ຄະນະຈັດຕັ້ງສູນກາງພັກ

ຈາກ Laopedia

ປະຫວັດແຫ່ງການກຳເນີດ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ ໄດ້ຕິດແໜ້ນ ກັບປະຫວັດມູນເຊື້ອການເຄື່ອນໄຫວຂອງພັກປະຊາຊົນປະຕິວັດລາວ, ໃນວັນທີ 22/3/1955 ພັກ ປະຊາຊົນລາວໄດ້ຮັບການສ້າງຕັ້ງຂື້ນໂດຍແມ່ນ ສະຫາຍ ໄກສອນ ພົມວິຫານໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່, ທັງເປັນເລຂາຄະນະພັກການທະຫານສູນກາງ ແລະ ຮັບຜິດຊອບວຽກງານກໍ່ສ້າງ ພັກໂດຍກົງ, ຈາກນັ້ນພຽງແຕ່ 3 ວັນ, ກອງປະຊຸມຄົບຄະນະຊີ້ນໍາສູນກາງພັກຄັ້ງທີ 2 ສະໄໝທີ 1 ໄດ້ຕົກລົງສ້າງຕັ້ງກົງຈັກການຈັດຕັ້ງທີ່ເຮັດໜ້າທີ່ກໍ່ສ້າງກໍາລັງຂອງຕົນຂຶ້ນ, ໂດຍໃສ່ຊື່ວ່າ: “ຫ້ອງການພະ ນັກງານທົ່ວປະເທດ" "ໃນວັນທີ 25/3/1955" ໂດຍແມ່ນສະຫາຍ ຄໍາແສງ ສີວິໄລ ກຳມະການໃນ ຄະນະນໍາພາເປັນຜູ້ຮັບຜິດຊອບ ແລະ ມີພະນັກງານພຽງແຕ່ 13 ສະຫາຍ, ການສ້າງຫ້ອງການ ພະນັກງານແມ່ນສະແດງເຖິງພັກເຮົາໄດ້ເອົາໃຈໃສ່ຕໍ່ກັບອົງການທີ່ເປັນເສນາທິການຂອງຕົນເພາະມີ ຄວາມສໍາຄວາມຄັນໃນການເຮັດໜ້າທີ່ກໍ່ສ້າງພັກ-ພະນັກງານໂດຍກົງ, ສ່ວນອົງການອື່ນແມ່ນສ້າງຕັ້ງ ຂື້ນຕາມຫຼັງ, ເພາະວ່າພັກແມ່ນພັກການເມືອງສະນັ້ນໂຄງປະກອບຂອງການເມືອງຈະຕ້ອງມີທິດສະດີ ຂອງພັກ, ມີບຸກຄົນຂອງພັກ, ຖ້າຢາກໃຫ້ພັກການເມືອງມີຄວາມໜັກແໜ້ນ ແລະ ເຂັ້ມແຂງຕ້ອງມີ ແນວທາງທີ່ຖືກຕ້ອງ, ບຸກຄົນຂອງພັກຕ້ອງເດີນຕາມແນວທາງຂອງພັກ; ສະນັ້ນພັກຈຶ່ງໄດ້ສ້າງຕັ້ງ ຫ້ອງການຂອງຕົນຂຶ້ນ, ເປັນຫຍັງຈຶ່ງໃສ່ຊື່ວ່າຫ້ອງການພະນັກງານ, ຍ້ອນວ່າສະພາບເງື່ອນໄຂຕົວຈິງ ໃນເວລານັ້ນພັກເຮົາໄດ້ເຄື່ອນໄຫວປິດລັບ, ຈຶ່ງເອົາຫ້ອງການພະນັກງານອອກໜ້າ, ແຕ່ເນື້ອແທ້ແມ່ນ ຫ້ອງການພັກ, ພັກເຮົາເຄື່ອນໄຫວປິດລັບ ນໍາພາອອກໜ້າແມ່ນອົງການແນວລາວຮັກຊາດ, ແຕ່ ຜູ້ນໍາພາແມ່ນພັກ, ອົງການແນວລາວຮັກຊາດເວລານັ້ນແມ່ນເຮັດໜ້າທີ່ເປັນອໍານາດການປົກຄອງ, ພັກ ຂອງເຮົາຈຶ່ງເວົ້າວ່າຫ້ອງການພະນັກງານ,

1. ສະຫາຍ 25/3/1955-2/1957 ຄໍາແສງ ສີວິໄລ ເປັນຫົວໜ້າຄະນະຫ້ອງການພະນັກງານທົ່ວປະເທດ

2. ສະຫາຍ ສີສົມພອນ ລໍວັນໄຊ ເປັນຫົວໜ້າຄະນະຫ້ອງການພະນັກງານທົ່ວປະເທດ 2/1957-3/1964 ແລະ 2/1972-1982.

3. ສະຫາຍ ໜູຮັກ ພູມສະຫັວນ ເປັນຫົວໜ້າຄະນະຫ້ອງການຈັດຕັ້ງສູນກາງ 1964-3/1972

4. ສະຫາຍ ສະໝານ ວິຍະເກດ ເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ 3/1982-6/1989.

5. ສະຫາຍ ໄມຈັນຕານ ແສງມະນີ ເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ6/1989-2/1990.

6. ສະຫາຍ ອຸດົມ ຂັດຕິຍະ ເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ 2/1990-3/1991.

7. ສະຫາຍ ທອງສິງ ທຳມະວົງ ເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ 3/1991-5/2002

8. ສະຫາຍ ບຸນທອງ ຈິດມະນີ ເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ 5/2002-2010.

9. ສະຫາຍ ຈັນສີ ໂພສີຄໍາ ເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ 2010 ເຖິງປະຈຸບັນ thumb