ທ່ານ ໄອ່ ສຸລິຍະແສງ

ຈາກ Laopedia

ທ່ານ ໄອ່ ສຸລິຍະແສງ, ຊື່ນ້ອຍ (ຄໍາກາຍ) ເກີດເມື່ອວັນທີ1/1/1935 ທີ່ບ້ານ ຫີນລາດ ຕາແສງ ຈັນທະສີລາເພັດ ເມືອງ ສະຫນາມໄຊ ແຂວງ ອັດຕະປື. ກໍາເນີດໃນຊົນຊັ້ນ ຊາວນາ ຊົນເຜົ່າລະແວ, ຖືສາສະຫນາພຸດ, ເປັນລູກຂອງ ທ້າວ ບຸນລອດ ສຸລິຍະແສງ ອາຊີບຊາວນາ ແລະ ນາງ ທອງ ສຸລິຍະແສງ ອາຊີບແມ່ເຮືອນ ທ່ານມີອ້າຍນ້ອງຮ່ວມອຸທອນກ້ອນເລືອດດຽວກັນ 7 ຄົນ ແລະ ເພີ່ນເປັນຄົນທີ່ 5 ພໍແຕ່ເກີດມາພໍແມ່ກະຕັ້ງຊື່ໃສໂລດຍ້ອນຮັກລກຫຼາຍໃສ່ຊື່ແນວໃດກໍ່ບໍໍ່ຄັກບໍ່ແນ່ໃຈເລີຍ. ຕັ້ງຊື່ວ່າ: ຄໍາກາຍ ຕໍມາເຫັນລູກເປັນຄົນລ້ຽງຍາກ, ມັກເຈັບໄຂ້, ຈ່ອຍຜອມກໍເລີຍຄິດໄປຫຼາຍອັນຫຼາຍແນວຢ້ານມີຜີສາງຮ້າຍມາບັງບຽດ, ຢ້ານລ້ຽງບໍ່ໃຫຍຕາມຄວາມເຊື່ອເລີຍປ່ຽນຊື່ໃຫມ່ໃຫ່ທ່ານຈາກຊື່ ຄໍາກາຍ ມາເປັນ ທ່ານ ໄອ່ ສຸລິຍະແສງ. ພໍອາຍຸຂອງທ່ານໄດ້ 7 ປີ ແມ່ຂອງທ່ານກໍໄດ້ລົ້ມປ່ວຍແລ້ວເສຍຊີວິດ.

  • ໃນປີ 1943 ທ່ານໄດ້ເຂົ້າໂຮງຮຽນຢູ່ບ້ານ, ເວລານັ້ນອາຍຸໄດ້ 10 ປີຍັງເປນໄວເດັກ ແລະ ກໍພໍດີແສງສະຫວ່າງຂອງການປະຕິວັດມາເຖີງບ້ານເກີດເມືອງນອນ.
  • ໃນປີ 1948 ສັດຕູຈັບພໍ່ເຂົ້າຄຸກ ແລະ ຖືກທໍລະມານຢ່າງແສນສາຫັດ. ຍ້ອນມີຄວາມຄຽດແຄ້ນສັດຕູຈື່ງໄດ້ຕັດສີນໃຈເຂົ້າຮ່ວມໃນຖັນແຖວກອງຫຼອນອັນເປັນກໍາລັງສໍາຮອງ. ເພື່ອປ້ອງກັນ ບ້ານ ແລະ ຊ່ວຍພາທາງທະຫານອາສາສະຫມັກຫວຽດນາມ ສະກັດລັດຕີທະຫານຝຣັງ.
  • ວັນທີ 15/7/1948 ທ່ານ ພ້ອມດ້ວຍອ້າຍນ້ອງກອງຫຼອນເຂດຫີນລາດ 6 ຄົນ ແລະ ທະຫານອາສາສະຫມັກຫວຽດນາມ 1 ຫມູ່ໄດ້ຮັບການແຕ່ງຕັ້ງນໍາເອົາທະຫານຝຣັງທີ່ຖືກຈັບເປັນສະເລີຍເສິກ ສົ່ງໃຫ້ຂັ້ນເທິງ.
  • ຍ້ອນມີຜົນງານ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ, ເດືອນ 5 ປີ 1949 ທ່ານພ້ອມດ້ວຍ ພະນັກງານ-ນັກຮົບ 75 ຄົນ ໄດ້ລໍາລຽງອາວຸດຢູ່ບາ້ນ ດາກຮຽດ ເມືອງ ສານໄຊ ແຂວງ ອັຕະປື ສົ່ງໃຫ້ແນວຫນ້າ.
