ລັດຖະມົນຕີ.
  • ເຖິງປີ 2007 ໄດ້ຮັບການປັບປຸງຄືນໃໝ່ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 251/ປປທ ລົງວັນທີ 24/10/2007 ໂດຍແມ່ນ ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄວບຕຳແໜ່ງເປັນປະທານປະເທດ, ທ່ານ ສຸບັນ ສຣິດທິຣາດ ຍັງສືບຕໍ່ເປັນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 15/ປປທ ລົງວັນທີ 09/04/2002; ປະກອບມີກົງຈັກຊ່ວຍວຽກ 02 ກົມ ແລະ 01 ຫ້ອງການ ມີຈຳນວນພົນ 33 ຄົນ, ຍິງ 16 ຄົນ. ມາຮອດວັນທີ 03/09/2010 ໄດ້ມີພິທີມອບ-ຮັບ ຕຳແໜ່ງລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ລະຫວ່າງ ທ່ານ ສຸບັນ ສຣິດທິຣາດຜູ້ເກົ່າ ແລະ ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຜູ້ໃໝ່ ໂດຍອີງໃສ່ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21/06/2010 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 197/ປປທ ລົງວັນທີ 24/08/2010 ວ່າດ້ວຍການແຕ່ງຕັ້ງ ທ່ານ ພົງສະຫວັດ ບຸບຜາ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ກົງຈັກຊ່ວຍວຽກປະກອບມີ 01 ຫ້ອງການ ແລະ 02 ກົມ ມີຈໍານວນພົນ 38 ຄົນ, ຍິງ 18 ຄົນ.
  • ເຖິງປີ 2012 ໄດ້ຮັບການປັບປຸງຄືນໃໝ່ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 168/ປປທ ລົງວັນທີ 26/06/2012 ໄດ້ກຳນົດກົງຈັກການຈັດຕັ້ງຫ້ອງວ່າການສໍານັກງານປະທານປະເທດ ຈາກ 01 ຫ້ອງການ ແລະ 02 ກົມມາເປັນ 04 ກົມ ແລະ ປ່ຽນຊື່ຈາກ ຫ້ອງວ່າການສໍານັກງານປະທານປະເທດ ມາເປັນ ຫ້ອງວ່າການປະທານປະເທດ; ລັດຖະດຳລັດດັ່ງກ່າວໄດ້ຮັບຮອງ ທ່ານ ພົງສະຫວັດ ບຸບຜາ ເປັນ ລັດຖະມົນຕີປະຈຳສຳນັກງານປະທານປະເທດ, ຫົວໜ້າຫ້ອງວ່າການປະທານປະເທດ ປະກອບມີຈໍານວນພົນ 49 ຄົນ, ຍິງ 19 ຄົນ.

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

ຫ້ອງວ່າການສໍານັກງານປະທານປະເທດ ມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ, ກວດກາ ລັດຖະທຳມະນູນ, ກົດໝາຍ, ລັດຖະບັນຍັດ ແລະ ລັດຖະດຳລັດ ກ່ອນນໍາສະເໜີ ປະທານປະເທດ ພິຈາລະນາປະກາດໃຊ້ ຫຼື ລົງລາຍເຊັນ;

2. ຄົ້ນຄວ້າ ແລະ ກະກຽມເອກະສານໃນນາມ ປະທານປະເທດ ສະເໜີ ເລືອກຕັ້ງ ຫຼື ປົດຕຳແໜ່ງ ນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານ ອົງການກວດສອບແຫ່ງລັດ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງ ຫຼວງຂຶ້ນສູນກາງ;

3. ຄົ້ນຄວ້າ, ກວດກາການສະເໜີ ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ຫຼື ອອກພັກຜ່ອນຮັບບຳນານ ຂອງສະມາ ຊິກລັດຖະບານ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງປະທານສານ ປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານທະຫານຂັ້ນສູງ, ຫົວໜ້າ ອົງການໄອຍະການທະຫານຂັ້ນສູງ, ຮອງປະທານອົງການກວດສອບແຫ່ງລັດ, ຮອງປະທານອົງການ ກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂຶ້ນສູນກາງ; ການສະເໜີເລື່ອນຊັ້ນ ແລະ ບົດຊັ້ນນາຍພົນໃນກຳລັງປະກອບອາວຸດ ກ່ອນນໍາສະເໜີປະທານປະເທດພິຈາລະນາ;

