ເພງຊາດລາວ

ຈາກ Laopedia

ເພິ່ນໄດ້ແຕ່ງເພັງຊາດລາວຂຶ້ນ ໃນວັນທີ 2 ຕຸລາ 1975 ເຊິ່ງແຕ່ງໂດຍທ່ານ ສີຊະນະ ສີສານ ໂດຍມີເນື້ອໃນດັ່ງລຸ່ມນີ້:

                ຊາດລາວຕັ້ງແຕ່ໃດມາ               ລາວທຸກຖ້ວນຫນ້າເຊີດຊູສຸດໃຈ
                ຮ່ວມແຮງຮ່ວມຈິດຮ່ວມໃຈ         ສາມັກຄີກັນເປັນກຳລັງດຽວ 
                ເດັດດ່ຽວພ້ອມກັນກ້າວໜ້​າ         ບູຊາຊູກຽດຂອງລາວ
                ສົ່ງເສີມໃຊ້ສິດເປັນເຈົ້າ               ລາວທຸກຊົນເຜົ່າສ​ະເໝີພາບກັນ 
                ບໍ່ໃຫ້ພວກຈັກກະພັດ                ແລະພວກຂາຍຊາດເຂົ້າມາລົບກວນ 
                ລາວທັງມວນຊູເອກະລາດ           ອິດສະລະພາບຂອງຊາດລາວໄວ້
                ຕັດສິນໃຈສູ້ຊິງເອົາໄຊ                ພາຊາດລາວໄປສູ່ຄວາມວັດທະນາ​​.