  • ມາເຖີງວັນທີ 3/2/1952 ທ່ານໄດ້ເປັນຜູ້ຫນຶ່ງໃນຈໍານວນກອງຫຼອນຂອງເຂດ ໄດ້ຮັບການຄັດເລືອກ ແລະ ສົ່ງໄປຮຽນຍດທະວິທີສູ້ຮົບແບບກອງຫຼອນຢູ່ເຂດ 5 (ຫວຽດນາມ) ເປັນເວລາ 6ເດືອນ.
  • ວັນທີ 1/1/1953 ໄດ້ສະຫມັກເຂົ້າເປັນທະຫານອິດສະຫຼະເຕັມຕົວ. ຍ້ອນເຫັນໄດ້ນໍາໃຈອົງອາດກ້າຫານຂອງທ່ານ ໃນເວລານັ້ນຄະນະຊີ້ນໍາເຂດໄດ້ອະນຸຍາດ ໃຫທ່ານ ແລະ ຫມູ່ເພື່ອນເຂົ້າສັງກັດເປັນກໍາລັງປະກອບອາວຸດຂອງເຂດລາວໃຕ້.
  • ວັນທີ 22/8/1954 ທ່ານໄດ້ຮັບການແຕ່ງຕັ້ງເປັນຫົວຫນ້າຫມວດຢູ່ກອງຮ້ອຍ 15 ເພດຍິງເຂດລາວໃຕ້(ອັດຕະປື) ຈາກນັ້ນກໍໄດ້ຖືກເຄື່ອນຍ້າຍຂຶ້ນໄປເຂດເຕົ້າໂຮມ. ສອງແຂວງພາກເຫນືອ(ຊໍາເຫນືອ-ຜົ້ງສາລີ).
  • ເດືອນ 12 ປີ 1954 ພາຍຫຼັງການເຕົ້າໂຮມກໍາລັງສໍາເລັດ, ສູນກາງໄດ້ມີມະຕິຕົກລົງຊັບຊ້ອນພະນັກງານ-ນັກຮົບ ແບ່ງປັນກໍາລັງອອກເປັນແຕ່ລະກອງພັນ ທ່ານ ແມ່ນໄດ້ຮັບການຊັບຊ້ອນໄປຢູ່ກອງຮ້ອຍ 3 ກອງພັນ 705 ຕະຫຼອດ, 3 ປີ ຢູ່ເຂດເຕົ້າໂຮມ 2 ແຂວງ ໄດ້ນໍາພາກົມກອງສູ້ຮົບຢ່າງເນື່ອງນິດລຽນຕິດ, ລວມແລ້ວມີເຖີງ 39 ຄັ້ງ.
  • ວັນທີ26/6/1956 ທ່ານ ໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວຢ່າງສົມກຽດ ແລະບັນລຸໄດ້ຄວາມປາດຖະຫນາ.
  • ວັນທີ 5/7/1957 ທ່ານ ໄດ້ຮັບການຄັດເລືອກໄປຮຽນວັດທະນະທໍາ ຢູ່ປະເທດຫວຽດນາມເປັນເວລາ 2 ປີ.
  • ວັນທີ 5/7/1959 ທ່ານ ໄດ້ຮັບການເລື່ອນຫນ້າທີ່ຂຶ້ນເປັນຫົວຫນ້າກອງຮ້ອຍ 15 ກອງພັນທີ2 ( ກອງພັນທີ2 ໃຫມ່) ແລະ ໄດ້ນໍາພາກໍາລັງຂຶ້ນເມືອສູ້ຮົບປົດປ່ອຍ ທິດເຫນືອແຂວງ ຫຼວງພະບາງ ແລະ ແຂວງ ຜົ້ງສາລີເປັນເວລາ 17 ເດືອນ.
  • ວັນທີ 1/1/1961 ທ່ານ ໄດ້ຮັບການເລື່ອນຫນ້າທີ່ຂຶ້ນເປັນຮອງຫົວຫນ້າກອງພັນທີ2 ບັນຊາກອງຮ້ອຍ 15.
