ປະເທດໄທ

ຈາກ Laopedia

ປະເທດໄທ (ໄທ: ประเทศไทย) ຫຼືຊື່ທາງການວ່າ ລາຊະອານາຈັກໄ (ໄທ: ราชอาณาจักรไทย) ແລະໃນອະດີດເຄີຍຮູ້ຈັກກັນໃນນາມ ສະຫຍາມ (ໄທ: สยาม; ເຊິ່ງເປັນຊື່ທາງການຈົນເຖິງປີ 1939) ແມ່ນປະເທດໜຶ່ງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ຕັ້ງຢູ່ໃນຄາບສົມຸດອິນດູຈີນ. ມີປະຊາກອນເກືອບ 66 ລ້ານຄົນ ແລະຄວບຄຸມເນື້ອທີ່ 513,115 ຕາລາງກິໂລແມັດ (198,115 ຕາລາງໄມ). ປະເທດໄທມີພົນແດນຕິດກັບ ປະເທດມຽນມາທາງທິດຕາເວັນຕົກເໜືອ, ປະເທດລາວທາງທິດຕາເວັນອອກເໜືອ ແລະທິດຕາເວັນອອກ, ປະເທດກຳປູເຈຍທາງທິດຕາເວັນອອກໃຕ້, ອ່າວໄທ ແລະ ປະເທດມາເລເຊຍທາງທິດໃຕ້, ແລະ ທະເລອັນດາມັນທາງທິດຕາເວັນຕົກໃຕ້. ນອກໄປຈາກນັ້ນ ປະເທດໄທຍັງມີພົນແດນທາງທະເລລ່ວມກັບ ປະເທດຫວຽດນາມທາງທິດຕາເວັນອອກໃຕ້ ແລະ ປະເທດອິນໂດເນເຊຍ ແລະ ປະເທດອິນເດຍທາງທິດຕາເວັນຕົກໃຕ້. ບາງກອກແມ່ນນະຄອນຫຼວງ ແລະ ເມືອງໃຫຍ່ທີ່ສຸດຂອງປະເທດ.

ການປົກຄອງພາກພື້ນແບ່ງ