ວາລະສານ ອະລຸນໃໝ່
ປີ 2025 ເປັນປີທີ່ມີຄວາມຫມາຍສໍາ
ຄັນສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ
ອາວຸດ ແລະ ທົ່ວປວງຊົນລາວທັງຊາດ, ເພາະ
ເປັນປີຄົບຮອບວັນບຸນໃຫຍ່ທີ່ສໍາຄັນຂອງພັກ
ແລະ ຂອງຊາດ, ເປັນປີທີ່ຈະໄດ້ພ້ອມກັນສະ
ເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິ
ວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ
ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະ
ທ່ານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ການ
ສະເຫຼີມສະຫຼອງ 3 ວັນປະຫວັດສາດດັ່ງກ່າວ,
ເນື້ອແທ້ ກໍເປັນການຫວນຄືນມູນເຊື້ອແຫ່ງ
ການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນ
ຄືນຫມາກຜົນຕົວຈິງທີ່ພັກປະຊາຊົນປະຕິວັດ
ລາວຍາດມາໄດ້ຕະຫຼອດໄລຍະ 70 ປີ ເຊິ່ງເປັນ
ວັນໄຊຊະນະຂອງຊົນຊັ້ນກໍາມະກອນ ແລະ
ຊາວຜູ້ອອກແຮງງານ, ເປັນວັນແຫ່ງຄວາມ
ເອກອ້າງທະນົງໃຈຂອງທົ່ວພັກ, ທົ່ວກອງທັບ
ແລະ ທົ່ວປວງຊົນລາວບັນດາເຜົ່າ ພາຍໃຕ້
ການນໍາພາຂອງພັກ; ວັນສະຖາປະນາ ສາທາ
ລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເຊິ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ທີ່ບໍ່
ເຄີຍມີມາໃນປະຫວັດສາດຂອງຊາດລາວເຮົາ,
ສະແດງໃຫ້ເຫັນເຖິງການປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ ຕະຫຼອດໄລ
ຍະ 50 ປີ; ວັນເກີດຂອງປະທານ ໄກສອນ ພົມ
ວິຫານ ຄົບຮອບ 105 ປີ ເຊິ່ງເປັນຜູ້ນໍາພາການ
ປະຕິວັດຮຸ່ນທໍາອິດ, ກໍ່ຕັ້ງພັກ ແລະ ລັດປະ
ຊາທິປະໄຕປະຊາຊົນລາວຂອງພວກເຮົາ ທັງ
ເປັນການຈາລຶກຜົນງານ, ຄຸນງາມຄວາມດີ
ແລະ ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໄກ
ສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງ
ປະຊາຊົນລາວບັນດາເຜົ່າ. ປີ 2025 ຍັງເປັນປີ
ຫນຶ່ງທີ່ມີຄວາມສໍາຄັນເພາະເປັນປີມ້ວນທ້າຍ
ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມ
ໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ
ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX
ຕິດພັນກັບການກະກຽມ ແລະ ດໍາເນີນກອງປະ
ຊຸມໃຫຍ່ 3 ຂັ້ນ ແລະ ການກະກຽມກອງປະຊຸມ
ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ປີ
2025 ຍັງເປັນປີທີ່ອົງການຈັດຕັ້ງພັກ-ລັດ
ແລະ ອົງການຈັດຕັ້ງມະຫາຊົນຈໍານວນຫນຶ່ງສະ
ເຫຼີມສະຫຼອງວັນຄົບຮອບໃຫ່ຍແຫ່ງການສ້າງ
ຕັ້ງອົງການຂອງຕົນຂຶ້ນ ເຊັ່ນ: 70 ປີການສ້າງ
ຕັ້ງຊາວຫນຸ່ມປະຊາຊົນປະຕິວັດລາວ, 70 ປີ ວັນ
ສ້າງຕັ້ງສະຫະພັນແມ່ຍິງລາວ, 70 ປີ ວັນສ້າງ
ຕັ້ງຄະນະຈັດຕັ້ງສູນກາງພັກ, 70 ປີ ວັນສ້າງ
ຕັ້ງຫ້ອງວ່າການສູນກາງພັກ ແລະ ອື່ນໆ.