  • ວັນທີ 21/4/1961 ທ່ານ ໄດ້ສົມທົບກັບກອງທະຫານອາສາສະຫມັກເພື່ອນບ້ານຫວຽດນາມ ເຄື່ອນທັບລົງໄປພູພຽງວຽງຈັນເພື່ອກຽມປົດປ່ອຍຜາຮອມ, ຕີບຸກທະລເຂດວັງວຽງຂັບໄລສັດຕູໄປຮອດຫີນເຫີບ ແລະ ປັກທຸງປະຕິວັດຢູ່ຂົວຫີນເຫີບໄດ້ສໍາເລັດ.
ຮູບ:ປັກທຸງປະຕິວັດທີ່ຂົວຫີນເຫີບ ເອົາສາຍນາລີກເປັນເສັ້ນຂະຫນານຢຸດຍິງ.png
  • ວັນທີ 29/4/1961 ທ່ານ ກັບຝ່າຍຂວາວຽງຈັນ ໄດ້ປະກາດເອົາສາຍນໍ້າລິກເປັນຊາຍແດນຢຸດຍິງຊົ່ວຄາວ.
  • ວັນທີ 30/6/1961 ທ່ານ ໄດ້ຮັບການເລື່ອນຫນ້າທີ່ຂຶ້ນເປັນຫົວຫນ້າກອງພັນທີ2 ແລະ ມີຫນ້າທີ່ຈັດຕັ້ງນໍາພາກອງພັນ ຂະຫຍາຍກໍາລັງເຂົ້າໂຈມຕີປົດປ່ອຍບໍລິເວນພູປ່າດົງ (ແຂວງຊຽງຂວາງ).
  • ວັນທີ15/1/1962 ທ່ານ ໄດ້ຮັບການຄັດເລືອກຈາກຂັ້ນເທິງ. ສົ່ງໄປຍົກລະດັບວຽກງານເສນາທິການຂັ້ນສູງ ຢູ່ຫວຽດນາມເປັນເວລາ 1 ປີ.
  • ພາຍຫຼັງສໍາເລັດບັ້ນເຝິກອົບຮົມວຽກງານເສນາທິການຂັ້ນສູງ, ຮອດວັນທີ 7/3/1963 ທ່ານ ໄດ້ຮັບການແຕ່ງຕັ້ງເປັນຫົວຫນ້າພະແນກສູ້ຮົບ ຂອງຫ້ອງເສນາທິການ ກອງບັນຊາການທະຫານສູງສຸດ.
  • ວັນທີ 2/4/1963 ທ່ານ ໄດ້ຖືກແຕ່ງຕັ້ງໄປຊ່ວຍດ້ານຮົບລາດຊະວົງ ປົດປ່ອຍເມືອງເປັນ, ຫົວເມືອງ, ພູກຸ່ມ ຜາສີພູ ເປັນເວລາ 3 ເດືອນ.
  • ວັນທີ3/2/1965 ທ່ານ ໄດ້ຮັບມອບຫມາຍໃຫ້ໄປເປັນຫົວຫນ້າດ້ານຮົບ ປົດປ່ອຍຮົງນົນ, ພູຈີກຫນູ, ຫົວຊຽງ, ຫ້ວຍຄໍາມູນ-ກະເດື່ອ ( ຊໍາເຫນືອ ) ເປັນເວລາ 3 ເດືອນ.
  • ວັນທີ 7/6/1965 ທ່ານ ໄດ້ຮັບການແຕ່ງຕັ້ງ ໄປເປັນຄະນະຊີ້ນໍາບັ້ນແກ້ໄຂກໍລະນີສັດຕູລຸກຮືຂຶ້ນຢູ່ວຽງພູຄາ,ນາແລ ( ແຂວງຫຼວງນໍ້າທາ ).
  • ວັນທີ 26/6/1966 ທ່ານ ໄອ່ ສຸລິຍະແສງ ໄດ້ແຕ່ງງານກັບທ່ານ ນາງ ຄໍາປ່ຽງ ສຸລິຍະແສງ ເປັນແພດຢູ່ເສນາຮັກປະຈໍາຫນ່ວຍເຄື່ອນທີ່ໃນສະຫນາມ, ການແຕ່ງງານໄດຈັດຂຶ້ນພ້ອມກັບໄລຍະເຮືອບິນຂອງອາເມລິກາຂົນລະເບີດ, ລູກບົມມາຖີ້ມ, ຍິງທໍາລາຍຖານທີ່ຫມັ້ນນາໄກ-ວຽງໄຊ ແຂວງຫົວພັນ ຢ່າງຮຸນແຮງ ທ່ານ ທັງສອງໄດມີລູກນໍາກັນ 4 ຄົນຄື: ທ່ານ ພັນໂທ ອານຸສອນ ສຸລິຍະແສງ, ທ່ານ ພັນໂທ ດຣ ນາງ ມາລີວອນ ສຸລິຍະແສງ, ທ່ານ ພັນໂທ ທະນຸກອນ ສລິຍະແສງ, ທ່ານ ນາງ ໄກ່ຄໍາ ສຸລິຍະແສງ.