4. ຄົ້ນຄວ້າ, ກວດກາ ການສະເໜີແຕ່ງຕັ້ງຄະນະກຳມະການລະດັບຊາດ, ປະກາດການແຕ່ງຕັ້ງຄະນະ ກຳມະການເລືອກຕັ້ງລະດັບຊາດ, ວັນເລືອກຕັ້ງ, ຈໍານວນຜູ້ສະໝັກຮັບເລືອກຕັ້ງ, ຈໍານວນສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນແຕ່ລະເຂດເລືອກຕັ້ງ ຕາມການສະເໜີຂອງຄະນະ ປະຈຳສະພາແຫ່ງຊາດ;

5. ຄົ້ນຄວ້າ, ກວດກາການສະເໜີຂໍອະນຸມັດເຈລະຈາ, ລົງນາມ, ປະກາດໃຫ້ສັດຕະຍາບັນ, ເຂົ້າເປັນພາຄີ, ລົບລ້າງ ຫຼື ໂຈະ ການຈັດຕັ້ງປະຕິບັດສົນທິສັນຍາ ກ່ອນນໍາສະເໜີປະທານປະເທດພິຈາລະນາ;

6. ຄົ້ນຄວ້າ ແລະ ນໍາສະເໜີປະທານປະເທດ ພິຈາລະນາກ່ຽວກັບມະຕິບໍ່ໄວ້ວາງໃຈຂອງສະພາແຫ່ງຊາດຕໍ່ ສະມາຊິກລັດຖະບານທ່ານໃດໜຶ່ງ ຫຼື ທັງໝົດຄະນະ ເພື່ອສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່ ຫຼື ຕົກລົງໃຫ້ລາອອກ;

7. ຄົ້ນຄວ້າ ຄໍາຮ້ອງຂໍອະໄພຍະໂທດ ໃຫ້ແກ່ນັກໂທດທີ່ຖືກສານຕັດສິນປະຫານຊີວິດ, ກວດກາ ການສະເໜີໃຫ້ອະໄພຍະໂທດ ຫຼື ນິລະໂທດກຳ ກ່ອນນໍາສະເໜີປະທານປະເທດພິຈາລະນາ;

8. ຄົ້ນຄວ້າ, ກວດກາ ການສະເໜີແຕ່ງຕັ້ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ໄປປະຈຳການຢູ່ຕ່າງປະເທດ ແລະ ການຮຽກກັບຄືນປະເທດ ກ່ອນນໍາສະເໜີປະທານປະເທດພິຈາລະນາ;

9. ຄົ້ນຄວ້າ, ກວດກາການສະເໜີຮັບຮອງເອົາເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຂອງຕ່າງປະເທດມາປະຈໍາ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ອນນໍາສະເໜີປະທານປະເທດພິຈາລະນາ;

10. ຄົ້ນຄວ້າ, ກວດກາການສະເໜີປະດັບຫຼຽນຄໍາແຫ່ງຊາດ, ຫຼຽນກຽດຕິຄຸນ, ຫຼຽນໄຊ, ຫຼຽນນາມມະຍົດແຫ່ງຊາດ ແລະ ນາມມະຍົດອື່ນ ກ່ອນນໍາສະເໜີປະທານປະເທດ ພິຈາລະນາ;

11. ຄົ້ນຄວ້າການສະເໜີ ກ່ຽວກັບການລະດົມພົນທົ່ວໄປ ຫຼື ເປັນພາກສ່ວນ; ການປະກາດພາວະສຸກເສີນໃນທົ່ວປະເທດ ຫຼື ໃນບາງທ້ອງຖິ່ນ ກ່ອນນໍາສະເໜີປະທານປະເທດ ພິຈາລະນາຕົກລົງ;

