ກະຊວງແຜນການ ແລະ ການລົງທຶນ

ຈາກ Laopedia
Revision as of 09:44, 11 ສິງຫາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)


ກະຊວງແຜນການ ແລະ ການລົງທຶນ ຂຽນເປັນຕົວອັກສອນຫຍໍ້ວ່າ “ກຜທ” ຂຽນເປັນພາສາອັງກິດ "Ministry of Planning and Investment" ຂຽນເປັນຕົວອັກສອນຫຍໍ້ວ່າ “MPI" ແມ່ນກົງຈັກໜຶ່ງ ຂອງ ລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບ ວຽກ ງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ ແລະ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ.

ໜ້າທີ່

ຂອງກະຊວງແຜນການ ແລະ ການລົງທຶນ ມີດັ່ງນີ້:

1. ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດ ຂອງປະທານ ປະເທດ, ດຳລັດ, ລັດຖະດຳລັດ, ມະຕິ ແລະ ນິຕິກຳລຸ່ມກົດໝາຍຂອງລັດຖະບານ;

2. ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ ແລະ ມະຕິຕົກລົງຂອງລັດຖະບານກ່ຽວກັບວຽກ ງານແຜນການ ແລະ ການລົງທຶນ ມາເປັນວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໄລຍະ 5 ປີ, ປະຈຳປີ, ແຜນການ, ແຜນງານ ແລະ ໂຄງການລະອຽດ ໃນແຕ່ລະປີ ແລະ ຮັບ ຜິດ ຊອບນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ປະກົດຜົນເປັນຈິງ ບັນລຸໄດ້ເປົ້າໝາຍ ແລະ ຄາດໝາຍສູ້ຊົນ ແຕ່ລະໄລຍະ ແລະ ມີປະສິດທິຜົນ;

3. ຄົ້ນຄວ້າສ້າງ, ປັບປຸງກົດໝາຍ, ດຳລັດ ແລະ ນິຕິກຳລຸ່ມກົດໝາຍ ຂອງຂະແໜງແຜນການ ແລະ ການລົງທຶນ ເພື່ອສະເໜີຕໍ່ລັດຖະບານ, ພິຈາລະນາພ້ອມທັງຕິດຕາມກວດກາການຈັດຕັ້ງປະຕິບັດ;

4. ເປັນເຈົ້າການສ້າງ, ຊຸກຍູ້, ຕິດຕາມກວດກາ, ປະເມີນ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວິໄສທັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນການລົງທຶນຂອງລັດ, ແຜນງານ, ໂຄງການລະ ອຽດ ໃນແຕ່ລະໄລຍະໂດຍການປະສານສົມທົບກັບທຸກຂະແໜງການ ແລະ ທ້ອງຖິ່ນ ເພື່ອສະເໜີ ລັດຖະບານ ນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາ;

5. ຊີ້ນໍາດ້ານວິຊາການກ່ຽວກັບວຽກງານແຜນການ, ການປະເມີນໂຄງການລົງທຶນຂອງລັດ, ວຽກຮ່ວມ ມີສາກົນ, ວຽກສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງພາກເອກະຊົນ, ວຽກສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ແລະ ວຽກສະຖິຕິ ໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ;

6. ຄົ້ນຄວ້າເຊື່ອມສານນະໂຍບາຍເພື່ອຫຼຸດຜ່ອນຄວາມສ່ຽງ ຈາກໄພພິບັດທຳມະຊາດ ເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ຄົ້ນຄ້ວາສັງລວມການສະເໜີໂຄງການແກ້ໄຂສຸກ ເສີນ ແລະ ໂຄງການຟື້ນຟູ ຜົນກະທົບຈາກໄພພິບັດຕາມການສະເໜີຂອງບັນດາຂະແໜງການ ແລະ ທ້ອງຖິ່ນພ້ອມທັງຕິດຕາມ, ຊຸກຍູ້ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດຕໍ່ລັດຖະບານ;

7. ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ, ວິເຄາະ-ວິໄຈ, ຄາດຄະເນ ທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດ, ກຳນົດຄາດໝາຍລວມ, ເປົ້າໝາຍຕົ້ນຕໍ ແລະ ການດຸ່ນດ່ຽງດ້ານມະຫາພາກ ເພື່ອຮັບໃຊ້ໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ ແລະ ປະຈຳປີ;

8. ປະເມີນໂຄງການລົງທຶນຂອງລັດ ກ່ອນການພິຈາລະນາເຂົ້າແຜນການລົງທຶນ ແລະ ປະເມີນໂຄງການລົງທຶນ ຂອງລັດ, ປະເມີນໂຄງການລົງທຶນຂອງລັດ ໃນໄລຍະຈັດຕັ້ງປະຕິບັດ, ປະເມີນຜົນໂຄງການສໍາເລັດ 100% ກ່ອນການມອບ-ຮັບ ແລະ ປະເມີນໂຄງການພາຍຫລັງການນໍາໃຊ້ແຕ່ 2-5 ປີ;

9. ຕິດຕາມການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການທີ່ກ່ຽວພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ໃນແຕ່ລະໄລຍະ, ຄົ້ນຄວ້າມາດຕະການຄຸ້ມຄອງດ້ານເສດຖະກິດມະຫາພາກ ແລະ ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ນະໂຍບາຍການລົບລ້າງຄວາມທຸກຍາກ, ນະໂຍບາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ນະໂຍບາຍການພັດທະນາແບບຍືນຍົງ ແລະ ສີຂຽວ, ການອະນຸລັກຮັກສາສິ່ງແວດລ້ອມ, ການປະຢັດ ແລະ ການນໍາໃຊ້ພະລັງງານ ເພື່ອນໍາສະເໜີຕໍ່ລັດຖະບານໃນແຕ່ລະໄລຍະ;

10. ຄົ້ນຄວ້າ, ສັງລວມ, ຕິດຕາມ, ປະສານສົມທົບ, ຊຸກຍູ້ ແລະ ຈັດຕັ້ງປະຕິບັດນະໂຍບາຍວ່າດ້ວຍການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ ເພື່ອສະເໜີລັດຖະ ບານ, ນາຍົກລັດຖະມົນຕີ ພິຈາລະນາອະນຸມັດ ຫຼື ຖອນອະນຸມັດການລົງທຶນ;

11. ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ເປັນໃຈກາງປະສານວຽກງານສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນຂອງເອກະຊົນ ທີ່ມາລົງທຶນ ຢູ່ ສປປ ລາວ ແລະ ການອອກໄປລົງທຶນຢູ່ຕ່າງປະເທດ ຂອງວິ ສາຫະກິດ ພາຍໃນ ໂດຍການປະສານງານກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງ ຕາມກົນໄກປະຕູດຽວ;

12. ສົ່ງເສີມການລົງທຶນຂອງພາກເອກະຊົນ ຢູ່ ສປປ ລາວ ດ້ວຍການໃຫ້ນະໂຍບາຍດ້ານພາສີ-ອາກອນ, ອອກໃບອະນຸຍາດລົງທຶນ ແລະ ຄຸ້ມຄອງການລົງທຶນ ໃນກິດຈະການສໍາປະທານ ແລະ ກິດຈະການ ຄວບຄຸມໂດຍຜ່ານກົນໄກປະຕູດຽວ ພ້ອມທັງລາຍງານຂັ້ນເທິງ ຢ່າງເປັນປົກກະຕິ;

13. ດໍາເນີນການຮ່ວມມືດ້ານວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນກັບພາກພື້ນ ແລະ ສາກົນບົນ ພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັບປະກັນສະຖານະພາບ ທາງດ້ານການເມືອງ, ເສດຖະກິດ ແລະ ຄວາມເປັນເອກະລາດແຫ່ງຊາດ;

14. ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ເປັນໃຈກາງປະສານວຽກງານ ສົ່ງເສີມ ແລະ ຄຸ້ມຄອງເຂດ ເສດຖະກິດພິເສດ ແລະ ການລົງທຶນຂອງວິສາຫະກິດລົງທຶນຢູ່ພາຍໃນເຂດເສດຖະກິດພິເສດ ເພື່ອ ສະຫຼຸບຕີລາຄາຕໍ່ລັດຖະບານຢ່າງເປັນປົກກະຕິ ແລະ ທັນເວລາ;

15. ເປັນໃຈກາງຄົ້ນຄວ້າຍຸດທະສາດການຮ່ວມມືກັບຄູ່ຮ່ວມພັດທະນາ, ລະດົມທຶນ, ອະນຸມັດ, ຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນການຈັດຕັ້ງປະຕິບັດແຜນກງານ, ໂຄງການຮ່ວມມື ເພື່ອການພັດທະ ນາເປັນແຕ່ລະໄລຍະ ແລະ ຢັ້ງຢືນທຶນສົມທົບຂອງລັດຖະບານ ພ້ອມທັງສະຫຼຸບລາຍງານໃຫ້ຂັ້ນເທິງ ຊາບຢ່າງເປັນປົກກະຕິ;

16. ເປັນໃຈກາງຄົ້ນຄວ້າ ແລະ ປະສານງານ ໃນການຮ່ວມມືຮອບດ້ານ ແລະ ຕິດຕາມ, ຊຸກຍູ້ບັນດາ ໂຄງການ, ການຮ່ວມມື, ການຊ່ວຍເຫຼືອ ແລະ ການລົງທຶນ ລະຫວ່າງ ລາວ-ຫວຽດນາມ ແລະ ລາວ-ຈີນ ໃນຂອບເຂດສິດຂອງຕົນ ຕາມການຕົກລົງຂອງລັດຖະບານ ໃນແຕ່ລະໄລຍະ;