  • ວັນທີ 2/4/1967 ທ່ານ ໄດ້ເຂົ້າຮ່ວມເປັນຄະນະດ້ານຮົບ ສົມທົບກັບເພື່ອນບ້ານຫວຽດນາມ ຕີປົດປ່ອຍຫນອງຄ້າງ ແລະ ບໍລິເວນອ້ອມແອ້ມເປັນເວລາ 1 ເດືອນ.
  • ວັນທີ 5/3/1968 ທ່ານ ໄດ້ເປັນຄະນະຊີ້ນໍາສົມທົບກັບເພື່ອນບ້ານ. ປົດປ່ອຍຜາຖີ່ ເປັນເວລາ 1 ເດືອນ.
  • ວັນທີ 12/3/1973 ທ່ານ ໄດ້ຮັບການແຕ່ງຕັ້ງໄປເປັນຄະນະຊີ້ນໍາ 2 ຕົວເມືອງ ເປັນກາງ.
  • ວັນທີ16/6/1973 ທ່ານ ໄດ້ຖືກຂັ້ນເທິງແຕ່ງຕັ້ງໃຫ້ໄປທັດສະນະສຶກສາ ຢູ່ປະເທດລູມານີ ເປັນເວລາ 3 ເດືອນ.
  • ວັນທີ 2/5/1975 ຂັ້ນເທິງໄດ້ເລື່ອນຕໍາແຫນ່ງໃຫ້ທ່ານ ຂຶ້ນເປັນຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ, ຮັບຜິດຊອບກົມສູ້ຮົບໂດຍກົງ.
  • ວັນທີ16/11/1979 ທ່ານ ໄດ້ໄປຮຽນວຽກງານເສນາທິການຂັ້ນສູງ ຢູ່ອາດີດສະຫະພາໂຊຫວຽດເປັນເວລາ 1 ປີ. ການໄປຍົກລະດັບຄວາມຮູ້ທາງດ້ານວຽກງານເສນາທິການຂັ້ນສູງ ຢູ່ສະຫະພາບໂຊຫວຽດໃນຄັ້ງນີ້ເຖີງຈະເປັນເວລາອັນສັ້ນກໍ່ຕາມ, ແຕດ້ວຍຄວາມບຸກບືນຕໍ່ການຄົ້ນຄ້ວາຮໍາຮຽນ ໄດ້ເຮັດໃຫ້ຜົນຂອງການຮໍາຮຽນ ຂອງທ່ານອອກມາດ້ວຍຄາດຫມາຍສູງສົມຄວນ. ນັ້ນກໍແມ່ນຢູ່ໃນລະດັບທີI ( ປະເພດດີເດັ່ນ ) ໄດ້ຮັບໃບປະກາສະນິຍະບັດແດງ. ພ້ອມກັບຄວາມພາກພູມໃຈກັບຄືນສູ່ປະເທດຊາດ.
  • ວັນທີ 4/12/1980 ທ່ານ ໄດ້ຮັບການເລື່ອນຊັ້ນຂຶ້ນເປັນນາຍພົນຈັດຕະວາ ທັງໄດ້ຮັບຜິດຊອບກົມສູ້ຮົບກົມໃຫຍ່ເສນາທິການ ໂດຍກົງ.
  • ວັນທີ 2/6/1981 ທ່ານ ໄດ້ເປັນຄະນະຜູ້ແທນ ຮ່ວມກັບການນໍາພັກ-ລັດ ເຂົ້າຮ່ວມກອງປະຊຸມພັກຄອມມູນິດໂຊວຽດ ຄົບຮອບ 80 ປີ.
  • ວັນທີ 2/3/1983 ທ່ານ ໄດ້ໄປຮຽນທິດສະດີຢູ່ຊວນເຟືອງຫວຽດນາມ ເປັນເວລາ 1 ປີ.