12. ຄົ້ນຄວ້າການສະເໜີ ກ່ຽວກັບການສະເໜີຂໍລີ້ໄພການເມືອງຂອງຄົນຕ່າງປະເທດ ກ່ອນນໍາສະເໜີປະທານ ປະເທດ ພິຈາລະນາຕົກລົງ;

13. ຄົ້ນຄວ້າ ແລະ ນໍາສະເໜີ ປະທານປະເທດພິຈາລະນາ ກ່ຽວກັບບົດລາຍງານ, ການສະເໜີຂອງອົງການ ກວດກາແຫ່ງລັດ, ອົງການກາແດງລາວ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງອື່ນ;

14. ປະສານສົມທົບກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄະນະເລຂາທິການສະພາແຫ່ງຊາດ ໃນ ການກະກຽມ, ຮຽກໂຮມກອງປະຊຸມພິເສດຂອງລັດຖະບານ, ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ຕາມການຊີ້ນໍາຂອງປະທານປະເທດ, ຮອງປະທານປະເທດ;

15. ປະສານສົມທົບກັບຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການ ຕ່າງປະເທດ ສ້າງແຜນການເຄື່ອນໄຫວປະຈໍາປີ, ປະຈຳ 6 ເດືອນ, ປະຈຳງວດ ແລະ ປະຈໍາເດືອນຂອງ ປະທານປະເທດ ແລະ ຮອງປະທານປະເທດ;

16. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມບົດສູນທອນພົດ, ຄໍາປາໄສ, ບົດຄວາມເຫັນ ແລະ ບົດ ຕອບສໍາພາດຂອງ ປະທານປະເທດ, ຮອງປະທານປະເທດ ໃນໂອກາດຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ;

17. ປະສານສົມທົບ ແລະ ເຂົ້າຮ່ວມກັບພາກສ່ວນທີ່ ກ່ຽວຂ້ອງໃນການສ້າງ ແລະ ປັບປຸງ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ;

18. ສ້າງແຜນງົບປະມານ, ແຜນການລົງທຶນຂອງລັດ, ງົບປະມານເຄື່ອນໄຫວ ລັດຖະກິດຂອງ ປະທານປະເທດ ແລະ ຮອງປະທານປະເທດ; ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ຊັບສິນຂອງລັດ ຕາມກົດໝາຍ ແລະ ລະບຽບການ;

19. ເກັບກຳ, ຄຸ້ມຄອງ ແລະ ສຳເນົາບັນດາເອກະສານ, ຂໍ້ມູນຕ່າງໆກ່ຽວກັບການເຄື່ອນໄຫວຂອງປະທານ ປະເທດ, ຮອງປະທານປະເທດ ແລະ ຂອງຫ້ອງວ່າການສໍານັກງານປະທານປະເທດ;

20. ປັບປຸງກົງຈັກການຈັດຕັ້ງ ແລະ ບຳລຸງສ້າງພະນັກງານຂອງຫ້ອງວ່າການສໍານັກງານປະທານປະເທດ; ຄຸ້ມຄອງ ແລະ ປະຕິບັດນະໂຍບາຍ ຫຼື ລົງວິໄນຕໍ່ພະນັກງານ-ລັດຖະກອນ ຕາມກົດໝາຍ ແລະ ລະບຽບການ;

21. ໂຄສະນາ, ເຜີຍແຜ່ແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ ແລະ ເອກະສານສໍາຄັນຕ່າງໆ ຂອງພັກ-ລັດ ໃຫ້ພະນັກງານ-ລັດຖະກອນ;

22. ຕິດຕາມ, ກວດກາການຈັດຕັ້ງປະຕິບັດກົດໝາຍ, ມະຕິ, ຄໍາສັ່ງ ແລະ ລະບຽບການຂອງພະນັກງານ-ລັດຖະກອນພາຍໃນຫ້ອງວ່າການສໍານັກງານປະທານປະເທດ;

23. ສະຫຼຸບ ແລະ ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ;

24. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງປະທານປະເທດ, ຮອງປະທານປະເທດ.