17. ນໍາພາ, ຊີ້ນໍາ, ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ, ກຳນົດຕົວຊີ້ບອກເພື່ອຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ ແລະ ສະຫຼຸບສັງ ລວມລາຍງານການຈັດຕັ້ງປະຕິບັດວຽກງານສະຖິຕິ ຕໍ່ລັດຖະບານຢ່າງເປັນປົກກະຕິ;

18. ຄຸ້ມຄອງ, ກຳນົດຕຳແໜ່ງງານ, ສ້າງແຜນການບຳລຸງ, ກໍ່ສ້າງ, ສັບຊ້ອນ ພະນັກງານ-ລັດຖະກອນລວມທັງການສົ່ງເສີມບົດບາດ ຍິງ-ຊາຍ, ການປະຕິບັດນະໂຍບາຍ ແລະ ວິໄນ ຕໍ່ພະນັກງານ-

ລັດຖະກອນ ຂອງຂະແໜງແຜນການ ແລະ ການລົງທຶນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;

19. ຄົ້ນຄວ້າ ແລະ ຜັນຂະຫຍາຍຍຸດທະສາດ, ນິຕິກຳກ່ຽວກັບວຽກງານກວດກາລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ, ຕິດຕາມ, ກວດກາ ແລະ ຊຸກຍູ້ ການ ປະຕິບັດສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ທີ່ຂຶ້ນ ກັບສິດຄຸ້ມຄອງ ຂອງຂະແໜງການຕົນແຕ່ສູນກາງລົງຮອດທ້ອງຖິ່ນ ໃນການປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ບັນດາໂຄງການ, ແຜນງົບປະມານປະຈຳປີ, ການຄຸ້ມຄອງ, ນໍາໃຊ້ຊັບ ສິນ, ເງິນກອງທຶນ, ເງິນກູ້ຢືມ, ເງິນຊ່ວຍເຫຼືອລ້າ ເພື່ອສະກັດກັ້ນປະກົດການລະເມີດ ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ຄຸ້ມຄອງ, ຕິດຕາມ, ກວດກາ, ເກັບກຳຂໍ້ມູນ ການເຄື່ອນໄຫວ ແລະ ການແຈ້ງຊັບສິນ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດ ຄຸ້ມຄອງ ຂອງກະຊວງແຜນການ ແລະ ການລົງທຶນ;

20. ຄົ້ນຄວ້າ, ສະເໜີແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ, ຄໍາສະເໜີ ຂອງສະມາຊິກພັກ, ພະນັກງານ- ລັດຖະກອນ ແລະ ພົນລະເມືອງທີ່ພົວພັນເຖິງວຽກງານ ແລະ ຄວາມຮັບຜິດຊອບ ຂອງກະຊວງ ແຜນການ ແລະ ການລົງທຶນ;

21. ຄຸ້ມຄອງບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງກະຊວງ ພ້ອມທັງຂຶ້ນແຜນການ, ງົບປະ ມານ ແລະ ສະຫຼຸບສັງລວມ ການເຄື່ອນໄຫວວຽກງານ ຂອງກະຊວງແຜນການ ແລະ ການລົງທຶນ ໃຫ້ ລັດຖະບານ, ນາຍົກລັດຖະມົນຕີ ເປັນແຕ່ລະໄລຍະ

22. ຈັດຝຶກອົບຮົມ ດ້ານທິດສະດີການເມືອງ-ການປົກຄອງ ແລະ ດ້ານວິຊາການຕ່າງໆກ່ຽວກັບວຽກງານ ຂອງຂະແໜງແຜນການ ແລະ ການລົງທຶນ ເພື່ອຍົກສູງລະດັບ ຄວາມຮູ້, ຄວາມສາມາດ ແລະ ສ້າງ ຄວາມເຂັ້ມແຂງ ໃຫ້ພະນັກງານ-ລັດຖະກອນ ໃນການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດ ວິຊາ ສະເພາະຂອງຂະແໜງແຜນການ ແລະ ການລົງທຶນ ໃນຂອບເຂດທົ່ວປະເທດ;

23. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງ ລັດຖະບານ.