  • ວັນທີ4/4/1984 ທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວຫນ້າດ້ານຮົບ 3 ຫມູບ້ານ ( ແຂວງໄຊຍະບູລີ) ໃນໄລຍະເວລາ 4 ເດືອນ. ທ່ານ ໄອ່ ສຸລິຍະແສງ ລາຍງານສະພາບ 3 ຫມູບ້ານໃຫ້ທ່ານ ຄໍາໄຕ ສີພັນດອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ບັນດາກົມການເມືອງສູນກາງພັກ ປີ 1984
  • ວັນທີ17/2/1984 ທ່ານ ໄດ້ຮັບການເລື່ອນຊັ້ນຂຶ້ນເປັນພົນຕີ. ຮັບຫນ້າທີ່ເປັນລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ.
  • ວັນທີ31/3/1986 ກອງປະຊຸມໃຫຍ່ຄັ້ງທີIV ຂອງພັກປະຊາຊົນປະຕິວັດລາວ ທ່ານ ໄດ້ຮັບເລືອກຕັ້ງເປັນກໍາມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ທັງເຂົ້າເປັນຄະນະພັກການທະຫານສູນກາງ.
  • ວັນທີ3/4/1988 ປະຕິການຂວາຈັດໄທໄດ້ເຊື່ອມຢຶດເຂົ້າ ແຂວງ ໄຊຍະບູລີ ທ່ານ ຈຶ່ງໄດ້ຮັບການແຕ່ງຕັ້ງເປັນຄະນະຊີ້ນໍາດ້ານຮົບຢູ່ບໍ່ແຕນ ( ແຂວງ ໄຊຍະບູລີ) ເປັນເວລາ 5 ເດືອນ.

ພົນໂທ ໄອ່ ສຸລິຍະແສງ ຫົວຫນ້າກົມໃຫຍ່ເສນາທິການກາລັງວາງແຜນສູ້ຮົບ ແລະ ມອບຫມາຍຫນ້າທີ່ໃຫ້ບັນດາກົມກອງ ໃນບັ້ນຮົບບໍແຕນ ( 1987-1988 )

  • ວັນທີ 23/9/1989 ທ່ານ ໄດ້ຮັບແຕ່ງຕັ້ງເປັນຫົວຫນ້າຄະນະການທະຫານປະເທດລາວ ໄປຮ່ວມຊ້ອມຮົບຢູ່ຕາເວັນອອກກາງ. ກັບ 7 ປະເທດ.
  • ວັນທີ 29/3/1991 ກອງປະຊຸມໃຫຍ່ຄັ້ງທີV ຂອງພັກປະຊາຊົນປະຕິວັດລາວ ທ່ານ ໄດ້ຮັບເລືອກຕັ້ງເປັນກໍາມະການສູນກາງພັກອິກຄັ້ງໃຫມ່ທັງຂຶ້ນເປັນຫົວຫນ້າກົມໃຫຍ່ເສນາທິການກອງທັບ, ເປັນລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ. ທັງເປັນຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ.
  • ວັນທີ 5/3/1995 ທ່ານ ເປັນລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຮັບຜິດຊອບວຽກງານໂຮງຮຽນຂອງກອງທັບ, ຊີ້ນໍາວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ແລະ ວຽກງານການຕ່າງປະເທດຂອງກອງທັບ.
  • ວັນທີ2/6/2001 ທ່ານ ໄດ້ຮັບການມອບສິດໃຫ້ເປັນຜູ້ຕາງຫນ້າ ກະຊວງປ້ອງກັນປະເທດເຊັນອະນຸມັດສັນຍາກັບກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບວຽກງານປ້ອງກັນຊາດ.
  • ວັນທີ 5/3/2002 ທ່ານ ໄດ້ຮ່ວມເປັນຄະນະຜູ້ແທນຂັ້ນສູງ. ຂອງພັກ-ລັດ ໄປຢ້ຽມຢາມ ສ ປ ຈີນ. ທ່ານ ພົນໂທ ໄອ່ ສຸລິຍະແສງ ຢ້ຽມຢາມ ສປ ຈີນ
  • ວັນທີ 2/4/2004 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມອາຊຽນ ຢປະເທດອີນໂດເນເຊຍ, ມາເລຍເຊຍ,ຟລິບປິນ.
  • ວັນທີ 15/10/2007 ທ່ານ ພົນໂທ ໄອ່ ສຸລິຍະແສງ ຍ້ອນອາຍຸກະສຽນ ແລະ ສຂະພາບເພີ່ນໄດ້ພັກຜອນບໍານານ ເຖິງປະຈຸບັນ.

ແຫຼ່ງທີ່ມາ: https://www.mod.gov.la/Hraiysouriyaseng.php