ການສະເຫຼີມສະຫຼອງ 3 ວັນປະຫວັດ
ສາດໃນຄັ້ງນີ້ ຖືເປັນການເຜີຍແຜ່, ໂຄສະນາ
ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ,
ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ
ແລະ ທົ່ວປວງຊົນລາວທັງຊາດ ຮ່ວມເປັນຈິດຫນຶ່ງໃຈດຽວສະເຫຼີມສະຫຼອງ
3 ວັນປະຫວັດສາດໃນປີ 2025 ຢ່າງເປັນຂະບວນຟົດຟຶື້ນ
ວາລະສານ “ອະລຸນໃຫມ່” ສະບັບທີ 1/2025 (ເຫຼັ້ມທີ 298, ປີທີ 40)
4 ທະຫານ-ຕໍາຫຼວດຕະຫຼອດຮອດປະຊາຊົນ
ລາວບັນດາເຜົ່າ ໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ
ກວ້າງຂວາງເຖິງວິລະກໍາ, ມູນເຊື້ອທາດແທ້ປະ
ຕິວັດ, ຄວາມເສຍສະຫຼະເພື່ອຊາດ, ນໍ້າໃຈເດັດ
ດ່ຽວພິລະອາດຫານ ກໍຄືໄຊຊະນະ, ຜົນງານ
ອັນໃຫຍ່ຫຼວງ ແລະ ຈົບງາມທີ່ຜ່ານມາພາຍ
ໃຕ້ການນໍາພາຂອງພັກ; ພ້ອມກັນຕັ້ງຫນ້າຄົ້ນ
ຄວ້າ, ສຶກສາຮໍ່າຮຽນ, ແນໃສ່ເພີ່ມທະວີຄວາມ
ເປັນແບບຢ່າງນໍາຫນ້າ, ຍົກສູງຄວາມຮັບຜິດ
ຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກ
ບືນສູ້ຊົນເຮັດຫຼ້ອນຫນ້າທີ່ວຽກງານທີ່ພັກ ແລະ
ລັດມອບຫມາຍໃຫ້; ເຊີດຊູກຽດ ແລະ ອິດທິພົນ
ຂອງພັກໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນການສະ
ເຫຼີມສະຫຼອງວັນສໍາຄັນລະດັບຊາດດັ່ງກ່າວ
ຖືເປັນໂອກາດສໍາຄັນ ເພື່ອປຸກລະດົມນໍ້າໃຈ
ຮັກຊາດ, ຮັກລະບອບໃຫມ່, ຍົກສູງການສ້າງ
ເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ,
ຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ
ດ້ວຍຕົນເອງ ເສີມຂະຫຍາຍສະຕິປັນຍາ,
ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ
ແລະ ຮອບດ້ານໃນການນໍາພາຂອງພັກ. ຄຽງ
ຄູ່ກັນນັ້ນ ຍັງເປັນການປຸກລະດົມຂະບວນການ
ເຄື່ອນໄຫວໃນທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະ
ກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ
ຕັ້ງຫນ້າບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງ
ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ
ເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ
ສອງວາລະແຫ່ງຊາດຕິດພັນກັບການໂຄສະ
ນາແນວທາງນະໂຍບາຍຂອງພັກ-ລັດ, ຜົນສໍາ
ເລັດຂອງການປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ ພາຍໃຕ້ການນໍາພາຂອງ
ພັກ, ຍູ້ແຮງການແຂ່ງຂັນຮັກຊາດ ແລະ ພັດທະ
ນາ, ສ້າງຜົນງານຂ່ໍານັບຮັບຕ້ອນບັນດາວັນບຸນ
ໃຫຍ່ທີ່ສໍາຄັນຂອງພັກ ແລະ ຂອງຊາດ ໃນປີ
2025, ພ້ອມທັງຕັ້ງຫນ້າກະກຽມກອງປະຊຸມ
ໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດ
ຟື້ນແຂງແຮງ ແລະ ເບີກບານມ່ວນຊື່ນ.
ການຈັດຕັ້ງສະເຫຼີມສະຫຼອງ 3 ວັນປະ
ຫວັດສາດ ສຸດທີ່ມີຄວາມຫມາຍສໍາຄັນນີ້, ຄະນະ
ເລຂາທິການສູນກາງພັກ ຈຶ່ງໄດ້ອອກຄໍາສັ່ງ
ແນະນໍາ ສະບັບເລກທີ 182/ຄລສພ, ລົງວັນທີ
12 ກໍລະກົດ 2024 ວ່າດ້ວຍການຜັນຂະຫຍາຍ
ມະຕິຂອງກົມການເມືອງສູນກາງພັກກ່ຽວກັບ
ການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະ
ຫວັດສາດ ໂດຍໄດ້ລະບຸເນື້ອໃນການສະເຫຼີມ
ສະຫຼອງ ດັ່ງນີ້:
1. ໃຫ້ຈັດຕັ້ງໂຮມຊຸມນຸມມິດຕິງໃຫຍ່
ລະດັບຊາດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ
ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໃນ
ວັນທີ 22 ມີນາ 2025; ສໍາລັບການສະເຫຼີມ
ສະຫຼອງວັນສະຖາປະນາ ສາທາລະນະລັດ ປະ
ຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ໃນ
ວັນທີ 2 ທັນວາ 2025 ໃຫ້ມີການໂຮມຊຸມ
ນຸມມິດຕິງໃຫຍ່, ມີການສະແດງກ້ອນກໍາລັງ
ເດີນສວນສະຫນາມຂອງບັນດາກໍາລັງປະກອບ