ຂອບເຂດສິດ

ຂອບເຂດສິດ ຂອງກະຊວງແຜນການ ແລະ ການລົງທຶນ ມີດັ່ງນີ້:

1. ສະເໜີປັບປຸງກົງຈັກການຈັດຕັ້ງ ຂອງຕົນຕໍ່ລັດຖະບານ, ກຳນົດຕຳແໜ່ງງານ, ການບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນ ໃນທົ່ວຂະແໜງແຜນການ ແລະ ການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ;

2. ຊີ້ນໍາ ແລະ ຄຸ້ມຄອງ ຕາມສາຍຕັ້ງ ທາງດ້ານເຕັກນິກ, ວິຊາການ ໂດຍມີການແປງຂຶ້ນ, ແບ່ງຄວາມຮັບຜິດຊອບ ແລະ ສິດຕົກລົງບັນຫາ ໃຫ້ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງຢ່າງລະອຽດ;

3. ຮຽກໂຮມພະນັກງານນໍາພາ-ຄຸ້ມຄອງ ແລະ ນັກວິຊາການຂອງຂະແໜງແຜນການ ແລະ ການລົງທຶນເຂົ້າຮ່ວມປະຊຸມ ຫຼື ລາຍງານສ່ອງແສງວຽກງານ;

4. ແນະນໍາ ແລະ ກຳນົດໝາຍເຕັກນິກ ເພື່ອຄຸ້ມຄອງມະຫາພາກ ວຽກງານຂະແໜງແຜນການ ແລະ ການລົງທຶນ;

5. ອອກຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການກ່ຽວກັບວຽກງານຂະແໜງແຜນການ ແລະ ການລົງທຶນ, ເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມາດຕະການຕ່າງໆທີ່ກ່ຽວຂ້ອງກັບພາລະບົດບາດຂອງກະຊວງແຜນການ ແລະ ການລົງທຶນ;

6. ອະນຸມັດໃຫ້ຫ້ອງການ, ບັນດາກົມ, ສະຖາບັນ ຈັດກອງປະຊຸມ, ຝຶກອົບຮົມ ຫຼື ສຳມະນາທາງດ້ານວິຊາ ການ;

7. ສະເໜີແຜນການງົບປະມານ, ສ້າງແຜນລາຍຮັບ-ລາຍຈ່າຍ ແລະ ດັດແກ້ງົບປະມານຂອງກະຊວງ ແຜນການ ແລະ ການລົງທຶນ;

8. ສະເໜີລັດຖະບານພິຈາລະນາດັດແກ້ຄາດໝາຍຂອງ ແຜນພັດນາເສດຖະກິດ-ສັງຄົມ ແລະ ງົບປະມານ ການລົງທຶນຂອງລັດ ໃນໄລຍະ 5 ປີ ແລະ ປະຈຳປີ;

9. ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຕົກລົງ ກ່ຽວກັບການລົງທຶນ ພາຍໃນ ແລະ ຕ່າງປະເທດ, ການ ພັດທະນາເຂດເສດຖະກິດພິເສດ ຕາມກົດໝາຍ, ຂໍ້ກຳນົດ ແລະ ລະບຽບການ ທີ່ລັດຖະບານປະກາດໃຊ້ ແຕ່ລະໄລຍະ;

10. ພົວພັນ, ເຊັນສັນຍາ, ອະນຸສັນຍາ, ຮ່ວມມື, ຍາດແຍ່ງການຊ່ວຍເຫຼືອ ຈາກຄູ່ຮ່ວມພັດທະນາ, ອົງ ການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ, ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອພັດທະ ນາວຽກງານແຜນການ ແລະ ການລົງທຶນ ແລະ ວຽກງານອື່ນໆ ຕາມການມອບໝາຍ ຫຼື ຕາມການ ອະນຸມັດຂອງລັດຖະບານ, ກົດໝາຍ ແລະ ລະບຽບການທີ່ກຳນົດໄວ້;

11. ຄຸ້ມຄອງ ແລະ ກວດກາ ການນໍາໃຊ້ງົບປະມານຂະແໜງແຜນການ ແລະ ການລົງທຶນ ໃຫ້ໄປຕາມ ລະບຽບ ແລະ ກົດໝາຍກໍານົດ;

12. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະບານ, ນາຍົກລັດຖະມົນຕີ.

ໂຄງປະກອບການຈັດຕັ້ງ

  1. ຫ້ອງການ;
  2. ກົມຈັດຕັ້ງ ແລະພະນັກງານ;
  3. ກົມ​ກວດກາ;
  4. ກົມແຜນການ;
  5. ກົມປະເມີນຜົນ;
  6. ກົມສົ່ງເສີມການລົງທຶນ;
  7. ກົມຮ່ວມມືສາກົນ;
  8. ຫ້ອງການສົ່ງ​ເສີມ ​ແລະຄຸ້ມ​ຄອງ​ເຂດ​​ເສດຖະກິດພິເສດ;
  9. ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ;
  10. ຫ້ອງການຄະນະກຳມາການຮ່ວມມືລາວ-ຈີນ;
  11. ສະຖາບັນຄົ້ນ​ຄວ້າ​ວິໄຈ​ການ​ພັດ​ທະ​ນາ ແລະ ສູນຝຶກອົມຮົມ;