ນ້ຳຕົກຕາດ​ນ້ຳ​ແກ້ວ ເມືອງ​ສິງ

ຈາກ Laopedia
ຮູບ:ນຳ້ຕົກຕາດນຳ້ແກ້ວ ເມືອງສິງ.jpg

ແຫຼ່ງທ່ອງທ່ຽວນ້ຳຕົກຕາດ​​ແຫ່ງ​ນີ້ ຖືກ​ສຳຫລ​ວດ ​ແລະ​ ຄົ້ນ​ພົບ​ໂດຍ​ທິມງານວິຊາ​ການ​ຂອງ​ພະ​ແນ​ກທ່ອງ​ທ່ຽວ, ຫ້ອງການ​ທ່ອງ​ທ່ຽວ​ເມືອງ​ຫຼວງນ້ຳ​ທາ ໂດຍ​ທ່ານ ຄຳ​ລຽນ​ ຕັນຍາ​ແກ້ວ​ໃນ​ປີ 1998. ​ແຫຼ່ງທ່ອງ​ທ່ຽວ​ນີ້ ຕັ້ງຢູ່​ຂອບ​ເຂດ​ຂອງບ້ານ​ນ້ຳ​ແກ້ວ. ດັ່ງນັ້ນ ຊາວບ້ານ​ຈຶ່ງ​ເອີ້ນຕາມຊື່​ຂອງ​ບ້ານ​ຄື "ນ້ຳຕົກຕາດ​ນ້ຳ​ແກ້ວ" ບ້ານ​ນ້ຳ​ແກ້ວ ​ຫ່າງ​ຈາກ​ເທດສະບານ​ເມືອງ​ສິງ 10 ກິ​ໂລ​ແມັດ ​ແລະ ​ແຫຼ່ງທ່ອງ​ທ່ຽວ​ນ້ຳຕົກຕາດ​ນ້ຳ​ແກ້ວ ຫ່າງ​ຈາກ​ບ້ານ​ນ້ຳ​ແກ້ວ 10 ກິ​ໂລ​ແມັດ, ຫົນທາງ​ເຂົ້າ​ຫາ ​ແມ່ນ​ເສັ້ນທາງ​ຍ່າງ​ໄປ​ໄຮ່​ຂອງ​ຊາວບ້ານ, ນ້ຳຕົກຕາດ​ນີ້ ມີ​ລັກ​ສະນະ ​ເປັນນ້ຳຕົກ​ຜ່ານ​ຫີນຊັນ​ຫລາຍ​ໆຊັ້ນ, ຈະ​ເບິ່ງງາມ ແມ່ນ​ລະດູ​ຝົນ​ນ້ຳ​ຫລາຍ​, ອ້ອມ​ຮອບ​ບໍລິ​ເວນ​ນ້ຳຕົກຕາດ ຍັງມີທຳ​ມະ​ຊາດ ​ແລະ ໝູ່​ບ້ານ​ຊົນ​ເຜົ່າ ​ເປັນຕົ້ນ​ເຜົ່າ​ອາຄາ ທີ່​ຍັງ​ມີ​ວິຖີການ​ດຳລົງ​ຊີວິດ​ແບບ​ດັ່ງ​ເດີ່ມ. ດັ່ງນັ້ນ ໜ່ວຍ​ງານ​ບໍລິການ​ທ່ອງ​ທ່ຽວ ຈິ່ງສ້າງ​ເສັ້ນທາງ​ຍ່າງ​ປ່າ​ຊົມ​ທຳ​ມະ​ຊາດ​ ແລະ ວັດທະນະທຳ​ຊົນ​​ເຜົ່າ. ທ່ານສາມາດ​ຍ່າງ​ເຂົ້າ​ໄປ​ທ່ຽວ​ຊົມ​ໄດ້ 2 ວິທີ​ຄື: ​ໄປ​ທ່ອງ​ທ່ຽວ​ເອງ ​ໂດຍ​ບໍ່​ມີ​ການ​ຈ່າຍ​ຄ່າ​ສິ້ນ​​ເປືອງ​ໃດ​ໆ ເພາະວ່າ​ບໍ່​ທັນ​ມີ​ສິ່ງອຳນວຍ​ຄວາມ​ສະ​ດວກ​ເທື່ອ​ ​ຫຼື ຈະ​ຊື້ລາຍການ​ທ່ອງ​ທ່ຽວ​ ກັບ​ໜ່ວຍ​ງານ​ບໍລິການທ່ອງທ່ຽວ ທີ່ຕັ້ງຢູ່ເມືອງສິງກໍ່​ໄດ້
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=3