ຂອບເຂດສິດ

ຫ້ອງວ່າການສໍານັກງານປະທານປະເທດ ມີສິດດັ່ງນີ້:

1. ອອກແຈ້ງການ, ໜັງສືທາງລັດຖະການ, ຈົດໝາຍວຽນ, ເອກະສານທາງການເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບຄໍາເຫັນຊີ້ນໍາ ຂອງປະທານປະເທດ, ຮອງປະທານປະເທດ

2. ເຂົ້າຮ່ວມກອງປະຊຸມ, ສໍາມະນາ ຂອງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງອື່ນຕາມການເຊື້ອເຊີນ ຫຼື ຕາມການມອບໝາຍຂອງປະທານປະເທດ ຫຼື ຮອງປະທານປະເທດ;

3. ເຂົ້າຮ່ວມໃນການຮັບຕ້ອນ ແລະ ບັນທຶກການພົບປະແຂກພາຍໃນ ແລະ ຕ່າງປະເທດຂອງປະທານ ປະເທດ, ຮອງປະທານປະເທດ;

4. ປະສານສົມທົບກັບຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄະນະ ເລຂາທິການສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການ ກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ລາວ, ອົງການຈັດຕັ້ງມະຫາຊົນ ຂຶ້ນສູນກາງ, ກະຊວງ ແລະ ອົງການທຽບເທົ່າ, ອົງການກາແດງລາວ, ອົງການປົກຄອງແຂວງ, ນະຄອນຫຼວງ ເພື່ອເຄື່ອນໄຫວປະຕິບັດໜ້າທີ່ ຕາມຂອບເຂດສິດທີ່ໄດ້ກຳນົດ ໄວ້ໃນກົດໝາຍ ແລະ ລະບຽບການ ຫຼື ຕາມການມອບໝາຍ ຂອງ ປະທານປະເທດ, ຮອງປະທານ ປະເທດ;

5. ສະເໜີສ້າງຕັ້ງ ຫຼື ຍຸບເລີກ ກົງຈັກການຈັດຕັ້ງທີ່ຂື້ນກັບຫ້ອງວ່າການສໍານັກງານປະທານປະເທດຕໍ່ ປະທານປະເທດ, ຮອງປະທານປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາ;

6. ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແລະ ຫົວໜ້າກົມ ຕາມລະບຽບການ ແລະ ຂັ້ນຕອນ;

7. ຕົກລົງວຽກງານພາຍໃນຫ້ອງວ່າການສໍານັກງານປະທານປະເທດ; ບຳລຸງ, ສ້າງ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ສັບປ່ຽນໜ້າທີ່, ເລື່ອນຊັ້ນ-ຂັ້ນ, ຍ້ອງຍໍ ຫຼື ລົງວິໄນພະນັກງານ-ລັດຖະກອນໃນຂອບ ເຂດຄວາມຮັບຜິດຊອບຕາມກົດໝາຍ ແລະ ລະບຽບການ;

8. ຄຸ້ມຄອງ, ກວດກາ ການນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ ທີ່ຂຶ້ນກັບການຄຸ້ມຄອງ ຂອງຫ້ອງ ວ່າການສໍານັກງານປະທານປະເທດ ຕາມກົດໝາຍ ແລະ ລະບຽບການ;

9. ພົວພັນຮ່ວມມື ກັບ ຫ້ອງວ່າການສໍານັກງານປະທານປະເທດ ສສ ຫວຽດນາມ ແລະ ປະເທດອື່ນ ຕາມການອະນຸມັດຂອງຂຶ້ນເທິງ;

10. ປະຕິບັດສິດອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ປະທານປະເທດ, ຮອງປະທານປະເທດ.

ໂຄງປະກອບກົງຈັກ

ໂຄງປະກອບກົງຈັກ ຂອງຫ້ອງວ່າການສໍານັກງານປະທານປະເທດ ມີດັ່ງນີ້:

  • ກົມບໍລິຫານ ແລະ ການເງິນ;
  • ກົມຄົ້ນຄວ້າສັງລວມ;
  • ກົມພົວພັນຕ່າງປະເທດ;
  • ກົມກົດໝາຍ;
  • ກົມຈັດຕັ້ງ ແລະ ກວດກາ

ແຫຼ່ງທີ່ມາ: http://po.gov.la/